ຂປລ
ກອງປະຊຸມ ພົບປະລະຫວ່າງ ລັດຖະມົນຕີ ຕ່າງປະເທດ ບຣິກສ໌ ທີ່ດຳເນີນ ເປັນເວລາ 2 ມື້ໄດ້ອັດລົງ ຢູ່ນະຄອນ ຣີໂອເດີຈາເນໂຣ ຂອງບຣາຊິນ ໃນວັນທີ 29 ເມສານີ້.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ກອງປະຊຸມ ພົບປະລະຫວ່າງ ລັດຖະມົນຕີ ຕ່າງປະເທດ ບຣິກສ໌ ທີ່ດຳເນີນ ເປັນເວລາ 2 ມື້ໄດ້ອັດລົງ ຢູ່ນະຄອນ ຣີໂອເດີຈາເນໂຣ ຂອງບຣາຊິນ ໃນວັນທີ 29 ເມສານີ້.ຫລັງຈາກນັ້ນ ໄດ້ອອກ ຖະແຫລງການ ປະທານ ໂດຍກ່າວຢ້ຳວ່າ: ຈະສຸມກຳລັງ ເຂົ້າໃນການເພີ່ມທະວີ ຂອບການພົວພັນ ຄູ່ຮ່ວມ ຍຸດທະສາດ ລະຫວ່າງ ປະເທດບຣິກສ໌, ດຳເນີນການຮ່ວມມື ພາຍໃຕ້ 3 ເສົາຄ້ຳໃຫຍ່ ແຫ່ງການຮ່ວມມື ຄື: ຄວາມໝັ້ນຄົງ ດ້ານນະໂຍບາຍ ເສດຖະກິດການເງິນ ແລະ ການແລກປ່ຽນ ດ້ານວັດທະນະທຳ. ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງບັນດາປະເທດໄດ້ກ່າວຢ້ຳວ່າ ຈະສຸມກຳລັງ ເຂົ້າໃນການຍຶດໝັ້ນ ປະຕິບັດຕາມຈິດໃຈ ປະເທດບຣິກສ໌, ເພີ່ມທະວີ ການຮ່ວມມື ປະເທດ ເຂດໂລກໃຕ້, ບັນລຸ ການບໍລິຫານ ທີ່ໂອບເອື້ອອາລີ ແລະ ແບບຍືນຍົງ ກວ່າເກົ່າ.ຖະແຫລງການ ໄດ້ສະແດງ ຄວາມຊົມເຊີຍຕໍ່ ອິນໂດເນເຊຍ ທີ່ເຂົ້າເປັນປະເທດ ສະມາຊິກ ບຣິກສ໌ ພ້ອມທັງ ຊົມເຊີຍເບຣາລຸດຊີ, ໂບລີວີ, ກາຊັກສະຖານ, ກູບາ, ນີເຊຣີ, ມາເລເຊຍ, ໄທ ,ອູກັນດາ ແລະ ອຸດສະເບກິດສະຖານ ໄດ້ກາຍເປັນປະເທດ ຄູ່ຮ່ວມ ຂອງບຣິກສ໌ ນັບແຕ່ ຕົ້ນປີ 2025./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL