ຂປລ
ຂປລ. ມື້ທຳອິດຂອງການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2568 ໃນວັນທີ 14 ເມສາ 2025 ນີ້, ວັດວາອາຮາມ ໃນຂອບເຂດທົ່ວປະເທດ ໄດ້ອັນເຊີນເອົາພະພຸດທະຮູບ ລົງມາຫົດສົງ ຕາມຮີດຄອງປະເພນີ. ສະເພາະ ຢູ່ນະຄອນຫລວງວຽງຈັນ ໄດ້ອັນເຊີນພະພຸດທະສຸວັນ ນະສາທານທໍາມິກະລາດ (ພະພຸດທະຮູບອົງຄໍາ) ລົງມາຫົດສົງຢູ່ດ້ານໃນກົມມະລຽນພະທາດຫລວງວຽງຈັນ


ຂປລ. ມື້ທຳອິດຂອງການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2568 ໃນວັນທີ 14 ເມສາ 2025 ນີ້, ວັດວາອາຮາມ ໃນຂອບເຂດທົ່ວປະເທດ ໄດ້ອັນເຊີນເອົາພະພຸດທະຮູບ ລົງມາຫົດສົງ ຕາມຮີດຄອງປະເພນີ. ສະເພາະ ຢູ່ນະຄອນຫລວງວຽງຈັນ ໄດ້ອັນເຊີນພະພຸດທະສຸວັນ ນະສາທານທໍາມິກະລາດ (ພະພຸດທະຮູບອົງຄໍາ) ລົງມາຫົດສົງຢູ່ດ້ານໃນກົມມະລຽນພະທາດຫລວງວຽງຈັນ ເພື່ອຮັກສາຮີດຄອງປະເພນີ ບຸນປີໃໝ່ລາວຕາມຮີດ 12 ຄອງ 14 ທີ່ໄດ້ສືບທອດກັນມາ ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ບັນດາການນໍາພັກ-ລັດ, ພ້ອມດ້ວຍຄະນະພະສົງ, ພໍ່-ແມ່ ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມ.

ນອກຈາກ ອັນເຊີນພະພຸດທະສຸວັນນະສາທານທໍາມິກະລາດ (ພະພຸດທະຮູບອົງຄໍາ) ລົງມາຫົດສົງ ຢູ່ດ້ານໃນກົມມະລຽນພະທາດຫລວງວຽງຈັນ ແລ້ວຢູ່ຕາມວັດວາອາລາມແຫ່ງຕ່າງໆ ໃນນະຄອນຫລວງວຽງຈັນ ກໍໄດ້ນຳເອົາພະພຸດທະຮູບລົງມາຫົດສົງ ໂດຍມີມວນຊົນເຂົ້າມາຫົດສົງ ຕາມຮີດຄອງປະເພນີ ອັນດີງາມ ຂອງຊາດລາວເຮົາ ຢ່າງຄຶກຄື້ນ.

ຂ່າວ: ທະນູທອງ
ພາບ: ອ່າຍຄຳ
KPL