ຂປລ
ສະຫາຍ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນການນໍາຮຸ່ນທໍາອິດ ທີ່ໄດ້ເປັນຫລັກແຫລ່ງ ແລະ ແກນນໍາຂອງສູນກາງພັກປະຊາຊົນ ປະຕິວັດລາວ, ເປັນລູກຊາຍດີເດັ່ນຂອງປະຊາຊົນລາວ, ເປັນນັກຮົບປະຕິວັດທີ່ເດັດດ່ຽວ, ສະຫາຍໄດ້ອຸທິດຕະຫລອດຊີວິດ ເພ່ືອ ຊາດ, ເພື່ອຄວາມເອກະລາດ, ຄວາມສຸກຂອງປະຊາຊົນ ແລະ ຄວາມລະເລີນຮຸ່ງເຮືອງຂອງປະເທດລາວ.
*ສະຫາຍ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນການນໍາຮຸ່ນທໍາອິດ ທີ່ໄດ້ເປັນຫລັກແຫລ່ງ ແລະ ແກນນໍາຂອງສູນກາງພັກປະຊາຊົນ ປະຕິວັດລາວ, ເປັນລູກຊາຍດີເດັ່ນຂອງປະຊາຊົນລາວ, ເປັນນັກຮົບປະຕິວັດທີ່ເດັດດ່ຽວ, ສະຫາຍໄດ້ອຸທິດຕະຫລອດຊີວິດ ເພ່ືອ ຊາດ, ເພື່ອຄວາມເອກະລາດ, ຄວາມສຸກຂອງປະຊາຊົນ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດລາວ ສະຫາຍ ຄໍາໄຕ ສີພັນ ກັບປະຊາຊົນຫວຽດນາມ ໃນສົງຄາມການຕໍ່ສູ້ອັນຍາວນານຂອງປະຊາຊົນສອງປະເທດ ແລະ ຮ່ວມກັນສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ.
ສະຫາຍ ຄໍາໄຕ ສີພັນດອນ ເກີດໃນຄອບຄົວຊາວນາ ທີ່ມີນໍ້າໃຈການຕໍ່ສູ້ປະຕິວັດທີ່ແຂວງຈໍາປາສັກ. ຕັ້ງແຕ່ ປີ 1946, ສະຫາຍ ຄໍາໄຕ ສີພັນດອນ ໄດ້ເຂົ້າຮ່ວມຂະບວນການຂອງພະນັກງານ, ຊາວໜຸ່ມ, ນັກສຶກສາ, ສ້າງຕັ້ງສະມາຄົມກິລາເພື່ອຕໍ່ສູ້ກັບພວກລ່າ ເມືອງຂຶ້ນແບບເກົ່າທັງໃນຮູບແບບເປີດເຜີຍ ແລະ ລັບ. ມາຮອດປີ 1947, ໃນເງື່ອນໄຂທີ່ລາວບໍ່ສາມາດສືບຕໍ່ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າໃນຮູບແບບນີ້, ສະຫາຍ ຈຶ່ງໄດ້ຫາທາງຕິດຕໍ່ເຂົ້າຮ່ວມກັບກໍາລັງຂອງແນວລາວອິດສະລະ ເຊິ່ງເປັນຈຸດເລີ່ມຕົ້ນ ຂອງເສັ້ນທາງແຫ່ງການປະຕິວັດຂອງເພິ່ນ. ຕັ້ງແຕ່ປາຍປີ 1948 ຫາ 1950, ສະຫາຍ ເປັນຜູ້ຕາງໜ້າຂອງລັດຖະບານລາວອິດສະຫລະຢູ່ພາກໃຕ້ ແລະ ເປັນຜູ້ຮັບຜິດຊອບການກໍ່ສ້າງພື້ນຖານການປະຕິວັດໃນພາກໃຕ້ຂອງລາວ. ປີ 1950-1952 ສະຫາຍໄດ້ເປັນກໍາມະການສູນກາງແນວລາວອິດສະຫລະ ແລະ ຕໍ່ມາເປັນປະທານຄະນະກໍາມະການເຂດກາງ. ປີ 1954 ສະຫາຍ ໄດ້ເຂ້ົາເປັນສະມາຊິກພັກກອມມູນິດອິນດູຈີນ ເຊິ່ງເປັນຕົ້ນກຳເນີດຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມໃນປັດຈຸບັນ. ປີ 1957 ສະຫາຍໄດ້ເຂົ້າເປັນສະມາຊິກຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ໃນຊຸມປີຕໍ່ມາ, ສະຫາຍ ຄໍາໄຕ ສີພັນດອນ ໄດ້ຢືນຄຽງບ່າຄຽງໄຫລ່ກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາສະຫາຍຜູ້ນໍາອື່ນໆ ໄດ້ທຸ່ມເທສະຕິປັນຍາ ແລະ ເຫື່ອແຮງໃນການຊີ້ນໍາ ແລະ ນໍາພາຂະບວນປະຕິວັດລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງບໍ່ຢຸດຢັ້ງໃນທຸກດ້ານ ຈົນໄດ້ຮັບໄຊຊະນາອັນຍິ່ງໃຫຍ່ ແລະ ສະຫງ່າງາມ ໃນການປົດປ່ອຍຊາດ ແລະ ສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1975.
ພາຍຫລັງປີ 1975, ໃນຖານະເປັນກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ສະຫາຍ ໄດ້ຮ່ວມກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຂອງລາວສືບຕໍ່ຄົ້ນຄວ້າ ແລະ ວາງແນວທາງນະໂຍບາຍໃນແຕ່ລະໄລຍະ, ລວມທັງນະໂຍບາຍປ່ຽນແປງໃໝ່. ພ້ອມດຽວກັນນັ້ນ, ກໍໄດ້ຊີ້ນໍາ-ນໍາພາການຈັດຕັ້ງຜັນຂະຫຍາຍມະຕິ, ແນວທາງຂອງພັກ ແລະ ກົດໝາຍຂອງລັດທີ່ສອດຄ່ອງກັບ ສະພາບຂອງປະເທດຊາດໃນແຕ່ລະໄລຍະ ແລະ ໄດ້ຮັບຜົນສໍາເລັດໃນແຕ່ລະດ້ານ, ໂດຍສະເພາະແມ່ນການຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດພາລະກິດເປັນຍຸດທະສາດຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນເດືອນສິງຫາ ປີ 1991, ກອງ ປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2 ຮັບຮອງ ເອົາລັດຖະທໍາມະນູນ ແລະ ແຕ່ງຕັ້ງສະຫາຍເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ.ໃນເດືອນພະຈິກ 1992, ກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ເລືອກຕັ້ງທ່ານປະທານຄະນະບໍລິຫານງານສູນກາງພັກ ພາຍຫລັງປະທານ ໄກສອນ ພົມວິຫານ ໄດ້ເຖິງແກ່ມໍລະນະກຳ. ມາຮອດປີ 1998, ທ່ານໄດ້ຮັບເລືອກຕັ້ງເປັນປະທານປະເທດ. ໃນຖານະເປັນການນໍາສູງສຸດຂອງພັກ ແລະ ລັດ, ທ່ານປະທານປະເທດ ຄໍາໄຕ ສີພັນດອນ ໄດ້ເປັນເຈົ້າການຢ່າງຕັ້ງໜ້າດ້ວຍຄວາມຮັບຜິດຊອບສູງໃນການຊີ້ນໍາການ ສຶກສາຄົ້ນຄວ້າທິດສະດີຂອງພັກ ເພື່ອກໍານົດວິໄສທັດ, ແຜນຍຸດທະສາດ, ທິດທາງ ແລະ ນະໂຍບາຍໃນການພັດທະນາປະເທດຊາດໃນໄລຍະຍາວ ແລະ ແຜນພັດທະນາເສດຖະກິດ- ສັງຄົມໃນແຕ່ລະໄລຍະຕາມເງື່ອນໄຂຂອງລະບອບໃໝ່ ເຊິ່ງເປັນກົນໄກເສດຖະກິດການຕະຫລາດ ທີ່ມີການຄຸ້ມຄອງຂອງລັດ. ໃນກອງປະຊຸມໃຫຍ່ຄັ້ງທີ VII (2001) ຂອງພັກປະຊາຊົນປະຕິວັດລາວ, ທ່ານປະທານປະເທດ ຄໍາໄຕ ສີພັນດອນ ໄດ້ຊີ້ນໍາສະຫລຸບ 10 ປີແຫ່ງ ການປ່ຽນແປງໃໝ່ ແລະ ໄດ້ຮັບຮອງເອົາ 5 ບົດຮຽນ ຈາກຂະບວນການປ່ຽນແປງຮອບດ້ານ ທີ່ຍັງຄົງມີຄຸນຄ່າສະເໝີ ໃນປັດຈຸບັນນີ້. ການປະກອບສ່ວນທີ່ສໍາຄັນຂ້າງເທິງນັ້ນ ແມ່ນໄດ້ມາຈາກຄວາມທຸ່ມເທສະຕິປັນຍາ, ຄວາມສະຫລາດສ່ອງໃສ ແລະ ວິໄສທັດ ທີ່ສ້າງສັນຂອງປະທານ ຄໍາໄຕ ສີພັນດອນ ໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ, ປະຊາຊົນລາວ ບັນດາເຜົ່າຢູ່ເຢັນເປັນສຸກໃນປັດຈຸບັນ.
ນັບແຕ່ເວລາອອກພັກບຳນານ ແຕ່ ປີ 2006 ເປັນຕົ້ນມາ, ສະຫາຍ ຄໍາໄຕ ສີພັນດອນ ໄດ້ເອົາໃຈໃສ່ ແລະ ຕິດຕາມສະພາບການຂອງປະເທດ ແລະ ສາກົນຢ່າງສະເໝີ, ສະຫາຍສືບຕໍ່ເຮັດວຽກຢ່າງບໍ່ອິດເມື່ອຍ ແລະ ປະກອບສ່ວນເຂົ້າໃນການເຕົ້າໂຮມ ແລະ ກ່ໍ ສ້າງພັກປະຊາຊົນ ປະຕິວັດລາວ ໃຫ້ເຂັ້ມແຂງ, ກໍ່ສ້າງລັດປົກຄອງດ້ວຍກົດໝາຍ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ສະຫາຍ ຄໍາໄຕ ສີພັນດອນ ໄດ້ໃຊ້ເວລາເຄື່ອນໄຫວຢ້ຽມຢາມບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ ແລະ ເປັນທີ່ປຶກສາໃຫ້ແກ່ການນໍາພັກ-ລັດລາວໃນການກໍ່ສ້າງ ແລະ ພັດທະນາປະເທດຊາດໂດຍສະເພາະແມ່ນການຈັດຕັ້ງປະຕິບັດທິດ “3 ສ້າງ” ຄື ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ນອກຈາກນັ້ນ, ສະຫາຍ ເອົາໃຈໃສ່ຫລາຍໃນການກໍ່ ສ້າງຮາກຖານການເມືອງທີ່ໜັກແໜ້ນ; ສ້າງຟາມລ້ຽງສັດ ແລະ ປູກຝັງ, ການຜະລິດແບບຢ່າງ ເພື່ອປະຊາຊົນ, ສ້າງໂຄງການສາທາລະນະຕ່າງໆ ແລະ ສ້າງຊົນນະບົດແບບໃໝ່.ເມື່ອຫວນຄືນການປະກອບສ່ວນອັນສໍາຄັນຂອງສະຫາຍປະທານ ຄໍາໄຕ ສີພັນດອນ ຕໍ່ປະເທດຊາດ, ເຮົາສາມາດເວົ້າໄດ້ວ່າ ສະຫາຍແມ່ນໜຶ່ງໃນບັນດາການນໍາດີເດັ່ນຂອງພັກຮຸ່ນທໍາອິດ, ເປັນແກນນໍາສໍາຄັນຂອງຄະນະບໍລິຫານງານສູນກາງພັກທີ່ໄດ້ນໍາພາ ແລະ ນໍາພາການປະຕິວັດຊາດ ແລະ ປະຊາທິປະໄຕຍາດມາໄດ້ໄຊຊະນະຕິດຕໍ່ກັນ, ນໍາພາການປະຕິວັດລາວກ້າວຂຶ້ນສູ່ວັນແຫ່ງໄຊຊະນະອັນຄົບຖ້ວນຂອງສັງຄົມ. ແມ່ນໜຶ່ງໃນການນໍາຮຸ່ນທໍາອິດ ຂອງພັກທີ່ໄດ້ເປັນຫລັກແຫລ່ງ ແລະ ແກນນໍາຂອງສູນກາງພັກ ນໍາພາ-ຊີ້ນໍາການປະຕິວັດຊາດ- ປະຊາທິປະໄຕຍາດເອົາໄຊຊະນະຢ່າງບໍ່ຢຸດຢັ້ງໄປສູ່ຄວາມໄຊຊະນະຍິ່ງໃຫຍ່ ແລະ ສະຫງ່າງາມ ແລະ ນໍາພາປະເທດລາວ ພັດທະນາຕາມເສ້ັນທາງສັງຄົມນິຍົມເທື່ອລະກ້າວ.
ໂດຍ: ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ ຫງວຽນ ມິງ ເຕີມ
KPL