ພຽງ 4 ເດືອນ ສ່ວຍສາອາກອນແຂວງວຽງຈັນ ເກັບລາຍຮັບໄດ້ 138 ຕື້ກວ່າກີບ

29/04/2025 12:16
Email Print 129
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະ 4 ເດືອນຕົ້ນປີ 2025, ສ່ວຍສາອາກອນ ແຂວງວຽງຈັນສາມາດເກັບລາຍຮັບໄດ້ 138,54 ຕື້ກີບ, ການເກັບລາຍຮັບ ຂອງສ່ວຍສາອາກອນ ແຂວງວຽງຈັນປີນີ້ ຈະເພີ່ມຂຶ້ນຢ່າງກ້າວກະໂດດ ເນື່ອງຈາກວ່າສູນກາງໄດ້ມອບ 46 ຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງໃຫ້ແຂວງເປັນຜູ້ຈັດຕັ້ງປະຕິບັດ.




ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະ
4 ເດືອນຕົ້ນປີ 2025, ສ່ວຍສາອາກອນ ແຂວງວຽງຈັນສາມາດເກັບລາຍຮັບໄດ້ 138,54 ຕື້ກີບ, ການເກັບລາຍຮັບ ຂອງສ່ວຍສາອາກອນ ແຂວງວຽງຈັນປີນີ້ ຈະເພີ່ມຂຶ້ນຢ່າງກ້າວກະໂດດ ເນື່ອງຈາກວ່າສູນກາງໄດ້ມອບ 46 ຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງໃຫ້ແຂວງເປັນຜູ້ຈັດຕັ້ງປະຕິບັດ.

ທ່ານ ນາງ ອ່ອນ ຈັນທະວົງ ຫົວໜ້າສ່ວຍສາອາກອນປະຈໍາ ແຂວງວຽງຈັນ ໃຫ້ສຳພາດຕໍ່ ນັກຂ່າວແຂວງວຽງຈັນ ໃນວັນທີ 28 ເມສາ 2025 ວ່າ: ໃນປີ 2025 ນີ້ ສ່ວຍສາອາກອນປະຈໍາ ແຂວງວຽງຈັນ ມີແຜນເກັບລາຍຮັບ 970,30 ຕື້ກີບ ໃນນີ້, ແຜນເກັບລາຍຮັບຂອງຊັບສິນແຫ່ງລັດ 207 ຕື້ກີບ; ແຜນເກັບລາຍຮັບສ່ວຍສາອາກອນ 763,20 ຕື້ກີບ ໂດຍໄດ້ແບ່ງໃຫ້ ສ່ວຍສາອາກອນ ຂັ້ນແຂວງຮັບຜິດຊອບ 669,89 ຕື້ກີບ; ສ່ວຍສາອາກອນປະຈໍາ 11 ເມືອງ ຮັບຜິດຊອບ 93,30 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະ 04 ເດືອນຕົ້ນປີນີ້ ປະຕິບັດໄດ້ 138,54 ຕື້ກີບ ໃນນີ້, ສ່ວຍສາອາກອນຂັ້ນແຂວງປະຕິບັດໄດ້ 60,29 ຕື້ກີບ, ສ່ວຍອາກອນປະຈໍາເມືອງ 11 ເມືອງ ປະຕິບັດໄດ້ 31,13 ຕື້ີ້ກີບ, ຊັບສິນແຫ່ງລັດປະຕິບັດໄດ້ 47,10 ຕື້ກີບ.

ການຈັດຕັ້ງປະຕິບັດວຽກງານ ສ່ວຍສາກອນໃນປີນີ້ ມີລັກສະນະພິເສດ ແຕກຕ່າງຈາກປີຜ່ານມາ ເນື່ອງຈາກວ່າປີຜ່ານມາແຜນເກັບລາຍຮັບທັງໝົດມີພຽງ 272,70 ຕື້ກີບ, ແຕ່ປີ 2025 ແມ່ນ 970,30 ຕື້ກີບ ເພີ່ມຈາກປີຜ່ານມາ 700 ກວ່າຕື້ກີບ, ສາເຫດຂອງການເພີ່ມຂຶ້ນເນື່ອງຈາກ ແຂວງວຽງຈັນ ເປັນແຂວງທີ່ 10 ທີ່ປະຕິບັດຕາມມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ດັ່ງນັ້ນ, ສູນກາງ ຈຶ່ງໄດ້ມອບ 46 ຫົວໜ່ວຍ ທີ່ຕົນເອງຄຸ້ມຄອງ ໃຫ້ສ່ວຍສາອາກອນປະຈໍາແຂວງວຽງຈັນ ຄຸ້ມຄອງ ແລະ ເກັບລາຍຮັບ, ເຊິ່ງຫົວໜ່ວຍດັ່ງກ່າວນັ້ນແມ່ນ ມີທີ່ຕັ້ງພາກສະໜາມຢູ່ ແຂວງວຽງຈັນ.

ສຳລັບການເກັບລາຍ 8 ເດືອນທ້າຍປີນີ້ ຈະໄດ້ສຸມໃສ່ເກັບລາຍຮັບ ຈາກໂຄງການທີ່ມາເຄື່ອນໄຫວຢູ່ ແຂວງວຽງຈັນ, ສຸມໃສ່ປັກມຸດຕອນດິນ, ສຸມໃສ່ ວຽກງານອາກອນມູນຄ່າເພີ່ມຢູ່ ເມືອງວັງວຽງ, ເມືອງເຟືອງ ແລະ ແກ້ວອຸດົມ.

ໂອກາດນີ້, ທ່ານ ນາງ ອ່ອນ ຈັນທະວົງ ໄດ້ຮຽກຮ້ອງໃຫ້ ພະແນກການກ່ຽວຂ້ອງ, ຜູ້ປະກອບການ ທຸກພາກສ່ວນ ຕະຫລອດຮອດປະຊາຊົນ ຈົ່ງພ້ອມກັນປະຕິບັດພັນທະຂອງຕົນ ເພື່ອເຮັດໃຫ້ການເກັບລາຍຮັບໃນ 8 ເດືອນທ້າຍປີນີ້ສຳເລັດຕາມແຜນທີ່ວາງໄວ້.

KPL

ຂ່າວອື່ນໆ

ads
ads

Top