ຂປລ
ຮົງກົງ ເມືອງຈັດຢູ່ໃນລະດັບໂລກ ແຫ່ງພາກພື້ນອາຊີ ຫລື “Hong Kong Asia’s World City” ໂດຍຜູ້ຂຽນ ໄດ້ສັງເກດເຫັນ ຄໍາທັກທາຍຕ້ອນຮັບແຂກ ທີ່ຕິດຢູ່ໃນຖົງຫິ້ວ ບັນຈຸເຄື່ອງທີ່ລະນຶກຈໍານວນໜຶ່ງ ສໍາລັບແຂກ ທີ່ຖືກເຊີນ ເຂົ້າຮ່ວມງານສໍາຄັນສາກົນ
ຮົງກົງ ເມືອງຈັດຢູ່ໃນລະດັບໂລກ ແຫ່ງພາກພື້ນອາຊີ ຫລື “Hong Kong Asia’s World City” ໂດຍຜູ້ຂຽນໄດ້ສັງເກດເຫັນ ຄໍາທັກທາຍຕ້ອນຮັບແຂກ ທີ່ຕິດຢູ່ໃນຖົງຫິ້ວ ບັນຈຸເຄື່ອງທີ່ລະນຶກຈໍານວນໜຶ່ງ ສໍາລັບແຂກທີ່ຖືກເຊີນເຂົ້າຮ່ວມງານສໍາຄັນສາກົນ ນັ້ນກໍ່ຄື ພິທີເຊັນສັນຍາສົນທິສັນຍາກ່ຽວກັບການສ້າງຕັ້ງອົງການໄກ່ເກ່ຍສາກົນ (Establish ment of the International Organization for Mediation-IOMed) ທີ່ມີສໍານັກງານໃຫຍ່ຕັ້ງຢູ່ຮົງກົງ.
ນັກຂ່າວຕ່າງປະເທດ ຈໍານວນ 9 ຄົນ ຈາກສູນແລກປ່ຽນ ຂໍ້ມູນຂ່າວສານ ສາກົນແຫ່ງ ສປ ຈີນ ທີ່ຖືກຄັດເລືອກ ແລະ ໄດ້ຮັບເຊີນ ເພື່ອເຂົ້າຮ່ວມ ງານດັ່ງກ່າວ ຊຶ່ງກິດຈະກໍາ ເຄື່ອນ ໄຫວ ຢ້ຽມຢາມ ພາຍໃຕ້ແຜນການ ເຄື່ອນໄຫວ ຂອງນັກຂ່າວ ເພື່ອເຂົ້າຮ່ວມ ພິທີເຊັນສັນຍາ ທີ່ມີຄວາມໝາຍ ຄວາມສໍາຄັນ ທີ່ເປັນເຈົ້າພາບ ແລະ ຕ້ອນຮັບ ໂດຍຮົງກົງ ເຊິ່ງເປັນເມືອງ ທີ່ພັດ ທະນາ ແລະ ທັນສະໄໝທີ່ສຸດ ແຫ່ງໜຶ່ງຂອງສປ ຈີນ, ຊຶ່ງເມື່ອນັກທ່ອງທ່ຽວ ໄດ້ມາເຫັນ ຈະຕື່ນຕາຕື່ນໃຈ ຕໍ່ກັບທີ່ຕັ້ງ ພູມສັນຖານ ຂອງຕົວເມືອງດັ່ງກ່າວ ໂດຍມີລະບົບ ພື້ນ ຖານໂຄງລ່າງ ຖະໜົນຫົນທາງ ທີ່ທັນສະໄໝ ສວຍງາມ ແລະ ສະດວກສະບາຍ ໂດຍມີລະບົບການເຊື່ອມຕໍ່ ທາງດ້ານຄົມມະນາຄົມ ຖະໜົນຫົນທາງ ຂົວຂ້າມນໍ້າທີ່ກວ້າງຍາວ ໄດ້ມາດ ຕະຖານ ສະດວກ ສະບາຍ ລະຫວ່າງເມືອງເສິນເຈີນ (Shenzhen) ແລະ ຮົງກົງ (Hong Kong) ເຊິ່ງເປັນເຂດປົກຄອງພິເສດຂອງ ສປ ຈີນ. ເມື່ອຜູ້ມາຢ້ຽມຢາມ ໄດ້ມາສໍາພັດແລ້ວ ຈະຮູ້ສຶກວ່າ ເໝາະສົມ ແລ້ວກັບຄໍາກ່າວເອີ້ນຊື່ວ່າ: “ຮົງກົງ ເມືອງຈັດຢູ່ໃນລະດັບໂລກ ແຫ່ງພາກພື້ນອາຊີ”.

ຜູ້ຂຽນ ໄດ້ສັງເກດເຫັນສິ່ງກໍ່ສ້າງຕືກອາຄານ ທີ່ພັກພາອາໄສ ສູງຫລາຍສິບຊັ້ນ ຕັ້ງສະຫງ່າງາມ ທີ່ຖືກອອກແບບ ກໍ່ສ້າງຢ່າງເປັນລະບົບລະບຽບ ທັນສະໄໝ ແລະ ສວຍງາມ, ລວມທັງບ້ານພັກ ໂຮງແຮມ ກໍ່ມີຈໍານວນຫລວງຫລາຍ ຫລູຫລາ ມີສິ່ງອໍານວຍຄວາມສະດວກສະບາຍ ປະສົມກົມກືນກັບການນໍາໃຊ້ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການ ຜະລິດສິນຄ້າ ແລະ ການບໍລິການຕ່າງໆ, ລວມທັງສະຖານທີ່ພັກຜ່ອນ ທ່ອງທ່ຽວ ກໍ່ມີຢ່າງຫລາກຫລາຍ ເພື່ອໃຫ້ນັກທ່ອງທ່ຽວຕ່າງປະເທດ ຫລື ຜູ້ມາຢ້ຽມຢາມ ລວມທັງຊາວຈີນ ມາຈາກເມືອງ ໃກ້ຄຽງຕ່າງໆ ແລະ ຮົງກົງເອງ ສາມາດເລືອກໄປສໍາພັດ ກັບບັນຍາກາດຂອງສະຖານທີ່ຕ່າງໆນັ້ນ ໄດ້ຢ່າງສະດວກສະບາຍ ເຊັ່ນ: ຍ່າງຊົມເຂດຕົວເມືອງເກົ່າຂອງຮົງກົງ (Old Town Central Walking Tour) ໂດຍຜູ້ນໍາທ່ຽວ ໄດ້ອະທິບາຍຈຸດພິເສດທີ່ຕັ້ງ ແລະ ປະຫວັດຄວາມເປັນມາຂອງເມືອງດັ່ງກ່າວ ທີ່ສາມາດເຮັດໃຫ້ ຜູ້ມາຢ້ຽມຢາມ ຮັບຮູ້ ເຂົ້າໃຈ ຢ່າງເລິກເຊິ່ງ ກ່ຽວກັບປະຫວັດຄວາມເປັນມາຂອງເມືອງ, ແລະ ກິດຈະກໍານັ່ງລົດຂຶ້ນໄປເທິງຈອມພູ ເພື່ອທ່ຽວຊົມຈຸດຊົມວິວ ພ້ອມທັງມີຮ້ານຊັບພະສິນຄ້າ, ຮ້ານອາຫານ, ເຄື່ອງດື່ມ ໄວ້ຄອຍບໍລິການ ນັກທ່ອງທ່ຽວ ເພື່ອອໍານວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ ໄດ້ເລືອກຊື້ສິນຄ້າ ຫລື ນັ່ງດື່ມພັກຜ່ອນ ແລະ ສໍາພັດທ່ຽວຊົມບັນຍາກາດຢູ່ເທິງຈອມພູ ທີ່ເຕັມໄປດ້ວຍກິ່ນອາຍ ໝອກຄວັນ ຝົນຟອຍ ຢ່າງເປັນທໍາມະຊາດ ເຊິ່ງເປັນຈຸດຊົມວິວ ສູງທີ່ສຸດຂອງເກາະຮົງກົງ (Peak sightseeing) ແລະ ສະຖານທີ່ອື່ນໆ ທີ່ໜ້າສົນໃຈອີກ ຫລາຍແຫ່ງ.
ທ່ານ ຮວງ ຈິງຣຸຍ (HUANG Jingrui) ກົງສຸນ ປະຈໍາ ເມືອງຮົງກົງ ໄດ້ກ່າວໃນງານລ້ຽງ ຕ້ອນຮັບຄະນະນັກຂ່າວ ວ່າ: ຄືດັ່ງທີ່ ທ່ານ ອາດພົບເຫັນ ດ້ວຍຕາຂອງທ່ານເອງ ພາຍຫລັງໄດ້ທ່ຽວຊົມ ເຄິ່ງມື້, ຮົງກົງເປັນເມືອງ ທີ່ມີເອກະລັກລັກສະນະເປັນສາກົນທີ່ສຸດ ຂອງສປ ຈີນ ແລະ ເປັນບ່ອນທີ່ຕາເວັນອອກ ແລະ ຕາເວັນຕົກ ພົບປະກັນ, ມີຮີດຄອງປະເພນີ ປະສົມປະສານເຂົ້າກັບ ຍຸກສະໄໝໃໝ່. ຮົງກົງ ໃນປັດຈຸບັນນີ້ ແມ່ນມີນະໂຍບາຍ ການປົກຄອງແບບ “ປະເທດໜຶ່ງດຽວ ມີສອງລະບົບ” ທີ່ມີໂຄງສ້າງ ການຄຸ້ມຄອງ ທີ່ແຂງແກ່ນ ໝັ້ນຄົງ, ມີຄວາມຈະເລີນຮຸ່ງເຮືອງ ແລະ ມີລະບົບການປົກຄອງ ທີ່ມີປະສິດທິພາບ, ພ້ອມກັນນັ້ນ ຮົງກົງຍັງເປັນສູນກາງທາງດ້ານການເງິນ, ການຄ້າ ແລະ ການຂົນສົ່ງ ໃນ ລະດັບສາກົນ. ດ້ວຍການສະໜັບສະໜູນ ຢ່າງເຂັ້ມແຂງ ຂອງລັດຖະບານກາງ ແລະ ຄວາມພະຍາຍາມຮ່ວມມື ຂອງທຸກຂະແໜງການ, ເສດຖະກິດ ແລະ ສັງຄົມ ຂອງຮົງກົງ ກໍາລັງຈະ ເລີນຮຸ່ງເຮືອງ, ຊຶ່ງໃນສີ່ເດືອນທໍາອິດຂອງປີນີ້, ຈີດີພີຂອງຮົງກົງ ຂະຫຍາຍຕົວເຖິງ 3.1% ເມື່ອທຽບໃສ່ປີທີ່ຜ່ານມາ ຂະຫຍາຍຕົວ 2.5%. ການເຕີບໂຕດັ່ງກ່າວ ສະທ້ອນໃຫ້ເຫັນເຖິງ ຄວາມໝັ້ນຄົງທາງດ້ານເສດຖະກິດຂອງຮົງກົງ.

ທ່ານ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ຂະແໜງການທ່ອງທ່ຽວ ກໍ່ແມ່ນຂະແໜງ ເສດຖະກິດ ຫລັກຂອງຮົງກົງ ທີ່ໄດ້ຊີ້ໃຫ້ເຫັນວ່າ ໃນສີ່ເດືອນທໍາອິດ ຂອງປີນີ້ ມີຈໍານວນນັກທ່ອງທ່ຽວ ທີ່ ເດີນທາງເຂົ້າມາຮົງກົງ ສູງເຖິງ 16,07 ລ້ານຄົນ, ຊຶ່ງເພີ່ມຂຶ້ນ 10% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີທີ່ຜ່ານມາ. ເຊິ່ງຈໍານວນຜູ້ມາຢ້ຽມຢາມ ແມ່ນເດີນທາງມາຈາກ ຍີ່ປຸ່ນ, ສ. ເກົາ ຫລີ, ຟີລິບປິນ, ອິນໂດເນເຊຍ ແລະ ອົດສະຕຣາລີ ຊຶ່ງມີຈໍານວນເພີ່ມຂຶ້ນ ເຖິງ 20-30% ໃນແຕ່ລະປີ.
KPL