ເປີດວາງສະແດງຮູບພາບ ສະຫລອງວັນ ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ

30/04/2025 17:17
Email Print 175
ຂປລ ຂປລ. ກະ​ຊວງ ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ຈັດງານວາງສະແດງຮູບພາບ ເນື່ອງໃນໂອກາດສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ຄົບຮອບ 50 ປີ (30/4/1957-30/4/2025) ໃນວັນທີ 30 ເມສາ ຫາ 2 ພຶດສະພາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ເພື່ອໃຫ້ບັນດາມວນຊົນ, ນັກທ່ອງທ່ຽວ ສາມາດເຂົ້າມາຢ້ຽມຊົມ, ສຶກສາເຖິງປະຫວັດຄວາມໝາຍສຳຄັນຂອງວັນດັ່ງກ່າວ.



ຂປລ. ກະ​ຊວງຖະ​ແຫລງ​ຂ່າວ
, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ຈັດງານວາງສະແດງຮູບພາບ ເນື່ອງໃນໂອກາດສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ຄົບຮອບ 50 ປີ (30/4/1957-30/4/2025) ໃນວັນທີ 30 ເມສາ ຫາ 2 ພຶດສະພາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ເພື່ອໃຫ້ບັນດາມວນຊົນ, ນັກທ່ອງທ່ຽວ ສາມາດເຂົ້າມາຢ້ຽມຊົມ, ສຶກສາເຖິງປະຫວັດຄວາມໝາຍສຳຄັນຂອງວັນດັ່ງກ່າວ.




ໃນ​ພິທີ
, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ​ໄດ້ກ່າວວ່າ: ວັນທີ 30 ເມ​ສາ ແມ່ນ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ທາງ​ປະ​ຫວັດ​ສາດ, ເປັນ​ວັນ​ທີ່ປະ​ຊາ​ຊົ​ນຫວຽດ​ນາມ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ພິ​ເສດ ເພາະ​ເປັນ​ວັນ​ປົດ​ປ່ອ​ຍ​ພາກ​ໃຕ້​ຫວຽດ​ນາມ, ເປັນ​ວັນ​ແຫ່ງ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ ເປັນ​ເອ​ກະ​ພາບ ແລະ ເປັນ​ມະ​ຫາ​ໄຊ​ລະ​ດູ​ບານ​ໃໝ່ ປີ 1975 ເຊິ່ງ​ມາ​ຮອດ​ປີນີ້ ຄົບ​ຮອບ 50 ປີ. ການ​ຈັກ​ງານ​ວາງສະ​ແດງ​ຄັ້ງ​ນີ້, ​ ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ສະ​ເຫລີມ​ສະ​ຫລອງ ແລະ ໂຄສະນາເຜີຍແຜ່ຄວາມ​ໝາຍຄວາມ​ສຳ​ຄັນປະຫວັດ ຄວາມເປັນມາ 50 ປີແຫ່ງໄຊຊະນະບັ້ນຮົບໂຮ່ຈີ່​ມິ​ງ ປົດປ່ອຍຫວຽດນາມໃຕ້ ແລະ ປົດປ່ອຍໄຊງ່ອນໄດ້ຢ່າງສົມບູນ ໃນວັນທີ 30 ເມສາ 1975 ເຮັດໃຫ້ຫວຽດນາມເໜືອ-ຫວຽດນາມໃຕ້ ໄດ້ລວມເຂົ້າເປັນປະເທດໜຶ່ງດຽວ. ພ້ອມ​ກັນ​ນີ້, ຍັງໄດ້ສະແດງໃຫ້ເຫັນເຖິງ ສາຍພົວພັນມິດ​ຕະ​ພາບ​ອັນ​ດູດ​ດື່ມ​ ຂອງສອງປະເທດ ລາວ-ຫວຽດນາມ ບໍ່​ວ່າ​ຍາມ​ໃດ, ໄລ​ຍະ​ໃດ ບັນດາສະຫາຍອະດີດການນຳຂັ້ນສູງ, ບັນດານັກຊ່ຽວຊານ, ທະຫານອາ​ສາ​ສະ​ໝັກ  ກໍ​ຄື ​ປະ​ຊາ​ຊົນ ສອງ​ຊາດ​ລາວ-ຫວຽດ​ນາມ ໄດ້ມີການພົບປະໄປ​ມາ​ຫາ​ສູ່ແລກປ່ຽນ, ຖອດຖອນບົດຮຽນ ທີ່ດີຮ່ວມກັນ ໃນການພັດທະນາສ້າງສາປະເທດຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ໃນທາງດ້ານການເມືອງ, ເສດຖະກິດ, ວັດ​ທະ​ນະ​ທຳ ພ້ອມທັງການທະ ຫານ ໃຫ້ມີມີຄວາມເຂັ້ມແຂງ ໃນການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. 




ຮູບພາບທີ່ນຳມາສະແດງໃນຄັ້ງນີ້
ມີຫລາຍກວ່າ 100 ຮູບ ທີ່ສະແດງໃຫ້ເຫັນເຖິງ ເຫດການ ສໍາຄັນອີກ​ເຫດ​ການ​ໜຶ່ງ ທີ່ໄດ້ຖືກຈາລຶກໄວ້ໃນ ປະຫວັດສາດຂອງໂລກ, ແມ່ນຂີດໝາຍປະຫວັດສາດອັນສະຫວ່າງສະໄຫວຂອງ ພັກກອມມູນິດຫວຽດນາມ ທີ່ໄດ້ນຳພາປະເທດຊາດ ແລະ ປະຊາຊົນກ້າວເຂົ້າສູ່ສັງກາດໃໝ່ແຫ່ງເອກະລາດ, ເອກະພາບ ແລະ ສັງຄົມນິຍົມ ເຊິ່ງໄຊຊະນະດັ່ງກ່າວ, ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນ ໄຊຊະນະລວມແຫ່ງ​ກ້ອນ​ກຳ​ລັງ​ສາມັກຄີ, ຮ່ວມສຳພັນສູ້ຮົບແບບພິເສດ ລາວ-ຫວຽດນາມ ກໍຄື ໄຊຊະນະລວມຂອງ ສາມປະ​ເທດອ້າຍນ້ອງ, ປະຊາຊົນສາມຊາດອິນດູຈີນ ລາວ-ຫວຽດນາມ-ກຳປູເຈຍ.




ຜົນສຳເລັດຈາກໄຊຊະນະດັ່ງກ່າວ
, ໄດ້ເຮັດໃຫ້ ສສ ຫວຽດນາມ ມີຄວາມສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຊາຊົນມີຊີວິດການເປັນຢູ່ ທີ່ມີຄຸນນະພາບທີ່ດີຂຶ້ນເລື່ອຍໆ, ປະເທດຊາດມີຄວາມ ເຂັ້ມແຂງ, ປອດໄພ ແລະ ສະຫງົບສຸກ. ດັ່ງທີ່ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ແຫ່ງ ສປປ ລາວ ທີ່ກ່າວໄວ້ວ່າ ໄຊຊະນະດັ່ງກ່າວ ກໍເປັນເໝືອນດັ່ງໄຊຊະນະຂອງຕົນເອງ ເພາະວ່າໄຊ ຊະນະດັ່ງກ່າວ ໄດ້ກາຍເປັນກຳລັງໃຈອັນແຮງກ້າ ໃຫ້ພວກຂ້າພະເຈົ້າ ໃນການນຳພາພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຂອງຕົນ”  ໄດ້ສະແດງໃຫ້ເຫັນວ່າ ພັກ-ລັດແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍສຳພັນມິດຕະພາບທີ່ດີຂອງສອງຊາດ ລາວ-ຫວຽດ ນາມ ໃຫ້ເຂົ້າສູ່ລວງເລິກ, ຮອບດ້ານໃນທຸກທົ່ວຂົງເຂດ ເພື່ອຮັບປະກັນການຮ່ວມມື ໃຫ້ມີການແຕກດອກອອກຜົນຢ່າງ ບໍ່ຢຸດຢັ້ງມາສູ່ປະຊາຊົນສອງຊາດ. 




ສາຍພົວພັນມິດຕະພາບອັນຍິ່ງໃຫຍ່
, ຄວາມສາມັກຄືພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງ ພັກ-ລັດ ແລະ ປະຊາຊົນຊົນສອງຊາດ ລາວ-ຫວຽດນາມ ໄດ້ກາຍເປັນມູນມໍລະດົກລວມອັນລໍ້າຄ່າ ທີ່ສືບທອດກັນມາຈົນເຖິງລູກຫລານ ໃນປັດຈຸບັນ ແລະ ຈະສືບຕໍ່ຂະຫຍາຍ ການພົວພັນ ຢ່າງແໜ້ນແຟ້ນຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top