ຂປລ
ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ຢ້ຽມຢາມ ທະນາຄານ ພັດທະນາໃໝ່ ປະເທດບຣິກສ໌ ຢູ່ນະຄອນ ຊຽງໄຮ້ຈີນ ແລະ ພົບປະກັບ ທ່ານ ນາງ ດີລມາ ຣູສເຊຟ, ຜູ້ວ່າການ ທະນາຄານ ພັດທະນາໃໝ່.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 29 ເມສານີ້, ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ຢ້ຽມຢາມ ທະນາຄານ ພັດທະນາໃໝ່ ປະເທດບຣິກສ໌ ຢູ່ນະຄອນ ຊຽງໄຮ້ຈີນ ແລະ ພົບປະກັບ ທ່ານ ນາງ ດີລມາ ຣູສເຊຟ, ຜູ້ວ່າການ ທະນາຄານ ພັດທະນາໃໝ່.ຈາກນັ້ນ ທ່ານ ສີ ຈິ້ນຜິງ ຊີ້ອອກວ່າ: ທະນາຄານ ພັດທະນາໃໝ່ ເປັນອົງການ ພັດທະນາ ຫລາຍຝ່າຍ ແຫ່ງທຳອິດ ທີ່ສ້າງຕັ້ງ ແລະ ນຳພາໂດຍ ປະເທດ ຕະຫລາດ ຈະເລີນໃໝ່ ແລະ ປະເທດ ພວມພັດທະນາ ເຊິ່ງເປັນການ ປະດິດສ້າງ ທີ່ເຂດໂລກໃຕ້ ຮ່ວມກັນ ສ້າງຄວາມເຂັ້ມແຂງ ໃຫ້ຕົນເອງ.ທ່ານ ສີ ຈິ້ນຜິງ ໄດ້ກ່າວ ເນັ້ນໜັກວ່າ: “ການຮ່ວມມື ບຣິກສ໌ ທີ່ໃຫຍ່ກວ່າເກົ່າ” ໄດ້ເຂົ້າສູ່ໄລຍະ ການພັດທະນາ ທີ່ມີຄຸນນະພາບສູງ, ທະນາຄານພັດທະນາໃໝ່ ຈະເປີດ “ສິບປີສີຄຳ” ຄັ້ງທີ 2 ທີ່ມີການພັດທະນາ ດ້ວຍຄຸນນະພາບສູງ.ໃນຖານະ ທີ່ເປັນປະເທດເຈົ້າພາບ, ສປ ຈີນ ຈະສະໜັບ ສະໜູນ ທະນາຄານ ພັດທະນາໃໝ່ ໃຫ້ໝູນເດີນ ພັດທະນາ ຕະຫລອດໄປ, ຍິນດີເພີ່ມທະວີ ການຮ່ວມມື ໃນໂຄງການຕ່າງໆ ກັບທະນາຄານ ພັດທະນາໃໝ່, ສຸມໃສ່ການພັດທະນາ ແບບສີຂຽວ,ການປະດິດສ້າງ ແລະ ແບບຍືນຍົງ ເພື່ອໃຫ້ໄດ້ຮັບ ຜົນງານການຮ່ວມມື ທີ່ຕິດແທດຕົວຈິງ ຫລາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL