ຊາວໜຸ່ມປຽບເໝືອນແຂນຂວາຂອງພັກ ເປັນກະດູກສັນຫລັງຂອງຊາດ

10/04/2025 09:46
Email Print 370
ຂປລ ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ.

    *ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວເດີນຕາມເສັ້ນທາງສັງຄົມນິຍົມ. ຕະຫລອດໄລຍະຜ່ານມາຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມມີວັດທະນະທໍາອັນດີງາມ ແລະ ມີຄວາມເສຍສະລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດ ປະຊາທິປະໄຕ.

     ໃນສະພາບປັດຈຸບັນທີ່ມີຄວາມຫຍຸ້ງຍາກ ທັງທາງດ້ານເສດຖະກິດ, ສັງຄົມ ຫລື ໄພທາງທຳມະຊາດຕ່າງໆ ໄດ້ກະທົບຕໍ່ການສ້າງສາພັດທະນາປະເທດຊາດ, ສະນັ້ນ ຊາວໜຸ່ມລາວຜູ້ທີ່ກຳລັງວັງຊາເຂັ້ມແຂງ, ມີສະຕິປັນຍາອັນແຫລມຄົມ ແລະ ເປັນກຳລັງແຮງຂອງພັກ, ຂອງຊາດຍິ່ງຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນເຂົ້າໃນທຸກຂົງເຂດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດຢ່າງ ຕັ້ງໜ້າໃຫ້ສົມກັບວ່າຊາວໜຸ່ມ ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງປະເທດຊາດ. ແນວໃດກໍດີເພື່ອເຮັດສຳເລັດໜ້າທີ່ອັນມີກຽດສະຫງ່ານັ້ນ ຄະນະບໍລິຫານງານຊາວໜຸ່ມທຸກຂັ້ນ, ສະມາຊິກຊາວໜຸ່ມທຸກສະຫາຍ ຕ້ອງເອົາໃຈໃສ່ສຸດຂີດໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊາວໜຸ່ມ; ຕັ້ງໜ້າສຶກສາອົບຮົມພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີນ້ຳໃຈຮັກຊາດ; ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ; ພ້ອມນີ້ຄະນະພັກ, ອົງການປົກຄອງ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ຕ້ອງສືບຕໍ່ເພີ່ມທະວີໃນການສຶກສາອົບຮົມ, ບຳລຸງສ້າງ ແລະ ສ້າງເງື່ອນໄຂເອື້ອອຳນວຍໃນການເຄື່ອນໄຫວພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ; ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະ ພາບ, ຂະຫຍາຍສະມາຊິກໃຫ້ກວ້າງຂວາງ; ຍົກສູງຄວາມຮູ້ຄວາມສາມາດ, ຫົວຄິດປະດິດສ້າງທາງດ້ານວິທະຍາສາດ-ເຕັກໂນໂລຊີ, ປົກປ້ອງສິດຜົນປະໂຫຍດອັນຊອບທຳ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຂອງຊາວໜຸ່ມ- ເຍົາວະຊົນ; ອອກແຮງແຂ່ງຂັນສ້າງຂະບວນການຂອງຊາວໜຸ່ມ- ເຍົາວະຊົນໃຫ້ມີຄວາມຟົດຟື້ນ, ຫ້າວຫັນ, ມີເນື້ອໃນຕິດພັນກັບການສຶກສາອົບຮົມ ໂດຍການສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ- ພັດທະນາ, ວຽກງານ 3 ສ້າງຂອງພັກ, ດ້ວຍຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ຕິດພັນກັບຄໍາຂວັນທີ່ວ່າ “ບ່ອນໃດຍາກຊາວໜຸ່ມບຸກບ່ອນໃດທຸກຊາວໜຸ່ມມີໜ້າ ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ”.

     ທັງໝົດນັ້ນແມ່ນຄາດໝາຍສູ້ ຊົນລວມຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ຕ້ອງໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດໃຫ້ບັນລຸຜົນ ໄປຄຽງຄູ່ກັບການຝຶກຝົນຫລໍ່ຫລອມຕົນເອງໃນທຸກຂົງເຂດວຽກງານເພື່ອໃຫ້ກາຍເປັນຜູ້ສືບທອດພາລະກິດປະຕິວັດຂອງຊາດທີ່ມີຄຸນນະພາບ ປະກອບສ່ວນນຳພາປະເທດຊາດກ້າວສູ່ຈຸດໝາຍທີ່ພັກ-ລັດ ວາງໄວ້ຢ່າງສະຫງ່າອົງອາດສົມກັບສາຍານາມ “ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ”. 

KPL

ຂ່າວອື່ນໆ

ads
ads

Top