7043

ຂປລ. ຄະນະຜູ້ແທນ ຄະນະ ພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ (ຄຕພ) ຂປລ. ເມື່ອບໍ່ດົນມານີ້, ຢູ່ກະຊວງ ການເງິນ ໄດ້ມີພິທີສະສາງລົດລັດ ໃຫ້ພະນັກງານບໍານານທີ່ນໍາໃຊ້ໃນ ໄລຍະຜ່ານມາໃຫ້ກະຊວງປ້ອງກັນ ຄວາມສະຫງົບ ໂດຍມີທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມ ຄອງຊັບສິນແຫ່ງລັດ ກະຊວງ ການເງິນ, ທ່ານ ພົຈວ ແສງທອງ ເກື້ອບຸນລໍ້າ ຮອງຫົວໜ້າຫ້ອງວ່າ ການກະຊວງ ຄະນະຮັບຜິດຊອບ ສະສາງລົດຂອງກະຊວງປ້ອງກັນ ຄວາມສະຫງົບ, ມີຜູ້ຕາງໜ້າກົມ ໃຫຍ່ພະລາທິການກະຊວງປ້ອງກັນ ຄວາມສະຫງົບ, ມີພາກສ່ວນທີ່ກ່ຽວ ຂ້ອງ ແລະ ພະນັກງານອາວຸໂສ-ບໍາ ນານກະຊວງປ້ອງກັນຄວາມສະ ຫງົບ ເຂົ້າຮ່ວມ. ໃນພິທີທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນ ແຫ່ງລັດ ກະຊວງການເງິນໄດ້ຜ່ານ ຂໍ້ຕົກລົງວ່າດ້ວຍການສະສາງລົດ ລັດ, ຈຸດປະສົງເພື່ອເປັນການກຳນົດ, ຫລັກການ, ເປົ້າໝາຍ, ເງື່ອນໄຂ, ຂັ້ນ ຕອນ, ການສະສາງ, ການຖອນຄືນ ລົດຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ ບັນດາກະຊວງ, ອົງການປົກຄອງ ທ້ອງຖິ່ນແນໃສ່ຫັນກຳມະສິດລົດ ເທດເຂົ້າຮ່ວມ. ໃນພິທີ ທ່ານ ທົງສັກ ກົມມະ ເມືອງ ຮອງຫົວໜ້າກົມຄຸ້ມຄອງ xtmkoxtgmf 8h voIa [ xtmkolkol6 'l5 f ,kg]g-p lts]v';a ogfa doh vplkdq o c]t ;a olq omy la opk;j kfh ;ply fmy gfa d ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 05.06.2025 ປີທີ 24 ສະບັບທີ 6.198 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a ox6 d8Q ow,h csj '-kf c]t ;a ogfa doh vplkdq o ;a omu 1 ,y 45 ok 2025 1j k'l5 f.9K  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 dt-;'dko8j k'xtgmf xtdkfdko9a f8A ' Iv']a f4t,q o8u F sq ;|h kdq , c]t 0A ortcod 78r c]t dt-;'dko8j k'xtgmf s;Pfok, Ia fc|h odkoIj ;,,n lv'/j kp Iv'okpq d]a f4t,q o8u 8h voIa [ m6 fvy ogfp xt9e]k; 7q o.\j Iv'xtmko lo- leg]a fdko ]q '-5 dp6h ;Pd'ko16j c0;'sq ;ra o ຂປລ. ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ກະຊວງ ການຕ່າງປະເທດ ຈັດພິທີສະເຫລີມ ສະຫລອງວັນເດັກສາກົນ 1 ມິຖຸນາ, ວັນສົນທິສັນຍາວ່າດ້ວຍສິດທິເດັກ, ວັນເດັກໂລກ 20 ພະຈິກ ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ເດັກທຸກ ຄົນ: ສິດທິເທົ່າທຽມກັນ, ອະນາຄົດ ທີ່ປອດໄພ” ໃນວັນທີ 2 ມິຖຸນາ 2025 ໂດຍການເປັນປະທານ ຂອງທ່ານ ໄມທອງ ທໍາມະວົງສາ ຂປລ. ຕອນເຊົ້າວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການຈັດຕັ້ງຕຳ ແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນພະແນກຂອງ ກະຊວງການຕ່າງປະເທດ ພາຍ ໃຕ້ການເປັນປະທານຂອງທ່ານ ທອງສະຫວັນພົມວິຫານກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກກະຊວງ, ລັດຖະມົນຕີກະ ຊວງການຕ່າງປະເທດ, ມີຄະນະພັກຄະນະນຳກະຊວງ, ຄະນະກົມ, ຄະ ນະພະແນກ ແລະ ພະນັກງານ-ລັດ ຖະກອນຂອງກະຊວງການຕ່າງປະ ຂປລ. ໃນວັນທີ 3 ມິຖຸນາ 2025 ນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່າ  ອ່ານຕໍ່ໜ້າ 4 7tot-k;|5j ,dt-;' 4;m wfh Ia [m5 'w-oe|h k0t[;odkoc0j '0a o 4 [5 d ຂປລ. ພິທີມອບ-ຮັບທຸງໄຊ ນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ຄະນະຊາວໜຸ່ມ ປະຊາຊົນ ຂປລ. ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງ ພັກ, ຮອງປະທານສູນກາງແນວ ລາວສ້າງຊາດ(ສນຊ), ຫົວໜ້າ ອານຸກຳມະການໂຄສະນາ-ຂະບວນ ການ ແລະ ຍ້ອງຍໍ-ບຸກຄະລາກອນ ກະກຽມສະເຫລີມສະຫລອງວັນສ້າງ ຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ພ້ອມຄະນະໄດ້ລົງເຄື່ອນໄຫວ ຊຸກຍູ້ວຽກງານແນວລາວສ້າງຊາດ ຢູ່ແຂວງຫົວພັນ ລະຫວ່າງວັນທີ 31 ພຶດສະພາ-4 ມິຖຸນາ 2025 ໂດຍ ໄດ້ຮັບການຕ້ອນຮັບ ແລະ ຕິດຕາມ ຄະນະຂອງທ່ານ ວີເຕັງ ຈື່ໄມເຕັງ ປະທານແນວລາວສ້າງຊາດແຂວງ ແລະ ພາກສ່ວນກ່ຽວຂ້ອງຂອງ ເມືອງເຂົ້າຮ່ວມ. ການເຄື່ອນໄຫວຄັ້ງນີ້, ທ່ານຮອງ ປະທານ ສນຊ ໄດ້ພົບປະກຳມະການ ສນຊ ປະຈຳແຂວງ, ກຳມະການ ແນວລາວສ້າງຊາດແຂວງ, ເມືອງ ltlk']q f]a f .sh rtoa d'ko[eoko dt-;'xh v'da o7;k,lts'[q  ອ່ານຕໍ່ໜ້າ 4 lh k'7;k,g0A ,c0'.sh cdj zt]y f8tra o mh v'4yj ol6j 8ts]kflkdq o ຂປລ. ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບສະຖານ ເອກອັກຄະຣາຊະທູດ ແຫ່ງຣາຊະ ອານາຈັກໄທ ແລະ ອົງການປົກ ຄອງແຂວງຈໍາປາສັກ ຈັດງານ ສໍາມະນາດ້ານວິຊາການກ່ຽວກັບ ເສດຖະກິດໃນຫົວຂໍ້ “ການສ້າງ ຄວາມເຂັ້ມແຂງໃຫ້ແກ່ຜະລິດຕະພັນ ທ້ອງຖິ່ນສູ່ຕະຫລາດສາກົນ” ໃນ ວັນທີ2 ມິຖຸນາ 2025 ຜ່ານມາ ເພື່ອ ສະເຫລີມສະຫລອງ ຄົບຮອບ 75 ປີ ສາຍພົວພັນການທູດ ລາວ-ໄທ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ການ ຂປລ. ໃນວັນທີ 4 ມິຖຸນາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ ກຽດຕ້ອນຮັບທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ປະທານສານ ສູງ ສຸດ ແຫ່ງ ປະເທດມາເລເຊຍ ໃນ ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ ໃນລະຫວ່າງ ວັນທີ 3-6 ມິຖຸນາ 2025. ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງຕໍ່ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ທີ່ໄດ້ ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງ ນີ້ ເຊິ່ງເປັນການປະກອບສ່ວນອັນ ສຳຄັນເຂົ້າໃນການຮັດແໜ້ນການ ພົວພັນຮ່ວມມືໃນດ້ານຕ່າງໆ ໂດຍ ສະເພາະການຮ່ວມມືດ້ານຕຸລາການ ຂອງສອງປະເທດ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາ, ແໜ້ນແຟ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນບົດຮຽນ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 05/06/2025 xtgmf]k; ກະຊວງການຕ່າງປະເທດ... ຮອງນາຍົກລັດຖະມົນຕີ... ຮອງປະທານ ສນຊ... ຂປລ. ໃນວັນທີ 2 ມິຖຸນາ 2025 ທີ່ສະຖາບັນການຕ່າງປະ ເທດ, ກະຊວງການຕ່າງປະເທດ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນ ໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/19801/6/2025) ແລະ ວັນເດັກນ້ອຍ ສາກົນ ຄົບຮອບ 101 ປີ (1/6/ 1924-1/6/2025) ເປັນກຽດ ເຂົ້າຮ່ວມ ແລະ ນໍາພາປູກຕົ້ນໄມ້ ໂດຍທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ, ມີບັນດາທ່ານຮອງລັດຖະ ມົນຕີ ແລະ ຄະນະກົມ, ພ້ອມດ້ວຍ ພະນັກງານ-ລັດຖະກອນຂອງກະ ຊວງການຕ່າງປະເທດເຂົ້າຮ່ວມ. ການຈັດກິດຈະກໍາປູກຕົ້ນໄມ້ ຂອງກະຊວງການຕ່າງປະເທດ ຄັ້ງນີ້, ເພື່ອເປັນການສ້າງຂະບວນ ການຂ່ຳນັບຮັບຕ້ອນວັນປູກຕົ້ນໄມ້ ແຫ່ງຊາດ ແລະ ວັນເດັກນ້ອຍ ສາກົນ ວັນທີ 1 ມິຖຸນາ 2025, ທັງເປັນການປະຕິບັດຄຳຂວັນ ສ ສີຂຽວ ຂອງນະຄອນຫລວງ ວຽງຈັນທີ່ໄດ້ວາງອອກ, ສ້າງ ສະພາບແວດລ້ອມຢູ່ຂອບເຂດ ນະຄອນຫລວງວຽງຈັນ ກໍຄື ຂອບເຂດທົ່ວປະເທດໃຫ້ເປັນພື້ນ ທີ່ສີຂຽວ, ເຮັດໃຫ້ມີອາກາດທີ່ ສົດຊື່ນ ແລະ ສ້າງຄວາມຮົ່ມເຢັນ ທັງເປັນການປູກຈິດສໍານຶກໃຫ້ ແກ່ພະນັກງານ-ລັດຖະກອນໃຫ້ມີ ຈິດໃຈມັກຮັກໃນການປູກຕົ້ນໄມ້ ເພື່ອປົກປັກຮັກສາສິ່ງແວດລ້ອມ ທີ່ດີ. ກິດຈະກຳດັ່ງກ່າວ, ໄດ້ຈັດຂຶ້ນ ທຸກໆປີ ເພື່ອເພີ່ມພື້ນທີ່ສີຂຽວໃຫ້ກັບ ທຳມະຊາດ ແລະ ເພື່ອສະເຫລີມ ສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ໃຫ້ເປັນຂະບວນການຟົດຟື້ນ. ສຳລັບ ປີນີ້, ກະຊວງການຕ່າງປະເທດໄດ້ ປູກຕົ້ນໄມ້ 18 ຕົ້ນ ປະກອບມີຕົ້ນໄມ້ ຮົ່ມ, ຕົ້ນໄມ້ມີດອກ ແລະ ຕົ້ນໄມ້ໃຫ້ ໝາກ ຄື: ຕົ້ນບາລະມີ, ຕົ້ນດອກ ຄູນ, ຕົ້ນໝາກມ່ວງ, ຕົ້ນໝາກອາໂວ ກາໂດ, ຕົ້ນໝາກຜູພັນໜ່ວຍໃຫຍ່, ຕົ້ນໝາກຊົມພູ (ໝາກຈຽງ) ແລະ ຕົ້ນຝາງແດງ. dt-;'dko8j k'xtgmf 9a fdy f9tde x6 d8Q ow,h .o;a ox6 d8Q ow,h csj '-kf ນັບຂອງທ່ານ ໂຢເກສວາ ສັງວານ (Mr. Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ພ້ອມ ຄະນະໃນໂອກາດທີ່ມາດໍາລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດປະ ຈໍາ ສປປ ລາວ ຄົນໃໝ່. ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ໂຢເກສວາ ສັງວານ ທີ່ໄດ້ຮັບການ ແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ຄົນໃໝ່. ພ້ອມທັງ, ຊົມເຊີຍຕໍ່ການມາປະຕິບັດ ວຽກງານຂອງທ່ານເອກອັກຄະ ລັດຖະທູດ ແລະ ຍັງໄດ້ຕີລາຄາສູງ ໃນການຮ່ວມມືໃນຕໍ່ໜ້າ ເພື່ອເປັນ ການປະກອບສ່ວນເຂົ້າໃນການພັດ ທະນາປະເທດຊາດ ກໍຄື ປະກອບ ສ່ວນເຂົ້າໃນການຊຸກຍູ້ສາຍພົວພັນ ລາວ-ອິນເດຍ ໃຫ້ນັບມື້ນັບມີການ ຂະຫຍາຍຕົວ. ໂອກາດນີ້, ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄວາມ ຄິດເຫັນໃນດ້ານວຽກງານຕ່າງໆ ເຊິ່ງທັງສອງຝ່າຍໄດ້ເຫັນດີເປັນ ເອກະພາບໃນການພົວພັນຮ່ວມມື ຊ່ວຍເຫລືອເຊິ່ງກັນ ໂດຍສະເພາະ ຂົງເຂດວຽກງານປ້ອງກັນຄວາມ ສະຫງົບ ໃຫ້ນັບມືແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຍັງໄດ້ອວຍພອນໄຊ ໃຫ້ທ່ານ ໂຢເກສວາ ສັງວານ ຈົ່ງ ປະຕິບັດໜ້າທີ່ອັນມີກຽດທີ່ພັກ-ລັດ ມອບໝາຍໃຫ້ມີຜົນສໍາເລັດອັນຈົບ ງາມ ແລະ ຂໍອວຍພອນໃຫ້ສາຍ ພົວພັນຮ່ວມມືລະຫວ່າງ ລາວອິນເດຍ ທີ່ມີມາແຕ່ດົນນານຈົງໝັ້ນ ຄົງທະນົງແກ່ນຕະຫລອດໄປ. ໂອກາດດຽວກັນ, ທ່ານ ໂຢເກ ສວາ ສັງວານ ກໍໄດ້ສະແດງຄວາມ ຂອບໃຈເປັນຢ່າງສູງມາຍັງທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ທີ່ໃຫ້ ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ ສະແດງຄວາມໝາຍໝັ້ນວ່າ ຈະສືບ ຕໍ່ເຮັດວຽກຮ່ວມກັບ ສປປ ລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບ ເພື່ອປະກອບສ່ວນຊຸກຍູ້ແລະ ສົ່ງເສີມ ການພົວພັນຮ່ວມມືສອງຝ່າຍໃນ ຂົງເຂດວຽກງານດ້ານຕ່າງໆ ໃຫ້ ແຕກດອກອອກຜົນໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນສອງປະເທດ. ຂໍ້ມູນ-ພາບ: ໜັງສືພິມຄວາມສະຫງົບ ຊຳເໜືອ ເພື່ອຊຸກຍູ້ບາງວຽກເປັນ ຕົ້ນ ໄດ້ເນັ້ນຄືນນິຕິກຳຕ່າງໆກ່ຽວກັບ ການກະກຽມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ເຊິ່ງການສະເຫລີມ ສະຫລອງແມ່ນຕິດພັນກັບ 3 ວັນ ປະຫວັດສາດຂອງພັກ-ຂອງຊາດ ແລະ ຂະບວນກະກຽມດຳເນີນກອງ ປະຊຸມໃຫຍ່ 3 ຂັ້ນ, ທັງໄດ້ຮັບຟັງ ພະນັກງານ, ຄະນະຈັດຕັ້ງສູນກາງ ພັກ ໄດ້ຜ່ານດໍາລັດຂອງນາຍົກ ລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີກະຊວງການຕ່າງ ການລາຍງານກ່ຽວກັບການກະ ກຽມສະເຫລີມສະຫລອງວັນສໍາຄັນ ດັ່ງກ່າວ, ຮັບຟັງການແລກປ່ຽນຄໍາ ເຫັນ ແລະ ຄຳສະເໜີຕ່າງໆ. ໂອກາດນີ້, ທ່ານຮອງປະທານ ສູນກາງແນວລາວສ້າງຊາດ ກໍໄດ້ ລົງພົບປະກໍາມະການແນວລາວ ສ້າງຊາດ ບ້ານຊຽງຄໍ້ ເມືອງຊຽງ ຄໍ້ ໂດຍທ່ານໄດ້ຊີ້ນຳໃຫ້ກຳມະການ ແນວລາວສ້າງຊາດ ທຸກຂັ້ນເຕົ້າ ໂຮມຄວາມສາມັກຄີພາຍໃນໃຫ້ ແໜ້ນແຟ້ນ, ຮັກສາຮີດຄອງປະເພນີ ແລະ ມູນເຊື້ອອັນດີງາມຂອງບ້ານ ຂອງເມືອງ, ພ້ອມກັນອະນຸລັກຮັກ ສາທຳມະຊາດ ແລະ ຮ່ອງຮອຍປະ ຫວັດສາດຂອງການປະຕິວັດໄວ້ໃຫ້ ຄົນຮຸ່ນຫລັງໄດ້ຮັບຮູ້-ສືບທອດ. ຈາກ ນັ້ນ, ໄດ້ລົງຊຸກຍູ້ວຽກງານໂຄສະນາ ຂົນຂວາຍ ຢູ່ເມືອງວຽງໄຊ ໂດຍໄດ້ ຊີ້ນໍາກ່ຽວກັບການປັບປຸງຫ້ອງວາງ ສະແດງມູນເຊື້ອຄືນໃໝ່ ເພື່ອສ້າງ ຂະບວນການຕ້ອນຮັບວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ ທີ່ຈະມາເຖິງ. ໃນໂອກາດດັ່ງກ່າວ, ທ່ານຮອງ ປະທານສູນກາງແນວລາວສ້າງ ຊາດ ພ້ອມຄະນະ ຍັງໄດ້ໄປທ່ຽວຊົມ ເຂດອະນຸສອນສະຖານຖ້ຳປະຫວັດ ສາດຂອງການປະຕິວັດລາວ ແລະ ຢ້ຽມຢາມເຂດດ່ານສາກົນ ນໍ້າໂສຍນາແມວ, ພ້ອມທັງພົບປະໂອ້ລົມພະ ນັກງານປະຈໍາດ່ານ ຕື່ມອີກ. ຂ່າວ: ພ.ບຸບຜາ; ພາບ: ອະໂນມາ ປະທານປະເທດ... ດ້ານຕຸລາການ ແລະ ອື່ນໆ ເຊິ່ງກັນ ແລະ ກັນ ຕະຫລອດໄປ. ພ້ອມທັງ ຕີລາຄາສູງ ແລະ ສະໜັບສະໜູນ ການຮ່ວມມືລະຫວ່າງສອງອົງການ ຕຸລາການ ລາວ-ມາເລເຊຍ. ສປປ ລາວ ຍາມໃດກໍໃຫ້ຄວາມ ສໍາຄັນຕໍ່ການພົວພັນກັບມາເລເຊຍ ທີ່ເປັນປະເທດໜຶ່ງໃນຄອບຄົວອາ ຊຽນ ທີ່ມີປະຫວັດການພົວພັນ ແລະ ຮ່ວມມືກັບ ສປປ ລາວ ຕະຫລອດ ໄລຍະຜ່ານມາ ແລະ ປີ 2026 ທີ່ຈະ ມາເຖິງນີ້ ແມ່ນເປັນຂີດໝາຍທີ່ສໍາ ຄັນເພາະພວກເຮົາຈະໄດ້ພ້ອມກັນ ສະເຫລີມສະຫລອງວັນຄົບຮອບ 60 ປີ ແຫ່ງການສ້າງສາຍພົວພັນ ການທູດລະຫວ່າງ ສປປ ລາວ ແລະ ມາເລເຊຍ. ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ກໍໄດ້ສະແດງຄວາມ ຂອບໃຈຕໍ່ທ່ານ ທອງລຸນ ສີສຸລິດ ທີ່ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນ ຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງ ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານປະທານ ປະເທດຮັບຊາບ ເຊິ່ງການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ ໃນຄັ້ງນີ້, ເພື່ອເພີ່ມທະວີການ ຮ່ວມມືລະຫວ່າງອົງການຕຸລາການ ອາຊຽນ, ປຶກສາຫາລືການປະຕິບັດ ວຽກງານດ້ານການກະກຽມສ້າງ ຕັ້ງສະມາຄົມນັກກົດໝາຍແຫ່ງ ສປປ ລາວ ເພື່ອກະກຽມສະເໜີເຂົ້າເປັນ ສະມາຊິກສະມາຄົມນັກກົດໝາຍ ອາຊຽນ. ຂ່າວ: ທະນູທອງ; ພາບ: ຂັນໄຊ ປະເທດ ສະບັບເລກທີ652\ນຍ, ລົງ ວັນທີ 29 ພະຈິກ 2024, ແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ຊຶ່ງກ່ອນໜ້າທີ່ທ່ານຈະມາ ຮັບໜ້າທີ່ເປັນຮອງລັດຖະມົນຕີ ໄດ້ ດຳລົງຕຳແໜ່ງເປັນເອກອັກຄະລັດ ຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການສະຫະ ປະຊາຊາດ ທີ່ນິວຢອກ, ສະຫະລັດ ອາເມລິກາ. ພ້ອມນີ້, ກໍໄດ້ຜ່ານດຳ ລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງທ່ານ ນາງ ແສງດາວັນ ວົງໄຊ ເປັນຫົວໜ້າກົມອາຊຽນ ແລະ ປະກາດແຕ່ງຕັ້ງຫົວໜ້າພະແນກ ຈຳນວນ 1 ທ່ານ ແລະ ຮອງຫົວໜ້າ ພະແນກ ຈໍານວນ 5 ທ່ານ, ຍິງ 3 ທ່ານ. ຈາກນັ້ນ, ກໍໄດ້ຈັດພິທີມອບ ສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ໃຫ້ ທ່ານ ແສງມະນີ ດາລາວົງ ຮອງ ຫົວໜ້າກົມພິທີການທູດ ເປັນກົງສຸນ ໃຫຍ່ ແຫ່ງ ສປປ ລາວ ປະຈຳ ຊາງ ຊາ, ສປ ຈີນ ແລະ ທ່ານ ພັນທະວົງ ບຸດທະສະວົງ ຮອງຫົວໜ້າກົມອາຊີ- ປາຊີຟິກ ແລະ ອາຟຣິກາ ເປັນກົງສຸນ ໃຫຍ່ແຫ່ງ ສປປ ລາວ ປະຈຳ ກວາງ ໂຈ, ສປ ຈີນ. ໃນພິທີດັ່ງກ່າວ, ທ່ານ ທອງສະ ຫວັນພົມວິຫານກໍາມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ກະຊວງ, ລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການ ປະຕິບັດໜ້າທີ່ວຽກງານຂອງຮອງ ລັດຖະມົນຕີ ທີ່ໄດ້ຮັບການແຕ່ງຕັ້ງ ໃໝ່ ໃນໄລຍະຜ່ານມາ ໂດຍສະເພາະ ໃນໄລຍະທີ່ ສປປ ລາວ ເຮັດໜ້າທີ່ ເປັນສະມາຊິກສະພາເສດຖະກິດສັງຄົມ ສປຊ (ECOSOC) ໃນ ສົກປີ 2023-2025. ນອກນີ້, ໃນປີ 2025 ສປປ ລາວ ຍັງໄດ້ຮັບການ ເລືອກຕັ້ງເປັນສະມາຊິກຄະນະກໍາມະ ການບໍລິຫານງານຂອງອົງການ ອຸຍນີເຊບ (UNICEF) ສໍາລັບສົກ ປີ 2025-2027 ເຊິ່ງເປັນການ ສະແດງໃຫ້ເຫັນເຖິງຜົນສໍາເລັດໃນ ການເຄື່ອນໄຫວວຽກງານການທູດ ຂອງສປປລາວຈົນໄດ້ຮັບຄວາມໄວ້ ເນື້້ອເຊື່ອໃຈຈາກບັນດາປະເທດເພື່ອນ ມິດ ກໍຄື ວົງຄະນະຍາດສາກົນ, ພ້ອມ ທັງໄດ້ຕີລາຄາສູງ ແລະ ສະແດງ ຄວາມຊົມເຊີຍຕໍ່ຫົວໜ້າກົມ ແລະ ຂັ້ນພະແນກທີ່ໄດ້ຮັບການແຕ່ງຕັ້ງ ໃໝ່ ເຊິ່ງເປັນການເພີ່ມທະວີກຳລັງ ແຮງຂັ້ນນຳພາ-ຊີ້ນຳຢູ່ພາຍໃນກະ ຊວງ ແລະ ເພື່ອຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການໃນໜ້າທີ່ ການເມືອງ-ການຕ່າງປະເທດໃນ ໄລຍະໃໝ່. ພ້ອມດຽວກັນນັ້ນ, ກໍ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງ ໃໝ່ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ຈົ່ງເພີ່ມທະວີ ແລະ ຍົກສູງຄວາມ ເປັນແບບຢ່າງນຳໜ້າດ້ານຄຸນທາດ ການເມືອງ, ຄຸນສົມບັດສິນທຳ ປະຕິວັດ, ແບບແຜນການນຳພາ, ຄວາມເສຍສະລະ ເພື່ອສ່ວນລວມ, ຄວາມສາມັກຄີ ແລະ ຄວາມເປັນ ເອກະພາບ, ເດັດດ່ຽວສະກັດກັ້ນ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງນຳໜ້າ ໃນການນຳພາ-ຊີ້ນຳ ເພື່ອປະຕິບັດ ໜ້າທີ່ການເມືອງ ແລະ ການຕ່າງ ປະເທດ ໃຫ້ນັບມື້ນັບກວ້າງຂວາງ ໂດຍສະເພາະແມ່ນການບຸກທະລຸ ການທູດປ້ອງກັນເຫດ ເພື່ອປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ແລະ ການເຄື່ອນໄຫວ ການທູດເສດຖະກິດ ເພື່ອການເຊື່ອມ ໂຍງພາກພື້ນ ແລະ ສາກົນ, ໄປ ພ້ອມໆກັບການສືບຕໍ່ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທ້າຍສະໄໝ, ມະຕິກອງ ປະຊຸມໃຫຍ່ຂອງອົງຄະນະພັກກະ ຊວງການຕ່າງປະເທດຄັ້ງທີ IVທ້າຍ ສະໄໝ ແລະ ມະຕິກອງປະຊຸມດ້ານ ວຽກງານການຕ່າງປະເທດ ຄັ້ງທີ XIV ໃຫ້ປະກົດຜົນເປັນຈິງ ແລະ ສຸມ ໃສ່ກະກຽມໃຫ້ແກ່ການດຳເນີນກອງ ປະຊຸມໃຫຍ່ ຄັ້ງ V ຂອງອົງຄະນະ ພັກກະຊວງການຕ່າງປະເທດທີ່ຈະ ໄຂຂຶ້ນໃນທ້າຍປີ 2025 ນີ້. ພາບ: ຂັນໄຊ

xtgmf]k; 3 05/06/2025 0j k; c]t gsfdko ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ vq 'dkoco;]k;lh k'-kfg,n v'g]q j k'k, ,u zq o'kos]kpfh ko ເປັນເວລາ 5 ປີມານີ້, ຄະນະ ກຳມະການອົງການແນວລາວສ້າງ ຊາດເມືອງເລົ່າງາມ ແຂວງສາລະ ວັນໄດ້ຈັດຕັ້ງປະຕິບັດວຽກງານ ຂອງຕົນຢ່າງໄດ້ຮັບຜົນສຳເລັດ ຫລາຍດ້ານ ໂດຍສະເພາະແມ່ນ ການສຶກສາອົບຮົມຄວາມສາມັກຄີ ປອງດອງ, ການເຊື່ອຖືສາສະໜາ, ຮັກຊາດ, ລະດົມທຶນສ້າງສາພັດທະ ນາພື້ນຖານໂຄງລ່າງອື່ນໆ. ຜົນງານອັນພົ້ນເດັ່ນດັ່ງກ່າວ ໄດ້ຖືກຍົກໃຫ້ເຫັນໃນກອງປະຊຸມ ໃຫຍ່ຜູ້ແທນຂອງຄະນະກຳມະການ ອົງການແນວລາວສ້າງຊາດເມືອງ ເລົ່າງາມ ຄັ້ງທີ VIII ເມື່ອທ້າຍ ເດືອນພຶດສະພາ 2025 ຜ່ານມານີ້, ຈາກສະຫາຍ ນາງ ສຸພີ ດວງປັນຍາ ຄະນະປະຈຳພັກເມືອງ ປະທານ ແນວລາວສ້າງຊາດເມືອງວ່າ: ຕະ ຫລອດໄລຍະ 5 ປີຜ່ານມາ ໂດຍ ສະເພາະນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ VII, ອົງການແນວລາວສ້າງ ຊາດເມືອງໄດ້ເອົາໃຈໃສ່ສຶກສາ ອົບຮົມນຳໃຈຮັກຊາດ, ຮັກລະບອບ ປະຊາທິປະໄຕ ປະຊາຊົນ, ເສີມ ສ້າງພັນທະພາບລະຫວ່າງຊົນຊັ້ນ ກຳມະກອນ-ຊາວກະສິກອນ, ປັນ ຍາຊົນ, ພະນັກງານ-ລັດຖະກອນ ໃນທົ່ວສັງຄົມຢ່າງຕັ້ງໜ້າ, ໄດ້ຖື ສຳຄັນວຽກງານສາສະໜາເປັນຕົ້ນ ໄດ້ຝຶກອົບຮົມ, ໄດ້ເຂົ້າຮ່ວມແນະ ນຳການດຳເນີນພິທີກຳໃຫ້ຖືກຕາມ ຫລັກສິນທຳ, ຮີດຄອງປະເພນີ ແລະ ກົດໝາຍ, ປົກປ້ອງສິດໃນການ ເຊື່ອຖື ຫລື ບໍ່ເຊື່ອຖືສາສະໜາຂອງ ພົນລະເມືອງ, ສະຖາບັນສາສະໜາ ສ່ວນໃຫຍ່ກໍມີຈິດໃຈສັດທາ, ນອກ ນັ້ນ ຍັງໄດ້ເຂົ້າຮ່ວມຊ່ວຍວຽກງານ ປະກາດວັດບ້ານໜອງຈົວ ເປັນ ແຫລ່ງທ່ອງທ່ຽວທາງດ້ານວັດທະ ນະທຳ ແລະ ທຳມະຊາດ, ຊ່ວຍ ວຽກງານສຶກສາສົງ, ຊ່ວຍວຽກ ງານບັນຊາສຳມະເນນທີ່ວັດປາກ ທໍ່ ແລະ ອື່ນໆ. ອັນພົ້ນເດັ່ນໃນ 5 ປີ ທາງອົງການແນວລາວສ້າງຊາດ ເມືອງແມ່ນໄດ້ເຂົ້າຮ່ວມການສ້າງ ຂະບວນການລະດົມທຶນພິທີປະ ກາດບ້ານໜອງແກ ກາຍເປັນຕົວ ເມືອງນ້ອຍໃນຊົນນະບົດເປັນເງິນ ສົດ 32 ລ້ານກວ່າກີບ, ໄດ້ນຳພາ ສ້າງຂະບວນການລະດົມທຶນສ້າງ ເສັ້ນທາງຕັດໃໝ່ບ້ານອົ້ນນ້ອຍບ້ານນ້ຳແບ່ງ ເປັນເງິນ 120 ລ້ານ ກີບ, ໄດ້ປະກອບສ່ວນທຶນຮອນ ເປັນວັດຖຸຊ່ວຍປະກາດພິທີເປີດນຳ ໃຊ້ການບໍລິການຜ່ານປະຕູດຽວ ລວມມູນຄ່າ 74 ລ້ານກວ່າກີບ, ໄດ້ລົງເຄື່ອນໄຫວເຜີຍແຜ່ສິນລະ ທຳຢູ່ໂຮງຮຽນ ມສ ໃນທົ່ວເມືອງ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me —Ê “¤§ໜÇ ©“’ ž່າຕÊ່ Ž rh v,da oxq dxa dIa dlkly j 'c;f]h v, grn j vs]5 fzj vozq odtmq [mk'me,t-kf ວັນທີ 5 ມິຖຸນາຂອງທຸກໆປີ ກໍ່ ແມ່ນອີກມື້ໜຶ່ງທີ່ມີຄວາມສໍາຄັນຫລາຍ ໂດຍສະເພາະແມ່ນວັນສ້າງຕັ້ງວັນສິ່ງ ແວດລ້ອມໂລກຄົບຮອບ 52 ປີ ແລະ ວັນສ້າງຕັ້ງວັນສິ່ງແວດລ້ອມແຫ່ງ ຊາດຄົບຮອບ 26 ປີ ເຊິ່ງໃນແຕ່ລະປີ ທົ່ວພັກ-ລັດ, ທົ່ວສັງຄົມລ້ອມແຕ່ໄດ້ ພ້ອມກັນຈັດພິທີສະເຫລີມສະຫລອງ ວັນດັ່ງກ່າວຢ່າງມີຄວາມໝາຍເລິກ ເຊິ່ງ ທັງນີ້ກໍ່ເພື່ອເປັນການປູກຈິດສໍາ ນຶກ ແລະ ປຸກລະດົມໃຫ້ປວງຊົນລາວ ບັນດາເຜົ່າ, ບັນດາອົງການຈັດຕັ້ງລັດ, ເອກະຊົນ ແລະ ອົງການ ຈັດຕັ້ງສັງຄົມ ໃນຂອບເຂດທົ່ວປະເທດ ໄດ້ສະແດງ ຄວາມຮັກ, ຫວງແຫນ, ເຫັນຄວາມສໍາ ຄັນຂອງສິ່ງແວດລ້ອມ ແລະ ເປັນເຈົ້າ ການຮ່ວມມືກັນປົກປັກຮັກສາສິ່ງ ແວດລ້ອມ ອັນລໍ້າຄ່າຂອງພວກເຮົາ. ດັ່ງທີ່ພວກເຮົາຮູ້ແລ້ວວ່າ ສິ່ງແວດ ລ້ອມ ແມ່ນປັດໄຈຕົ້ນຕໍໃນການດໍາລົງ ຊີວິດຂອງຄົນເຮົາ ແລະ ເປັນທຸກສິ່ງ ສິ່ງແວດລ້ອມ. ອີງຕາມຂໍ້ມູນຈາກ ອົງ ການສະຫະປະຊາຊາດ ເພື່ອສິ່ງແວດ ລ້ອມ, ໃນແຕ່ລະປີ ມີການຜະລິດປລາສ ຕິກ ຫລາຍກວ່າ 400 ລ້ານໂຕນ ໃນ ທົ່ວໂລກ ຊຶ່ງ 50 ຂອງປລາສຕິກ ແມ່ນໃຊ້ພຽງຄັ້ງດຽວກໍຖິ້ມເປັນຂີ້ ເຫຍື້ອ ອັນເຮັດໃຫ້ເກີດມີບັນຫາຂີ້ ເຫຍື້ອປລາສຕິກ ຊຶ່ງໃນທົ່ວໂລກມີ ປະມານ 6.300 ລ້ານໂຕນ. ໃນນັ້ນ, ປະມານ 9 ຖືກນໍາມາໃຊ້ຄືນໃໝ່, 12 ຖືກຈູດເຜົາ, 79 ແມ່ນຖືກ ນໍາໄປຖິ້ມໃນສະໜາມຂີ້ເຫຍື້ອ ແລະ ມີຈໍານວນໜຶ່ງຖືກຖິ້ມຊະຊາຍໂດຍບໍ່ມີ ການກໍາຈັດຢ່າງຖືກວິທີ. ໃນໄລຍະຜ່ານມາ ອົງການສະຫະ ປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ໄດ້ຮ່ວມ ກັບລັດຖະບານ ໃນການແກ້ໄຂການປ່ຽນແປງດິນຟ້າ ອາກາດ ເປັນບຸລິມະສິດໜຶ່ງ ແລະ ສະ ແດງຄວາມມຸ່ງໝັ້ນທີ່ຈະຕໍ່ສູ້ກັບການ ໄດ້ຈຳນວນ 9 ແຫ່ງ ມີໄວໜຸ່ມ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ 2.350 ກວ່າເທື່ອຄົນ, ໄດ້ປຸກ ລະດົມຂົນຂວາຍປະຊາຊົນ, ຊັ້ນຄົນ ຕ່າງໆເຂົ້າຮ່ວມແຂ່ງຂັນຮັກຊາດ ແລະ ພັດທະນາໂດຍສະເພາະແມ່ນ ເປີດຂະບວນການສ້າງຄອບຄົວ ແລະ ສ້າງບ້ານສາມັກຄີປອງດອງ, ປັດຈຸບັນທົ່ວເມືອງເລົ່າງາມ ໄດ້ ຮັບຮອງຄອບຄົວສາມັກຄີປອງ ດອງແລ້ວ 95 ບ້ານ. ຂະນະທີ່ກອງປະຊຸມໃຫຍ່ຂອງ ອົງການແນວລາວສ້າງຊາດເມືອງ ເລົ່າງາມຄັ້ງນີ້, ໄຂຂຶ້ນທ່າມກາງ ທີ່ ທົ່ວພັກ-ທົ່ວກອງທັບ ແລະ ທົ່ວປວງ ຊົນລາວທັງຊາດເວົ້າລວມ, ເວົ້າ ສະເພາະແມ່ນປະຊາຊົນບັນດາເຜົ່າ ຊາວເມືອງເລົ່າງາມວິລະຊົນ ແມ່ນ ໄດ້ສຸມຈິດສຸມໃຈສ້າງຂະບວນການ ໃນດ້ານຕ່າງໆ ເພື່ອຂໍ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ອົງຄະນະພັກແຂວງສາລະວັນ, ຢູ່ ໃນໄລຍະຜັນຂະຫຍາຍມະຕິກອງ ປະຊຸມຄັ້ງທີ XIII ຂອງຄະນະພັກ ເມືອງເລົ່າງາມ ພາຍໃຕ້ຄຳຂວັນ “ເພີ່ມທະວີກ້ອນກຳລັງມະຫາ ສາມັກຄີປອງດອງໃນທົ່ວປ່ວງຊົນ ລາວບັນດາເຜົ່າ, ຍົກສູງນຳໃຈຮັກ ຊາດ, ເຊີດຊູບົດບາດຂອງວຽກງານ ແນວລາວສ້າງຊາດ, ປຸກລະດົມ ຂົນຂວາຍກຳລັງແຮງໃນທຸກຊັ້ນ ຄົນ, ສ້າງຂະບວນການປະຕິບັດຂໍ້ ແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງບາດກ້າວບຸກທະລຸທັງ 4 ດ້ານ ໃຫ້ມີຄວາມເຂັ້ມແຂງຮອບດ້ານ”. ໄພພິບັດເຫລົ່ານີ້ ມີແນວໂນ້ມທີ່ຈະເພີ່ມ ສູງຂຶ້ນ ເນື່ອງຈາກການປ່ຽນແປງດິນ ຟ້າອາກາດ. ວິທີໜຶ່ງທີ່ຈະຊ່ວຍ ທັງຫລຸດຜ່ອນ ຜົນກະທົບ ແລະ ປັບຕົວເຂົ້າກັບການ ປ່ຽນແປງດິນຟ້າອາກາດ ແມ່ນການ ປູກຕົ້ນໄມ້ໃຫ້ຫລາຍຂຶ້ນ. ລັດຖະບານ ໄດ້ວາງເປົ້າໝາຍໄວ້ວ່າ ຈະເພີ່ມເນື້ອ ທີ່ປ່າໄມ້ໃຫ້ໄດ້ 70 ເຊິ່ງອົງການສະ ຫະປະຊາຊາດ ເພື່ອການພັດທະນາ ໄດ້ ປະກອບສ່ວນໃນຄວາມພະຍາຍາມນີ້ ໂດຍສະເພາະແມ່ນຢູ່ແຂວງສະຫວັນ ນະເຂດ ໄດ້ເຮັດວຽກຮ່ວມກັບຊຸມຊົນ ເພື່ອຮັບປະກັນວ່າ ເຂົາເຈົ້າມີທາງເລືອກ ໃນການປະກອບອາຊີບເຊັ່ນ: ການ ທ່ອງທ່ຽວແບບອະນຸລັກທໍາມະຊາດ ເພື່ອແນໃສ່ຢຸດຕິຄວາມກົດດັນຕໍ່ປ່າ ໄມ້. ຂະນະດຽວກັນ ກໍ່ດຳເນີນກິດຈະ ກຳຟື້ນຟູປ່າໄມ້ ໂດຍຜ່ານໂຄງການ ເຊື່ອມໂຍງ ສິ່ງແວດລ້ອມເຂົ້າໃນວຽກ ງານແກ້ໄຂຄວາມທຸກຍາກ ຕິດພັນກັບ ການສ້າງຄວາມຫລາກຫລາຍທາງ ດ້ານເສດຖະກິດ. ການເຕີບໂຕທາງ ເສດຖະກິດຂອງ ສປປ ລາວ ແມ່ນອີງ ໃສ່ການນຳໃຊ້ຊັບພະຍາກອນທຳມະ ຊາດ ເປັນສ່ວນໃຫຍ່ແລະ ຍັງມີໂອກາດ ໃນການສ້າງແຫລ່ງລາຍຮັບອື່ນໆອີກ. ຢ່າງໃດກໍ່ດີວັນສິ່ງແວດລ້ອມໂລກ ປີນີ້, ພວກເຮົາຈົ່ງຮ່ວມມືກັນໃນການ ຄຸ້ມຄອງສິ່ງເສດເຫລືອຕ່າງໆ, ຄຸ້ມ ຄອງປ່າໄມ້, ປູກໄມ້ ເພື່ອຮັກສາໂລກ ຂອງພວກເຮົາໃຫ້ມີຄວາມໜ້າຢູ່ ອາ ກາດປອດໂປ່ງ ທັງສ້າງໄປສູ່ໂລກທີ່ສະ ອາດ ແລະ ເປັນມິດກັບສິ່ງແວດລ້ອມ ຫລາຍຂຶ້ນ ແລະ ເພື່ອຄວາມສວຍງາມ, ຄວາມສະອາດ ແລະ ຄວາມເປັນມິດ ຕໍ່ສິ່ງແວດລ້ອມຂອງ ສປປ ລາວ ເຮົາ. ທຸກຢ່າງທີ່ເຮັດໃຫ້ສິ່ງມີທີ່ຊີວິດດໍາລົງ ຄົງຕົວຢູ່ໄດ້ຕາມສະພາບຂອງມັນ, ໝາຍຄວາມວ່າ ຖ້າຫາກພວກເຮົາມີສິ່ງ ແວດລ້ອມທີ່ດີ ຄົນ, ສັດ ແລະ ພືດ ກໍ ມີສຸຂະພາບດີ, ລະບົບນິເວດກໍອຸດົມ ສົມບູນ, ການດໍາລົງຢູ່ຂອງສິ່ງມີຊີວິດ ມີຄວາມປອດໄພ, ສະອາດ ແລະ ທໍາມະ ຊາດກໍຂຽວສົດງົດງາມ. ປັດຈຸບັນ, ປະຊາກອນໂລກໃນທຸກພາກພື້ນ ກໍາ ລັງຜະເຊີນກັບສິ່ງທ້າທາຍຈາກການ ເສື່ອມໂຊມຂອງສິ່ງແວດລ້ອມ, ການ ສູນເສຍຄວາມຫລາກຫລາຍທາງດ້ານ ຊີວະນາໆພັນແລະການປ່ຽນແປງຂອງ ສະພາບດິນຟ້າອາກາດ ເປັນຕົ້ນ ບັນຫາ ມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້າຂຶ້ນນັບມື້. ເນື່ອງຈາກການຂະຫຍາຍຕົວຢ່າງໄວ ວາຂອງເສດຖະກິດໂລກ ໃນໄລຍະ ຜ່ານມາ, ສັງຄົມເຮົາໄດ້ມີການຜະລິດ ແລະ ນໍາໃຊ້ຜະລິດຕະພັນ ທີ່ເຮັດ ດ້ວຍປລາສຕິກ ເພື່ອອໍານວຍຄວາມ ສະດວກໃນຊີວິດປະຈໍາວັນຫລາຍຂຶ້ນ ຊຶ່ງເປັນການສ້າງຂີ້ເຫຍື້ອເພີ່ມຂຶ້ນ ແລະ ກາຍເປັນບັນຫາໃຫຍ່ທາງດ້ານ ປ່ຽນແປງດິນຟ້າອາກາດ. ເຖິງແມ່ນ ວ່າການປ່ອຍອາຍກາສສູ່ໂລກຂອງ ສປປ ລາວ ມີໜ້ອຍ, ແຕ່ ສປປ ລາວ ກໍໄດ້ຮັບຜົນປະໂຫຍດຫລາຍຈາກ ການຫລຸດຜ່ອນຜົນກະທົບຈາກການ ປ່ຽນແປງດິນຟ້າອາກາດ ແລະ ການ ປັບຕົວເຂົ້າກັບຜົນກະທົບຈາກການ ປ່ຽນແປງດິນຟ້າອາກາດ ໃນຂະແໜງ ການຜະລິດຕ່າງໆ. ການປ່ຽນແປງດິນ ຟ້າອາກາດ ໂດຍສະເພາະເນື່ອງຈາກ ວ່າສປປລາວກຳລັງກ້າວສູ່ການຫລຸດ ພົ້ນອອກຈາກສະຖານະພາບປະເທດ ດ້ອຍພັດທະນາ ຜົນປະໂຫຍດທີ່ໄດ້ ມາຈາກການພັດທະນາທີ່ໃຫຍ່ຫລວງ ນີ້ ອາດຈະຖືກທຳລາຍໂດຍໄພພິບັດ ທາງທຳມະຊາດກໍ່ເປັນໄດ້ເປັນຕົ້ນ ນໍ້າ ຖ້ວມ, ໄພແຫ້ງ ແລ້ງ, ດິນເຈື່ອນ ແລະ ອື່ນໆ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ ປະເທດທີ່ບໍ່ມີຊາຍແດນຕິດກັບທະ ເລ ເປັນເວລາຫລາຍປີແລ້ວ. ການເກີດ ພາບປະກອບ

05/06/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ສະຫລອງວັນເດັກສາກົນ... ສະສາງລົດລັດ... ສ້າງຄວາມເຂັ້ມແຂງ... ຄຕພ... ຄະນະຊາວໜຸ່ມ... ຂອງລັດ ທີ່ພະນັກງານໄດ້ນຳໃຊ້ ປັດຈຸບັນໃຫ້ຂາດຕົວ, ແກ້ບັນຫາ ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ເຊິ່ງບໍ່ນອນໃນການຈັດຕັ້ງຂອງລັດ ແຕ່ນໍາໃຊ້ລົດຂອງລັດ. ຈາກນັ້ນ, ໄດ້ ຜ່ານຂໍ້ຕົກລົງວ່າດ້ວຍການສະສາງ ລົດຂອງລັດ ໃຫ້ພະນັກງານບໍາ ນານຂອງກະຊວງປ້ອງກັນຄວາມ ສະຫງົບ ສະບັບເລກທີ 1408/ກງ, ລົງວັນທີ 7 ພຶດສະພາ 2025 ອະ ນຸມັດໃຫ້ສະສາງລົດຂອງລັດ ໃຫ້ ແກ່ພະນັກງານບໍານານກະຊວງ ປ້ອງກັນຄວາມສະຫງົບ ທີ່ໄດ້ເອົາ ໄປນໍາໃຊ້ໃນໄລຍະຜ່ານມາ ດ້ວຍ ນໍາໂດຍສະຫາຍ ບຸນເຫລືອ ພັນດາ ນຸວົງ ຮັກສາການຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ໄດ້ ເດີນທາງໄປຢ້ຽມຢາມ ແລະ ເຮັດ ວຽກຢູ່ ສສ ຫວຽດນາມ ຕາມການ ເຊື້ອເຊີນຂອງລັດຖະມົນຕີກະຊວງ ການຕ່າງປະເທດ ສສ ຫວຽດນາມ. ໃນວັນທີ2ມິຖຸນາ 2025, ຄະນະ ຜູ້ແທນ ຄຕພ ໄດ້ພົບປະເຮັດວຽກ ສອງຝ່າຍກັບສະຫາຍ ບຸຍແທງເຊີນ ກໍາມະການສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດຫວຽດນາມ ເຊິ່ງ ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕໍ່ການ ເຊື້ອເຊີນ ແລະ ການຕ້ອນຮັບອັນ ອົບອຸ່ນ, ສະໜິດສະໜົມທີ່ເຕັມໄປ ດ້ວຍໄມຕີຈິດມິດຕະພາບ, ຄວາມ ສາມັກຄີພິເສດຖານສະຫາຍອ້າຍ ນ້ອງຂອງສະຫາຍ ບຸຍແທງເຊີນ. ພ້ອມທັງຕີລາຄາສູງຕໍ່ການຢ້ຽມຢາມ ຄັ້ງນີ້, ເຊິ່ງເປັນການຢ້ຽມຢາມທີ່ມີ ຄວາມໝາຍສຳຄັນ ແລະ ເປັນການ ຢ້ຽມຢາມຄັ້ງທໍາອິດໃນຖານະເປັນ ຮັກສາການຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ແລະ ເປັນ ການພົບປະທາງການຄັ້ງທຳອິດ ລະຫວ່າງຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊົນ ປະຕິວັດ ລາວ ແລະ ກະຊວງການຕ່າງປະ ເທດຫວຽດນາມ ພາຍຫລັງທີ່ຄະ ນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ໄດ້ຢຸດຕິ ການເຄື່ອນໄຫວ ແລະ ໂຮມເຂົ້າກັບ ກະຊວງການຕ່າງປະເທດຫວຽດ ນາມ, ເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ກໍຄື ການພົວພັນຮ່ວມມືລະຫວ່າງ ຄະນະ ພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ກັບ ກະຊວງ ການຕ່າງປະເທດຫວຽດນາມ ໃຫ້ ນັບມື້ເລິກເຊິ່ງ ແລະ ແໜ້ນແຟ້ນ ຍິ່ງຂຶ້ນ. ພ້ອມນີ້, ສອງຝ່າຍຍັງໄດ້ແຈ້ງ ໃຫ້ກັນຊາບສະພາບການຂອງແຕ່ລະ ພັກ, ແຕ່ລະປະເທດ; ແລກປ່ຽນ ທັດສະນະກ່ຽວກັບສະພາບການ ພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍ ໃຫ້ຄວາມສົນໃຈ; ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາ ຜົນສໍາເລັດທີ່ພັກ, ລັດ ແລະ ປະຊາຊົນ ສອງຊາດ ຍາດມາໄດ້ຕະຫລອດ ໄລຍະທີ່ຜ່ານມາ. ຝ່າຍລາວໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການ ຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ທັນການຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ມີໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ໃນຕະຫລອດໄລຍະ ຜ່ານມາ. ສອງຝ່າຍຕ່າງກໍສະແດງ ປະຕິວັດລາວ ກະຊວງຖະແຫລງ ຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ 3 ມິຖຸນາ 2025 ນີ້, ຕາງໜ້າມອບໂດຍ ສະຫາຍ ທອງລີ ສີສຸລິດ ຮອງເລຂາ ຄະນະບໍລິຫານງານສູນກາງຊາວ ໜຸ່ມ ປປ ລາວ ໂດຍມີ ສະຫາຍ ວັນສີ ກົວມົວ ກໍາມະການສຳຮອງ ສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ຖວທ, ມີ ບັນດາສະຫາຍເລຂາ, ຮອງເລຂາ, ກຳມະການໜ່ວຍຊາວໜຸ່ມຮາກຖານ ແລະ ຊາວໜຸ່ມທີ່ຂຶ້ນກັບຮາກຖານ, ພ້ອມດ້ວຍສະມາຊິກຊາວໜຸ່ມອ້ອມ ຂ້າງກະຊວງ ຖວທ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ນາງ ສີວັນໄຊ ສີພັນຄຳ ຮອງເລຂາຄະນະ ບໍລິຫານງານຊາວໜຸ່ມກະຊວງ ຖວທ, ທັງເປັນຮອງຜູ້ອຳນວຍ ການໃຫຍ່ສຳນັກຂ່າວສານປະເທດ ລາວ ໄດ້ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ນັບແຕ່ປີ 2021-2024 ແລະ ທິດ ທາງແຜນການ ປີ 2025 ໂດຍ ວຽກງານຂອງຊາວໜຸ່ມໄດ້ຕິດພັນ ກັບວຽກງານວິຊາສະເພາະຢ່າງ ສະໜິດແໜ້ນໄດ້ປະກອບສ່ວນຢ່າງ ຫລວງຫລາຍ ເຂົ້າໃນວຽກງານວິຊາ ສະເພາະຂອງຂະແໜງການຂອງຕົນ ຢ່າງຫ້າວຫັນ ແລະ ມີຜົນສໍາເລັດສູງ. ຜ່ານການປະຕິບັດວຽກງານດ້ວຍ ສໍາມະນາຄັ້ງນີ້, ມີຄວາມສຳຄັນ ຫລາຍ ແລະ ເປັນປະໂຫຍດໃນ ການສ້າງຄວາມເຂັ້ມແຂງໃຫ້ແກ່ ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດ ສາກົນ. ນອກນີ້, ຍັງເປັນການ ແບ່ງປັນບົດຮຽນໃນການສົ່ງເສີມ ດ້ານທຸລະກິດ-ກຸ່ມຜະລິດ ແລະ ສະຫະກອນ ເຊິ່ງບັນດາວິທະຍາ ກອນໄດ້ນຳເອົາບົດຮຽນ ແລະ ປະ ສົບການຕົວຈິງມາເຜີຍແຜ່ເຮັດໃຫ້ຜູ້ ເຂົ້າຮ່ວມສາມາດຮັບຮູ້ເຂົ້າໃຈງ່າຍ ແລະ ໄດ້ຮຽນຮູ້ສິ່ງໃໝ່ໆໃນການດໍາ ເນີນທຸລະກິດ-ການຜະລິດຕິດພັນກັບ ການອະນຸລັກ ແລະ ປົກປັກຮັກສາ ສິ່ງແວດລ້ອມ. ການສໍາມະນາວິຊາການຄັ້ງນີ້, ເນັ້ນໃສ່ການສົ່ງເສີມການຜະລິດສິນ ຄ້າກະສິກໍາ ໃນຮູບແບບສະຫະກອນ ໂດຍຍົກໃຫ້ເຫັນການເຄື່ອນໄຫວ ຂອງສະຫະກອນຜູ້ປູກພືດຜັກ-ໝາກ ໄມ້ກັນທະນະລັກຈຳກັດ ຈັງຫວັດ ສີສະເກດ; ກຸ່ມກະສິກອນຜູ້ປູກອາ ໂວກາໂດອຸບົນຣາຊະທານີ; ຜູ້ກໍ່ຕັ້ງ ຍີ່ຫໍ້(ແບຣນ)ເຂົ້າສີແສນດາວ ແລະ ໂຄງການສີແສງດາວໝູ່ບ້ານນາ ຢອດຈັງຫວັດຮ້ອຍເອັດ ແລະ ຍົກໃຫ້ ເຫັນວິທີປະຕິບັດທີ່ດີ ແລະ ແນວຄິດ ການພັດທະນາຜະລິດຕະພັນ ແລະ ບໍລິການທ້ອງຖິ່ນ ໂດຍຍົກໃຫ້ເຫັນ ການຄັດສິນຄ້າເຂົ້າວາງຈໍາໜ່າຍໃນ ປໍ້ານໍ້າມັນ ປຕທ; ການກໍ່ຕັ້ງມີກິນ ຟາມ ແລະ ການກໍ່ຕັ້ງແບຣນສະເລ ເຕ (SaMeUe #ranE) ຈັງຫວັດ ຂອນແກ່ນ. ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ມີຄະນະນໍາກະຊວງ, ຄະນະ ກົມ, ຄະນະພະແນກ, ພະນັກງານລັດຖະກອນ ພ້ອມດ້ວຍລູກ-ຫລານ ຂອງພະນັກງານກະຊວງການຕ່າງ ປະເທດເຂົ້າຮ່ວມ. ໂອກາດນີ້, ທ່ານ ໄມທອງ ທໍາມະ ວົງສາ ໄດ້ຍົກໃຫ້ເຫັນປະຫວັດຄວາມ ຄວາມພາກພູມໃຈທີ່ເຫັນວ່າສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ສືບຕໍ່ມີ ຄວາມໜັກແໜ້ນ ແລະ ກ້າວສູ່ລວງ ເລິກໃນທຸກຂົງເຂດ, ຂະແໜງການ ຢ່າງບໍ່ຢຸດຢັ້ງ. ການຮ່ວມມືດ້ານ ການເມືອງສືບຕໍ່ມີຄວາມໜັກແໜ້ນ, ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງ ກັນ ແລະ ກັນໃນລະດັບສູງ; ການ ຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ການຕ່າງ ປະເທດ ນັບມື້ນັບໄດ້ຮັບການເສີມ ຂະຫຍາຍຢ່າງມີປະສິດທິຜົນ; ການ ຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໄດ້ຮັບການຍູ້ແຮງ, ເຊິ່ງ ສະແດງໃຫ້ເຫັນມູນຄ່າການຄ້າສອງ ສົ້ນໃນປີ 2024 ບັນລຸ 2,2 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 33,9 ເມື່ອ ທຽບກັບປີ 2023 ແລະ ໄລຍະ 4 ເດືອນຕົ້ນປີ 2025 ບັນລຸ 1,3 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 109,3 ເມື່ອທຽບກັບໄລຍະດຽວກັນຂອງ ປີ 2024. ພິເສດສອງຝ່າຍໄດ້ ຮ່ວມກັນເປີດນໍາໃຊ້ທ່າທຽບເຮືອ ເລກ 3 ທ່າເຮືອສາກົນ ລາວ-ຫວຽດ ທີ່ຫວຸ້ງອາງແຂວງຮ່າຕິ່ງ, ເຊິ່ງເປັນ ສັນຍະລັກຂອງສາຍພົວພັນສອງ ປະເທດ, ອັນໄດ້ເປັນການເປີດສັງ ກາດໃໝ່ຂອງການຮ່ວມມືທາງດ້ານ ເສດຖະກິດລະຫວ່າງສອງປະເທດ ແລະ ສ້າງເງື່ອນໄຂໃຫ້ລາວມີທາງ ອອກສູ່ທະເລ; ການຮ່ວມມືດ້ານເຕັກ ໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ສຶກສານັບມື້ນັບໄດ້ຮັບການເພີ່ມທະ ວີ; ການພົວພັນຮ່ວມມືລະຫວ່າງ ທ້ອງຖິ່ນຂອງສອງປະເທດນັບມື້ ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງປະເທດ. ພ້ອມດຽວກັນນີ້, ສອງຝ່າຍຍັງ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ແລະ ປະສານສົມທົບຢ່າງສະໜິດ ແໜ້ນລະຫວ່າງສອງຄະນະພົວພັນ ຕ່າງປະເທດຂອງສອງສູນກາງພັກ ລາວ-ຫວຽດນາມ ໃນຕະຫລອດ ໄລຍະຜ່ານມາ. ພ້ອມນັ້ນ, ເພື່ອ ເປັນການສືບຕໍ່ເສີມຂະຫຍາຍມູນ ເຊື້ອການພົວພັນຮ່ວມມືອັນດີງາມ ຂອງສອງອົງການ, ຄະນະພົວພັນ ຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ກະຊວງການ ຕ່າງປະເທດຫວຽດນາມ ເຫັນດີ ເປັນເອກະພາບໃນການສືບຕໍ່ປະ ສານສົມທົບຢ່າງສະໜິດແໜ້ນໃນ ການຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງການຮ່ວມມືຂອງການນໍາ ຂັ້ນສູງຂອງສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ມີປະສິດທິ ຜົນສູງ, ເຫັນດີເປັນເອກະພາບໃນ ການກະກຽມສ້າງແຜນການຮ່ວມມື ລະຫວ່າງຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊົນ ປະຕິວັດ ລາວ ແລະ ກະຊວງການຕ່າງປະ ເທດຫວຽດນາມ ໄລຍະ 20262030, ເອກະພາບກັນກ່ຽວກັບທິດ ທາງການຮ່ວມມືໃນທ້າຍປີ 2025 ໂດຍສະເພາະການກະກຽມໃຫ້ແກ່ ການເຄື່ອນໄຫວຢ້ຽມຢາມ ເຊິ່ງກັນ ແລະ ກັນຂອງການນໍາຂັ້ນສູງຂອງ ສອງຝ່າຍ, ສ້າງບັນດາກົນໄກການ ຮ່ວມມື, ເພີ່ມທະວີການແລກປ່ຽນ ຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ ກໍ່ສ້າງພັກ, ການກະກຽມກອງປະຊຸມ ໃຫຍ່ຂອງແຕ່ລະພັກ; ປະສານສົມທົບ ຢ່າງແໜ້ນແຟ້ນໃນການຈັດກິດຈະກໍາ ການເຄື່ອນໄຫວສະເຫລີມສະຫລອງ ວັນສໍາຄັນຕ່າງໆຂອງສອງປະເທດ ແລະ ຍູ້ແຮງການໂຄສະນາສຶກສາ ອົບຮົມກ່ຽວກັບສາຍພົວພັນພິເສດ ລາວ-ຫວຽດນາມ. ຂ່າວ-ພາບ: ຄຕພ ເປັນມາຂອງວັນເດັກສາກົນ ແລະ ວັນສົນທິສັນຍາວ່າດ້ວຍສິດທິເດັກ ວັນເດັກໂລກ 20 ພະຈິກ 2025 ນັບ ແຕ່ອະດີດຈົນເຖິງປັດຈຸບັນ, ສະເພາະ ສປປ ລາວ ແມ່ນມີມູນເຊື້ອຈັດຕັ້ງ ສະເຫລີມສະຫລອງວັນເດັກສາກົນ ນັບແຕ່ສະໄໝຕໍ່ສູ້ກູ້ຊາດເປັນຕົ້ນມາ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນຄວາມ ສຳຄັນຂອງເດັກ ເຊິ່ງປຽບເໝືອນ ໜໍ່ແໜງຂອງຊີວິດໃນມື້ນີ້ ເພື່ອກ້າວ ໄປເປັນອະນາຄົດອັນແຈ່ມໃສຂອງ ປະເທດຊາດໃນມື້ໜ້າ, ເດັກທຸກຄົນ ຕ້ອງໄດ້ຮັບການປົກປ້ອງ ແລະ ດູແລ ເບິ່ງແຍງເປັນພິເສດ, ເດັກມີສິດທິ ເທົ່າທຽມກັນທັງຍິງ ແລະ ຊາຍ ໃນ ທຸກໆດ້ານເປັນຕົ້ນສິດໃນການໄດ້ຮັບ ການສຶກສາ, ສິດໃນການສະແດງ ອອກ ແລະ ອື່ນໆ. ສະນັ້ນ, ຜູ້ປົກຄອງ ທຸກທ່ານຄວນເອົາໃຈໃສ່ເບິ່ງແຍງ ລູກຫລານຂອງຕົນ ພ້ອມໃຈກັນມີ ສະຕິປົກປ້ອງ ແລະ ປ້ອງກັນທຸກ ປາກົດການຫຍໍ້ທໍ້ໃນສັງຄົມທີ່ບໍ່ເພິ່ງ ປາຖະໜາທີ່ອາດເກີດຂຶ້ນຕໍ່ກັບເດັກ. ໃນພິທີດັ່ງກ່າວ, ໄດ້ຮັບຊົມການ ສະແດງສິລະປະ (ຮ້ອງເພງ, ເດີນ ແບບ) ແລະ ຖາມ-ຕອບຄວາມຮູ້ ຮອບຕົວຂອງລູກຫລານພະນັກງານ ພາຍໃນກະຊວງການຕ່າງປະເທດ. ຂ່າວ-ພາບ: ກຕທ ການຂາຍນະໂຍບາຍ ແລະ ໂອນ ກຳມະສິດໃຫ້ຢ່າງຂາດຕົວຈໍານວນ 46 ຄັນ, ມາຕີມູນຄ່າເພື່ອປະກອບ ເອກະສານສັນຍາຊື້-ຂາຍ ພ້ອມທັງ ປົດປ້າຍທະບຽນ (ປ້າຍລັດບໍລິຫານ ອອກ), ປະກອບເອກະສານສະສາງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ. ພ້ອມນີ້, ຍັງໄດ້ໃຫ້ຮູ້ເຖິງເງື່ອນໄຂ ຂອງພະນັກງານບໍານານທີ່ສະເໜີ ຂໍຫັນກຳມະສິດລົດຂອງລັດແຕ່ລະ ປະເພດ, ການຕີມູນຄ່າ, ການຊຳລະ ເງິນ ແລະ ຖອນຄືນ ລວມທັງຂັ້ນ ຕອນການສະສາງ ແລະ ຂໍ້ຫ້າມ ຕ່າງໆໃຫ້ຜູ້ເຂົ້າຮ່ວມຮັບຟັງຕື່ມອີກ. ຂ່າວ: ໜັງສືພິມຄວາມສະຫງົບ ຄວາມຕື່ນຕົວ, ສະໝັກໃຈ ແລະ ມີ ຄວາມຮັບຜິດຊອບສູງເຮັດໃຫ້ການ ຈັດຕັ້ງ, ບຸກຄົນໃນຖັນແຖວຊາວ ໜຸ່ມກາຍເປັນຕົວແບບຊາວໜຸ່ມ 4 ບຸກສັງກັດໃນກົມ, ກອງຕ່າງໆທົ່ວ ກະຊວງ, ເຮັດໃຫ້ຊາວໜຸ່ມມີຄວາມ ເຂັ້ມແຂງ, ໜັກແໜ້ນ, ມີຄວາມ ສາມັກຄີພາຍໃນແໜ້ນແຟ້ນ, ມີ ແບບແຜນວິທີເຮັດວຽກເປັນຢ່າງດີ, ວ່ອງໄວ ແລະ ມີຄຸນນະພາບ. ຜ່ານ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ນັບແຕ່ປີ 2021-2024 ທີ່ຜ່ານ ມາ, ຄະນະຊາວໜຸ່ມກະຊວງ ຖວທ ສາມາດຈັດຕັ້ງປະຕິບັດບັນດາເນື້້ອ ໃນຈິດໃຈຂໍ້ແຂ່ງຂັນ 4 ບຸກ ໄດ້ຢ່າງ ຕັ້ງໜ້າ ແລະ ມີຜົນສໍາເລັດບຸກທະລຸ ໃນຫລາຍດ້ານ. ພ້ອມນີ້, ສະຫາຍ ນາງ ສີວັນໄຊ ສີພັນຄໍາ ຍັງໄດ້ຍົກໃຫ້ ເຫັນຜົນງານການຈັດຕັ້ງປະຕິບັດ 9 ມາດຖານ4ບຸກຂອງຄະນະບໍລິຫານ ງານຊາວໜຸ່ມ ຕື່ມອີກ. ໂອກາດນີ້, ສະຫາຍ ທອງລີ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງ ຄະນະບໍລິຫານງານຊາວໜຸ່ມກະ ຊວງ ຖວທ ທີ່ໄດ້ເອົາໃຈໃສ່ໃນການ ຈັດຕັ້ງປະຕິບັດບັນດາເນື້້ອໃນຈິດໃຈ ຂໍ້ແຂ່ງຂັນ 4 ບຸກຂອງກະຊວງຢ່າງ ຕັ້ງໜ້າ, ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການເຄື່ອນໄຫວ ວຽກງານວິຊາສະເພາະ ຂອງຄະນະ ບໍລິຫານການຊາວໜຸ່ມກະຊວງ ຖວທ ຍາດມາໄດ້ໃນໄລຍະຜ່ານ ມາ, ທັງໄດ້ເນັ້ນໃຫ້ຄະນະນໍາ ກໍຄື ສະມາຊິກຊາວໜຸ່ມກະຊວງ ຖວທ ຕ້ອງກໍາໄດ້, ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງກ່ຽວກັບເນື້ອໃນຂໍ້ ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຖື ເປັນສໍາຄັນວຽກງານການສຶກສາ ອົບຮົມການເມືອງແນວຄິດໃຫ້ ຊາວໜຸ່ມລາວ ກໍຄື ໃນຖັນແຖວ ລັດຖະກອນ, ນັກຮຽນ-ນັກສຶກສາ ທີ່ສັງກັດກະຊວງພວກເຮົາໃຫ້ມີ ຄວາມໜັກແໜ້ນທາງດ້ານການ ເມືອງ, ມີແບບແຜນວິທີຄົ້ນຄິດ ແລະ ປະຕິບັດໜ້າທີ່ວິຊາສະເພາະຢ່າງ ວິທະຍາສາດ, ມີຄວາມກ້າວໜ້າ, ຊອກຮູ້ຮຽນນໍາຄົນຮຸ່ນກ່ອນໃຫ້ມີ ນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີມານະຈິດອົດທົນ, ມີຄຸນສົມບັດ ສິນທໍາປະຕິວັດຢ່າງໜັກແໜ້ນໃຫ້ ສົມເປັນສິນໄຊຍຸກໃໝ່ຢ່າງແທ້ຈິງ; ເອົາໃຈໃສ່ສືບຕໍ່ສູ້ຊົນບຸກບືນ, ຝຶກຝົນ ຫລໍ່ຫລອມຕົນເອງເສີມຂະຫຍາຍ ຮັກສາມູນເຊື້ອດຸໝັ່ນຂະຫຍັນພຽນ, ເຄົານົບທໍານຽມຮີດຄອງປະເພນີອັນ ດີງາມຂອງຊາດ, ພະຍາຍາມຊອກ ຫາຄວາມຮູ້ໃໝ່ໆ ເພື່ອພັດທະນາ ຄວາມຮູ້ຄວາມສາມາດຂອງຕົນໃຫ້ ສູງຂຶ້ນເລື້ອຍໆ; ຮູ້ຈັກໝູນໃຊ້ຄວາມ ຮູ້, ຄວາມສາມາດ, ສະຕິປັນຍາ ແລະ ກໍາລັງວັງຊາຂອງຕົນໃຫ້ມີ ປະໂຫຍດສູງສຸດຕໍ່ວຽກງານລວມ ຂອງການພັດທະນາ ແລະ ສ້າງສາ ປະເທດຊາດ, ເປັນແບບຢ່າງທີ່ດີ ນໍາໜ້າໃນການຄົ້ນຄວ້າ-ຮໍ່າຮຽນ, ຍົກລະດັບຄວາມຮູ້ຄວາມສາມາດ ຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ເປັນຊາວໜຸ່ມ ທີ່ໜັກແໜ້ນສາມາດກາຍຜູ້ສືບທອດ ທີ່ດີຂອງຊາດໃນອະນາຄົດ; ເອົາໃຈ ໃສ່ການເຕົ້າໂຮມຄວາມສາມັກຄີ ຊາວໜຸ່ມລາວບັນດາເຜົ່າໃຫ້ເປັນ ປຶກແຜ່ນແໜ້ນໜາເພື່ອກາຍເປັນ ກໍາລັງແຮງສັງລວມທີ່ເຂັ້ມແຂງ ປະກອບສ່ວນເຂົ້າໃນວຽກງານປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ພ້ອມນັ້ນ, ກໍຕ້ອງ ສະກັດກັ້ນ, ຕ້ານການຫລິ້ນກິນຟູມ ເຟືອຍ, ມົວເມົານໍາສິ່ງອະບາຍຍະ ມຸກ, ສິ່ງເສບຕິດ, ການພະນັນ ແລະ ປາກົດການຫຍໍ້ທໍ້ຕ່າງໆທີ່ກໍາລັງ ເປັນໄພຄຸກຄາມຊາວໜຸ່ມ; ເອົາໃຈ ໃສ່ປັບປຸງການຈັດຕັ້ງໃຫ້ໜັກແໜ້ນ ເຂັ້ມແຂງ; ຊຸກຍູ້ຂະບວນການຂອງ ຊາວໜຸ່ມໃຫ້ກວ້າງຂວາງ ແລະ ມີ ຂະບວນຟົດຟື້ນ, ເສີມຂະຫຍາຍບົດ ບາດປະຈັນບານຂອງຊາວໜຸ່ມ, ເສີມສ້າງຫົວຄິດປະດິດສ້າງຂອງ ຄົນຮຸ່ນໜຸ່ມ, ຍູ້ແຮງຂະບວນການ ຮັກຊາດ ແລະ ພັດທະນາ ໂດຍ ຕິດພັນກັບຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາໃຫ້ເປັນ ຮູບປະທໍາຍິ່ງຂຶ້ນ, ຊາວໜຸ່ມລາວ ຕ້ອງອາດຫານກ້າວຂຶ້ນໆໃຫ້ສົມ ກັບປະທານ ໄກສອນ ພົມວິຫານ ເຄີຍໄດ້ໃຫ້ສັນຍານາມຊາວໜຸ່ມໄວ້ ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງຈົ່ງ ກາຍເປັນສິນໄຊແຫ່ງຍຸກສະໄໝ. ຂ່າວ: ທະນູທອງ; ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==