ຂປລ
ຂປລ. ຕອນເຊົ້າວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງ ຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນພະແນກ ຂອງກະຊວງການຕ່າງປະ ເທດ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳ ກະ ຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດເຂົ້າຮ່ວມ.

ຂປລ. ຕອນເຊົ້າວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງ ຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນພະແນກ ຂອງກະຊວງການຕ່າງປະ ເທດ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳ ກະ ຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດເຂົ້າຮ່ວມ.

ໃນພິທີ ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສະບັບເລກທີ 652\ນຍ, ລົງວັນທີ 29 ພະຈິກ 2024, ແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ຊຶ່ງກ່ອນໜ້າທີ່ທ່ານຈະມາຮັບໜ້າທີ່ເປັນຮອງລັດຖະມົນຕີ ໄດ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ນິວຢອກ, ສະຫະລັດອາເມລິກາ. ພ້ອມນີ້, ກໍໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ແສງດາວັນ ວົງໄຊ ເປັນຫົວໜ້າກົມອາຊຽນ ແລະ ປະກາດແຕ່ງຕັ້ງຫົວໜ້າພະແນກ ຈຳນວນ 1 ທ່ານ ແລະ ຮອງຫົວໜ້າພະແນກ ຈໍານວນ 5 ທ່ານ, ຍິງ 3 ທ່ານ. ຈາກນັ້ນ, ກໍໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ໃຫ້ ທ່ານ ແສງມະນີ ດາລາວົງ ຮອງຫົວໜ້າກົມພິທີການທູດ ເປັນກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ຊາງຊາ, ສປ ຈີນ ແລະ ທ່ານ ພັນທະວົງ ບຸດທະສະວົງ ຮອງຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ ເປັນກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ກວາງໂຈ, ສປ ຈີນ.

ໃນພິທີດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຂອງຮອງລັດຖະມົນຕີ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໃນໄລຍະຜ່ານມາ ໂດຍສະເພາະ ໃນໄລຍະທີ່ ສປປ ລາວ ເຮັດໜ້າທີ່ເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ໃນສົກປີ 2023-2025. ນອກນີ້, ໃນປີ 2025 ສປປ ລາວ ຍັງໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກໍາມະການບໍລິຫານງານຂອງອົງການ ອຸຍຊີເຊບ (UNICEF) ສໍາລັບສົກປີ 2025-2027 ເຊິ່ງເປັນການສະແດງໃຫ້ເຫັນເຖິງຜົນສໍາເລັດ ໃນການເຄື່ອນໄຫວ ວຽກງານການທູດ ຂອງ ສປປ ລາວ ຈົນໄດ້ຮັບຄວາມໄວ້ເນື້້ອເຊື່ອໃຈຈາກບັນດາປະເທດເພື່ອນມິດ ກໍຄື ວົງຄະນະຍາດສາກົນ, ພ້ອມທັງໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ ຫົວໜ້າກົມ ແລະ ຂັ້ນພະແນກ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ເຊິ່ງເປັນການເພີ່ມທະວີກຳລັງແຮງຂັ້ນນຳພາ-ຊີ້ນຳຢູ່ພາຍໃນກະຊວງ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການໃນໜ້າທີ່ ການເມືອງ-ການຕ່າງປະເທດໃນໄລຍະໃໝ່. ພ້ອມດຽວກັນນັ້ນ, ກໍໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ຈົ່ງເພີ່ມທະວີ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າ ດ້ານຄຸນທາດການເມືອງ, ຄຸນ ສົມບັດສິນທຳປະຕິວັດ, ແບບແຜນການນຳພາ, ຄວາມເສຍສະລະ ເພື່ອສ່ວນລວມ, ຄວາມສາມັກຄີ ແລະ ຄວາມເປັນເອກະພາບ, ເດັດດ່ຽວສະກັດກັ້ນ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງນຳໜ້າ ໃນການນຳພາ-ຊີ້ນຳ ເພື່ອປະຕິບັດໜ້າທີ່ການເມືອງ ແລະ ການຕ່າງປະເທດ ໃຫ້ນັບມື້ນັບກວ້າງຂວາງ ໂດຍສະເພາະແມ່ນ ການບຸກທະລຸການທູດປ້ອງກັນເຫດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການເຄື່ອນໄຫວການທູດເສດຖະກິດ ເພື່ອການເຊື່ອມໂຍງພາກພື້ນ ແລະ ສາກົນ, ໄປພ້ອມໆກັບການສືບຕໍ່ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທ້າຍສະໄໝ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ທ້າຍສະໄໝ ແລະ ມະຕິກອງປະຊຸມ ດ້ານວຽກງານການຕ່າງປະເທດ ຄັ້ງທີ XIV ໃຫ້ປະກົດຜົນເປັນຈິງ ແລະ ສຸມໃສ່ ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງ V ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ຈະໄຂຂຶ້ນໃນທ້າຍປີ 2025 ນີ້.
ພາບ:ຂັນໄຊ
KPL