ສປ ຈີນ ຄວບຄຸມການສົ່ງອອກແຮ່ທາດຫາຍາກ

09/06/2025 09:44
Email Print 151
ຂປລ ໂຄສົກ ກະຊວງ ການຄ້າຈີນ ໄດ້ຢືນຢັນວ່າ: ຄຽງຄູ່ກັບ ຂະແໜງ ການຕ່າງໆເຊັ່ນ: ຫຸ່ນຍົນ ແລະ ລົດພະລັງງານໃໝ່ ເປັນຕົ້ນ ໄດ້ຮັບການພັດທະນາ, ປະເທດຕ່າງໆ ພວມມີຄວາມຕ້ອງການ ຕໍ່ແຮ່ທາດ ຫາຍາກ ໃນຂົງເຂດ ພົນລະເຮືອນ ທີ່ເພີ່ມຂຶ້ນ ຢ່າງຕໍ່ເນືອງ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ໂຄສົກ ກະຊວງ ການຄ້າຈີນ ໄດ້ຢືນຢັນວ່າ: ຄຽງຄູ່ກັບ ຂະແໜງ ການຕ່າງໆເຊັ່ນ: ຫຸ່ນຍົນ ແລະ ລົດພະລັງງານໃໝ່ ເປັນຕົ້ນ ໄດ້ຮັບການພັດທະນາ, ປະເທດຕ່າງໆ ພວມມີຄວາມຕ້ອງການ ຕໍ່ແຮ່ທາດ ຫາຍາກ ໃນຂົງເຂດ ພົນລະເຮືອນ ທີ່ເພີ່ມຂຶ້ນ ຢ່າງຕໍ່ເນືອງ. ສປ ຈີນ ໃນຖານະເປັນ ປະເທດໃຫຍ່ ທີ່ມີຄວາມຮັບຜິດຊອບ, ໄດ້ພິຈາລະນາເຖິງ ຄວາມຕ້ອງການ ແລະ ຄວາມສົນໃຈ ທີ່ສົມເຫດ ສົມຜົນ ໃນຂົງເຂດ ພົນລະເຮືອນ ຂອງປະເທດຕ່າງໆ ຢ່າງເຕັມທີ່, ໄດ້ດໍາເນີນ ການກວດກາ ແລະ ພິຈາລະນາ ຕໍ່ການຮ້ອງຂໍ ການອະນຸມັດ ສົ່ງອອກວັດຖຸ ທີ່ກ່ຽວຂ້ອງກັບ ແຮ່ທາດຫາຍາກ ຕາມກົດໝາຍ ແລະ ຂໍ້ກໍານົດ, ໂດຍໄດ້ອະນຸມັດ ຮັບຮອງ ການຮ້ອງຂໍ ຈໍານວນໜຶ່ງ ທີ່ສອດຄ່ອງກັບ ຂໍ້ກໍານົດ, ພ້ອມທັງ ຈະສືບຕໍ່ເພີ່ມທະວີ ການກວດກາ ແລະ ພິຈາລະນາຕໍ່ ການຮ້ອງຂໍທີ່ສອດຄ່ອງກັບ ຂໍ້ກໍານົດຢ່າງຕໍ່ເນືອງ. ສປ ຈີນ ຍິນດີເພີ່ມທະວີ ການສົນທະນາ ກັບປະເທດ ທີ່ກ່ຽວຂ້ອງ ກ່ຽວກັບການຄວບຄຸມການສົ່ງອອກ ວັດຖຸ ດັ່ງກ່າວ ເພື່ອສົ່ງເສີມ ການຄ້າ ທີ່ມີຄວາມສະດວກ ແລະ ສອດຄ່ອງກັບ ຂໍ້ກໍານົດ. ເນື່ອງຈາກວັດຖຸທີ່ກ່ຽວຂ້ອງກັບແຮ່ທາດຫາຍາກ ແມ່ນສາມາດ ນໍາໃຊ້ ໄດ້ທັງການທະຫານ ແລະ ພົນລະເຮືອນ, ດັ່ງນັ້ນ ການນໍາໃຊ້ ມາດຕະການ ຄວບຄຸມ ການສົ່ງອອກ ວັດຖຸດັ່ງກ່າວ ແມ່ນສອດຄ່ອງກັບ ມາດຕະການທົ່ວໄປ ໃນສາກົນ. ການທີ່ ສປ ຈີນ ນໍາໃຊ້ ມາດຕະການ ຄວບຄຸມ ການສົ່ງອອກ ຕໍ່ວັດຖຸທີ່ກ່ຽວ ຂ້ອງກັບແຮ່ທາດຫາຍາກ ຕາມກົດໝາຍນັ້ນ,ຈຸດປະສົງ ແມ່ນເພື່ອປົກປັກຮັກສາ ຄວາມໝັ້ນຄົງ ແລະ ຜົນປະໂຫຍດ ຂອງຊາດໃຫ້ດີຂຶ້ນກວ່າເກົ່າ, ປະຕິບັດຕາມພັນທະສາກົນ ດ້ານການບໍ່ແຜ່ຜາຍ ອາວຸດນິວເຄລຍ ແລະ ອື່ນໆ, ເຊິ່ງໄດ້ສະແດງ ໃຫ້ເຫັນເຖິງ ຫລັກໝັ້ນ ສະເໝີຕົ້ນ ສະເໝີປາຍ ຂອງສປ ຈີນ ໃນການຍຶດໝັ້ນ ປົກປັກ ຮັກສາ ສັນຕິພາບໂລກ ກໍຄື ປົກປັກຮັກສາ ສະຖຽນລະພາບ ໃນພາກພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top