ຂປລ
ຂປລ. ໃນປີ 2025 ນີ້, ຂະແໜງການກະສິກຳ ແລະ ປ່າໄມ້ ຈະເລີ່ມການສຳຫລວດອັດຕາ ການປົກຫຸ້ມຂອງປ່າໄມ້ ໂດຍຈະສືບຕໍ່ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການສຳຫລວດ, ເກັບກຳຂໍ້ມູນ ແລະ ດຳເນີນການຈັດສັນທີ່ດິນປ່າໄມ້ຄືນໃໝ່ ເພື່ອວາງແຜນການຄຸ້ມຄອງທີ່ດິນປ່າໄມ້ ແລະ ກຳ ນົດເຂດການຜະລິດ, ເຂດປູກ, ເຂດລ້ຽງ ແລະ ປຸກລະດົມ ໃຫ້ປະຊາຊົນ ເຂົ້າໃຈແຈ້ງຢ່າງລະອຽດ ກ່ຽວກັບລະບຽບກົດໝາຍທີ່ກ່ຽວຂ້ອງ ໃນການປົກປັກຮັກສາ ທີ່ດິນປ່າໄມ້

ຂປລ. ໃນປີ 2025 ນີ້, ຂະແໜງການກະສິກຳ ແລະ ປ່າໄມ້ ຈະເລີ່ມການສຳຫລວດອັດຕາ ການປົກຫຸ້ມຂອງປ່າໄມ້ ໂດຍຈະສືບຕໍ່ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການສຳຫລວດ, ເກັບກຳຂໍ້ມູນ ແລະ ດຳເນີນການຈັດສັນທີ່ດິນປ່າໄມ້ຄືນໃໝ່ ເພື່ອວາງແຜນການຄຸ້ມຄອງທີ່ດິນປ່າໄມ້ ແລະ ກຳ ນົດເຂດການຜະລິດ, ເຂດປູກ, ເຂດລ້ຽງ ແລະ ປຸກລະດົມ ໃຫ້ປະຊາຊົນ ເຂົ້າໃຈແຈ້ງຢ່າງລະອຽດ ກ່ຽວກັບລະບຽບກົດໝາຍທີ່ກ່ຽວຂ້ອງ ໃນການປົກປັກຮັກສາ ທີ່ດິນປ່າໄມ້ ໂດຍສະເພາະ ອຳນາດການປົກຄອງທ້ອງຖິ່ນ, ສະພາປະຊາຊົນຂັ້ນແຂວງ ຕ້ອງຊ່ວຍຕິດຕາມກວດກາ ວຽກງານປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ໃຫ້ເຂັ້ມງວດຂຶ້ນຕື່ມ.

ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ຕາມການສຳຫລວດອັດຕາ ການປົກຫຸ້ມຂອງປ່າໄມ້ ໃນປີ 2020 ກວມ 62% ຂອງເນື້ອທີ່ທົ່ວປະເທດ ຫລື 14,7 ລ້ານເຮັກຕາ ເພີ່ມຂຶ້ນຈາກ 9,8 ລ້ານເຮັກຕາໃນ ປີ 2005 ແລະ ຄາດວ່າໃນປີ 2025 ຈະເລີ່ມການສຳຫລວດອັດຕາການປົກຫຸ້ມຂອງປ່າໄມ້ ເຊິ່ງເຫັນວ່າ ຍັງຈະຜະເຊີນບັນຫາ ທີ່ທ້າທາຍຫລາຍຢ່າງ ເປັນຕົ້ນການຫັນປ່ຽນທີ່ດິນປ່າໄມ້ ໄປເປັນທີ່ດິນປະເພດອື່ນ. ເພື່ອແກ້ໄຂບັນຫາທີ່ທ້າທາຍ ໃນການສຳຫລວດປ່າໄມ້ນັ້ນ, ຂະແໜງການ ກະສິກຳ ແລະ ປ່າໄມ້ ຕ້ອງເພີ່ມທະວີເອົາໃຈໃສ່ ລົງໂຄສະນາເຜີຍແຜ່ເຊື່ອມຊຶມ ເອກະສານນິຕິກໍາທີ່ກ່ຽວຂ້ອງ ໃຫ້ແກ່ອົງການປົກ ຄອງທ້ອງຖິ່ນຂັ້ນເມືອງ, ກຸ່ມບ້ານ ແລະ ມອບໝາຍໃຫ້ເມືອງ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ແລະ ເຜີຍ ແຜ່ລົງຮອດຂັ້ນບ້ານ ໂດຍເນັ້ນໃຫ້ ແຕ່ລະພາກສ່ວນ ຖືສໍາຄັນວຽກງານດັ່ງກ່າວ, ໃນກໍລະນີເກີດບັນຫາການທຳລາຍປ່າຢູ່ບ່ອນໃດ ອໍານາດການປົກຄອງຢູ່ບ່ອນນັ້ນຕ້ອງຮັບຜິດຊອບ, ຖ້າຂະໜາດຂອງບັນຫາການທຳລາຍໄມ້ປ່າ ບໍ່ສາມາດແກ້ໄຂໄດ້ໃຫ້ລາຍງານຕໍ່ຫາອົງການຈັດຕັ້ງຂັ້ນເທິງ ເພື່ອແກ້ໄຂ; ແຂວງຈະຕ້ອງໄດ້ຈັດ ຕັ້ງໜ່ວຍງານກວດກາ ລາດຕະເວນເປັນປະຈໍາ, ຕັ້ງໜ້າແກ້ໄຂດໍາເນີນຄະດີ ຕໍ່ຜູ້ກະທໍາຜິດຕາມກົດໝາຍ, ປະຕິບັດມາດຕະການສຶກສາອົບຮົມ, ປັບໃໝ ແລະ ມາດຕະການທາງອາຍາ ຕາມແຕ່ລະກໍລະນີ ຈະເຮັດໃຫ້ສະພາບປະກົດການຫຍໍ້ທໍ້ກ່ຽວກັບປ່າໄມ້ໃນ ໄລຍະຜ່ານມາ ຄ່ອຍໆຫລຸດລົງເປັນ ລໍາດັບ.

ໃນໂອກາດ ວັນປູກໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2025 ທີ່ຈະມາເຖິງນີ້, ທ່ານ ສົມຫວັງ ພິມມະວົງ ໄດ້ຝາກເຖິງປວງຊົນລາວທັງຊາດ ຈົ່ງເຊີດຊູ ສະຕິຮັກ ແລະ ຫວງແຫນຊັບພະຍາກອນປ່າໄມ້, ປະກອບສ່ວນໃນການ ປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກ ແລະ ຊັບສົມບັດຂອງວົງຄະນະຍາດແຫ່ງຊາດ ໃຫ້ນັບມື້ມີຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບພະຍາກອນປ່າໄມ້ ຊຶ່ງເປັນສ່ວນປະກອບອັນສຳຄັນຂອງການພັດທະນາ ເສດຖະກິດຂອງຊາດ ແລະ ປົກປັກຮັກສາ ສິ່ງແວດລ້ອມ.

ສໍາລັບການຈັດກິດຈະກໍາ ໃນວັນປູກຕົ້ນໄມ້ແຫ່ງຊາດ ໃນປີນີ້, ຂໍເຊີນຊວນ ທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນຈັດພິທີ ໂດຍໃຫ້ອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ ໃຫ້ເນັ້ນໃສ່ເນື້ອໃນປຸກລະດົມເປັນຕົ້ນຕໍ, ບ່ອນໃດມີເງື່ອນໄຂກໍໃຫ້ເລີ່ມ ຈັດຕັ້ງປະຕິບັດແຕ່ດຽວນີ້ເປັນຕົ້ນໄປ ເຊິ່ງການປູກຕົ້ນໄມ້ ແມ່ນສາມາດປູກໄດ້ແຕ່ດຽວນີ້ເປັນຕົ້ນໄປ ຈົນຮອດທ້າຍລະດູຝົນ, ບ່ອນໃດມີເງື່ອນໄຂ ກໍປູກໃນເນື້ອທີ່ດິນເປົ່າຫວ່າງຂອງຕົນ, ໃນຮົ້ວ, ສວນ, ດິນປຸກສ້າງ, ເດີ່ນໂຮງຮຽນ, ສໍານັກງານອົງການ ແລະ ຕາມແຄມທາງ ຕາມເງື່ອນໄຂຕົວຈິງ, ຖ້າຫາກວ່າ ໃນປີນີ້ ພວກເຮົາ ພ້ອມກັນປູກຕົ້ນໄມ້ ຜູ້ລະ 1-2 ຕົ້ນ ກໍຈະເຮັດໃຫ້ພວກເຮົາມີຕົ້ນໄມ້ເພີ່ມຂຶ້ນ ປະມານ 7-14 ລ້ານກວ່າຕົ້ນ.

ຂ່າວ-ພາບ: ກິດຕາ
KPL