ໄທ ເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຕິດກັບ ກຳປູເຈຍ

09/06/2025 15:36
Email Print 119
ຂປລ ນາຍພົນ ວິນໄທ ສຸວາຣີ(Winthai Suvaree), ໂຄສົກກອງທັບ ໄທ ໃຫ້ຮູ້ວ່າ ກອງທັບ ປະເທດໄທ ໄດ້ປະກາດ ໃຊ້ແຜນການ ຄວບຄຸມ ຄວາມສະຫງົບ ຊາຍແດນ ຕາມ 4 ອັນດັບ ໂດຍໄດ້ໝູນໃຊ້ສຳລັບ ສະພາບການ ຜັນແປຕົວຈິງ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,  ນາຍພົນ ວິນໄທ ສຸວາຣີ(Winthai Suvaree), ໂຄສົກກອງທັບ ໄທ ໃຫ້ຮູ້ວ່າ ກອງທັບ ປະເທດໄທ ໄດ້ປະກາດ ໃຊ້ແຜນການ ຄວບຄຸມ ຄວາມສະຫງົບ ຊາຍແດນ ຕາມ 4 ອັນດັບ ໂດຍໄດ້ໝູນໃຊ້ສຳລັບ ສະພາບການ ຜັນແປຕົວຈິງ ຄື ອັນດັບທີ 1 ແມ່ນຈຳກັດ ການໄປມາ, ບັນດາຄ້າຍ ຄວບຄຸມ ໂດຍພື້ນຖານ ແມ່ນຍັງເຄື່ອນໄຫວ ເປັນປົກກະຕິ ຮັບໃຊ້ ການເຄື່ອນໄຫວ ຈຳເປັນ, ເຊັ່ນ: ການຄ້າ, ການຂົນສົ່ງ ແລະ ອອກແຮງງານ. ເຖິງຢ່າງໃດກໍຕາມ, ຜູ້ໄປມາ ຢູ່ເຂດຊາຍແດນ ທີ່ບໍ່ຮັບໃຊ້ ຈຸດປະສົງ ດັ່ງກ່າວ ຈະຖືກກວດກາ ຢ່າງເຂັ້ມງວດກວ່າ. ອັນດັບທີ 2 ແມ່ນຫລຸດຜ່ອນ ເວລາເປີດປະຕູ, ຕາມນັ້ນແລ້ວ ປະຊາຊົນ ຈະໄດ້ໄປມາເຂດຊາຍແດນ ໃນໄລຍະເວລາທີ່ໄດ້ກຳນົດລະອຽດ, ອາດຈະຫລຸດ ເວລາລົງ ເມື່ອທຽບໃສ່ ປົກກະຕິ. ອັນດັບທີ 3 ແມ່ນປິດປະຕູ ຊົ່ວຄາວ ແລະ ອັນດັບທີ 4 ແມ່ນປິດປະຕູ ຊາຍແດນ ແບບຖາວອນ ໃນກໍລະນີ ທ່າມການປະທະກັນ ເກີດຂຶ້ນ ຢ່າງຮ້າຍແຮງ. ປັດຈຸບັນ, ໄທ ມີ 18 ຄ້າຍທະຫານ ຄວບຄຸມຊາຍແດນຕິດກັບ ກຳປູເຈຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top