30.4.2025

I;zm fegou odv'xt-5 ,7q [7tot [= ]y sko'kora d 7A 'mu I ltw\mu I ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 30.04.2025 ປີທີ 24 ສະບັບທີ 6.173ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j oE.9;a omu 1 rb fltrk \A opn oK  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 3່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ lts]v';a olh k'8A 'ra dxt-k-q oxt8y ;a f]k; c]t ;a olh k'8A 'lkprq ;ra odkom6 f ]k;{9u o Iv']a f4t,q o8u dt-;' Ill rq [xt1h P,1k, z6h vvdcI''ko16j 3I''ko8a fspy [.o o;  ອ່ານຕໍ່ໜ້າ 2່ າໍ່ ໜ້າ Iv'xtmkoltrkcsj '-kf]k; leg]a fdko1h P,1k, c]t gIa f;Pd16j ll s;Pfok, 3m]tg]dv;prvo;a oxq fxj vprkd.8h F mh vo3I, xtgmf-kfs;Pfok, gxa ogvdtrk[ 7q [Iv[ 50 xu ຂປລ. ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດ ຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ (30/4/197530/4/2025), ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງ ຊາດ ໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ແລະ ຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. ເນື້ອໃນໂທລະເລກໄດ້ລະບຸວ່າ: ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີມິດຕະພາບອັນສະໜິດສະໜົມຖານສະຫາຍອ້າຍ ນ້ອງ ມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດ ຊາດຫວຽດນາມ. ມະຫາໄຊຊະນະລະດູບານໃໝ່ ໃນບັ້ນຮົບ ]k;{9u o sk]n lqj 'glu , dkolb dlk c]t glf4tdy f{dko7h k  ອ່ານຕໍ່ໜ້າ 4່ າໍ່ ໜ້າ dh vode]a 'l;olt|k,0v'dv'ma [xt-k-q o]k; /b d-h v,dP,g0Q kIj ;,l;olt|k,16j ia fg-p ຂປລ. ອົງການປົກຄອງນະຄອນ ຫລວງວຽງຈັນ ສປປ ລາວ ຮ່ວມ ຂປລ. ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ (ຫສນຍ) ຈັດ ກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນ ສໍາເລັດກອງປະຊຸມວຽກງານກວດ ກາທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາ ປີ 2025 ໃຫ້ແກ່ສະມາຊິກພັກພະນັກງານ ຫສນຍ ໃນວັນທີ 28 ຂປລ. ຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດລາວ ນໍາ ໂດຍສະຫາຍ ພົທ ສຸວອນ ເລືອງ ບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ໄດ້ສໍາເລັດການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ ສສ ຫວຽດ ນາມ ໃນລະຫວ່າງວັນທີ 20-26 ເມສາ 2025. ໂອກາດນີ້, ສະຫາຍພົທ ສຸວອນ ເລືອງບຸນມີໄດ້ພົບປະເຮັດວຽກ ແລະ  ອ່ານຕໍ່ໜ້າ 2່ າໍ່ ໜ້າ rh v,da oglu ,0tspkp,6 og-N v va ofu 'k,0v'-q o-A ode,tdvo *ໃນປະຫວັດສາດແຫ່ງການກຳເນີດວັນກຳມະກອນສາກົນ ວັນທີ 1 ພຶດສະພາ 1886 ໄດ້ເປັນສິ່ງຢັ້ງຢືນໃຫ້ເຫັນວ່າ: “ ຊົນຊັ້ນ ກຳມະກອນ ຫລື ຊາວຜູ້ອອກແຮງງານ ແມ່ນຊົນຊັ້ນດຽວທີ່ມີຄວາມ ສາມາດລົບລ້າງລະບອບນາຍທຶນ ແລ້ວສ້າງຕັ້ງລະບອບກອມມູ ນິດ” ຍ້ອນຊົນຊັ້ນກຳມະກອນເປັນຊົນຊັ້ນທີ່ມີຈິດໃຈກ້າຫານຕໍ່ສູ້ ຢ່າງເດັດດ່ຽວໜຽວແໜ້ນກວ່າໝູ່ ແລະ ມີຄວາມສາມັກຄີເລິກ ເຊິ່ງ, ກວ້າງຂວາງ ແລະ ສາມັກຄີສາກົນຢ່າງຜ່ອງໃສ, ມີລະບຽບ ວິໄນເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງສູງ ແລະ ຮູ້ປະສານກົມກຽວ ລະຫວ່າງຜົນປະໂຫຍດສ່ວນບຸກຄົນ, ລວມໝູ່ ແລະ ຂອງຊາດ, ມີ ຄວາມມານະອົດທົນ, ມີວິໄສທັດກວ້າງໄກໃນການຕີລາຄາບັນຫາ. ດ້ວຍຄຸນລັກສະນະອັນດີເລີດດັ່ງກ່າວ ກຳມະກອນຈຶ່ງເປັນກຳລັງແຮງ ຕົ້ນຕໍໃນການພັດທະນາ, ສ້າງສາປະເທດຊາດ ຍ້ອນກຳມະກອນໄດ້ ປະກອບສ່ວນຢ່າງຕັ້ງໜ້າໃນທຸກຂົງເຂດວຽກງານປະກອບສ່ວນເຮັດ ໃຫ້ເສດຖະກິດ-ສັງຄົມຂອງຊາດມີການພັດທະນາ. ວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ slop gzu pczj zq oleg]a f dv'xt-5 ,;Pd'kod;fdkmqj ;xtgmfxu 2024 *ອີງຕາມດຳລັດວ່າດ້ວຍ ວັນພັກສະບັບເລກທີ 386/ລບ ລົງວັນທີ 15.12.2017, ມາດຕາ 4 ວັນພັກລັດຖະການ ແລະ ແຈ້ງການຫ້ອງ ວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 2712/ຫສນຍ ນະຄອນ ຫລວງວຽງຈັນ, ວັນທີ 26 ທັນວາ 2024. ເນື່ອງໃນໂອກາດວັນກຳມະ ກອນສາກົນ ວັນທີ 1 ພຶດສະພາ ເຊິ່ງປີນີ້ກົງກັບວັນພະຫັດ. ດັ່ງນັ້ນ, ສຳນັກຂ່າວສານປະເທດລາວ, ຄະນະ ບກ ໜັງສືພິມປະເທດລາວ ຈຶ່ງ ແຈ້ງມາຍັງທ່ານຜູ້ຈອງ, ຜູ້ອ່ານຊາບວ່າ: ວັນພະຫັດ ທີ 1 ພຶດສະພາ 2025 ຈະບໍ່ໄດ້ຈັດພິມ ແລະ ຈຳໜ່າຍໜັງສືພິມປະເທດລາວ, ໂດຍຈະ ສືບຕໍ່ພິມ ແລະ ຈຳໜ່າຍໃນວັນສຸກ ທີ 2 ພຶດສະພາ 2025. ໃນໄລຍະພັກ ທ່ານສາມາດຮັບຂ່າວສານໄດ້ທາງເວັບໄຊ: www. kpl.gov.la ແລະ ທາງ Facebook: ປະເທດລາວ pathedlao ຕາມ ປົກກະຕິ. ດັ່ງນັ້ນຈຶ່ງແຈ້ງມາເພື່ອຊາບ. ບ.ກ c9h 'ra d dkory , c]t 9e|j kp|a 'ln ry ,  ອ່ານຕໍ່ໜ້າ 4່ າໍ່ ໜ້າ ກັບອົງການປົກຄອງແຂວງເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາ ຫາລືສົ່ງເສີມ ແລະ ແລກປ່ຽນການ ສຶກສາ, ເສດຖະກິດ-ການຄ້າຢູ່ນະ ຄອນຫລວງວຽງຈັນ ໂດຍມີທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າ ຄອງນະຄອນຫລວງວຽງຈັນ, ທ່ານ ນາງ ຊື ສຽວຫລິນ ເຈົ້າແຂວງເສ ສວນ, ມີຜູ້ຕາງໜ້າຈາກກະຊວງທີ່ ກ່ຽວຂ້ອງຂອງ ສປປ ລາວ, ພ້ອມ ດ້ວຍຄະນະກໍາມະການຮ່ວມມືລາວຂປລ. ຄະນະໂຄສະນາອົບຮົມສູນກາງພັກ ສະເຫລີມ ສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ແລະ ວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 64 ປີ (25/4/1961-25/4/2025) ໃນວັນທີ 29 ເມສາ 2025 ທີ່ນະຄອນຫລວງວຽງຈັນ. ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະ ມົນຕີ ໄດ້ຍົກໃຫ້ເຫັນການສ້າງຕັ້ງພັກປະຊາຊົນລາວ ໃນ ວັນທີ 22 ມີນາ 1955 ເປັນເຫດການການເມືອງອັນຍິ່ງ ໃຫຍ່ໃນປະຫວັດສາດຂອງຊາດລາວ, ບົ່ງບອກວ່າແຕ່ນີ້ ຕໍ່ໄປພັກປະຕິວັດລາວ ເປັນຜູ້ຮັບເອົາພາລະກຳປະຫວັດ ສາດອັນສັກກະລະບູຊາແຫ່ງການນໍາພາປະຕິວັດຂອງ ລາວກ້າວຂຶ້ນ. ການກຳເນີດຂອງພັກປະຊາຊົນລາວ ເປັນການສົບທົບລະຫວ່າງຂະບວນການຕໍ່ສູ້ຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ ແລະ ລັດທິມາກ-ເລນິນ ທີ່ປະທານ ໂຮ່ຈີ່ມິງ ນໍາມາເຜີຍແຜ່ເຂົ້າສູ່ອິນດູຈີນ, ເປັນ ການສືບທອດພາລະກິດທີ່ມີກຽດສະຫງ່າຂອງພັກ ກອມມູນິດອິນດູຈີນ, ຮັບເອົາພາລະກຳປະຫວັດສາດ ອັນແສນຫຍຸ້ງຍາກແຕ່ສະຫງ່າລາສີແຫ່ງການນໍາພາ ຕໍ່ສູ້ຂອງປະຊາຊົນລາວ, s;o7n o,6 og-N vxq fxj vp rkd.8h s;Pfok,

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 30/04/2025 xtgmf]k; ໂທລະເລກອວຍພອນ... ສະຫລອງວັນສ້າງຕັ້ງພັກ...ັ້ັ້ັ ຮອງປະທານສະພາ... ຮອງລັດຖະມົນຕີກະຊວງ ຮສສ...ັົີ ຂປລ. ໃນວັນທີ28 ເມສາ2025, ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ)ພ້ອມ ຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງງານຕັດຫຍິບລາວ ຢາມາກິ ຈຳກັດ ແລະ ບໍລິສັດໂກລິງ ລາວ ຈຳກັດ ຢູ່ເມືອງນາຊາຍທອງ ນະ ຄອນຫລວງວຽງຈັນ (ນວ) ເພື່ອ ພົບປະກັບຜູ້ອອກແຮງງານ ແລະ ຜູ້ ໃຊ້ແຮງງານ ເນື່ອງໃນໂອກາດວັນ ກຳມະກອນສາກົນ 1 ພຶດສະພາ 2025 ແນໃສ່ຊຸກຍູ້, ສົ່ງເສີມເຮັດ ໃຫ້ແຮງງານລາວ ກໍຄື ໂຮງງານ ຕັດຫຍິບຢູ່ ສປປ ລາວ ດຳເນີນ ກິດຈະການໄດ້ຢ່າງໂລ່ງລ່ຽນ, ຖືກ ຕ້ອງຕາມລະບຽບການ ແລະ ກົດ ໝາຍຂອງ ສປປ ລາວ. ໂອກາດດັ່ງກ່າວ, ຜູ້ຕາງໜ້າ ຈາກໂຮງງານຕັດຫຍິບທັງສອງ ແຫ່ງ ໄດ້ລາຍງານສະພາບການ ຈັດຕັ້ງປະຕິບັດວຽກງານ ກໍຄື ຂະ ບວນການຜະລິດຕ່າງໆ ຢູ່ພາຍໃນ ໂຮງງານ, ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການກຳເນີນທຸລະ ໂຮ່ຈີ່ມິງ ວັນທີ 30 ເມສາ 1975 ປົດປ່ອຍພາກໃຕ້ຫວຽດນາມ ໄດ້ ຢ່າງສົມບູນ ແລະ ທ້ອນໂຮມປະ ເທດເປັນເອກະພາບອັນໜຶ່ງອັນ ດຽວແມ່ນເຫດການທີ່ສຳຄັນຖືກ ຈາລຶກໄວ້ໃນປະຫວັດສາດຂອງ ໂລກ, ແມ່ນຂີດໝາຍປະຫວັດສາດ ອັນສະຫວ່າງສະໄຫວຂອງພັກ ກອມມູນິດຫວຽດນາມ ທີ່ໄດ້ນຳພາ ພ້ອມກັນເສີມຂະຫຍາຍ...້ັີ ໃນປະເທດອາເມລິກາ ຢູ່ເມືອງຫລວງຊິກາໂກ ໄດ້ມີການຕໍ່ສູ້ໂດຍອີງໃສ່ ເນື້ອໃນຂອງຖະແຫລງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດ ຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນ ຜູ້ໃດເຮັດວຽກເກີນ8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງ ຮໍ່າຮຽນ” ໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານເຖິງ 5.000 ແຫ່ງ ໃນຕົວເມືອງໃຫຍ່ຂອງປະເທດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະ ອື່ນໆ, ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນ ຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງ ກຳມະກອນ ໃນມື້ໜຶ່ງ 8 ຊົ່ວໂມງ. ຕໍ່ໜ້າສະພາບການຄືແນວນັ້ນ, ໃນ ວັນທີ 14 ກໍລະກົດ1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫລວງປາຣີ (ປະເທດຝຣັ່ງ), ມີຜູ້ແທນເຂົ້າຮ່ວມ ກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ ເອີ ຮົບ, ອາເມລິກາ ແລະ ອາກຊັງຕິນ,ທີ່ກອງປະຊຸມໄດ້ຜ່ານໂຄງການ ດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ແມ່ນທວງເອົາ ສິດ ແລະ ຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ແລະ ຣັດ ເຊຍ ໂດຍໂຄ້ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄຳຂັວນ“ມື້ໜຶ່ງເຮັດ ວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ1 ພຶດສະພາ1886ເປັນວັນ ກຳມະກອນສາກົນ”, ນັບແຕ່ນັ້ນມາ “ວັນທີ 1 ພຶດສະພາຂອງທຸກໆ ປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ”. ສຳລັບປະເທດລາວເຮົາພວກລ່າເມືອງຂຶ້ນແບບເກົ່າໄດ້ເຂົ້າມາ ຢຶດຄອງແຕ່ປີ 1893-1954 ພວກເຂົາໄດ້ເກັບເກນເອົາຊາວໄຮ່ນາ ໄປຂຸດຄົ້ນເອົາແຮ່ກົ່ວຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງຢູ່ແຂວງຄຳມ່ວນ ໄປ ເປັນກູລີເຮັດທາງ. ຈາກນັ້ນ, ເກີດມີກໍາມະກອນລະດູການດ້ວຍການ ນໍາໃຊ້ແຮງງານນັບມື້ນັບຫລາຍຂຶ້ນ ແລະ ໄດ້ກາຍເປັນກໍາມະກອນ ອາຊີບ, ຕໍ່ມາພວກເຂົາໄດ້ສ້າງໂຮງເລື່ອຍໄມ້, ໂຮງສີເຂົ້າ,ໂຮງງານ ໄຟຟ້າຈຳນວນໜຶ່ງ. ຈາກນັ້ນ, ກໍາມະກອນລາວ ກໍໄດ້ເພີ່ມຂຶ້ນເລື້ອຍໆ. ພາຍໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນກຳມະກອນລາວ ຖືກ ກົດຂີ່ຂູດຮີດຢ່າງໜັກໜ່ວງທາງດ້ານເສດຖະກິດ, ວັດທະນະທໍາສັງຄົມ ພວກເຂົາບັງຄັບໃຫ້ກໍາມະກອນອອກແຮງງານ 14-16 ຊົ່ວໂມງ, ອອກແຮງງານຫລາຍໄດ້ຄ່າຕອບແທນໜ້ອຍ, ຖືກຕັດເງິນເດືອນ, ຖືກ ໄລ່ອອກຈາກວຽກໂດຍບໍ່ມີເຫດຜົນ, ຂາດສິດເສລີພາບທາງດ້ານການ ເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການເບິ່ງແຍງທາງດ້ານສະຫວັດດີການ ຕ່າງໆ. ຈາກສະພາບການທີ່ກ່າວມານັ້ນ, ຊົນຊັ້ນກໍາມະກອນ ກໍຄືຜູ້ອອກ ແຮງງານລາວບັນດາເຜົ່າ ກໍໄດ້ລຸກຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານ ໂດຍ ເລີ່ມຈາກການຕໍ່ສູ້ທີ່ມີລັກສະນະເກີດເອງໄດ້ກາຍເປັນຂະບວນການອັນ ກວ້າງຂວາງ ນໍາພາໂດຍບັນພະບູລຸດຜູ້ຮັກຊາດ ແຕ່ເໜືອເຖິງໃຕ້, ຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນຢ່າງດຸເດືອດ ແຕ່ຂະບວນການຕໍ່ສູ້ໄລຍະນັ້ນບໍ່ ໄດ້ຮັບໄຊຊະນະຍ້ອນບໍ່ມີພັກນໍາພາ. ຜົນງານອັນພົ້ນເດັ່ນໃນໄລຍະນັ້ນ ແມ່ນຂະບວນການລຸກຮືຂຶ້ນຢຶດອຳນາດການປົກຄອງໃນທົ່ວປະເທດ, ໄດ້ມີຂະບວນການກຳມະກອນໄຟຟ້າລາວເປີດສາກນຳໜ້າພາທາງ ໃຫ້ຂະບວນການກຳມະກອນຢູ່ແຫ່ງອື່ນໆ ລຸກຂຶ້ນຕໍ່ສູ້ພ້ອມກັບການຕໍ່ສູ້ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ພາຍໃຕ້ການນຳພາອັນ ສະຫລາດສ່ອງໃສຂອງພັກປະຊາຊົນລາວ, ສາມາດໂຄ້ນລົ້ມລັດທິລ່າ ເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໄດ້ຢ່າງສິ້ນເຊີງ, ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ ປີ1975 ຊຶ່ງເປັນບາດລ້ຽວປະຫວັດສາດອັນສຳຄັນຂອງຊາດລາວເຮົາ. ໃນໂອກາດສະເຫລີມສະຫລອງວັນກໍາມະກອນສາກົນ 1 ພຶດສະພາ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ປີນີ້ ສູນກາງສະຫະພັນກໍາມະບານລາວ ໄດ້ມີແຈ້ງການເຖິງສະຫະພັນກໍາ ມະບານກະຊວງ, ອົງການ, ນະຄອນຫລວງ ແລະ ແຂວງ ເພື່ອຈັດຕັ້ງ ການສະເຫລີມສະຫລອງວັນກໍາມະກອນສາກົນໃຫ້ມີເນື້ອໃນເລິກເຊິ່ງ ແລະ ກວ້າງຂວາງ ເປັນຕົ້ນຈັດຕັ້ງປາຖະກະຖາມູນເຊື້ອວັນກໍາມະກອນ ສາກົນ ຄົບຮອບ 139 ປີເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ແກ່ ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໃຫ້ຮັບຮູ້, ເຂົ້າໃຈ ແລະ ລະນຶກເຖິງມູນເຊື້ອການກໍາເນີດເຕີບໃຫຍ່ຂອງຊົນຊັ້ນກໍາ ມະກອນສາກົນ ແລະ ຊົນຊັ້ນກໍາມະກອນລາວ ໃນໄລຍະຜ່ານມາ ກໍຄື ປັດຈຸບັນຕາມເງື່ອນໄຂ ແລະ ຄວາມເໝາະສົມຂອງແຕ່ລະບ່ອນ; ຈັດ ກິດຈະກໍາຖາມ-ຕອບຄວາມຮູ້ກ່ຽວກັບວັນກໍາມະກອນສາກົນຜ່ານ ສື່ ຫລື ເຮັດແບບຊຶ່ງໜ້າດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ມີເນື້ອໃນ; ຈັດກິດຈະກໍາຍ່າງເພື່ອສຸຂະພາບ 1 ພຶດສະພາ ຄົບຮອບ 139 ປີ ຢູ່ທີ່ສວນປະຕູໄຊ; ຈັດການແຂ່ງຂັນກິລາຕີກັອຟ ເພື່ອລະດົມ ທຶນກະກຽມກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງ ທີ IX; ຈັດຂະບວນການອະນາໄມລວມ, ອະນາໄມສະຖານທີ່ສຳນັກ ງານ, ອົງການແລະ ສະຖານທີ່ສາທາລະນະໃຫ້ມີຄວາມສະອາດງາມ ຕາ ພ້ອມທັງຮັກສາສິ່ງແວດລ້ອມໃຫ້ດີ. ສຳລັບສະຫະພັນກໍາມະບານ ກະຊວງ, ອົງການ, ນະຄອນຫລວງ, ແຂວງ, ສະຫະພັນກໍາມະບານ ເມືອງ, ນະຄອນ, ກໍາມະບານຮາກຖານ ແລະ ຫົວໜ່ວຍແຮງງານ ໃຫ້ຈັດຕັ້ງການອອກແຮງງານອະນາໄມ ຕາມສຳນັກງານ, ອົງການ, ສະຖານທີ່ເຮັດວຽກ ແລະ ສະຖານທີ່ຕ່າງໆຕາມເງື່ອນໄຂ, ຄວາມ ເໝາະສົມຕົວຈິງ; ລົງໂຄສະນາເຄື່ອນທີ່ຢູ່ຕາມຫົວໜ່ວຍແຮງງານເພື່ອ ສ້າງຄວາມຮັບຮູ້ໃຫ້ແກ່ກໍາມະກອນ, ມີກິດຈະກໍາຖາມ-ຕອບຕ່າງໆ ພ້ອມທັງໂຄສະນາຜ່ານສື່ຂອງກໍາມະບານ ແລະ ສື່ຕ່າງໆໃຫ້ມີບັນຍາ ກາດຟົດຟື້ນ ແລະ ກວ້າງຂວາງ. ຊົມເຊີຍວັນທີ 1 ພຶດສະພາ ຄົບຮອບ 139 ປີ ຢ່າງສຸດໃຈ ປຶກສາຫາລືກັບຝ່າຍຫວຽດນາມ ນຳ ໂດຍສະຫາຍ ເຈິ່ນ ກວາງ ເຟືອງ ກໍາມະການສູນກາງພັກກອມມູນິດ ຫວຽດນາມ, ຮອງປະທານສະພາ ແຫ່ງຊາດ ດ້ວຍບັນຍາກາດໄມຕີຈິດ ມິດຕະພາບອັນອົບອຸ່ນ, ສະໜິດສະ ໜົມຖານສະຫາຍອ້າຍນ້ອງ ເຊິ່ງຈຸດ ປະສົງຂອງການໄປຢ້ຽມຢາມຄັ້ງນີ້ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມລາວ ໂດຍສະເພາະລະຫວ່າງສະພາ ແຫ່ງຊາດລາວ ແລະ ສະພາແຫ່ງ ຊາດຫວຽດນາມ; ເພື່ອຜັນຂະຫຍາຍ ບົດບັນທຶກຊ່ວຍຈໍາວ່າດ້ວຍການ ຮ່ວມມືລະຫວ່າງສະພາແຫ່ງຊາດ ລາວ-ຫວຽດນາມ ແລະ ເພື່ອປະຕິບັດ ຕາມຜົນຂອງການພົບປະລະຫວ່າງ ສະຫາຍຮອງປະທານສະພາແຫ່ງ ລາວ ແລະ ຮອງປະທານສະພາ ແຫ່ງຊາດຫວຽດນາມ ໃນເດືອນ ຕຸລາ 2024 ໃນການແລກປ່ຽນ ບົດຮຽນການຈັດຕັ້ງປະຕິບັດພາ ລະບົດບາດຂອງສະພາແຫ່ງຊາດ, ຮ່ວມກັນຕິດຕາມກວດກາ ແລະ ຊຸກຍູ້ການຮັກສາຄວາມສະຫງົບ ຊາຍແດນ, ແກ້ໄຂຄວາມຫຍຸ້ງຍາກ ຂອງປະຊາຊົນໃນເຂດຫ່າງໄກທຸລະ ກັນດານ, ການກໍ່ສ້າງພື້ນຖານໂຄງ ລ່າງ ແລະ ການພັດທະນາຊົນນະບົດ. ຈາກນັ້ນ, ສະຫາຍ ພົທ ສຸວອນ ເລືອງບຸນມີ ພ້ອມຄະນະໄດ້ເຂົ້າຢ້ຽມ ຂໍ່ານັບສະຫາຍ ເຈິ່ນ ແທັງ ເໝີນ ກໍາມະການກົມການເມືອງສູນກາງ ພັກກອມມູນິດຫວຽດນາມ, ປະທານ ສະພາແຫ່ງຊາດ ເຊິ່ງສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນຂອງ ແຕ່ລະປະເທດໃຫ້ກັນຊາບ; ຕີລາຄາ ສູງສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ເປັນຂີດໝາຍແຫ່ງການຂະຫຍາຍ ຕົວໃໝ່ ແລະ ເປັນບາດລ້ຽວທີ່ສໍາ ຄັນຍິ່ງໃນປະຫວັດສາດຂອງການ ປະຕິວັດລາວ. ການສ້າງຕັ້ງພັກ ປະຊາຊົນລາວ ກັບການວາງນະ ໂຍບາຍແຜນດໍາເນີນງານ 12 ຂໍ້ໄດ້ ກາຍເປັນຂະບວນປະຫວັດສາດສໍາ ຄັນຂອງຊາດ ກາຍເປັນບາດລ້ຽວ ຂອງການປະຕິວັດລາວ, ມັນໄດ້ ກຳນົດທິດທາງ, ບາດກ້າວເດີນອັນ ຈະແຈ້ງໃຫ້ແກ່ພາລະກິດປະຕິວັດ, ພັກເຮົາໄດ້ເດີນຕາມເສັ້ນທາງຂອງ ລັດທິມາກ-ເລນິນ, ເປັນຕົວແທນຂອງ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກ ແຮງງານທີ່ແທ້ຈິງ; ພັກ ຖືເອົາການ ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເປັນທິດ ນໍາພື້ນຖານໃນການເຄື່ອນໄຫວຂອງ ຕົນ. ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນແຕ່ຫົວທີວ່າ: “ພັກເຮົາໄດ້ ກຳເນີດເກີດຂຶ້ນໂດຍການປະສານ ສົມທົບລະຫວ່າງ ລັດທິມາກ-ເລນິນ ກັບລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກຳມະຊີບອັນຜ່ອງໃສ”, ໃນໂອກາດດັ່ງກ່າວ ຍັງໄດ້ທົບທວນ ຫວນຄືນມູນເຊື້ອ, ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະ ຊາຊົນປະຕິວັດລາວ ໃນຕະຫລອດ ໄລຍະ 70 ປີ ຜ່ານມາ. ພ້ອມກັນນີ້, ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດຈີນ ປະຈຳ ສປປ ລາວ ແລະ ສະຫາຍ ສົມສະ ຫວາດ ເລັ່ງສະຫວັດ ອະດີດກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ທີ່ປຶກສາ ສະພາທິດສະດີສູນກາງພັກ ຍັງໄດ້ໃຫ້ ຮູ້ເຖິງຄວາມເປັນມາຂອງວັນສ້າງຕັ້ງ ສາຍພົວພັນການທູດລະຫວ່າງລາວຈີນ ທີ່ໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ, ຕະຫລອດໄລຍະ 64 ປີແຫ່ງການຮ່ວມມືເຫັນວ່າການ ຮ່ວມມືລະຫວ່າງ 2 ປະເທດນັບມື້ ກວ້າງຂວາງ ເຊິ່ງເປັນການເສີມຂະ ຫຍາຍມູນເຊື້ອປະຕິວັດອັນດີງາມ ປະກອບສ່ວນອັນໃໝ່ ໃນການຊຸກຍູ້ ການຮ່ວມມືກັນຕ່າງຝ່າຍຕ່າງມີຜົນ ປະໂຫຍດຮ່ວມກັນໃນທຸກຂົງເຂດ ວຽກງານ ແລະ ເພີ່ມເນື້ອໃນອັນ ໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານລະຫວ່າງ ລາວ ແລະ ຈີນ ເຮັດໃຫ້ປະເທດ ລາວ ແລະ ປະເທດຈີນ ເປັນເພື່ອນ ບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ ດີ ແລະ ເປັນຄູ່ຮ່ວມມືທີ່ດີ, ຈົນເຖິງ ກາຍເປັນ “ຄູ່ຮ່ວມຊາຕາກໍາ ລາວຈີນ. ມາຮອດປັດຈຸບັນ, ຈີນ ແມ່ນຄູ່ ການຄ້າທີ່ໃຫຍ່ອັນດັບ 2 ຂອງລາວ, ສະເພາະປີ 2024, ມູນຄ່າການຄ້າ ສອງຝ່າຍບັນລຸເຖິງ 8,23 ຕື້ໂດລາ ສະຫລັດ, ທຽບໃສ່ປີ 2023 ເພີ່ມຂຶ້ນ 15,91%, ມູນຄ່າການຄ້າສອງ ຝ່າຍມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ພາຍຫລັງເປີດນໍາໃຊ້ຂະບວນລົດໄຟ ຂົນສົ່ງສິນຄ້າລາວ-ຈີນ ລະຫວ່າງ ປະເທດເປັນຕົ້ນມາ. ຂ່າວ: ກິດຕາ; ພາບ: ຂັນໄຊ ປະເທດຊາດ ແລະ ປະຊາຊົນກ້າວ ເຂົ້າສູ່ສັງກາດໃໝ່ ແຫ່ງເອກະລາດ, ເອກະພາບ ແລະ ສັງຄົມນິຍົມ. ໄຊ ຊະນະດັ່ງກ່າວ ບໍ່ພຽງແຕ່ແມ່ນໄຊ ຊະນະຂອງກອງທັບ ແລະ ປະຊາ ຊົນຫວຽດນາມ ເທົ່ານັ້ນຫາກຍັງ ແມ່ນໄຊຊະນະລວມຂອງຄວາມສາ ມັກຄີຮ່ວມສຳພັນສູ້ຮົບແບບພິເສດ ລາວ-ຫວຽດນາມ ກໍຄື ໄຊຊະນະ ລວມຂອງປະຊາຊົນສາມຊາດອິນ ດູຈີນ ລາວ-ຫວຽດນາມ-ກໍາປູເຈຍ. ໄຊຊະນະດັ່ງກ່າວ ຍັງໄດ້ເປັນບົດ ຮຽນ, ເປັນກຳລັງໃຈ ແລະ ເປັນ ແຮງບັນດານໃຈໃຫ້ແກ່ບັນດາປະ ຊາຊາດໃນໂລກ ທີ່ຮັກຫອມສັນຕິ ພາບທີ່ພວມຕໍ່ສູ້ເພື່ອເສລີພາບ ແລະ ເອກະລາດແຫ່ງຊາດຂອງຕົນ. ພວກຂ້າພະເຈົ້າມີຄວາມປິຕິ ຊົມຊື່ນ ແລະ ຕີລາຄາສູງຕໍ່ບັນດາ ຜົນສຳເລັດອັນໃຫຍ່ຫລວງ, ຮອບ ດ້ານ ແລະ ມີຄວາມໝາຍປະຫວັດ ສາດທີ່ປະຊາຊົນຫວຽດນາມອ້າຍ ນ້ອງຍາດມາໄດ້ຕະຫລອດໄລຍະທີ່ ຜ່ານມາ ໂດຍສະເພາະແມ່ນບັນດາ ຜົນສຳເລັດຮອບດ້ານໃນພາລະກິດ ປ່ຽນແປງໃໝ່ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ; ເສດຖະກິດມີການຂະຫຍາຍຕົວ ດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ; ຊີ ວິດການເປັນຢູ່ຂອງປະຊາຊົນໄດ້ ຮັບການປັບປຸງດີຂຶ້ນເລື້ອຍໆ; ການ ປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ ມີຄວາມເຂັ້ມແຂງ; ການພົວ ພັນຮ່ວມມືກັບຕ່າງປະເທດໄດ້ຮັບ ການເປີດກວ້າງ, ບົດບາດອິດທິພົນ ຂອງພັກກອມມູນິດຫວຽດນາມ, ສາທາລະນະລັດສັງຄົມນິຍົມຫວຽດ ນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີ ພາກພື້ນ ແລະ ສາກົນ. ພວກຂ້າພະ ເຈົ້າຂໍສະແດງຄວາມຊົມເຊີຍຢ່າງ ສຸດອົກສຸດໃຈ ແລະ ຖືບັນດາໄຊຊະ ນະດັ່ງກ່າວ ເປັນເໝືອນດັ່ງຂອງ ຕົນເອງ, ທັງເປັນກຳລັງໃຈອັນແຮງ ກ້າໃຫ້ແກ່ພວກຂ້າພະເຈົ້າໃນການ ນຳພາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ຕົນ; ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫລາດ ສ່ອງໃສ ແລະ ຖືກຕ້ອງຂອງພັກ ກອມມູນິດຫວຽດນາມ ໂດຍແມ່ນ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນຳໜ້ານັ້ນ, ປະຊາຊົນຫວຽດ ນາມ ຈະສືບຕໍ່ຍາດໄດ້ຜົນສຳເລັດ ໃໝ່ໃຫຍ່ຫລວງກວ່າເກົ່າໃນການ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ ທີ XIII ຂອງພັກໃນໄລຍະທ້າຍສະ ໄໝໄດ້ຢ່າງມີໄຊ ແລະ ກ້າວໄປສູ່ ການດໍາເນີນກອງປະຊຸມໃຫຍ່ ຄັ້ງ ທີ XIV ຂອງພັກໃຫ້ສໍາເລັດຜົນ ຢ່າງຈົບງາມເພື່ອສືບຕໍ່ສ້າງປະເທດ ຊາດຫວຽດນາມ ໃຫ້ກາຍເປັນປະ ເທດອຸດສາຫະກຳທີ່ທັນສະໄໝ, ບັນລຸເປົ້າໝາຍເຮັດໃຫ້ປະຊາຊົນ ຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ພວກຂ້າພະເຈົ້າມີຄວາມພາກ ພູມໃຈເປັນຢ່າງຍິ່ງທີ່ເຫັນວ່າສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ ແລະ ຫວຽດນາມ ທີ່ປະ ທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກເປັນຜູ້ ລິເລີ່ມ ແລະ ໄດ້ຜ່ານການທົດສອບ ໃນແປວໄຟປະຕິວັດມາເປັນເວລາ ຫລາຍທົດສະວັດນັ້ນ ໄດ້ກາຍເປັນ ມູນມໍລະດົກລວມອັນລ້ຳຄ່າ, ເປັນ ກົດເກນແຫ່ງການຄົງຕົວ ແລະ ຂະ ຫຍາຍຕົວຂອງສອງຊາດ, ເປັນ ໜຶ່ງໃນປັດໄຈຕັດສິນໄຊຊະນະຂອງ ການປະຕິວັດຢູ່ແຕ່ລະປະເທດ ແລະ ມາເຖິງປັດຈຸບັນຍິ່ງໄດ້ຮັບການເອົາ ໃຈໃສ່, ຖະນຸຖະໜອມ, ເພີ່ມພູນຄູນ ສ້າງ ແລະ ເສີມຂະຫຍາຍເຂົ້າສູ່ລວງ ເລິກໃນທຸກຂົງເຂດ ແລະ ແຕກດອກ ອອກຜົນຢ່າງບໍ່ຢຸດຢັ້ງ, ນຳເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນສອງ ຊາດ ລາວ-ຫວຽດນາມ; ສະແດງ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນ ໃຫຍ່ຫລວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການບົນຈິດໃຈສະຫາຍ ອ້າຍນ້ອງ, ແບບເຂົ້າເມັດຫັກຜັກເສັ້ນ ແບ່ງ, ບໍລິສຸດຜຸດຜ່ອງແກ່ພາລະກິດ ຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອ ກ່ອນ ກໍຄື ໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ພວກຂ້າພະເຈົ້າໃນປັດຈຸບັນ. ຂໍອວຍພອນໃຫ້ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງສວຍສົດງົດ ງາມ ແລະ ໝັ້ນຄົງຂະນົງແກ່ນຊົ່ວ ກາລະນານ. ສອງພັກ, ສອງລັດ ກໍຄື ປະຊາຊົນ ສອງຊາດ ໂດຍສະເພາະການພົວ ພັນຮ່ວມມືລະຫວ່າງສອງສະພາ ແຫ່ງຊາດ ລາວ-ຫວຽດນາມ ທີ່ ນັບມື້ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ສະຫາຍປະທານສະພາ ແຫ່ງຊາດຫວຽດນາມ ຍັງໄດ້ໃຫ້ທິດ ຊີ້ນໍາໃນການພົວພັນຮ່ວມມືໃນຕໍ່ໜ້າ ລະຫວ່າງອົງການນິຕິບັນຍັດຂອງ ສອງປະເທດຕາມບົດບັນທຶກຂອງ ສອງສະພາແຫ່ງຊາດ ໄດ້ລົງນາມ ຮ່ວມກັນ; ເພີ່ມທະວີການຮ່ວມມືໃຫ້ ເລິກເຊິ່ງກວ່າເກົ່າ, ຮ່ວມກັນຕິດຕາມ ກວດກາ ແລະ ຊຸກກຍູ້ການຈັດຕັ້ງ ປະຕິບັດຂໍ້ຕົກລົງຕ່າງໆ ທີ່ສອງ ປະເທດໄດ້ລົງນາມຮ່ວມກັນ ໂດຍ ສະເພາະຊຸກຍູ້ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ແລະ ຊ່ວຍ ເຫລືອເພື່ອການພັດທະນາ, ຍົກສູງ ຊີວິດການເປັນຢູ່ຂອງປະຊາຊົນໃນ ເຂດຫ່າງໄກທຸລະກັນດານ, ການ ກໍ່ສ້າງພື້ນຖານໂຄງລ່າງ ແລະ ການ ພັດທະນາຕາມບໍລິເວນຊາຍແດນ ຂອງສອງປະເທດ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ພ້ອມກັນນີ້, ຄະນະຜູ້ແທນສະ ພາແຫ່ງຊາດລາວ ໄດ້ເດີນທາງ ໄປຢ້ຽມຢາມແຂວງເຊີນລາ ແລະ ແຂວງດຽນບຽນ ເຊິ່ງໄດ້ພົບປະເຮັດ ວຽກກັບຄະນະພັກ, ຄະນະນໍາ ກໍຄື ສະພາປະຊາຊົນຂອງສອງແຂວງ ໂດຍໄດ້ປຶກສາຫາລື, ຕິດຕາມກວດ ກາການປະຕິບັດບັນດາໂຄງການ ພັດທະນາຊົນນະບົດເຂດຫ່າງໄກ ສອກຫລີກຕາມບໍລິເວນຊາຍແດນ ລາວ-ຫວຽດນາມ ແລະ ຮັບຟັງ ການລາຍງານການພັດທະນາເສດ ຖະກິດ-ສັງຄົມຂອງແຂວງ. ນອກ ຈາກນັ້ນ, ຍັງໄດ້ທ່ຽວຊົມສະຖານທີ່ ທ່ອງທ່ຽວທາງປະຫວັດສາດຈໍາ ນວນໜຶ່ງຂອງແຂວງດຽນບຽນ. ນອກຈາກນັ້ນ, ຄະນະຜູ້ແທນ ລາວ ໄດ້ມີໂອກາດພົບປະຢ້ຽມຢາມ ພະນັກງານສະຖານເອກອັກຄະລັດ ຖະທູດລາວ ປະຈຳ ສສ ຫວຽດ ນາມ ຕື່ມອີກ. ກິດໃຫ້ທ່ານຮອງລັດຖະມົນຕີກະ ຊວງ ຮສສ ພ້ອມດ້ວຍຄະນະຮັບ ຊາບ. ໃນນັ້ນ, ໂຮງງານຕັດຫຍິບ ລາວຢາມາກິ ຈຳກັດ ເປັນໂຮງງານ ຜະລິດເສື້ອຜ້າ ເພື່ອສົ່ງອອກໄປຕ່າງ ປະເທດເປັນຕົ້ນສົ່ງອອກໄປປະເທດ ໄທ, ຍີ່ປຸ່ນ ແລະ ເອີຣົບ ສາມາດ ຜະລິດເສື້ອຜ້າ 1.500 ໂຕຕໍ່ມື້, ສາ ມາດສ້າງລາຍຮັບໃຫ້ແຮງງານ ລາວ ຕໍ່າສຸດ 1.600.000 ກີບຕໍ່ ເດືອນ(ສຳລັບພະນັກເຂົ້າໃໝ່). ນອກນີ້, ຍັງມີຄ່າສະຫວັດດີການ ອື່ນເປັນຕົ້ນຄ່າລົດ, ຄ່າເຂົ້າ, ຄ່າມາ ວຽກປົກກະຕິ, ຄ່າເຮັດວຽກເກີນ ເວລາ ແລະ ຖ້າບໍ່ຂາດວຽກຜູ້ໜຶ່ງ ຈະມີລາຍຮັບຫລາຍກວ່າ 4 ລ້ານ ກີບຕໍ່ເດືອນ. ໂຮງງານດັ່ງກ່າວ, ມີພະນັກງານທັງໝົດ 280 ຄົນ, ເຖິງຢ່າງໃດກໍຕາມໂຮງງານຍັງ ຂາດແຄນແຮງງານຫລາຍກວ່າ 100 ຄົນ ເຊິ່ງບັນຫາດັ່ງກ່າວ, ສົ່ງ ຜົນໃຫ້ໂຮງງານບໍ່ສາມາດຕອບ ສະໜອງກັບຄວາມຕ້ອງການຂອງ ຕະຫລາດ ຈາກຄວາມຕ້ອງການ 2.000 ກວ່າໂຕຕໍ່ມື້. ສຳລັບບໍລິສັດ ໂກລິງລາວ ຈຳກັດ, ມີພະນັກງານ ທັງໝົດ 2.000 ກວ່າຄົນ, ກຳເນີນ ທຸລະກິດຕັດຫຍິບເກີບ ເຊິ່ງສາມາດ ຜະລິດໄດ້ຫລາຍກວ່າ 73.000 ຄູ່ ເພື່ອສົ່ງອອກໄປຫລາຍປະເທດ ເຊັ່ນ: ອາເມລິກາ, ເຢຍລະມັນ, ເອີຣົບ, ການາດາ, ໂປໂລຍ ແລະ ອື່ນໆ. ສຳ ລັບເງິນເດືອນ ລວມທັງສະຫວັດດີ ການຕ່າງໆແມ່ນ 4 ລ້ານກວ່າກີບຕໍ່ ເດືອນ. ທັງສອງໂຮງງານດັ່ງກ່າວ, ໄດ້ມີສະຫວັດດີການ ແລະ ສິ່ງອຳ ນວຍຄວາມສະດວກຕ່າງໆ ເປັນຕົ້ນ ມີທີ່ພັກໃຫ້ຢູ່ບໍ່ໄດ້ເສຍຄ່າ, ມີເງິນອຸດ ໜູນຕ່າງໆ ແລະ ບໍລິການອື່ນໆໃຫ້ ກັບພະນັກງານຢູ່ພາຍໃນໂຮງງານ ຢ່າງທົ່ວເຖິງ. ໂອກາດນີ້, ທ່ານ ນາງ ແກ້ວ ຈັນທະວີໄຊ ໄດ້ສະແດງຄວາມຊົມ ເຊີຍຕໍ່ຈັດຕັ້ງປະຕິບັດວຽກງານ ຂອງສອງໂຮງງານດັ່ງກ່າວ ກໍຄື ຜູ້ ບໍລິຫານໂຮງງານ ແລະ ແຮງງານ ທຸກຄົນທີ່ໄດ້ມີຄວາມຂະຫຍັນ, ຫ້າວ ຫັນ ພ້ອມກັນຈັດຕັ້ງປະຕິບັດພາລະ ບົດບາດ, ໜ້າທີ່ຂອງຕົນເອງດ້ວຍ ຄວາມຮັບຜິດຊອບ ໂດຍສະເພາະ ຜູ້ບໍລິຫານໂຮງງານທີ່ສາມາດຂັບ ເຄື່ອນທຸລະກິດຂອງຕົນເອງ ເຊິ່ງໄດ້ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຂຶ້ນໄປ ເລື້ອຍໆ. ພ້ອມກັນນັ້ນ, ໂຮງງານ ຍັງໄດ້ມີຄວາມເອົາໃຈໃສ່ໃນການ ເບິ່ງແຍງດ້ານເງື່ອນໄຂການເຮັດ ວຽກ, ສຸຂະພາບ ແລະ ຄວາມປອດ ໄພຂອງແຮງງານເປັນຕົ້ນສະຫວັດ ດີການແຮງງານຕິດພັນກັບເງິນ ເດືອນ-ຄ່າແຮງງານ, ການເຂົ້າສູ່ ລະບົບປະກັນສັງຄົມ, ສ້າງວຽກ ເຮັດງານທຳໃຫ້ແກ່ແຮງງານລາວ ໄດ້ມີວຽກເຮັດງານທຳ, ມີລາຍ ຮັບ, ກຸ້ມຢູ່ກຸ້ມກິນ, ທັງເປັນການປະ ກອບສ່ວນຊຸກຍູ້ ແລະ ດຶງດູດເອົາ ແຮງງານລາວເຂົ້າມາເຮັດວຽກຢູ່ ພາຍໃນປະເທດ, ຫລຸດຜ່ອນອັດຕາ ການຫລັ່ງໄຫລຂອງແຮງງານລາວ ອອກໄປເຮັດວຽກຢູ່ຕ່າງປະເທດ ຕື່ມອີກ. ຂ່າວ-ພາບ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==