ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບ ຫົວໜ້າອົງການໄອຍະການສູງສຸດ ຣັດເຊຍ

30/05/2025 06:40
Email Print 237
ຂປລ ຂປລ. ໃນວັນທີ 28 ພຶດສະພາ 2025 ນີ້, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ອີກໍຣ ກຣາສນົບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສະຫະພັນຣັດເຊຍ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນ ລະຫວ່າງວັນທີ 27-29 ພຶດສະພາ 2025.



ຂປລ. ໃນວັນທີ
28 ພຶດສະພາ 2025 ນີ້, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ອີກໍຣ ກຣາສນົບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສະຫະພັນຣັດເຊຍ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນ ລະຫວ່າງວັນທີ 27-29 ພຶດສະພາ 2025.

ໂອກາດນີ້, ທ່ານ ໄພວີ ສີບົວລິພາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ອີກໍຣ ກຣາສນົບ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງ ເປັນການປະກອບສ່ວນເຂົ້າໃນ ການເສີມຂະຫຍາຍການພົວພັນຮ່ວມມື ໃນຫລາຍດ້ານ ລະຫ່ວາງສອງປະເທດ ລາວ-ຣັດເຊຍ ໂດຍສະເພາະ ການຮ່ວມມືໃນຂົງເຂດກົດໝາຍ ແລະ ຍຸຕິທຳ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຂຶ້ນໄປເລື້ອຍໆ. ພ້ອມທັງ, ຕີລາຄາສູງຕໍ່ໝາກຜົນແຫ່ງການຮ່ວມມືໃນດ້ານຕ່າງໆ ລະຫວ່າງສອງປະເທດ ລາວ-ຣັດເຊຍ ໂດຍສະເພາະ ການຮ່ວມມືລະຫວ່າງ ກະຊວງຍຸຕິທຳ ແລະ ອົງການໄອຍະການສູງສຸດ ແຫ່ງ ສະຫະພັນຣັດເຊຍ ທີ່ໄດ້ມີການພົວພັນກັນຢ່າງສະໜິດແໜ້ນ ເຮັດໃຫ້ວຽກງານຂອງທັງສອງຝ່າຍ ໄດ້ຮັບການພັດທະນາ ແໜ້ນແຟ້ນຂຶ້ນກວ່າເກົ່າ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ໃນດ້ານຕ່າງໆມາໂດຍຕະຫລອດ ເຮັດໃຫ້ວຽກງານຫລາຍດ້ານ ຢູ່ ສປປ ລາວ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.

ທ່ານ ອີກໍຣ ກຣາສນົບ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໄພວີ ສີບົວລິພາ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໃຫ້ທ່ານລັດຖະມົນຕີກະຊວງຍຸຕິທຳ ຮັບຊາບ.

KPL

ຂ່າວອື່ນໆ

ads
ads

Top