ຂປລ
ໃນລະຫວ່າງ ວັນທີ 15–16 ພຶດສະພາ ທ່ານ ນາງ ແພທອງທານ ສີນະວັດ, ນາຍົກລັດຖະມົນຕີ ໄທ ເດີນທາງ ມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມ ກອງປະຊຸມຄັ້ງທີ 4 ລະຫວ່າງ ຄະນະລັດຖະບານ ຫວຽດນາມ-ໄທ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ໃນລະຫວ່າງ ວັນທີ 15–16 ພຶດສະພາ ທ່ານ ນາງ ແພທອງທານ ສີນະວັດ, ນາຍົກລັດຖະມົນຕີ ໄທ ເດີນທາງ ມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມ ກອງປະຊຸມຄັ້ງທີ 4 ລະຫວ່າງ ຄະນະລັດຖະບານ ຫວຽດນາມ-ໄທ. ການຢ້ຽມຢາມ ບໍ່ພຽງແຕ່ ສ້າງຂີດໝາຍ ສຳຄັນ ໃນການພົວພັນ ສອງຝ່າຍ ເທົ່ານັ້ນ ຫາກຍັງເປີດ ບັນດາໂອກາດຮ່ວມມື ຢ່າງເລິກເຊິ່ງ ກວ້າງຂວາງ ລະຫວ່າງ ສອງປະເທດ, ພິເສດແມ່ນຫັນເປົ້າໝາຍ ນຳວົງເງິນການຄ້າສອງຝ່າຍບັນລຸ 25 ຕື້ໂດລາສະຫະລັດ ໃນອະນາຄົດໃກ້ໆນີ້ ໃຫ້ປະປົດຜົນເປັນຈິງ.ການຢ້ຽມຢາມໄດ້ດຳເນີນໃນສະພາບການ ສອງປະເທດ ກະກຽມການສະເຫລີມ ສະຫລອງ 50 ປີແຫ່ງວັນສ້າງຕັ້ງ ການພົວພັນທາງການທູດ (1976-2026). ການຢ້ຽມຢາມ ຈະກຳນົດທິດໃຫ້ແກ່ບັນດາຂໍ້ລິເລີ່ມຮ່ວມມື ເສດຖະກິດໃໝ່, ປັບປຸງການພົວພັນຄູ່ຮ່ວມມື ຍຸດທະສາດ ຢ່າງໝັ້ນແກ່ນ ແລະ ຍົກລະດັບ ການພົວພັນ ຂຶ້ນສູ່ລະດັບສູງໃໝ່. ສສຫວຽດນາມ ແລະ ໄທ ແມ່ນສອງປະເທດ ຢູ່ພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) ມີການພົວພັນ ທີ່ສະໜິດຕິດພັນ ແລະ ອົບອຸ່ນໃນຫລາຍດ້ານ. ນີ້ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ ການຮ່ວມມື ສອງຝ່າຍ ໃນການພັດທະນາ, ເປັນຕົ້ນ ແມ່ນການຮ່ວມມື ດ້ານເສດຖະກິດ.ປັດຈຸບັນ, ໄທ ແມ່ນຄູ່ຮ່ວມມື ທາງການຄ້າ ໃຫຍ່ທີສຸດຂອງ ສສຫວຽດນາມ ໃນອາຊຽນ ແລະ ຢື່ນຢູ່ ອັນດັບທີ 9 ໃນຈຳນວນ ບັນດາປະເທດ ມີການລົງທຶນ ຫລາຍທີ່ສຸດຢູ່ ສສ ຫວຽດນາມ. ບັນດານັກລົງທຶນ ໄທ ໄດ້ມາລົງທຶນຢູ່ ສສ ຫວຽດນາມ ໂດຍໄວ ເຊິ່ງມີການດຳເນີນທຸລະກິດ ໃນຫລາຍຂະແໜງ, ຫລາຍຂົງເຂດ. ທ່ານ ນາງ ອຸຣະວະດີ ສີພິຣົມ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ຢັ້ງຢືນວ່າ: ຜ່ານການພົບປະກັບ ກຸ່ມວິສາຫະກິດ, ເຫັນວ່າ ບັນດານັກລົງທຶນ ລ້ວນແຕ່ ມີຄວາມໄວ້ເນື້ອເຊື່ອໃຈ ຕໍ່ຄວາມສາມາດ ບົ່ມຊ້ອນ ແລະ ບັນດານະໂຍບາຍ ໜູນຊ່ວຍ ຊຸກຍູ້ການລົງທຶນຂອງ ສສ ຫວຽດນາມ ແລະ ຖືວ່າ ສສ ຫວຽດນາມ ຍັງແມ່ນສະຖານທີ່ ລົງທຶນ ອັນດັບທີ 1 ຂອງໄທ ຢູ່ຕ່າງປະເທດ. ບັນດານັກລົງທຶນ ໄທ ຍາມໃດກໍ່ນອນໃນ ອັນດັບ 10 ປະເທດ ມີນັກລົງທຶນມາລົງທຶນຢູ່ ສສ ຫວຽດນາມ ດ້ວຍຍອດເງິນລົງທຶນ ຈົດທະບຽນ ຂຶ້ນເຖິງ 14 ຕື້ໂດລາສະຫະລັດ ດ້ວຍຫລາຍຂົງເຂດ ທີ່ແຕກຕ່າງກັນ.ປັດຈຸບັນ, ທັງສອງປະເທດ ກໍ່ພວມປະຕິບັດ ໂຄງການກະທຳ ຜັນຂະຫຍາຍ ການພົວພັນຄູ່ຮ່ວມມື ຍຸດທະສາດ ເພີ່ມທະວີ ລະຫວ່າງ ສສ ຫວຽນດາມ-ໄທ ໄລຍະ 2022 – 2027 ຢ່າງມີປະສິດທິຜົນ, ໃນນັ້ນ ມີຍຸດທະສາດ “ສາມເຊື່ອມຕໍ່”, ລວມມີ: ການເຊື່ອມຕໍ່ ລະບົບ ສະໜອງໃນບັນດາຂົງເຂດ, ການເຊື່ອມຕໍ່ ບັນດາວິຫະກິດ ແລະ ທ້ອງຖິ່ນຂອງສອງປະເທດ, ການເຊື່ອມຕໍ່ ບັນດາຍຸດທະສາດ ພັດທະນາ ແບບຍືນຍົງ.. ທ່ານ ກະວີ ຈົງກິດຖາວອນ ນັກຄົ້ນຄ້ວາສາກົນ ແຖວໜ້າຢູ່ ໄທ ໃຫ້ຮູ້ວ່າ:ນີ້ແມ່ນໂຄງການ ທີ່ດີຍ້ອນວ່າ ມັນຍົກອອກ ຂໍ້ສະເໜີ ກ່ຽວກັບ ຍຸດທະສາດ “ສາມການເຊື່ອມຕໍ່”ຢູ່ລະດັບຮາກຖານ. ມີລະບົບສະໜອງ, ມີຜູ້ຜະລິດທ້ອງຖິ່ນ, ມີປະຊາຄົມທ້ອງຖິ່ນເຊື່ອມຕໍ່ ເຊິ່ງກັນແລະກັນ ແລະ ໂຄງການຈະເຊື່ອມຕໍ່ພາກອີສານ ກັບພາກກາງ ຫວຽດນາມ, ໜູນຊ່ວຍວິສາຫະກິດສອງປະເທດ ຮ່ວມມືກັນ ໃນການພົວພັນ ແລກປ່ຽນ ທາງການຄ້າ ກໍ່ຄື ພົວພັນແລກປ່ຽນ ປະຊາຊົນ.ໃນຂົງເຂດຂົນສົ່ງ, logistic ທີ່ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ, ປັດຈຸບັນ, ທັງ ສສ ຫວຽດນາມ ແລະ ໄທ ລ້ວນແຕ່ ຕັ້ງໜ້າລົງທຶນ ພື້ນຖານໂຄງລ່າງ ຄົມມະນາຄົມ, ຊ່ວຍການເດີນທາງຢ່າງສະດວກ, ເຖິງວ່າບໍ່ມີເສັ້ນຊາຍແດນ ຕິດຈອດກັນ. ກ່ຽວກັບ ຄວາມສາມາດ ບົ່ມຊ້ອນນີ້, ທ່ານນາງ ເອກອັກຄະລັດຖະທູດ ອຸຣະວະດີ ສີພິຣົມ ໃຫ້ຮູ້ວ່າ: ໄທ ມີແຜນການພັດທະນາ ເສັ້ນທາງລົດໄຟ ຂະນະທີ່ ສສ ຫວຽດນາມ ກໍ່ມີບັນດາແຜນການພັດທະນາ ພື້ນຖານໂຄງລ່າງ ໃນຫລາຍຂົງເຂດ. ດັ່ງນັ້ນ, ຈຶ່ງມີຫລາຍເງື່ອນໄຂ ເພື່ອພັດທະນາ, ພິເສດແມ່ນຄົມມະນາຄົມຂົນສົ່ງ, ໃນນັ້ນ ມີການຂົນສົ່ງສິນຄ້າຈາກ ໄທ ໄປຍັງ ສສ ຫວຽດນາມ. ຂະນະທີ່ ລັດຖະບານ ຫວຽດນາມ ຖືເປັນສຳຄັນການພັດທະນາລະບົບ logistic ແລະ ສ້າງເງື່ອນໄຂສະດວກ ໃຫ້ແກ່ການນຳສິນຄ້າ ຜ່ານແດນ. ນອກຈາກນັ້ນ, ບັນດາໂຄງການອື່ນໆພວມໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ ຈາກທັງສອງຝ່າຍຄື: ການຮ່ວມມືລະຫວ່າງ ສະຖາບັນການສຶກສາ ມະຫາວິ ທະຍາໄລ ໄທ ແລະ ມະຫາວິທະຍາໄລ FPT ກ່ຽວກັບ robot ແລະ ປັນຍາປະດິດ (AI), ບັນດາໂຄງການ ເຊື່ອມຕໍ່ວິສາຫະກກິດ ສອງປະເທດ ໃນຂົງເຂດເຕີບໂຕ ສີຂຽວ ແລະ ຮູບແບບ ເສດຖະກິດ ຊີວະພາບ-ໝູນວຽນ-ສີຂຽວ (ໄທ), ຊຸກຍູ້ການທ່ອງທ່ຽວ “6 ປະເທດ, ຈຸດພັດພົບດຽວ”.ໂດຍອີງຕາມ ບັນດາໝາກຜົນຂອງການຮ່ວມມື ໃນໄລຍະຜ່ານມາ, ການຢ້ຽມຢາມ ສສ ຫວຽດນາມ ຂອງທ່ານ ນາງ ແພທອງທານ ສີນະວັດ ນາຍົກລັດຖະມົນຕີ ຈະເປີດບັນດາໂອກາດ ຮ່ວມມື ຢ່າງເລິກເຊິ່ງ ກວ້າງຂວາງ ລະຫວ່າງ ສອງປະເທດ, ຫັນເປົ້າໝາຍນຳວົງເງິນການຄ້າ ສອງຝ່າຍ ບັນລຸລະດັບວາງອອກ ໃຫ້ປະກົນຜົນເປັນຈິງ, ຊຸກຍູ້ບັນດາໂຄງການ ເຊື່ອມຕໍ່ເຂດ ນຳມາເຊິ່ງຜົນປະໂຫຍດ ໃຫ້ແກ່ ແຕ່ລະປະເທດ ໃນສະພາບການເສດຖະກິດໂລກ ທີ່ເຕັມໄປດ້ວຍ ການຫັນປ່ຽນ. ການຢ້ຽມຢາມ ກໍ່ປະກອບສ່ວນປັບປຸງ ການຮ່ວມມື ໃນອາຊຽນ ນັບທັງ ສສ ຫວຽດນາມ ແລະ ໄທ ຍາມໃດກໍ່ຕັ້ງໜ້າ ສະໜັບ ສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນແລະກັນ ໃນການເພີ່ມທະວີ ກຳລັງແຮງ ຂອງ ອາຊຽນ../.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL