ເປີດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4

28/04/2025 14:10
Email Print 214
ຂປລ ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ສູນກາງສະຫະພັນກໍາມະບານລາວ ແລະ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ຈັດການແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ຈັດຂຶ້ນ ລະ ຫວ່າງວັນທີ 28-30 ເມສາ 2025



ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ສູນກາງສະຫະພັນກໍາມະບານລາວ ແລະ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ
ຈັດການແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ຈັດຂຶ້ນ ລະ ຫວ່າງວັນທີ 28-30 ເມສາ 2025  ເຊິ່ງຈະມີ 5 ສາຂາຊ່າງ ທີ່ມາຈາກສະຖານ ພັດທະນາສີມີແຮງງານ, ສະຖານອາຊີວະສຶກສາ ຈາກສູນກາງ ແລະ ທ້ອງຖິ່ນ ໃນທົ່ວປະເທດເຂົ້າຮ່ວມ, ປະກອບມີ ສາຂາວິຊາ ເວັບເຕັກໂນໂລຊີສາຂາວິຊາ ການຕິດຕັ້ງໄຟຟ້າສາຂາວິຊາ ປຸງແຕ່ງອາຫານ, ສາຂາວິຊາ ກລາບຟຣິກດີຊາຍ ແລະ ສາຂາວິຊາ ໄມ້ເຄື່ອງເຮືອນ. 




ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາ ສີມືແຮງງານ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ໄດ້ກ່າວວ່າ: ການແຂ່ງຂັນສີມືແຮງງານແຫ່ງຊາດ ເປັນກິດຈະກຳໜື່ງ ທີ່ຖືກຈັດທຸກໆປີ ເພື່ອສົ່ງເສີມການພັດທະນາສີມື ແຮງງານໃຫ້ແກ່ບັນດາຊາວໜຸ່ມ
, ນັກຮຽນ ແລະ ນັກສຶກສາ ທີ່ເປັນກຳລັງແຮງຂອງຊາດ, ເປັນເວທີແລກປ່ຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ​ແລະ ກັນ ທາງດ້ານບົດ ຮຽນອັນພົ້ນເດັ່ນ, ນະວັດຕະກຳ ແລະ ເຕັກໂນໂລຊີຕ່າງໆ ທີ່ມີການປ່ຽນແປງໄປຕາມຍຸກການ ຫັນເປັນອຸດສາຫະກຳ 4.0. ນອກຈາກນັ້ນ, ຍັງເປັນການຊຸກຍູ້ ສົ່ງເສີມ ໃຫ້ມີການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນຫລາຍຂຶ້ນ, ເປັນວຽກງານໜຶ່ງທີ່ນອນ ຢູ່ໃນວຽກພັດທະນາ ຊັບພະຍາກອນມະນຸດ ​ໂດຍສະເພາະ ແມ່ນການພັດທະນາສີ ມືແຮງງານ. ຜ່ານການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4 ສໍາເລັດຈະໄດ້ນັກແຂ່ງຂັນສີມືແຮງງານ ສາຂາລະ 3 ທ່ານ ໂດຍແມ່ນຜູ້ທີ່ໄດ້ຫລຽນຄໍາ, ຫລຽນເງິນ ແລະ ຫລຽນທອງ ຂອງແຕ່ລະສາຂາຊ່າງ ເພື່ອນໍາໄປຝຶກຊ້ອນ ແລະ ຄັດເລືອກເອົາຜູ້ມີຄວາມຮູ້ ຄວາມສາ ມາດ ແລະ ຄຸນສົມບັດດີເດັ່ນ ຈໍານວນ 2 ທ່ານ ເປັນຕົວແທນທີມຊາດລາວ ເຂົ້າຮ່ວມການແຂ່ງຂັນ ສີມືແຮງງານ ອາຊຽນ ຄັ້ງທີ 14 (14th  WorldSkills ASEAN ) ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 22-25 ສິງຫາ 2025 ທີ່ສູນການຄ້າສາກົນ ມະນີລາ ປະເທດຟີລິບປິນ, ຄາດວ່າ ສປປ ລາວ ຈະສົ່ງເຂົ້າຮ່ວມແຂ່ງຂັນ ຄັ້ງນີ້ 5 ສາຂາຊ່າງ.




ໂອກາດນີ້
, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ  ໄດ້ກ່າວວ່າ: ການແຂ່ງຂັນສີມືແຮງງານ ເປັນວຽກໜຶ່ງຂອງການສົ່ງເສີມ ການພັດທະນາສີມືແຮງງານ ໃຫ້ກ້າວສູ່ມາດຕະຖານຂອງພາກພື້ນ, ກະຕຸ້ນການພັດທະນາທ່າແຮງ ຄວາມສາມາດຂອງແຮງງານ ອັນນໍາໄປສູ່ການສ້າງມູນຄ່າເພີ່ມທາງດ້ານເສດຖະກິດ ແລະ ການແຂ່ງຂັນຂອງປະເທດ ບົນເວທີຂອງພາກພື້ນ ແລະ ສາກົນ ລວມທັງເປັນເວທີໃຫ້ໄວໜຸ່ມ, ນັກຮຽນວິຊາຊີບ ໄດ້ສະແດງຄວາມຮູ້ ຄວາມສາມາດດ້ານສີມືແຮງງານ ໃນເວທີ ການແຂ່ງຂັນ ເຊິ່ງການແຂ່ງຂັນສີມືແຮງງານຖືເປັນເວທີ ໃຫ້ຊາວໜຸ່ມ, ແຮງງານລາວ ບັນດາເຜົ່າໄດ້ສະແດງອອກທາງດ້ານຄວາມຮູ້, ຄວາມສາມາດ, ສີມື ແລະ ພ້ອມດຽວກັນກໍເປັນ ການຊຸກຍູ້ສົ່ງເສີມໃຫ້ບັນດາຊາວໜຸ່ມ ເຫັນເຖິງຄວາມສຳຄັນ ໃນການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ຫລາຍຂຶ້ນ. ນອກຈາກນັ້ນ, ພັກ ແລະ ລັດຖະບານລາວ ຍາມໃດກໍຖືເອົາການພັດທະນາ ຄົນເປັນບັນຫາສຳຄັນ ແລະ ເປັນໃຈກາງຂອງທຸກວຽກງານ ເຊິ່ງການພັດທະນາເສດຖະກິດ-ສັງຄົມ ຈະປະສົບຜົນສຳເລັດໄດ້ນັ້ນ ແມ່ນປະກອບດ້ວຍ ຫລາຍປັດໄຈ, ແຕ່ປັດໄຈທີ່ຕັດສິນ ກວ່າໝູ່ແມ່ນຄົນທີ່ມີຄວາມຮູ້, ຄວາມສາມາດ, ສີມື, ມີລະບຽບວິໃນການອອກແຮງງານຢ່າງເຂັ້ມງວດ ແລະ ມີຄຸນສົມບັດສິນທຳປະຕິວັດ ບວກກັບຫົວຄິດປະດິດສ້າງ, ກ້າເຮັດ, ກ້າຮັບ ຜິດຊອບ.

ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ໂຮງງານມິດຕະພາບລາວ-ຫວຽດນາມ ພົ້ນເດັ່ນ ໃນການຜະລິດ ແລະ ສ້ອມແປງ ຮັບໃຊ້ກອງທັບວັດທະນະທຳ-ສັງຄົມ

      ໂຮງງານມິດຕະພາບລາວ-ຫວຽດນາມ ພົ້ນເດັ່ນ ໃນການຜະລິດ ແລະ ສ້ອມແປງ ຮັບໃຊ້ກອງທັບ

      5/2/2025 7:36:16 PM

      ຂປລ. ໂຮງງານມິດຕະພາບລາວ-ຫວຽດນາມ ເປັນໂຮງງານໜຶ່ງ ຂອງກະຊວງປ້ອງກັນປະເທດ ພາຍໃຕ້ການຊີ້ນໍາລວມຂອງກົມໃຫຍ່ເຕັກນິກກອງທັບ, ຊີ້ນໍາໂດຍກົມອຸດສາຫະກຳປ້ອງກັນຊາດ, ມີພາ ລະບົດບາດໜ້າທີສ້ອມແປງຟື້ນຟູພາຫະນະເຕັກນິກລົດ ແລະ ຜະລິດບັນດາຜະລິດຕະພັນຕ່າງໆ ຮັບໃຊ້ໃຫ້ແກ່ກອງທັບ, ເປັນບ່ອນຝຶກງານ, ຝຶກອົບຮົມວິຊາການ-ນາຍຊ່າງ ໃຫ້ແກ່ນັກຮຽນ, ນັກສຶກສາ ພາຍໃນກອງທັບ ແລະ ພາກລັດ, ທັງເປັນບ່ອນຝຶກຝົນຫລໍ່ຫລອມພະນັກງານນໍາພາ-ບັນຊາໃຫ້ກາຍເປັນພະ ນັກງານຫລັກແຫລ່ງ

    • ຍ່າງເພື່ອສຸຂະພາບ ສະຫລອງ ວັນກຳມະກອນສາກົນ ຄົບຮອບ 139 ປີວັດທະນະທຳ-ສັງຄົມ

      ຍ່າງເພື່ອສຸຂະພາບ ສະຫລອງ ວັນກຳມະກອນສາກົນ ຄົບຮອບ 139 ປີ

      5/1/2025 12:55:46 PM

      ຂປລ. ພິທີຍ່າງເພື່ອສຸຂະພາບ ສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 139 ປີ (1/5/1886-1/5/2025) ຈັດຂຶ້ນໃນວັນທີ 1 ພຶດສະພາ 2025 ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ, ຮອງປະທານ ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງວຽງຈັນ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.

    • ວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເນີນ 1ວັດທະນະທຳ-ສັງຄົມ

      ວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເນີນ 1

      4/30/2025 4:58:16 PM

      ຂປລ. ພິທີວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ເມືອງໜອງແຮດ, ແຂວງຊຽງຂວາງ ຈັດ​ຂຶ້ນໃນວັນທີ 29 ເມສາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍການນຳແຂວງຊຽງຂວາງ ແລະ ແຂວງຫົວພັນ, ທ່ານ ສູນທອນ ຊາບັນດິດ ປະທານບໍລິສັດ ເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ຈຳກັດຜູ້ດຽວ, ພ້ອມ​ຄະນະບໍລິຫານບໍລິສັດ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ສຳມະນາວິທະຍາສາດ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກສາທາລະນະສຸກວັດທະນະທຳ-ສັງຄົມ

      ສຳມະນາວິທະຍາສາດ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກສາທາລະນະສຸກ

      4/30/2025 4:52:22 PM

      ຂປລ. ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສາທາລະນະສຸກ ຈັດສຳມະນາວິທະຍາສາດ ລະດັບກະຊວງ ພາຍໃຕ້ຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະນະສຸກ” ໃນວັນທີ 30 ເມສາ 2025

    • ສາຍການບິນຫວຽດເຈັດຂະຫຍາຍສາຍການບິນ ແລະ ເປີດເສັ້ນທາງບິນກົງໃໝ່ໄປຍີ່ປຸ່ນວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດຂະຫຍາຍສາຍການບິນ ແລະ ເປີດເສັ້ນທາງບິນກົງໃໝ່ໄປຍີ່ປຸ່ນ

      4/30/2025 2:09:41 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຕ້ອນຮັບເຮືອບິນ Airbus A321neo ACF ລຸ້ນໃໝ່ ເພື່ອ ພັດທະນາສາຍການບິນໃຫ້ທັນສະໄໝຂຶ້ນ. ນອກ​ນັ້ນ,​ຍັງ​ມີ​ການ​ເປີດ​ຕົວ​ເສັ້ນທາງ​ບິນໂດຍກົງ​ໃໝ່​ທີ່​ເຊື່ອມ​ຕໍ່​ກັບນະຄອນ​ໂຮ່ຈີ່​ມິງ ​ກັບ Nagoya ​ແລະ Fukuoka ປະເທດຍີ່ປຸ່ນ

ads
ads

Top