ເຜີຍແຜ່ບົດລາຍງານການຈັດຕັ້ງປະຕິບັດ ວຽກງານ ຂອງອົງການອາຫານໂລກ ປີ 2024

26/05/2025 15:15
Email Print 609
ຂປລ ຂປລ. ອົງການອາຫານໂລກ ປະຈຳລາວ ຫລື WFP ເຜີຍແຜ່ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ໃນປີ 2025 ພ້ອມທັງ, ແລກປ່ຽນຄວາມຮູ້ ແລະ ຂໍ້ມູນສາລະສົນເທດ ກັບສື່ມວນຊົນລາວ ໃນວັນທີ 23 ພຶດສະພາ 2025.


ຂປລ. ອົງການອາຫານໂລກ ປະຈຳລາວ ຫລື WFP ເຜີຍແຜ່ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ໃນປີ 2025 ພ້ອມທັງ, ແລກປ່ຽນຄວາມຮູ້ ແລະ ຂໍ້ມູນສາລະສົນເທດ ກັບສື່ມວນຊົນລາວ ໃນວັນທີ 23 ພຶດສະພາ 2025.
ໃນໂອກາດນີ້, ທ່ານ ພູທອນ ເມືອງປາກ ທີ່ປຶກສາດ້ານການພັດທະນາອົງການອາຫານໂລກ ປະຈຳລາວ ໄດ້ກ່າວວ່າ: ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ມີຄວາມທ້າທາຍສູງຢູ່ໃນໂລກ ເນື່ອງຈາກມີວິກິດການທາງດ້ານເສດຖະກິດຂອງໂລກ, ການປ່ຽນແປງດິນຟ້າອາກາດ, ໄພພິບັດທຳມະຊາດ ແລະ ໄພພິບັດມະນຸດສ້າງຂຶ້ນ ເຊິ່ງອົງການອາຫານໂລກ ເປັນເຄືອຄ່າຍຂອງ ອົງການສະຫະປະຊາຊາດ, ເປັນອົງການນໍາໜ້າໃນການຕອບໂຕ້ ການຂາດແຄນອາຫານແບບສຸກເສີນ ແລະ ຕ້ານໄພອຶດຫີວໃນທົ່ວໂລກ. ສະເພາະຢູ່ ສປປ ລາວ ອົງການອາຫານໂລກ ເປັນຄູ່ຮ່ວມມືພັດທະນາທີ່ສຳຄັນຂອງລັດຖະບານລາວ ໃນການແກ້ໄຂບັນຫາຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ໂພຊະນາການ ໂດຍສະເພາະ ໃນສະພາບທີ່ງົບປະມານ ຂອງລັດມີຢູ່ຢ່າງຈຳກັດ, ປັດຈຸບັນແມ່ນເລັ່ງໃສ່ບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 2 ຄື: ລົບລ້າງຄວາມອຶດຫິວ, ບັນລຸການຄຳປະກັບສະບຽງອາຫານ, ປັບປຸງໂພຊະນາການ ແລະ ສົ່ງເສີມການກະສິກຳແບບຍືນຍົງ.


ໃນປີ 2024 ອົງການອາຫານໂລກ ໄດ້ເຂົ້າເຖິງຜູ້ດ້ອຍໂອກາດ ແລະ ຜູ້ມີຄວາມສ່ຽງ ເປັນຕົ້ນ ໄດ້ເສີມຂະຫຍາຍ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ແຜນງານອາຫານທ່ຽງໃນໂຮງຮຽນ ອັນພົ້ນເດັ່ນໄດ້ເພີ່ມງົບປະມານລັດ ເຂົ້າໃນວຽກງານອາຫານໃນໂຮງຮຽນ ຈາກ 1.000 ກີບ ມາເປັນ 5.000 ກີບຕໍ່ມື້ ເຊິ່ງມີນັກຮຽນ 63 ພັນກວ່າຄົນ ໃນ 702 ໂຮງຮຽນ ໄດ້ຮັບອາຫານທ່ຽງຜ່ານໂຄງການ, ຄູ ແລະ ພະນັກງານລັດ 4 ພັນກວ່າຄົນ ໄດ້ຮັບການຝຶກອົບຮົມກ່ຽວກັບ ການກິນອາຫານທີ່ເປັນປະໂຫຍດຕໍ່ສຸຂະພາບ; ສະໜັບສະໜູນວຽກງານ ປ້ອງກັນການຂາດໂພຊະນາການ ໂດຍການລິເລີ່ມການເພີ່ມທາດບຳລຸງ ໃນເຂົ້າຂະໜາດໃຫຍ່ ເພື່ອປັບປຸງໂພຊະນາການ; ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ເພື່ອຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ໄດ້ສຳເລັດໂຄງ ການສ້າງຄວາມເຂັ້ມແຂງໃນຊຸມຊົນ 62 ໂຄງການຄື: ເສັ້ນທາງ, ຄອງຊົນລະປະທານ, ລະບົບນໍ້າ ແລະ ສວນປູກຜັກ ໄດ້ຝຶກອົບຮົມໃນການກະກຽມຄວາມພ້ອມ ຮັບມືເຫດການສຸກເສີນ, ການບໍລິການຈັດການຂົນສົ່ງ ແລະ ການຄຸ້ມຄອງຕ່ອງໂສ້ອະປະທານ. ນອກນີ້, ຍັງໄດ້ແຈກຢາຍເບ້ຍກາເຟ ໃຫ້ກະສິກອນ ເພື່ອເພີ່ມທະວີການຜະລິດ ສ້າງລາຍຮັບໃຫ້ກັບຄອບຄົວ.

ຂ່າວ: ກິດຕາ
KPL

ຂ່າວອື່ນໆ

ads
ads

Top