ສສ ຫວຽດນາມ-ສ.ອາເມລິກາ ບັນລຸຂໍ້ຕົກລົງນຳເຂົ້າຜະລິດຕະພັນກະສິກຳ ເກືອບ 3 ຕື້ໂດລາສະຫະລັດ

09/06/2025 15:36
Email Print 115
ຂປລ ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມ ໃນບົດບັນທຶກ ຊ່ວຍຈຳ ຫລາຍສະບັບ ເພື່ອເພີ່ມທະວີ ການຊື້ຜະລິດ ຕະພັນ ກະສິກຳຈາກ ສ.ອາເມລິກາ ດ້ວຍຕົວເລກ ທີ່ໜ້າປະທັບໃຈ ເກືອບ 3 ຕື້ ໂດລາສະຫະລັດ ລື່ນກາຍຕົວເລກ ທີ່ໄດ້ວາງອອກ ໃນເບື້ອງຕົ້ນ ພຽງ 2 ຕື້ໂດລາ ສະຫະລັດ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມ ໃນບົດບັນທຶກ ຊ່ວຍຈຳ ຫລາຍສະບັບ ເພື່ອເພີ່ມທະວີ ການຊື້ຜະລິດ ຕະພັນ ກະສິກຳຈາກ ສ.ອາເມລິກາ ດ້ວຍຕົວເລກ ທີ່ໜ້າປະທັບໃຈ ເກືອບ 3 ຕື້ ໂດລາສະຫະລັດ ລື່ນກາຍຕົວເລກ ທີ່ໄດ້ວາງອອກ ໃນເບື້ອງຕົ້ນ ພຽງ 2 ຕື້ໂດລາ ສະຫະລັດຊຶ່ງເປັນການ ປະກອບສ່ວນ ອັນສຳຄັນ ເພື່ອສ້າງຄວາມດຸ່ນດ່ຽງ ໃນດຸນການຄ້າ ລະຫວ່າງ ສອງປະເທດ." ບັນດາຂໍ້ຕົກລົງ ທີ່ໄດ້ລົງນາມ ໃນຂອບເຂດ ການປະຕິບັດງານ ຂອງຄະນະ ຜູ້ແທນ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ຢູ່ລັດ Iowa, Ohio, Maryland ແລະ ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ເມື່ອບໍ່ດົນມານີ້ ແມ່ນບາດກ້າວ ສຳຄັນ ໃນການພົວພັນ ດ້ານການຄ້າ ລະຫວ່າງ ສສ ຫວຽດນາມ ແລະ ສ.ອາເມລິກາ.ຄະນະ ປະຕິບັດງານໂດຍ ທ່ານ ໂດະດຶກຢຸຍ, ລັດຖະມົນຕີ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ, ນຳໜ້າ ຄະນະຜູ້ແທນລວມມີ ຜູ້ຕາງໜ້າຂອງເກືອບ 50 ອົງການ, ວິສາຫະກິດ ກະສິກຳ ແລະ ສະຫະສະມາຄົມ ເດີນທາງໄປຍັງ ສ.ອາເມລິກາ ເພື່ອແນໃສ່ ຊຸກຍູ້ ການຄ້າສອງສົ້ນ. ເມື່ອຕີລາຄາ ກ່ຽວກັບ ໝາກຜົນ ຂອງການປະຕິບັດງານຄັ້ງນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top