7021

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 06.05.2025 ປີທີ 24 ສະບັບທີ 6.176ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j lkoltcf'7;k,glQ klts]q f.9 -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K dt-;'dko8j k'xtgmf ]k; c]t wm ln [8+ Ia fc|h odkorq ;ra oIj ;,,n leg]a fdkoc0j '0a o lu ,n cI''kocsj '-kf 7A 'mu IV 78r xtdkfrtoa d'ko vvdra ddko{Ia [v5 f|6 o[eoko gruj ,mt;u dkog/Q k]t;a ' c]t ltda fdA o dkoczj ]t[kf 0v'rtpkfw0h g]n vffe 4qj ;]Po r;,wfh Ia [7;k,oy pq , 9kdd5j ,z6h x6 d c]t z6h [= ]y 3rd .o]k; vq '7totra d I;zm lts]5 [dkod+ lh k' |j ;pra dxvf.l g0A ,c0' |a dc|h o xu 2024 ltrkcsj '-kf gzu pczj gvdtlkole7a o0v'ra d ຂປລ. ປັດຈຸບັນພະຍາດໄຂ້ ເລືອດດໍາ ກຳລັງລະບາດຢູ່ຈັງຫວັດ ມຸກດາຫານ, ປະເທດໄທ ເຊິ່ງພະ ຍາດດັ່ງກ່າວ ເປັນພະຍາດຕິດແປດ ຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດ ລ້ຽງລູກດ້ວຍນໍ້ານົມ ເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ ເຮັດໃຫ້ສັດລ້ຽງຕາຍເປັນ ຈຳນວນຫລາຍ. ພະຍາດດັ່ງກ່າວ, ເກີດຈາກເຊື້ອກາລະໂລກ ທີ່ມີຊື່ວ່າ ບາຊິລັສ ແອນແທັກຊິສ (Bacillus Anthracis) ເຊື້ອພະຍາດນີ້ ສາ ມາດສ້າງສະປໍ ແລະ ມີຄວາມທົນ ທານຕໍ່ສະພາບແວດລ້ອມສູງ ໂດຍ ຂປລ. ວັນທີ 2 ພຶດສະພາ 2025 ຜ່ານມາ, ທີ່ ບາງກອກ ປະເທດໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ພົບປະ ສອງຝ່າຍກັບ ທ່ານ ມາຣິດ ສະ ຫງ່ຽມພົງ ລັດຖະມົນຕີວ່າການກະ ຊວງການຕ່າງປະເທດ ແຫ່ງ ຣາຊະ ອານາຈັກໄທ, ໃນໂອກາດນຳພາ ຄະນະຜູ້ແທນລາວ ເດີນທາງເຂົ້າ ຮ່ວມກອງປະຊຸມເວທີປຶກສາຫາລື ແຜນງານໂຄງການອາຊີຕາເວັນ ອອກສຽງໃຕ້ ຂອງອົງການຮ່ວມມື ດ້ານເສດຖະກິດເພື່ອການພັດທະນາ (OECD Southeast Asia Reg i ona l P r og r amme 2025). ຂປລ. ສະຖາບັນສື່ມວນຊົນ, ວັດ ທະນະທຳ ແລະ ທ່ອງທ່ຽວ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຊຸດຝຶກອົບ ຮົມພະນັກງານນໍາທ່ຽວລະດັບຊາດ ຊຸດທີ 32 ໃນລະຫວ່າງວັນທີ 5 ພຶດສະພາ ຫາ 22 ກໍລະກົດ 2025 ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດ ຖະມົນຕີກະຊວງ ຖວທ, ມີບັນດາ ຫົວໜ້າກົມ,ຮອງກົມ,ຫົວໜ້າ-ຮອງ ຫົວໜ້າ ສະຖາບັນ, ຫົວໜ້າພະແນກ ຖວທ ນະຄອນຫລວງ, ຜູ້ຕາງໜ້າ ຈາກສະມາຄົມທຸລະກິດທ່ອງທ່ຽວ ແລະສະມາຄົມພະນັກງານນຳທ່ຽວ ເຂົ້າຮ່ວມ. ຂປລ. ກອງປະຊຸມສະຫລຸບຖອດ ຖອນບົດຮຽນ ການກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ທົ່ວອົງຄະນະພັກ ໂຮງຮຽນວັດທະນະທຳຊົນເຜົ່າ ເຊື້ອພະຍາດ ຈະກະຈາຍຢູ່ຕາມທົ່ງ ຫຍ້າ ແລະ ຝັງໂຕຢູ່ໃນດິນ ໄດ້ເປັນ ເວລາດົນ, ສັດທີ່ໄດ້ຮັບເຊື້ອຈະມີອາ ການເລືອດເປັນພິດຢ່າງຮ້າຍແຮງ ເຮັດໃຫ້ເມັດເລືອດແດງແຕກ ແລ້ວ ສັດຈະສົ່ງເຊື້ອອອກທາງອາຈົມ, ນ້ຳຢຽວ,ນ້ຳນົມ, ເລືອດແລະອື່ນໆ. ພະຍາດໄຂ້ເລືອດດຳ ສາມາດຕິດຕໍ່ ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດ ທີ່ຕິດ ພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້. ສະນັ້ນ, ເພື່ອກະກຽມຄວາມ ພ້ອມໃນການຮັບມື ແລະ ເພື່ອເປັນ gxu f-5 f/b dvq [Iq ,rtoa d'kooemj P; ]tfa [-kf -5 fmu 32 ໃນໂອກາດນີ້, ທ່ານ ທອງສະ ຫວັນ ພົມວິຫານ ໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບ ແລະ ອໍາ ນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ຄະນະຜູ້ແທນຂອງ ສປປ ລາວ ໃນການເດີນທາງເຂົ້າຮ່ວມ ກອງປະຊຸມຄັ້ງນີ້, ພ້ອມທັງສະ ແດງຄວາມຊົມເຊີຍຕໍ່ການເປັນເຈົ້າ ພາບຮ່ວມຈັດກອງປະຊຸມດັ່ງກ່າວ ຂອງໄທ ແລະ ຍັງໄດ້ສະແດງຄວາມ ຂອບໃຈຝ່າຍໄທ ທີ່ໄດ້ແຕ່ງຕັ້ງຜູ້ ຕາງໜ້າລັດຖະບານ ໄປເຂົ້າຮ່ວມ ພິທີຊາປະນະກິດສົບ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກປະ ຊາຊົນປະຕິບັດວັດລາວ, ອະດີດປະ  ອ່ານຕໍ່ໜ້າ 6່ າໍ່ ໜ້າ ທ່ານ ນາງ ເພັນປະພາ ພົງສາ ຮອງຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳແລະທ່ອງທ່ຽວໄດ້ໃຫ້ ຮູ້ວ່າ:  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມ ເສົ້າສະຫລົດໃຈ ເຖິງ ທ່ານ ສຸບຣາມານຢໍາ ໃຈຊັງກາ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ຕໍ່ເຫດການ ຍິງຜູ້ຄົນທີ່ເຂດເທືອກເຂົາຫິມະໄລ ເມືອງປາຮາກໍາ, ເຂດຈໍາມູ-ກັດສະ ເມຍ, ປະເທດອິນເດຍ ໃນວັນທີ 22 ເມສາ 2025 ທີ່ຜ່ານມາ. ເນື້ອໃນສານ ລະບຸໄວ້ວ່າ: ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດ ໃຈຢ່າງສຸດຊຶ້ງ ຕໍ່ເຫດການຍິງຜູ້ຄົນ ທີ່ເຂດເທືອກເຂົາຫິມະໄລ ເມືອງປາ ຮາກໍາ, ເຂດຈໍາມູ-ກັດສະເມຍ, ປະເທດອິນເດຍ ໃນວັນທີ 22 ເມສາ 2025 ທີ່ຜ່ານມາ, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ ເປັນຈໍານວນຫລວງຫລາຍ. ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະ ແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງລັດຖະ ບານ ແລະ ປະຊາຊົນ ອິນເດຍ ໂດຍສະເພາະ ຕໍ່ຄອບຄົວຂອງຜູ້ທີ່ໄດ້ ຮັບເຄາະຮ້າຍໃນຄັ້ງນີ້. ຂປລ. ງານແຂ່ງຂັນສີມືແຮງ ງານແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາ ຂວັນ “ສີມືແຮງງານລາວ ກ້າວສູ່ ພາກພື້ນ ແລະ ສາກົນ” ໄດ້ສຳເລັດ ລົງເມື່ອບໍ່ດົນມານີ້,ທີ່ນະຄອນຫລວງ ວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບ ລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຂປລ. ເມື່ອບໍ່ດົນມານີ້, ສະພາ ແຫ່ງຊາດ (ສພຊ) ໄດ້ເຜີຍແຜ່ ບົດສະຫລຸບຕີລາຄາການຈັດຕັ້ງ ປະຕິບັດວຽກງານກໍ່ສ້າງພັກພະນັກງານ ແລະ ການປັບປຸງ ກົງຈັກການຈັດຕັ້ງ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025, ເຜີຍແຜ່ເອກະສານສໍາຄັນຂອງພັກ, ປະກາດການແຕ່ງຕັ້ງ ແລະ ຍົກຍ້າຍ ຕໍາແໜ່ງບໍລິຫານ ໂດຍການເປັນປະ ທາຂອງສະຫາຍ ຄໍາໃບ ດໍາລັດ ຂປລ. ຄະນະພົວພັນຕ່າງປະ ເທດສູນກາງພັກ ຈັດພິທີປະກາດ ພະນັກງານຂັ້ນສູນກາງຄຸ້ມຄອງ ອອກພັກການ-ຮັບອຸດໜູນບຳນານ ໃນວັນທີ 2 ພຶດສະພາ 2025 ຜ່ານ ມາ ໂດຍໃຫ້ການເປັນປະທານ ຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການເລຂາຄະນະບໍລິຫານ ງານພັກ, ຮັກສາການຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ, ມີ ຄະນະພັກ, ຄະນະນຳ, ຄະນະກົມ ແລະ ຄະນະພະແນກເຂົ້າຮ່ວມ. ໃນພິທີດັ່ງກ່າວ, ສະຫາຍ ເກີລໍ່ ຢ່າງກໍ່ກຳມະການຄະນະພັກ, ເລຂາ ໜ່ວຍພັກ, ຫົວໜ້າກົມຈັດຕັ້ງ-ພະ ນັກງານ ໄດ້ຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 336/ຄລສພ, ລົງ ວັນທີ 02/01/2025 ວ່າດ້ວຍ ການອະນຸມັດໃຫ້ ສະຫາຍ ນາງ ສິຣິພອນ ຄູຫາເທບ ກຳມະການ ຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າ ກົມ ເອີຣົບ-ອາເມຣິກາ ຂອງຄະນະ ພົວພັນຕ່າງປະເທດສູນກາງພັກ ອອກພັກການ-ຮັບອຸດໜູນບຳນານ ຕາມກົດໝາຍວ່າດ້ວຍພະນັກງານລັດຖະກອນ ເຊິ່ງ ສະຫາຍ ນາງ ສິຣິພອນ ຄູຫາເທບ ແມ່ນຜູ້ໜຶ່ງທີ່ ມີຄຸນງາມຄວາມດີ ແລະ ຜົນງານ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 06/05/2025 xtgmf]k; ສະພາແຫ່ງຊາດ...່ ຂປລ. ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບການລິເລີ່ມ ລະບົບສາທາລະນະສຸກ ທີ່ມີຄວາມ ທົນທານຕໍ່ການປ່ຽນແປງສະພາບ ດິນຟ້າອາກາດ ໄດ້ຈັດຂຶ້ນເມື່ອບໍ່ ດົນມາ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງ ສາທາລະນະສຸກ ແລະ ທ່ານ ລູກ ເອັບສ໌ ຫົວໜ້າອົງການຊ່ວຍເຫລືອ ເດັກສາກົນປະຈໍາ ສປປ ລາວ ໂດຍ ມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະ ສຸກ, ທ່ານ ທິມໂມຕີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ການສ້າງຄວາມເຂັ້ມແຂງໃຫ້ ລະບົບສາທາລະນະສຸກ ໃນ ສປປ ລາວ ເພື່ອສາມາດທົນທານກັບ ສະພາບການປ່ຽນແປງດິນຟ້າອາ ກາດ ເປັນໂຄງການຄັ້ງທຳອິດຂອງ ສປປ ລາວ ໂດຍໄດ້ຮັບທຶນສະໜັບ ສະໜູນຈາກກອງທຶນສີຂຽວທາງ ດ້ານການປ່ຽນແປງດິນຟ້າອາກາດ (GCF) ຜ່ານອົງການຊ່ວຍເຫລືອ ເດັກ ອົດສະຕຣາລີ ດ້ວຍການປະ ກອບທຶນຊ່ວຍເຫລືອຈາກອົງການ ຊ່ວຍເຫລືອເດັກ ສະຫະລັດອາເມ ລິກາ, ອົງການອະນາໄມໂລກ ແລະ ລັດຖະບານແຫ່ງສປປລາວ(ໃນຮູບ ແບບການສົມທົບທີ່ບໍ່ແມ່ນເງິນ) ໂດຍມີຈຸດປະສົງເພື່ອເສີມສ້າງ ຄວາມເຂັ້ມແຂງດ້ານການປັບຕົວ ຕໍ່ການປ່ຽນແປງດິນຟ້າອາກາດ ແລະ ມີຄວາມຍືນຍົງຂອງລະບົບ ສາທາລະນະສຸກ ໃນ 7 ແຂວງເປົ້າ ໝາຍຂອງໂຄງການ ເນື່ອງຈາກ ເດັກນ້ອຍເປັນກຸ່ມທີ່ມີຄວາມສ່ຽງ ສູງທີ່ສຸດຕໍ່ໄພອັນຕະລາຍດ້ານສຸຂະ ພາບ ທີ່ກ່ຽວຂ້ອງກັບການປ່ຽນ ແປງດິນຟ້າອາກາດ ລວມທັງໄຂ້ ເລືອດອອກ, ພະຍາດຖອກທ້ອງ ແລະ ພາວະຂາດສານອາຫານອັນ ເນື່ອງມາຈາກການປ່ຽນແປງສະ ພາບອາກາດຮຸນແຮງ ທີ່ສົ່ງຜົນ ກະທົບຕໍ່ພືດຜົນ, ທີ່ຢູ່ອາໄສ, ລະບົບ ນໍ້າ ແລະ ສຸຂາພິບານ ເຊິ່ງໂຄງ ການນີ້ ໄດ້ກຳນົດກິດຈະກໍາເປົ້າ ໝາຍ ເພື່ອປົກປ້ອງສະຫວັດດີພາບ ແລະ ອື່ນໆ. ໃນໄລຍະ 5 ປີຂ້າງໜ້າ, ໂຄງ ການຈະໃຫ້ການສະໜັບສະໜູນ ສະຖານທີ່ບໍລິການສາທາລະນະສຸກ ຈໍານວນ 100 ແຫ່ງ ແລະ ຊຸມຊົນ ຈໍານວນ 250 ແຫ່ງ ໃນ 25 ເມືອງ ຂອງ 7 ແຂວງ ໂດຍຈະເສີມສ້າງ ຄວາມສາມາດຂອງພະນັກງານ ສາທາລະນະສຸກ ໃນການແກ້ໄຂ ຄວາມສ່ຽງດ້ານສຸຂະພາບທີ່ກ່ຽວ ຂ້ອງກັບການປ່ຽນແປງດິນຟ້າ ອາກາດ, ປັບປຸງພື້ນຖານໂຄງລ່າງ ດ້ານສາທາລະນະສຸກ ໃຫ້ມີຄວາມ ທົນທານຕໍ່ການປ່ຽນແປງດິນຟ້າ ອາກາດ ແລະ ປະຢັດພະລັງງານ ໃນສະຖານທີ່ບໍລິການສາທາລະນະ ສຸກ ຈໍານວນ 79 ແຫ່ງ; ເພີ່ມຄວາມ ຮັບຮູ້ຂອງຊຸມຊົນກ່ຽວກັບຜົນກະ ທົບຂອງການປ່ຽນແປງດິນຟ້າອາ ກາດຕໍ່ສຸຂະພາບ. ພ້ອມກັນນັ້ນ, ໂຄງການຈະສ້າງຄວາມເຂັ້ມແຂງ ໃຫ້ແກ່ຊຸມຊົນໃນການກໍານົດບຸລິ ມະສິດດ້ານສຸຂະພາບ ທີ່ກ່ຽວພັນ ກັບການປ່ຽນແປງດິນຟ້າອາກາດ, ຂະຫຍາຍລະບົບເຕືອນໄພລ່ວງໜ້າ ແລະ ປັບປຸງການເຂົ້າເຖິງການ ບໍລິການດ້ານສຸຂະພາບໃຫ້ແກ່ ປະຊາຊົນຫລາຍກວ່າ 2,3 ລ້ານ ຄົນໃນເຂດຊົນນະບົດທີ່ມີຄວາມ ສ່ຽງສູງຕໍ່ການປ່ຽນແປງດິນຟ້າ ອາກາດ. ຂ່າວ: ທະນູທອງ ກໍາມະການສູນກາງພັກ, ປະທານ ກວດກາພັກ-ລັດສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ມີ ຄະນະປະຈໍາ, ຄະນະບໍລິຫານງານ ພັກ, ຄະນະພັກຮາກຖານ, ຄະນະ ໜ່ວຍພັກຮາກຖານ, ຄະນະໜ່ວຍ ພັກທີ່ຂຶ້ນກັບຄະນະພັກຮາກຖານ, ສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນ ສພຊ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ຄໍາໃບ ດໍາ ລັດ ໄດ້ມີຄໍາເຫັນແລກປ່ຽນ ໂດຍ ເນັ້ນໃຫ້ຄະນະບໍລິຫານງານພັກ ສະພາແຫ່ງຊາດ ທີ່ນໍາພາຢູ່ແຕ່ລະ ຂົງເຂດ, ບັນດາຮາກຖານພັກ ຈະ ຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານລັດຖະກອນທີ່ຢູ່ໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ ມີຄວາມ ເຂົ້າໃຈຕໍ່ສະພາບການ, ມີຄວາມ ອົດທົນ, ມີຄວາມເປັນເອກະພາບຕໍ່ ແນວທາງນະໂຍບາຍຂອງພັກ ແລະ ເປັນເຈົ້າການເຂົ້າຮ່ວມແກ້ໄຂບັນ ຫາຕ່າງໆ ໃຫ້ບັນລຸຜົນສໍາເລັດ; ຈໍາ ແນກໄດ້ເລ່ຫລ່ຽມ, ການໂຄສະນາ ບິດເບືອນຂອງຄົນບໍ່ດີທີ່ຫວັງມ້າງ ເພທໍາລາຍ, ສ້າງຄວາມແຕກແຍກ ພາຍໃນພວກເຮົາ. ພ້ອມກັນນັ້ນ, ກໍຄວນເອົາໃຈໃສ່ປະຕິບັດມາດຕະ ການຕ່າງໆໃນສະພາບຫຍຸ້ງຍາກ ແນວນີ້ ເປັນຕົ້ນ ການປະຢັດມັດ ທະຍັດ, ຊ່ວຍເຫລືອເຊິ່ງກັນ ແລະ ກັນພາຍໃນພະນັກງານ-ລັດຖະ ກອນ ໂດຍສະເພາະຜູ້ທີ່ມີຄວາມ ຫຍຸ້ງຍາກແທ້ ເຊິ່ງບັນຫານີ້, ຄະນະ ພັກ, ຄະນະປະຈໍາສະພາແຫ່ງຊາດ ໄດ້ຊີ້ນໍາອົງການຊ່ວຍວຽກຂອງ ຄະນະພັກ ສພຊ ແລ້ວ. ປັດຈຸບັນ, ຄະນະບໍລິຫານງານພັກສະພາແຫ່ງ ຊາດ ໄດ້ຊີ້ນໍາການຈັດຕັ້ງຜັນຂະ ຫຍາຍຕາມທິດຂອງມະຕິຄະນະບໍລິ ຫານງານສູນກາງພັກວ່າດ້ວຍການ ປັບປຸງກົງຈັກການຈັດຕັ້ງສະບັບ ເລກທີ 03/ຄບສພ ເຊິ່ງໄດ້ຊີ້ນໍາຄະ ນະປັບປຸງກົງຈັກການຈັດຕັ້ງຂອງ ສພຊ ຄົ້ນຄວ້າການໂຮມກົງຈັກ ພາຍໃນ ສພຊ ລວມທັງເກັບກໍາບຸກ ຄະລາກອນ, ການຮ່າງນິຕິກໍາການ ຈັດຕັ້ງແລະ ເຄື່ອນໄຫວຂອງກົງຈັກ ແລະ ອື່ນໆ ເພື່ອຮອງຮັບໃຫ້ ສພຊ ຊຸດທີ X. ສະນັ້ນ, ສະເໜີຄະນະນໍາ ຂອງກໍາມາທິການ, ຄະນະເລຂາທິ ການ, ສະຖາບັນຄົ້ນຄວ້ານິຕິກໍາ ໃຫ້ການຮ່ວມມືສະໜັບສະໜູນ, ຄົ້ນ ຄວ້າ, ປຶກສາຫາລື ເພື່ອສ້າງຄວາມ ເປັນເອກະພາບ ໃຫ້ສໍາເລັດໃນ ສພຊ ຊຸດທີ IX; ສະເໜີບັນດາກໍາມາທິ ການ, ຄະນະເລຂາທິການ, ສະຖາ ບັນຄົ້ນຄວ້ານິຕິກໍາ ພ້ອມພະນັກ ງານພາຍໃນສະພາແຫ່ງຊາດ ຈົ່ງ ຂຸ້ນຂ້ຽວກະກຽມວຽກງານທີ່ຢູ່ໃນ ຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ ການດໍາເນີນກອງປະຊຸມສະໄໝສາ ມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ເຊິ່ງຄາດຄະເນຈະຈັດຂຶ້ນໃນເດືອນ ມິຖຸນານີ້ ມີຜົນສໍາເລັດຈົບງາມ. ເພື່ອເຮັດໃຫ້ວຽກງານການກະ ກຽມເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ I I I ດໍາເນີນໄປສອດຄ່ອງກັບກົດ ໝາຍ ແລະ ຮັບປະກັນຕາມທິດຊີ້ ນໍາຂອງກົມການເມືອງສູນກາງ ພັກ ທັງໄດ້ຕາມຄາດໝາຍທີ່ຄະນະ ປະຈໍາສະພາແຫ່ງຊາດກໍານົດໄວ້ ນັ້ນ, ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຮີບຮ້ອນຄົ້ນຄວ້າສ້າງ ເອກະສານທີ່ກ່ຽວຂ້ອງ ເພື່ອຂໍທິດ ຊີ້ນໍາຈາກກົມການເມືອງສູນກາງ ພັກ ແລະ ບັນດາເອກະສານທີ່ຮັບ ໃຊ້ໃຫ້ແກ່ການເລືອກຕັ້ງຄັ້ງນີ້ ລວມ ທັງການເກັບກໍາ ແລະ ຂຶ້ນບັນຊີອຸ ປະກອບຮັບໃຊ້ການເລືອກຕັ້ງ ໃຫ້ ມີຜົນສໍາເລັດຕາມຄາດໝາຍທີ່ວາງ ໄວ້; ໃຫ້ບັນດາໜ່ວຍພັກຮາກຖານ, ໜ່ວຍພັກ ກະກຽມການສະຫລຸບ ວຽກງານໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ, ວຽກງານຮັກ ຊາດພັດທະນາ, ວຽກງານຍ້ອງຍໍ ແລະ ອື່ນໆ ໃຫ້ສໍາເລັດກ່ອນເດືອນ ຕຸລາ 2025. ຫລັງຈາກນັ້ນ, ຄະນະ ຮັບຜິດຊອບຈະຄົ້ນຄວ້າແລະສະເໜີ ຂັ້ນເທິງພິຈາລະນາຕົກລົງຈັດຕັ້ງ ປະຕິບັດໃຫ້ທັນກັບສະພາບການ. ພ້ອມນັ້ນ, ສະຫາຍຮອງປະ ທານສະພາແຫ່ງຊາດ ຍັງສະແດງ ຄວາມຊົມເຊີຍ ບັນດາສະຫາຍທີ່ ໄດ້ເລື່ອນຕໍາແໜ່ງໃໝ່ ເຊິ່ງລ້ວນ ແລ້ວແຕ່ແມ່ນຜູ້ທີ່ມີເງື່ອນໄຂມາດ ຕະຖານຄົບຖ້ວນ, ແມ່ນຜູ້ທີ່ໄດ້ ຮັບຄວາມເຊື່ອໝັ້ນ, ມີຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ ທັງເນັ້ນໃຫ້ ສະຫາຍທີ່ໄດ້ເລື່ອນຕໍາແໜ່ງໃໝ່ ຈົ່ງປະກອບສ່ວນທຸ່ມເທເຫື່ອແຮງ, ສະຕິປັນຍາ, ເຮັດວຽກຢ່າງບໍ່ຮູ້ອິດ ຮູ້ເມື່ອຍ ເພື່ອປະຕິບັດໜ້າທີ່ວຽກ ງານທີ່ຕົນຮັບຜິດຊອບດ້ວຍຄຸນນະ ພາບ, ຊ່ວຍເຮັດໃຫ້ກົງຈັກທີ່ຕົນສັງ ກັດມີຜົນສໍາເລັດ. ສ່ວນການຍົກ ຍ້າຍໄປປະຕິບັດໜ້າທີ່ໃໝ່ ກໍຄືການ ໝູນວຽນສັບປ່ຽນໜ້າທີ່, ການດໍາ ລົງຕໍາແໜ່ງຈາກບ່ອນເກົ່າໄປຮັບ ຜິດຊອບໜ້າທີ່ໃໝ່ ຕາມຄວາມ ຮຽກຮ້ອງຂອງໜ້າທີ່ການເມືອງ, ເພື່ອສ້າງເງື່ອນໄຂໃຫ້ພະນັກງານ ໄດ້ຝຶກຝົນ, ທົດສອບໃນພຶດຕິກໍາ ຕົວຈິງຢ່າງຮອບດ້ານ, ມີຄວາມຊໍາ ນານງານ, ສ້າງຖັນແຖວພະນັກ ງານໃຫ້ສົມຄູ່ກັບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເຮັດໜ້າທີ່ໃຫ້ ການຈັດຕັ້ງຢູ່ແຕ່ລະຂັ້ນ ແລະ ຂະ ແໜງການຕ່າງໆ ມີສະຖຽນລະ ພາບ, ມີການເຄື່ອນໄຫວຢ່າງຕັ້ງ ໜ້າ ແລະ ມີປະສິດທິພາບ. ຂ່າວ-ພາບ: ສພຊ lh k'7;k,g0A ,c0'.sh ]t[q [lkmk]totl5 d lk,kfmq omkoda [dkoxj Pocx'fy o2h kvkdkf ຂປລ. ທ້າຍເດືອນເມສາ 2025 ຜ່ານມາ, ທີ່ທໍານຽມປະທານາທິບໍດີ ອິສຕານາ ທ່ານ ວິລັດສອນ ວິສອນ ນະວົງ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ທາ ມານ ຊານມູກາຣນນາມ(Tharman Shanmugaratnam) ປະທານາທິ ບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະ ລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາ ລະນະລັດ ສິງກະໂປ. ໃນໂອກາດນີ້, ທ່ານເອກອັກຄະລັດ ຖະທູດ ໄດ້ນໍາເອົາຄວາມຢື້ຢາມຖາມ ຂ່າວ ແລະ ພອນໄຊອັນປະເສີດ ຂອງ ທ່ານທອງລຸນສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ທາມານ ຊານມູກາຣນນາມ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ, ລັດ ຖະບານ ແລະ ປະຊາຊົນສິງກະໂປ ທຸກ ຖ້ວນໜ້າ. ທ່ານ ທາມານ ຊານມູກາຣນນາມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ວິລັດສອນ ວິສອນ ນະວົງ ທີ່ໄດ້ຮັບການແຕ່ງຕັ້ງຈາກປະ ທານປະເທດ ແຫ່ງ ສປປ ລາວ ໃຫ້ດໍາ ລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈໍາສາທາລະນະລັດສິງກະໂປ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະ ຫວ່າງສອງປະເທດ ໃຫ້ປະກົດຜົນເປັນ ຈິງຍິ່ງຂຶ້ນ ລວມທັງຈະເປັນການເສີມ ສ້າງຄວາມສາມັກຄີພາຍໃນອາຊຽນ ດ້ວຍກັນ ແລະ ອວຍພອນໃຫ້ເອກອັກ ຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ຈົ່ງປະສົບຜົນ ສໍາເລັດທຸກປະການໃນການປະຕິບັດ ໜ້າທີ່ວຽກງານອັນມີກຽດຂອງຕົນ. ທ່ານເອກອັກຄະລັດຖະທູດ ໄດ້ສະ ແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບ ງາມ ແລະ ໄດ້ຖືໂອກາດນີ້ຕາງໜ້າລັດ ຖະບານ ແລະ ປະຊາຊົນລາວ ສະແດງ ຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ຂອງລັດຖະບານ ແລະ ປະຊາຊົນ ສິງກະໂປ ແກ່ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນ ການຊ່ວຍເຫລືອໃນການກໍ່ສ້າງຊັບພະ ຍາກອນມະນຸດ ກໍຄື ການຊ່ວຍເຫລືອ ດ້ານອຸປະກອນການເພດ, ການຜ່າ ສຳເລັດການແຂ່ງຂັນ...ັ່ັ ຮອງລັດຖະມົນຕີ ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ. ໂອກາດນີ້, ທ່ານ ບຸນມາ ສິດທິ ໂສມ ຫົວໜ້າສະຖາບັນພັດທະນາ ສີມືແຮງງານ ກະຊວງ ຮສສ ໄດ້ ລາຍງານຜົນການສຳເລັດ ຂອງ ງານດັ່ງກ່າວ, ເຊິ່ງຖືເປັນບາດກ້າວ ໃໝ່, ເປັນຈຸດເລີ່ມຕົ້ນທີ່ດີ, ທັງເປັນ ການສົ່ງເສີມການພັດທະນາສີມື ແຮງງານໃຫ້ກ້າວສູ່ມາດຕະຖານ ຂອງພາກພື້ນ, ກະຕຸ້ນການພັດທະ ນາທ່າແຮງຄວາມສາມາດ ຂອງ ແຮງງານອັນນໍາໄປສູ່ການສ້າງມູນ ຄ່າເພີ່ມທາງດ້ານເສດຖະກິດ ແລະ ການແຂ່ງຂັນຂອງປະເທດບົນເວທີ ຂອງພາກພື້ນ ແລະ ສາກົນ ລວມ ທັງເປັນເວທີໃຫ້ໄວໜຸ່ມ, ນັກຮຽນ ວິຊາຊີບ ໄດ້ສະແດງຄວາມສາມາດ ດ້ານທັກສະສີມືແຮງງານໃນເວທີ ການແຂ່ງຂັນ, ນອກຈາກນັກຝຶກ ສີມືແຮງງານ ພາຍໃນສະຖານພັດ ທະນາສີມືແຮງງານແລ້ວ ຍັງໄດ້ມີ ນັກແຂ່ງຂັນຈາກ ສະຖານອາຊີວະ ສຶກສາ ທັງພາກລັດ ແລະ ເອກະຊົນ ພາຍໃນປະເທດ ເຂົ້າຮ່ວມແຂ່ງຂັນ ເຊິ່ງປະກອບມີ 5 ສາຂາຊ່າງ ຄື: ສາຂາຊ່າງຕິດຕັ້ງໄຟຟ້າອາຄານ, ສາຂາຊ່າງເວັບເຕັກໂນໂລຊີ, ສາຂາ ຊ່າງກຣາບຟິກດີຊາຍ, ສາຂາຊ່າງ ໄມ້ ແລະ ສາຂາປຸງແຕ່ງອາຫານ ໂດຍມີນັກແຂ່ງຂັນເຂົ້າຮ່ວມທັງ ໝົດ 74 ທ່ານ, ຍິງ 14 ທ່ານ ທີ່ມາ ຈາກສະຖານພັດທະນາສີມືແຮງ ງານ ສະຖານການສຶກສາທັງພາກ ລັດ ແລະ ເອກະຊົນ ເຂົ້າຮ່ວມ 24 ພາກສ່ວນ. ການແຂ່ງຂັນທັງ 5 ສາຂາ, ລາງວັນຊະນະເລີດ ອັນດັບ 1 ແມ່ນ ໄດ້ຮັບຫລຽນຄຳ ພ້ອມດ້ວຍເງິນ ສົດ 10 ລ້ານກີບ, ລາງວັນທີ 2 ໄດ້ຮັບຫລຽນເງິນ ພ້ອມເງິນສົດ 5 ລ້ານກີບ, ລາງວັນທີ 3 ໄດ້ຮັບ ຫລຽນທອງ ພ້ອມດ້ວຍເງິນສົດ 3 ລ້ານກີບ. ຜົນການແຂ່ງຂັນ ຜູ້ທີ່ໄດ້ຮັບ ລາງວັນຊະນະເລີດ ໃນສາຂາ ເວັບ ເຕັກໂນໂລຊີ ແມ່ນ ທ້າວ ເກັງ ເຮີ ຈາກສະຖາບັນພັດທະນາສີມືແຮງ ງານ, ສາຂາ ກຣາບຟິກດີຊາຍ ແມ່ນ ທ້າວ ຕູເລົ່າ ຢົງນູ ຈາກສະຖາບັນ ພັດທະນາສີມືແຮງງານ, ສາຂາ ຕິດຕັ້ງໄຟຟ້າ ແມ່ນ ທ້າວ ບີ ແກ້ວ ມະນີ ຈາກສະຖາບັນພັດທະນາສີ ມືແຮງງານ, ສາຂາຊ່າງໄມ້ ແມ່ນ ທ້າວ ຊາຍ ທິບພະວັນດີ ຈາກສູນ ພັດທະນາ ແລະ ທົດສອບສີມືແຮງ ງານເວດສະພົງ ແລະ ສາຂາປຸງ ແຕ່ງອາຫານແມ່ນ ນາງ ດອກແກ້ວ ໝື່ນວິເສດ ຈາກວິທະຍາໄລເຕັກນິກ ປາກປ່າສັກ. ຂ່າວ-ພາບ: ກິດຕາ ຢ່າງຫລວງຫລາຍ ຕໍ່ຂະແໜງ ການຕ່າງປະເທດ ໃນໄລຍະຜ່ານ ມາ ເປັນຕົ້ນ ໄດ້ຮັບການແຕ່ງຕັ້ງ ເປັນພະນັກງານນຳພາ-ຄຸ້ມຄອງ ຂັ້ນຕ່າງໆ. ນອກນັ້ນ, ຍັງເຄີຍໄປ ປະຈຳການຢູ່ຕ່າງປະເທດ ເຊິ່ງເປັນ ຮອງຫົວໜ້າສຳນັກງານການທູດ ສປປ ລາວ ປະຈຳ ສິງກະໂປ. ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ກ່າວວ່າ: ການອອກພັກຜ່ອນຮັບ ອຸດໜູນ-ບຳນານ ໝາຍເຖິງກຽດ ອັນສູງສົ່ງຂອງພະນັກງານ ທີ່ໄດ້ ຄຕພ... ເຮັດສຳເລັດໜ້າທີ່ການປະຕິວັດ ຢ່າງສຸດກົກສຸດປາຍ, ເປັນການ ປະຕິບັດນະໂຍບາຍຂອງພັກ-ລັດ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ຕໍ່ພະນັກ ງານທີ່ມີຄຸນງາມຄວາມດີ, ເຮັດ ສຳເລັດການປະຕິວັດ ແລະ ໜ້າທີ່ ການເມືອງ ທັງເປັນກົດເກນທີ່ພະ ນັກງານທຸກຂັ້ນຕ້ອງໄດ້ຮັບການ ຈັດຕັ້ງປະຕິບັດ. ຂ່າວ-ພາບ: ຄຕພ m6 f]k;pnj olko8k8A '8+ xtmkokmy [= fu lkmk]tot]a f ly 'dt3x ຕັດໃຫ້ແກ່ເດັກນ້ອຍສົບແວ່ງ ຢູ່ ສປປ ລາວ, ການຊ່ວຍເຫລືອດ້ານວຽກງານ ພັດທະນາຊຸມຊົນຢູ່ບັນດາແຂວງຂອງ ລາວ ແລະ ອື່ນໆ. ພ້ອມທັງໃຫ້ຄໍາໝັ້ນ ສັນຍາວ່າ ຈະປະຕິບັດໜ້າທີ່ຂອງຕົນ ໃຫ້ດີທີ່ສຸດ ເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະ ເທດ ໃຫ້ນັບມື້ນັບເກີດດອກອອກຜົນ ເປັນຕົ້ນ ໃນຂົງເຂດການເມືອງ, ດ້ານ ເສດຖະກິດ-ການຄ້າ, ການລົງທຶນ, ລວມທັງການຊື້-ຂາຍ ພະລັງງານສະ ອາດ, ການຊື້-ຂາຍໄຟຟ້າລາວ-ໄທ-ມາ ເລເຊຍ-ສິງກະໂປ, ການຮ່ວມມືດ້ານພະ ລັງງານທົດແທນ, ດ້ານການສຶກສາ, ສາທາລະນະສຸກ, ການຮ່ວມມືດ້ານຊັບ ພະຍາກອນທໍາມະຊາດ ກໍຄື ການຊື້- ຂາຍສິນເຊື່ອກາກບອນ (Carbon Credit), ການສົ່ງເສີມການທ່ອງ ທ່ຽວ, ການໄປມາຫາສູ່ລະຫວ່າງ ປະ ຊາຊົນສອງຊາດ ລາວ ແລະ ສິງກະໂປ ໃຫ້ນັບມື້ນັບຫລາຍຂຶ້ນ ເພື່ອຜົນປະ ໂຫຍດຂອງປະຊາຊົນສອງຊາດ ລາວສິງກະໂປ. ສປປ ລາວ ແລະ ສິງກະໂປ ເປັນ ປະເທດສະມາຊິກອາຊຽນດ້ວຍກັນ ແລະໄດ້ສ້າງສາຍພົວພັນການທູດດ້ວຍ ກັນໃນປີ 1974 ແລະ ໄດ້ເປີດສໍານັກ ງານການທູດຢູ່ ນະຄອນຫລວງຂອງ ກັນ ແລະ ກັນ ໃນປີ 1997 ເປັນຕົ້ນມາ. ພາບ: ກະຊວງພັດທະນາດີຈີຕອນ ແລະ ຂໍ້ມູນຂ່າວສານ ສິງກະໂປ

06/05/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K * ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ແມ່ນເມືອງທີ່ຂຶ້ນ ຊື່ເລື່ອງການຜະລິດກະສິກໍາດ້ວຍ ເງື່ອນໄຂທີ່ອໍານວຍຄວາມສະດວກ ໂດຍສະເພາະດິນປູກຝັງເປັນດິນ ງາມເໝາະສົມແກ່ການເຮັດກະສິກໍາ ຈຶ່ງເຮັດໃຫ້ປະຊາຊົນຢຶດຖືອາຊີບ ການຜະລິດກະສິກໍາ ແລະ ສາມາດ ສ້າງລາຍໄດ້ຫລາຍລ້ານກີບຕໍ່ປີ, ເໝືອນຄອບຄົວນາງ ປອບ ວົງວິ ຈິດ ທີ່ປູກໝາກເລັ່ນຂາຍສ້າງລາຍ ຮັບເຂົ້າຄອບຄົວ 80 ລ້ານກີບຕໍ່ປີ [q flerkfmj kom6 f csj ' lx 9u o xt9e lxx ]k; ລາວກໍ່ໄດ້ສະເຫລີມສະຫລອງວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຢ່າງມີຄວາມໝາຍ ເລິກເຊິ່ງ, ສູນກາງພັກກອມມູນິດ ຈີນ ກໍ່ໄດ້ສົ່ງໂທລະເລກຊົມເຊີຍຕໍ່ ວັນສຳຄັນດັ່ງກ່າວ. ຂ້າພະເຈົ້າຮູ້ສຶກ ເປັນກຽດທີ່ໄດ້ເຂົ້າຮ່ວມງານໂຮມ ຊຸມນຸມຄັ້ງນີ້ ທັງໄດ້ຮັບຟັງການ ກ່າວຄໍາປາໄສຂອງສະຫາຍເລຂາ ທິການໃຫຍ່ ທອງລຸນ ສີສຸລິດ ຢູ່ສະ ຖານທີ່ປະຊຸມຕົວຈິງ. ຕະຫລອດ ໄລຍະ 70 ປີຜ່ານມາ, ພັກປະຊາຊົນ ປະຕິວັດລາວໄດ້ເຕົ້າໂຮມຄວາມສາ ມັກຄີນໍາພາປະຊາຊົນລາວ ຕໍ່ສູ້ຕ້ານ ລັດທິລ່າເມືອງຂຶ້ນຝຣັ່ງ ແລະ ລັດ ທິດຈັກກະພັດອາເມລິກາຢ່າງພິລະ ອາດຫານ, ໄດ້ເຮັດສຳເລັດການປົດ ປ່ອຍປະເທດຊາດ ແລະ ການທ້ອນ ໂຮມປະເທດຊາດ, ຊຸກຍູ້ການປະຕິ ບັດ 2 ໜ້າທີ່ຍຸດທະສາດຄື: ການ ປົກປັກຮັກສາ ແລະ ການສ້າງສາ ພັດທະນາປະເທດຊາດ, ເຮັດໃຫ້ ພາລະກິດການກໍ່ສ້າງສັງຄົມນິຍົມ ແລະ ການປະຕິບັດແນວທາງປ່ຽນ ແປງໃໝ່ຍາດໄດ້ຜົນສຳເລັດອັນ ສະຫງ່າງາມ. ໃນໄລຍະຂ້າພະເຈົ້າ ມາປະຈໍາການຢູ່ປະເທດລາວເກືອບ ໜຶ່ງປີ ກໍ່ໄດ້ເຫັນຢ່າງປະຈັກຕາວ່າ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ເປັນຕົ້ນມາ, ສູນກາງພັກ ປປ ລາວ ໄດ້ສຸມໃສ່ການປັບປຸງບູລະນະການ ນໍາພາຂອງພັກໃຫ້ເຂັ້ມແຂງ, ການ ເມືອງ ແລະ ສັງຄົມມີຄວາມສະ ຫງົບ, ເສດຖະກິດມີທ່າອ່ຽງດີຂຶ້ນ ຢ່າງໝັ້ນທ່ຽງ, ບົດບາດໃນສາກົນ ນັບມື້ຮັບການຍົກສູງຂຶ້ນ. ພວກ ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ: ສປປ ລາວ ຈະສືບຕໍ່ເດີນຕາມເສັ້ນ ທາງສັງຄົມນິຍົມ ຕາມສະພາບຕົວ ຈິງຂອງປະເທດຕົນ ຢ່າງສະເໝີ ຕົ້ນສະເໝີປາຍ ແລະ ສາມາດໄຂ ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງ ພັກດ້ວຍຜົນສຳເລັດ. ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ຊີ້ອອກວ່າ “ປະຫວັດສາດ ເປັນຜູ້ຕັດສິນພວກເຮົາ”. ຝ່າຍລາວ ໄດ້ຈັດກິດຈະກໍາຕ່າງໆ ເພື່ອລະນຶກ ເຖິງວັນສໍາຄັນດັ່ງກ່າວ, ເຮັດໃຫ້ ຂ້າພະເຈົ້າໄດ້ຄິດເຫັນປີ 2021 ໃນ ເວລາເຂົ້າຮ່ວມການເຊື່ອມຊຶມຮຽນ ຮູ້ປະຫວັດສາດພັກ ໃນໂອກາດ ຄົບຮອບ 100 ປີ ຂອງການສ້າງ ຕັ້ງພັກກອມມູນິດຈີນ, ເຮັດໃຫ້ຮູ້ສຶກ ໄດ້ເຖິງຄວາມຄ້າຍຄືກັນຫລາຍຈຸດ ຂອງສອງພັກ ນັບແຕ່ການສ້າງຕັ້ງ ພັກ ແລະ ສະຖາປະນາປະເທດ, ການເຕີບໃຫຍ່ຂະຫຍາຍຕົວ. ສອງ ພັກຍາມໃດກໍ່ລ້ວນແຕ່ໄດ້ຖືເອົາຜົນ ປະໂຫຍດຂອງປະຊາຊົນຈັດຢູ່ອັນ ດັບສູງສຸດ, ໄດ້ຖືເອົາການປະຕິວັດ ຕົນເອງເປັນວິທີການສໍາຄັນໃນ ການເຮັດໃຫ້ພັກກ້າວໜ້າຂຶ້ນໄປ ເລື້ອຍໆ, ເຮັດໃຫ້ສາມາດເອົາຊະ ນະຄວາມຫຍຸ້ງຍາກ ສິ່ງກີດຂວາງ ຕ່າງໆໄດ້ຢ່າງສຳເລັດຜົນ, ໄດ້ຖື ເອົານັກປະຕິວັດອາວຸໂສຮຸ່ນກ່ອນ ເປັນຕົວແບບອັນດີເດັ່ນ, ຮຽນເອົາ ຄຸນສົມບັດອັນສູງສົ່ງຂອງພວກ ເພິ່ນໃນຄວາມຈົງຮັກພັກດີຕໍ່ພັກ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ ແລະ ສ້າງລະບຽບວິໄນທີ່ເຂັ້ມງວດ ໃຫ້ແກ່ຕົນເອງ, ປັດຈຸບັນສອງຝ່າຍ ກໍ່ລ້ວນແຕ່ພະເຊີນໜ້າກັບສະພາບ ແວດລ້ອມສາກົນທີ່ສະຫລັບຊັບ ຊ້ອນແລະໜ້າທີ່ແຫ່ງການປະຕິຮູບ, ພັດທະນາ ແລະ ຄວາມໝັ້ນຄົງທີ່ ຫຍຸ້ງຍາກ ແລະ ໜັກໜ່ວງ. ສອງພັກ ຈີນ-ລາວ ລ້ວນແຕ່ ແມ່ນພັກການເມືອງລັດທິມາກ, ລ້ວນແຕ່ຍຶດໝັ້ນວັດຖຸນິຍົມປະຫວັດ ວິພາກ, ອອກແຮງນໍາພາສະມາຊິກ ພັກ-ພະນັກງານ ທັງຫລາຍໂດຍສະ ເພາະແມ່ນຊາວໜຸ່ມໃຫ້ສ້າງມີແນວ ຄິດປະຫວັດວັດຖຸນິຍົມ, ຫວນຄືນ ປະຫວັດສາດເປັນຫຍັງແຕ່ກ່ອນ ພວກເຮົາຈຶ່ງປະສົບຜົນສຳເລັດ, ໃຫ້ເຂົ້າໃຈອະນາຄົດຂອງພວກເຮົາ ຈະເຮັດແນວໃດຈຶ່ງຈະສືບຕໍ່ປະສົບ ຜົນສຳເລັດ. ພວກເຮົາໄດ້ຮ່ວມກັນ ທົບທວນຄືນປະຫວັດສາດຂອງ ການສ້າງຕັ້ງພັກ, ສະຖາປະນາ ປະເທດ ຈີນ-ລາວ ຂອງໃຜລາວ, ລວມທັງປະຫວັດສາການພົວພັນ ມິດຕະພາບສອງຝ່າຍ ເຊິ່ງເປັນ ປະສົບການອັນສໍາຄັນທີ່ສຸດ. ນັ້ນ ແມ່ນສອງປະເທດຈີນ-ລາວ ຍາມ ໃດກໍ່ແມ່ນບ້ານໃກ້ເຮືອນຄຽງທີ່ ເບິ່ງແຍງຊ່ວຍເຫລືອກັນ, ເປັນ ເພື່ອນມິດສະຫາຍທີ່ອູ້ມຊູຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ເປັນສະ ຫາຍທີ່ດີ ທີ່ມີອຸດົມການຮ່ວມກັນ ແລະ ເປັນຄູ່ຮ່ວມມືທີ່ດີທີ່ຮ່ວມມື ຮັບຜົນປະໂຫຍດຮ່ວມກັນ, ຂໍພຽງ ແຕ່ພວກເຮົາສາມັກຄີເປັນປຶກແຜ່ນ, ຈັບມືກັນຕໍ່ສູ້ກໍ່ຈະສາມາດທັບມ້າງ ສັດຕູທີ່ເຂົ້າມາທັງໝົດນັ້ນໄດ້ ແລະ ຈະສາມາດເອົາຊະນະຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍນານາປະ ການໄດ້. * ເນື່ອງໃນໂອກາດວັນສ້າງຕັ້ງ ທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນ ດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນ ຊົນເມື່ອບໍ່ດົນມານີ້. ຂະນະທີ່ສື່ ມວນຊົນໄດ້ຖາມວ່າ: ປີນີ້ແມ່ນ ປີສຳຄັນໃນປະຫວັດສາດຂອງ ປະເທ ລາວ, ແມ່ນປີຄົບຮອບ 70 ປີການສ້າງຕັ້ງພັກປະຊາຊົນປະຕິ ວັດລາວ, ການສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບ ຮອບ 105 ປີ. ສອງຝ່າຍ ຈີນ-ລາວ ລ້ວນແຕ່ຖືສໍາຄັນຕໍ່ປະຫວັດສາດ ທ່ານມີຄວາມເຂົ້າໃຈແນວໃດຕໍ່ປະ ຫວັດສາດຂອງພັກ ແລະ ລັດລາວ? ຕໍ່ກັບຄຳຖາມດັ່ງກ່າວ ທ່ານທູດ ໄດ້ກ່າວວ່າ: ປີ 2025 ແມ່ນປີທີ່ ສະຫາຍລາວໄດ້ມີເຫດການໃຫຍ່ທີ່ ໜ້າດີໃຈຫລາຍ ໂດຍສະເພາະແມ່ນ ເມື່ອມໍ່ໆມານີ້ ພັກປະຊາຊົນປະຕິວັດ x6 d\kdg]aj o0kp lh k']kpwfh 80 ]h kodu [8xu + ໂດຍ: ມາລິດາິ ຈົນເຮັດໃຫ້ຄອບຄົວຫລຸດພົ້ນຈາກ ຄວາມທຸກຍາກເຮັດໃຫ້ຊີວິດການ ເປັນຢູ່ດີຂຶ້ນເລື້ອຍໆ. ນາງ ປອບ ວົງວີຈິດໃຫ້ຮູ້ວ່າ: ປະຊາຊົນບ້ານຊຽງຄວນ ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ ມີມູນເຊື້ອດຸໝັ່ນຂະຫຍັນ ພຽນມາແຕ່ດຶກດໍາບັນ ໂດຍຢຶດຖື ອາຊີບກະສິກໍາ, ເຮັດນາ, ປູກເຄື່ອງ ຕາມແຄມຂອງເພາະອາຊີບກະສິກຳ ເປັນອາຊີບໜຶ່ງທີ່ຕິດພັນກັບຄົນລາວ ເຮົາເຊິ່ງພໍ່ແມ່, ປູ່ຍ່າຕາຍາຍໄດ້ ພາເຮັດພາທຳມາເວົ້າລວມ, ເວົ້າ ສະເພາະຄອບຄົວຕົນເອງກໍປະກອບ ອາຊີບກະສິກຳມາແຕ່ປີ 2017 ເຊິ່ງໃນເບື້ອງຕົ້ນສວນຕົນເອງແມ່ນ ເຄີຍປູກມັນເພົາມາກ່ອນ, ແຕ່ພໍປູກ ມາໄດ້ໄລຍະໜຶ່ງກໍຫັນມາປູກໝາກ ເລັ່ນແທນຈົນຮອດປັດຈຸບັນນີ້. ໂດຍ ເນື້ອທີ່ທີ່ປູກທັງໝົດແມ່ນ 6 ໄລ່, ແຕ່ ໃນເນື້ອທີ່ 6 ໄລ່ ໄດ້ແບ່ງປູກໝາກ ເລັ່ນເຄິ່ງໜຶ່ງມີປະມານ 1.000 ແຖວ ແລະ ປູກຜັກບົ່ວເຄິ່ງໜຶ່ງ. ໃນນັ້ນ ແນວພັນໝາກເລັ່ນແມ່ນຊື້ ມາຈາກປະເທດເພື່ອນບ້ານ, ເວລາ ເກັບຜົນຜະລິດແມ່ນຈ້າງຄົນຊ່ວຍ ເກັບປະມານ 8 ຄົນ. ສໍາລັບໄລຍະ ນີ້ ແມ່ນກໍາລັງເກັບໝາກເລັ່ນຂາຍ ໄດ້ຄັ້ງລະ 100 ກວ່າໝື່ນ, ລາຄາ ຂາຍແມ່ນໝື່ນລະ 60.000 ກີບ ລາຄາຂຶ້ນໆລົງໆຕາມລາຄາທ້ອງ ຕະຫລາດ ແລະ ຈະມີແມ່ຄ້າມາຮັບຊື້ ກັບສວນ, ໂດຍສະເລ່ຍແລ້ວເກັບຄັ້ງ ໜຶ່ງສາມາດສ້າງລາຍຮັບປະມານ 4.000.000-5.000.000 ກີບ/ ຄັ້ງ (3 ມື້ເກັບເທື່ອໜຶ່ງ). ແຕ່ ລາຍຮັບນີ້ ກໍບໍ່ລະເໝີໄປເພາະວ່າ ລາຄາຂາຍໝາກເລັ່ນຍາມຝົນຈະ ສູງກວ່າຍາມຮ້ອນປະມານໝື່ນ ລະ 350.000 ກີບຂຶ້ນໄປເນື່ອງ ຈາກວ່າຍາມຝົນປູກໝາກເລັ່ນຢາກ ແລະ ຜົນຜະລິດກໍ່ບໍ່ຫລາຍຄືຍາມ ຮ້ອນແຕ່ຄວາມຕ້ອງການຂອງທ້ອງ ຕະຫລາດມີຫລາຍ. ສໍາລັບວິທີການປູກໝາກເລັ່ນ ຂັ້ນຕອນທໍາອິດຄື ການກະກຽມ ດິນ:ໄຖດິນເລິກປະມານ 20-30 ຊັງຕີແມັດ, ຕາກດິນປະໄວ້ 10-15 ວັນ, ຈາກນັ້ນ ໄຖພວນດິນອີກຮອບ ທີ 2 ແລ້ວຫວ່ານຝຸ່ນຄອກໃສ່ໃນ ອັດຕາ ສ່ວນ 19-31 ກຣາມ ຕໍ່10 ແມັດ, ເມື່ອຕາກດິນຮອບທີ 2 ແລ້ວ ໄຖຍົກຄູສູງປະມານ 30 ຊັງຕີແມັດ, ແລ້ວປົກດ້ວຍຜ້າຢາງດໍາ ເພື່ອງ ປ້ອງກັນວັດສະພືດຕ່າງໆ. ການ ປູກແມ່ນກ້າເບ້ຍ 25-30 ວັນ ຫລື ມີໃບແທ້ 5-7 ໃບ ແລ້ວຈຶ່ງຍ້າຍ ມາປູກໃນຄັນຄູທີ່ກຽມໄວ້, ໄລຍະ ຫ່າງລະຫວ່າງຕົ້ນ ຫລື ຂຸມແມ່ນ 50 ຊັງຕີແມັດ ແລະ ຫລັງຈາກປູກ ໄດ້ 1 ອາທິດ ຖ້າບໍ່ໄດ້ປົກດ້ວຍຜ້າ ຢາງດໍາຄວນເອົາເຟືອງປົກຮອບ ເຫງົ້າຕົ້ນໄວ້ ເພື່ອຮັກສາຄວາມຊຸ່ມ ໃນດິນ, ສ່ວນການບົວລະຮັກສາ ແມ່ນໃຫ້ນໍ້າ,ຝຸ່ນຢ່າງເປັນປົກກະຕິ ເມື່ອຕົ້ນໝາກເລັ່ນໃຫຍ່ລະດັບໜຶ່ງ ແມ່ນເຮັດຄ້າງເພື່ອເປັນບ່ອນຄຶງ ແລະ ສະດວກສະບາຍໃນການເກັດ ຜົນລະປູກ. ນາງ ປອບ ເວົ້າຕື່ມວ່າ: ເພື່ອ ເປັນການສູ້ຊົນຂະຫຍາຍຜົນຜະ ລິດ ແລະ ເພ່ີ່ມລາຍຮັບໃຫ້ສູງຂຶ້ນ ເລື້ອຍໆທາງຄອບຄົວຈະສືບຕໍ່ປະ ກອບອາຊີບກະສິກຳປູກໝາກເລັ່ນ ໃຫ້ຫລາຍຂຶ້ນເພື່ອຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການ ຂອງທ້ອງຕະຫລາດພາຍໃນນະ ຄອນຫລວງ. ການປະກອບອາຊີບ ກະສິກໍາຖືວ່າເປັນມູນເຊື້ອຄວາມ ດຸໝັ່ນ, ອົດທົນຂອງຕົນກໍຄືປະຊາຊົນ ພາຍໃນບ້ານຊຽງຄວນ ທີ່ປະກອບ ອາຊີບນີ້ ແລະ ເປັນອາຊີບທີ່ໝັ້ນຄົງ ສາມາດຫລຸດພົ້ນອອກຈາກຄວາມ ທຸກຍາກໄດ້ເທື່ອລະກ້າວ.

RkJQdWJsaXNoZXIy MTc3MTYxMQ==