ຂປລ
ສປ ຈີນ ແລະ ໂກລົມບີ ໄດ້ລົງນາມ ໃນແຜນການຮ່ວມມື ກ່ຽວກັບ ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ພ້ອມທັງ ປະກາດ ລົງນາມ ເອກະສານ ການແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດ ການພັດທະນາ ເສດຖະກິດ

ຂປລ.ວິທະຍຸ ສາກົນ ແຫ່ງ ສປຈີນ, ວັນທີ 14 ພຶດສະພານີ້, ສປ ຈີນ ແລະ ໂກລົມບີ ໄດ້ລົງນາມ ໃນແຜນການຮ່ວມມື ກ່ຽວກັບ ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ພ້ອມທັງ ປະກາດ ລົງນາມ ເອກະສານ ການແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດ ການພັດທະນາ ເສດຖະກິດ ຄື: ສອງຝ່າຍ ໄດ້ລົງນາມ “ແຜນການຮ່ວມມື ລະຫວ່າງ ສປ ຈີນ ກັບ ໂກລົມບີ ກ່ຽວກັບ ການຮ່ວມກັນ ຊຸກຍູ້ແລວເສດຖະກິດ ເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝ ທາງທະເລ ສະຕະວັດ ທີ 21” ແລະ “ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຄະນະກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດສາທາລະນະລັດປະຊາຊົນຈີນ ກັບ ກະຊວງການຄ້າ, ອຸດສາຫະກຳ ແລະ ທ່ອງທ່ຽວ ໂກລົມບີ ກ່ຽວກັບ ການແລກປ່ຽນແລະ ການຮ່ວມມື ໃນຂົງເຂດ ການພັດທະນາ ເສດຖະກິດ” ເພື່ອຊຸກຍູ້ ການຮ່ວມມື ທີ່ຕິດແທດຕົວຈິງ ໃນຂົງເຂດຕ່າງໆ ໃຫ້ບັນລຸຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ ພາຍໃຕ້ແຜນ ການຮ່ວມມື ເພື່ອຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL