ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ລົມໂທລະສັບ ຮັດແໜ້ນການຮ່ວມມື

30/04/2025 17:01
Email Print 142
ຂປລ ຂປລ. ໃນວັນທີ 30 ເມສາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລົມໂທລະສັບ ກັບ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ປະທານອາຊຽນ ປີ 2025. ການລົມໂທລະສັບດັ່ງກ່າວ, ເພື່ອປຶກສາຫາລືການຮ່ວມມືລະຫວ່າງ ສປປ ລາວ ແລະ ມາເລເຊຍ




ຂປລ. ໃນວັນທີ
30 ເມສາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ  ສປປ ລາວ ໄດ້ລົມໂທລະສັບ ກັບ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ປະທານອາຊຽນ ປີ 2025. ການລົມໂທລະສັບດັ່ງກ່າວ, ເພື່ອປຶກສາຫາລືການຮ່ວມມືລະຫວ່າງ ສປປ ລາວ ແລະ ມາເລເຊຍ, ພ້ອມທັງແຈ້ງຄວາມຄວາມຄືບໜ້າ ແລະ ປຶກສາຫາລືການດຳເນີນການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025, ລວມທັງການຊ່ວຍເຫລືອດ້ານມະນຸດສະທໍາ ແລະ ການຟື້ນຟູຈາກເຫດການແຜ່ນດິນໄຫວຮ້າຍແຮງ ຢູ່ ມຽນມາ ຊຶ່ງເກີດຂຶ້ນໃນທ້າຍເດືອນ ມີນາ 2025 ຜ່ານມາ.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ໂດຍສະເພາະ ພາຍໃຕ້ການນໍາພາຂອງ ທ່ານນາຍົກລັດ ຖະມົນຕີ ແຫ່ງ ມາເລເຊຍ ທີ່ໄດ້ດໍາເນີນໜ້າທີ່ເປັນປະທານອາຊຽນນັບແຕ່ຕົ້ນປີ 2025 ຢ່າງຫ້າວຫັນ ແລະ ມີປະສິດທິພາບ, ລວມທັງການສືບຕໍ່ຄວາມພະຍາຍາມລວມຂອງອາຊຽນ ໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນກ່ຽວກັບ ມຽນມາ ແລະ ອື່ນໆ.




ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ເນັ້ນຢໍ້າເຖິງຄວາມຈໍາເປັນອັນຮີບດ່ວນ ໃນການສຸມໃສ່ການຊ່ວຍເຫລືອຜູ້ປະສົບໄພ ແລະ ຟື້ນຟູຜົນກະທົບຈາກແຜ່ນດິນໄຫວຮ້າຍແຮງ ທີ່ເກີດຂຶ້ນຢູ່ ມຽນມາ
ໂດຍສະເພາະການສ້າງເງື່ອນໄຂ ແລະ ສະພາບແວດລ້ອມອັນປອດໄພ ໃຫ້ແກ່ການເຂົ້າຊ່ວຍເຫລືອດ້ານມະນຸດສະທໍາ. ໄລຍະຜ່ານມາ ສປປ ລາວ ໄດ້ໃຫ້ການຊ່ວຍເຫລືອດ້ານມະນຸດສະທຳ ຈາກເຫດການແຜ່ນດິນໄຫວຢູ່ມຽນມາ ເປັນຕົ້ນແມ່ນ ໄດ້ມອບເງິນຊ່ວຍເຫລືອມຽນມາ ຈຳນວນ 2 ແສນ ໂດລາສະຫະລັດ, ໄດ້ສົ່ງເຈົ້າໜ້າທີ່ກູ້ໄພ ໄປຊ່ວຍເຫລືອ ດ້ານມະນຸດສະທຳຢູ່ ມຽນມາ ຈຳນວນ 33 ຄົນ ແລະ ປະກອບພະນັກງານເຂົ້າໃນທີມງານຕອບໂຕ້ ແລະ ປະເມີນສຸກເສີນອາຊຽນ ຮ່ວມກັບສູນປະສານງານການຊ່ວຍເຫລືອ ດ້ານມະນຸດສະທຳອາຊຽນ (AHA Centre).

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັບ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ບັນດາປະເທດສະມາຊິກອາຊຽນອື່ນ ເພື່ອຮັດແໜ້ນປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ກໍຄື ເພື່ອພາລະກິດລວມ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

ads
ads

Top