ສປປ ລາວ ໄດ້ຮັບການຊ່ວຍເຫລືອ ອຸປະກອນການແພດ ແລະ ວັກຊີນ

19/05/2025 11:16
Email Print 145
ຂປລ ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອລ້າ (ອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດປອດອັກເສບ) ຈາກສະມາຄົມພັດທະນາເສດຖະກິດອາຊີຈີນ ແລະ ບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນຈໍາກັດ ມູນຄ່າ 10,2 ລ້ານຢວນ



ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອລ້າ (ອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດປອດອັກເສບ) ຈາກສະມາຄົມພັດທະນາເສດຖະກິດອາຊີຈີນ ແລະ ບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນຈໍາກັດ ມູນຄ່າ 10,2 ລ້ານຢວນ (ສະກູນເງິນຈີນ) ໃຫ້ແກ່ກະຊວງສາທາລະນະສຸກ ຈັດຂຶ້ນໃນວັນທີ 16 ພຶດສະພາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າພາກສ່ວນ ກ່ຽວຂ້ອງ.



ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການຊ່ວຍເຫລືອລ້າ ອຸປະກອນການແພດ ແລະ ວັກຊີນ ຈາກສະມາຄົມພັດທະນາອາຊີຈີນ ແລະ ບໍລິສັດ ລາວອາຊິພັດທະນາເສດຖະກິດ ແລະ ການລົງທຶນຈຳກັດ ໃນຄັ້ງນີ້ ເຊິ່ງຈະປະກອບສ່ວນອັນສຳຄັນ ເຂົ້າໃນວຽກງານການບໍລິການປິ່ນປົວ ແລະ ປ້ອງກັນພະຍາດ ຕາມຄາດໝາຍທີ່ວາງໄວ້, ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຈະນໍາເອົາອຸປະກອນ ແລະ ວັກຊີນດັ່ງກ່າວ ໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ໃຫ້ເຖິງກຸ່ມເປົ້າໝາຍໃນການຮັບວັກຊີນຢ່າງທົ່ວເຖິງ. ພ້ອມນີ້, ທ່ານໄດ້ຕາງໜ້າໃຫ້ລັດຖະບານ, ກະຊວງສາທາລະນະສຸກ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງສະມາຄົມພັດທະນາອາຊີຈີນ ແລະ ບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນຈຳກັດ ທີ່ໄດ້ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ໃນວຽກງານສາທາລະນະສຸກ ໃນຄັ້ງນີ້ ໂດຍຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າຈະສືບຕໍໄດ້ຮັບການຊ່ວຍເຫລືອຕື່ມອີກ.ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ, ລວມທັງນະໂຍບາຍສົ່ງເສີມການລົງທຶນ, ວຽກງານຈຸດສຸມ ແລະ ເຫດການສຳຄັນ ທາງດ້ານປະຫວັດສາດ ຂອງ ສປປ ລາວ ໃນປີ 2025; ໄດ້ສະເໜີສະມາຄົມເສດຖະກິດອາຊີຈີນ ລະດົມນັກລົງທຶນ ສປ ຈີນ ມາລົງທຶນ ຢູ່ ສປປ ລາວ ເພີ່ມຂຶ້ນ ໂດຍສະເພາະ ຂົງເຂດທີ່ມີທ່າແຮງ ເປັນຕົ້ນ ອຸດສາຫະກຳປຸງແຕ່ງແຮ່ທາດ, ປຸງແຕ່ງກະສິກຳ, ການບໍລິການ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານ ຊວນ ຊຸນຈີ້ (Quan Shunji) ປະທານສະມາຄົມພັດທະນາເສດຖະກິດອາຊີ-ຈີນ ກໍມີຄຳເຫັນ ຕີລາຄາຄືນການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປ ຈີນ ແລະ ສປປ ລາວ ໃນໄລຍະຜ່ານມາ; ໄດ້ແຈ້ງໃຫ້ຊາບກ່ຽວກັບບົດບາດຄວາມສຳຄັນ ແລະ ຜົນງານການເຄື່ອນໄຫວວຽກງານ ຂອງສະມາ ຄົມພັດທະນາເສດຖະກິດອາຊີ-ຈີນ ເຊິ່ງໄດ້ປະກອບສ່ວນເຂົ້າໃນ ການເສີມສ້າງສາຍພົວພັນ ແລະ ການຮ່ວມມື ຈີນ-ລາວ ນັບມື້ຈະເລີນງອກງາມຂຶ້ນເລື້ອຍໆ, ທັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ຈີນ ແລະ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນຕອນທ້າຍ, ກໍໄດ້ມອບ-ຮັບເຄື່ອງຊ່ວຍເຫລືອດັ່ງກ່າວ ຢ່າງເປັນທາງການ ເຊິ່ງກ່າວມອບໂດຍ ທ່ານ ຊວນຊຸນຈີ້ (Quan Shunji) ປະທານສະມາຄົມພັດທະນາ ເສດຖະກິດອາຊີ-ຈີນ ແລະ ກ່າວຮັບໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.


ຂ່າວ- ພາບ: ກົມປະຊາສຳພັນ ຫສນຍ.
KPL

ຂ່າວອື່ນໆ

ads
ads

Top