ປະຊາຊົນບ້ານນໍ້າໂມ້ ພັດທະນາດີຂຶ້ນ

07/04/2025 10:06
Email Print 139
ຂປລ ປັດຈຸບັນ ປະຊາຊົນບ້ານນ້ຳໂມ້ ເມືອງອານຸວົງ ແຂວງໄຊສົມບູນ ແມ່ນໄດ້ຮັບການຍົກລະດັບຊີວິດການເປັນຢູ່ກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວເມື່ອທຽບຫລາຍສິບປີຜ່ານມາ.

   *ປັດຈຸບັນ ປະຊາຊົນບ້ານນ້ຳໂມ້ ເມືອງອານຸວົງ ແຂວງໄຊສົມບູນ ແມ່ນໄດ້ຮັບການຍົກລະດັບຊີວິດການເປັນຢູ່ກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວເມື່ອທຽບຫລາຍສິບປີຜ່ານມາ ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງມາຮອດດຽວນີ້ ຄອບ ຄົວທ່ີຫລຸດພົ້ນອອກຈາກຄວາມທຸກຍາກແມ່ນກວມກວ່າ 70% ແລ້ວ. 

     ຕາມການບອກເລົ່າສູ່ຟັງຂອງ ທ່ານ ບຸນຍັງ ເລືອງວັນຄຸນ ນາຍບ້ານນ້ຳໂມ້ ເມືອງອານຸວົງ ແຂວງ ໄຊສົມບູນວ່າ: ທຸກສິ່ງທຸກຢ່າງພາຍໃນບ້ານນ້ຳໂມ້ຕົນ ໄດ້ຮັບການພັດທະນາດີຂຶ້ນ ແມ່ນຍ້ອນການນຳພາ-ຊີ້ນຳຂອງພັກອັນພົ້ນເດັ່ນແມ່ນຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ, ໄຟຟ້າ, ນ້ຳລິນ ແລະ ສິ່ງທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນແມ່ນຖືກຍົກລະດັບ, ພັດທະນາດີຂຶ້ນເຊິ່ງທັງໝົດເລົ່ານີ້ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນກໍ່ຄືລູກບ້ານຂອງຕົນ ທີ່ນັບມື້ຫລຸດລົງເຊິ່ງສະແດງໃຫ້ເຫັນທົ່ວບ້ານມີຈຳນວນ 470 ກວ່າຄອບຄົວ, ມີພົນລະເມືອງ ກວ່າ 2.000 ຄົນ. ດ້ວຍແນວທາງ ຖືກຕ້ອງບວກໃສ່ການສຸມທຶນຮອນ ພາຍໃນ ແລະ ຍາດແຍ່ງທຶນຊ່ວຍ ເຂົ້າມາພັດທະນາບ້ານເມືອງ ໂດຍ ສະເພາະແມ່ນບ້ານນ້ຳໂມ້ ເຮັດໃຫ້ ມາຮອດປັດຈຸບັນຄອບຄົວທີ່ສາມາດຫລຸດພົ້ນຄວາມທຸກຍາກໂດຍ ພື້ນຖານກວມຫລາຍກວ່າ 70% ແລ້ວ. ປະຊາຊົນພາຍໃນບ້ານແມ່ນເອົາອາຊີບປູກຝັງ-ລ້ຽງສັດເປັນອາຊີບຕ້ົນຕໍ ແລະ ຖືເອົາການຄ້າຂາຍ, ບໍລິການເປັນສຳຮອງ. ອັນພົ້ນເດັ່ນກວ່າໝູ່ແມ່ນປະຊາຊົນພາຍໃນບ້ານ ໄດ້ຮັບການສະໜັບສະໜູນຈາກບໍລິສັດພູເບ້ຍມາຍນິງ ຈຳກັດ ໃນຫລາຍໂຄງການເປັນຕົ້ນແມ່ນໂຄງການສ່ົງເສີມປະຊາຊົນປູກພືດຜັກໃນເຮືອນຮົ່ມ ອັນໄດ້ເຮັດໃຫ້ເຂົາເຈົ້າມີອາຊີບ, ລາຍຮັບຢ່າງໝັ້ນຄົງ ແລະ ຕໍ່ເນື່ອງໂດຍສະເພາະເດືອນໜຶ່ງປະມານ 5-6 ລ້ານກີບ. ແນວໃດກໍ່ດີການທີ່ເຮັດໃຫ້ບ້ານຕົນກໍ່ຄືຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຍ້ອນພັກ-ລັດຖະບານເຮົາມີຄວາມເປັນຫ່ວງເປັນໄຍຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ເຊິ່ງນອກຈາກເອົາໃຈໃສ່ສຸມທຶນສ້າງສາພັດທະນາບ້ານເມືອງແລ້ວ, ຍັງໄດ້ເອົາໃຈໃສ່ຕ່ໍການລົງເຜີຍແຜ່ແນວທາງນະໂຍບາຍສູ່ປະຊາຊົນໃນແຕ່ລະໄລຍະ, ແຕ່ລະຍຸກຕາມແນວທາງປ່ຽນແປງຂອງພັກ ເພື່ອໃຫ້ປະຊາຊົນມີຄວາມຮັບຮູ້ເຂົ້າໃຈໄປພ້ອມໆກັບການເປັນເຈົ້າການຈັດຕັ້ງປະຕິບັດເປັນໄລຍະໆມາເຖິງປັດຈຸບັນ.   

    ດັ່ງທີ່ ນາງ ປ້ອມ ຈັນທະລາ ປະຊາຊົນບ້ານນ້ໍາໂມ້ ກ່ໍໃຫ້ຮູ້ວ່າ: ຄອບຄົວຂ້ອຍໄດ້ເຂົ້າຮ່ວມໂຄງການປູກຜັກມາແຕ່ປີ 2017 ເຊິ່ງປູກຜັກແບບກະສິກຳສະອາດໃນ ເຮືອນຮົ່ມ ໂດຍປູກຕາມຄວາມຕ້ອງການຂອງບໍລິສັດ ພູເບ້ຍ. ກ່ອນ ໜ້າປີ 2017 ທີ່ຍັງບໍ່ທັນເຂົ້າຮ່ວມໂຄງການ, ການຜະລິດພືດຜັກແມ່ນຜະລິດຕາມມີຕາມເກີດ, ຜົນຜະລິດກໍ່ໄດ້ໜ້ອຍ, ແຕ່ເມື່ອໄດ້ເຂົ້າຮ່ວມໂຄງການກໍ່ໄດ້ຮັບການຊຸກຍູ້ສົ່ງ ເສີມກໍ່ສ້າງເຮືອນຮົ່ມໃນຮູບແບບມີສ່ວນຮ່ວມ ເຮັດໃຫ້ເກີດມີຄວາມຕັ້ງໃຈປູກພືດຜັກຂາຍເປັນສິນຄ້າໃຫ້ຫລາຍຂຶ້ນ, ເນື່ອງຈາກທັງບໍລິສັດພູເບ້ຍເປັນຜູ້ຮັບຊື້ຜົນຜະລິດ. ການຂາຍຜົນຜະລິດພືດຜັກແມ່ນມີລາຍຮັບຕໍ່າສຸດ 7-8 ແສນກີບ/ອາທິດ, ສູງສຸດປະມານ 2 ລ້ານກີບ, ສະເລ່ຍ 5-6 ລ້ານກີບ/ເດືອນ ເຮັດໃຫ້ຄອບຄົວມີລາຍຮັບທີ່ໝັ້ນຄົງ. ການຜະລິດພືດຜັກແມ່ນເນັ້ນໃສ່ປູກຜັກທີ່ໃຊ້ເວລາສັ້ນປະມານ 15-20 ວັນສາມາດເກັບກູ້ຂາຍໄດ້. ສຳລັບເຕັກນິກການຜະລິດແມ່ນເອົາໃຈໃສ່ບົວລະບັດຮັກສາ, ໃສ່ຝຸ່ນທໍາມະຊາດ, ຫົດນ້ຳປົກກະຕິທັງປະຕິບັດຕາມຫລັກວິຊາການທີ່ທັງບໍລິສັດກໍຄືສູູນກະສິກຳແນະນຳໃຫ້. ສ່ວນເນື້ອທີ່ຜະລິດປະມານ 1 ໄລ່ ເຊິ່ງສາມາດຜະລິດ ໄດ້ຕະຫລອດປີ. ນອກນີ້, ທັງບໍລິສັດພູເບ້ຍກໍບໍ່ໄດ້ຫ້າມໃນການຂາຍຜົນຜະລິດ ໂດຍສາມາດຂາຍໄດ້ຕາມຕະຫລາດທົ່ວໄປໄດ້. ຂະນະທີ່ຢາກສະເໜີຂໍການສະໜັບສະໜູນລະບົບນໍ້າສະປຣິງເກີ້ຈາກບໍລິສັດ ເພາະມີແຜນຂະຫຍາຍເນື້ອທີ່ການຜະລິດອອກຕື່ມ.

ໂດຍ: ຢາຕ່ົງ

KPL

ຂ່າວອື່ນໆ

    • ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດຂອງກົົດໝາຍວ່າດ້ວຍຢາເສບຕິດບົດ-ສາລະຄະດີ

      ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດຂອງກົົດໝາຍວ່າດ້ວຍຢາເສບຕິດ

      4/7/2025 10:13:50 AM

      ກົດໝາຍວ່າດ້ວຍຢາເສບຕິດ ແມ່ນກົດໝາຍໜຶ່ງທີ່ກຳນົດຫລັກຖານ, ລະບຽບການ ແລະ ມາດຕະການກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແນໃສ່ເຮັດໃຫ້ທົ່ວສັງຄົມລາວມີຄວາມປອດຈາກຢາເສບຕິດເກືອດຫ້າມ, ປະຊາຊົນລາວບັນດາເຜົ່າມີສຸຂະພາບເຂ້ັມແຂງ ສາມາດປະກອບສ່ວນເປັນກຳລັງແຮງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

    • ກໍາລັງປ້ອງກັນຄວາມສະຫງົບ ຕັ້ງໜ້າປະຕິບັດໜ້າທີ່ ມີຜົນສຳເລັດຫລາຍດ້າຍບົດ-ສາລະຄະດີ

      ກໍາລັງປ້ອງກັນຄວາມສະຫງົບ ຕັ້ງໜ້າປະຕິບັດໜ້າທີ່ ມີຜົນສຳເລັດຫລາຍດ້າຍ

      4/7/2025 9:57:13 AM

      ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕີເອົາຊະນະສັດຕູ ຢູ່ທຸກໆສະໜາມຮົບໃນທົ່ວປະເທດເຊັ່ນ: ປີ 1961-1962 ກໍາລັງປ້ອງກັນຄວາມສະຫງົບຮ່ວມກັບກອງທັບ ບຸກໂຈມຕີສັດຕູຢູ່ສາລາພູຄູນ, ທາງເລກ 8, 9, 12 ແລະ ປົດປ່ອຍຫລວງນໍ້າທາ ບັງຄັບໃຫ້ພວກມັນຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບລາວ ແລະ ປະຕິບັດການຮ່ວມລາວຄັ້ງທີ II ສ້າງຕັ້ງລັດຖະບານປະສົມ 3 ຝ່າຍ.

    • ເສດຖະຫິດເມືອງສາລະວັນສືບຕໍ່ຂະຫຍາຍຕົວ 6,87% ຕໍ່ປີບົດ-ສາລະຄະດີ

      ເສດຖະຫິດເມືອງສາລະວັນສືບຕໍ່ຂະຫຍາຍຕົວ 6,87% ຕໍ່ປີ

      4/7/2025 9:46:30 AM

      ຕາມການລາຍງານຂອງສະຫາຍ ບຸນສາ ຄ່ຽມມະນີຂັນໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງສາລະວັນ ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖິດ-ສັງຄົມຂອງເມືອງ 5 ປີ (2020-2024) ໃນກອງປະຊຸມໃຫຍ່ຄັ້ງທີ X ຜູ້ແທນອົງຄະນະພັກເມືອງທ້າຍເດືອນມີນາຜ່ານ.

    • ງານແຊັດແຟຊັນໂຊ 2025 ຈັດຂຶ້ນຢ່າງຄຶກຄືນ ຢູ່ ນວບົດ-ສາລະຄະດີ

      ງານແຊັດແຟຊັນໂຊ 2025 ຈັດຂຶ້ນຢ່າງຄຶກຄືນ ຢູ່ ນວ

      4/4/2025 10:35:47 AM

      ສ້າງຄວາມຕື່ນຕາຕື່ນໃຈໃຫ້ຄົນທີ່ເຂົ້າງານແຊັດແຟຊັນໂຊ ປະຈຳປີ 2025 (Z Fashion Show 2025) ໄດ້ຈັດຂຶ້ນຢ່າງຄຶກຄື້ນ ຢູ່ສູນການຄ້າພາກຊ້ັນ ນະຄອນຫລວງວຽງຈັນ.

    • ເປັນເຈົ້າການປະຢັດນໍ້າບົດ-ສາລະຄະດີ

      ເປັນເຈົ້າການປະຢັດນໍ້າ

      4/4/2025 9:50:53 AM

      ປັດຈຸບັນນີ້, ເຫັນວ່າສະພາບອາກາດແມ່ນໄດ້ເລີ່ມຮ້ອນອົບເອົ້າ ເຮັດໃຫ້ການຊົມໃຊ້ນໍ້າເຂົ້າໃນການດຳລົງຊີວິດປະຈຳວັນເພີ່ມຂຶ້ນ ໂດຍສະເພາະແມ່ນແຕ່ງຢູ່ຄົວກິນ, ການອາບ, ຫົດຕົ້ນໄມ້, ດອກໄມ້ຕາມແຄມຮົ້ວເຮືອນ ແລະ ອື່ນໆ ເຊິ່ງທັງໝົດເຫລົ່ານີ້ສ່ວນຫລາຍແມ່ນຊົມໃຊ້ນ້ຳປະປາເປັນຕົ້ນຕໍ.

ads
ads

Top