ສະສາງລົດລັດ ໃຫ້ພະນັກງານ ບຳນານ ກະຊວງປ້ອງກັນຄວາມສະຫງົບ

04/06/2025 13:56
Email Print 322
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່ກະຊວງການເງິນ ໄດ້ມີພິທີສະສາງລົດລັດ ໃຫ້ພະນັກງານບໍານານ ທີ່ນໍາໃຊ້ໃນໄລຍະຜ່ານມາ ໃຫ້ກະຊວງປ້ອງກັນຄວາມສະຫງົບ ໂດຍມີ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ທ່ານ ພົຈວ ແສງທອງ ເກື້ອບຸນລໍ້າ ຮອງຫົວໜ້າຫ້ອງວ່າການກະຊວງ ຄະນະຮັບຜິດຊອບສະສາງລົດ ຂອງກະຊວງ ປ້ອງກັນຄວາມສະຫງົບ



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່ກະຊວງການເງິນ ໄດ້ມີພິທີສະສາງລົດລັດ ໃຫ້ພະນັກງານບໍານານ ທີ່ນໍາໃຊ້ໃນໄລຍະຜ່ານມາ ໃຫ້ກະຊວງປ້ອງກັນຄວາມສະຫງົບ ໂດຍມີ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ
, ທ່ານ ພົຈວ ແສງທອງ ເກື້ອບຸນລໍ້າ ຮອງຫົວໜ້າຫ້ອງວ່າການກະຊວງ ຄະນະຮັບຜິດຊອບສະສາງລົດ ຂອງກະຊວງ ປ້ອງກັນຄວາມສະຫງົບ, ມີຜູ້ຕາງໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ພະ ນັກງານອາວຸໂສ-ບໍານານ ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.




ໃນ​ພິທີ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການສະສາງລົດລັດ
, ຈຸດປະສົງ ເພື່ອເປັນການກຳນົດ, ຫລັກການ, ເປົ້າໝາຍ, ເງື່ອນໄຂ, ຂັ້ນຕອນ, ການສະສາງ, ການຖອນຄືນລົດຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການປົກຄອງທ້ອງຖິ່ນ ແນໃສ່ຫັນກຳມະສິດລົດຂອງລັດ ທີ່ພະນັກງານ ໄດ້ນຳໃຊ້ປັດຈຸບັນໃຫ້ຂາດຕົວ, ແກ້ບັນຫາບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ເຊິ່ງບໍ່ນອນໃນການຈັດຕັ້ງຂອງລັດ ແຕ່ນໍາໃຊ້ລົດຂອງລັດ. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການສະສາງລົດ ຂອງລັດ ໃຫ້ພະນັກງານບໍານານຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1408/ກງ, ລົງວັນທີ 7 ພຶດສະພາ 2025 ອະ ນຸມັດໃຫ້ສະສາງລົດຂອງລັດ ໃຫ້ແກ່ພະນັກງານບໍານານ ກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ເອົາໄປ ນໍາໃຊ້ໃນໄລຍະຜ່ານມາ ດ້ວຍການຂາຍນະໂຍບາຍ ແລະ ໂອນກຳມະສິດໃຫ້ຢ່າງຂາດຕົວ ຈໍານວນ 46 ຄັນ, ມາຕີມູນຄ່າເພື່ອປະກອບ ເອກະສານສັນຍາຊື້-ຂາຍ ພ້ອມທັງປົດປ້າຍທະບຽນ (ປ້າຍລັດບໍລິຫານອອກ), ປະກອບເອກະສານສະສາງໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ພ້ອມນີ້, ຍັງໄດ້ໃຫ້ຮູ້ເຖິງເງື່ອນໄຂ ຂອງພະນັກງານບໍານານ ທີ່ສະເໜີຂໍຫັນກຳມະສິດລົດ ຂອງລັດແຕ່ລະປະເພດ, ການຕີມູນຄ່າ, ການຊຳລະເງິນ ແລະ ຖອນຄືນລວມທັງຂັ້ນຕອນ ການສະສາງ ແລະ ຂໍ້ຫ້າມຕ່າງໆ ໃຫ້ຜູ້ເຂົ້າຮ່ວມຮັບຟັງຕື່ມອີກ.

ຂ່າວ: ໜັງສືພິມ​ຄວາມ​ສະຫງົບ

KPL

ຂ່າວອື່ນໆ

ads
ads

Top