ກະຊວງການຕ່າງປະເທດ ສະຫລອງບຸນປີໃໝ່ລາວ ພສ 2568

13/04/2025 18:00
Email Print 419
ຂປລ ຂປລ. ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ທີ່ຈະມາເຖິງນີ້, ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວມກັບບັນດາທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຈັດພິທີສະເຫລີມສະຫລອງບຸນປີໃໝ່ລາວ ໃນວັນທີ 11 ເມສາ 2025 ຢູ່ ສະໂມສອນກິລາ TPC, ບ້ານອີໄລໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ



ຂປລ. ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ທີ່ຈະມາເຖິງນີ້, ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວມກັບບັນດາທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຈັດພິທີສະເຫລີມສະຫລອງບຸນປີໃໝ່ລາວ ໃນວັນທີ 11 ເມສາ 2025 ຢູ່ ສະໂມສອນກິລາ TPC, ບ້ານອີໄລໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ພ້ອມດ້ວຍພັນລະຍາ, ມີຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາອະດີດການນຳ, ພະນັກງານອາວຸໂສບຳນານ, ບັນດາຄະນະຫ້ອງການ-ຄະນະກົມ ແລະ ພະນັກງານທັງສອງພາກສ່ວນເຂົ້າຮ່ວມ. ພ້ອມກັນນັ້ນ, ກໍມີບັນດາທູຕານຸທູດ, ກົງສູນກິດຕິມະສັກຕ່າງປະເທດ, ຜູ້ຕາງໜ້າອົງການ ຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.



ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ກ່າວຄຳເຫັນ ແລະ ອວຍພອນໄຊອັນປະເສີດ ເນື່ອງໃນໂອກາດປີໃໝ່ ລາວ ໃຫ້ແກ່ພະນັກງານ ແລະ ບັນດາແຂກທີ່ເຂົ້າຮ່ວມງານ ມີສຸຂະພາບເຂັ້ມແຂງ, ມີພະລະນາໄມສົມບູນ, ມີຜົນສໍາເລັດອັນໃໝ່ໃນໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ທຸກປະການຕະຫລອດປີ ພສ 2568 ແລະ ຕະຫລອດໄປ ເພື່ອສືບຕໍ່ຮ່ວມກັນປະຕິບັດຫນ້າທີ່ດ້ວຍຜົນສຳເລັດ ແລະ ນຳເອົາຜົນປະໂຫຍດສູງສຸດ ມາສູ່ປະເທດຊາດ ແລະ ປະຊາຊົນຂອງຕົນ. ພິເສດ ປີນີ້ແມ່ນປີທີ່ມີ ຄວາມໝາຍສໍາຄັນສໍາລັບ ສປປ ລາວ ເພາະເປັນປີແຫ່ງການ ສະເຫລີມສະຫລອງຄົບຮອບ 50 ປີ ໃນການສະຖາປະນາ ສປປ ລາວ, ຄົບຮອບ 70 ປີ ແຫ່ງການສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ແລະ ຄົບຮອບ 105 ປີ ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວ. ການຈັດພິທີສະເຫລີມສະຫລອງໃນຄັ້ງນີ້, ກໍຖືເປັນອີກໜຶ່ງເວທີ ໃນການເຜີຍແຜ່ຜົນສໍາເລັດ ໃນສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາ, ເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງລາວ ທີ່ມີມາແຕ່ດົນນານອອກສູ່ສາຍຕາສາກົນ ແລະ ເຊີນຊວນບັນດານັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາຢ້ຽມຢາມ ສປປ ລາວ ນັບມື້ນັບຫລາຍຂຶ້ນ, ພ້ອມທັງເປັນການປະກອບສ່ວນເສີມ ຂະຫຍາຍການພົວພັນຮ່ວມມື ແລະ ຮັດແໜ້ນຄວາມສາມັກຄີ ກັບບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນ ກໍຄື ກັບບັນດາປະເທດເພື່ອນມິດຕ່າງໆ.



ພ້ອມກັນນີ້, ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ຖືໂອກາດສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ໃນໄມຕີຈິດມິດຕະພາບອັນແໜ້ນແຟ້ນ, ການສະໜັບສະໜູນອັນລໍ້າຄ່າ ແລະ ການຮ່ວມມືຢ່າງຕໍ່ເນື່ອງ ທີ່ມີຕໍ່ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄື ຕໍ່ ສປປ ລາວ ຈາກບັນດາປະເທດ ເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕະຫລອດມາ ໂດຍສະເພາະການສະໜັບສະໜູນ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຜ່ານມາ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຊຶ່ງໄດ້ປະສົບຜົນສໍາເລັດຢ່າງຈົບງາມ.



ຈາກນັ້ນ, ກໍໄດ້ມີພິທີບາສີສູ່ຂວັນ ແລະ ຫົດນໍ້າ ອວຍພອນປີໃໝ່ເຊິ່ງກັນ ແລະ ກັນ ຕາມຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາແຕ່ບູຮານນະການຂອງລາວເຮົາ, ຮ່ວມພາເຂົ້າສາມັກຄີ, ຊົມການສະແດງສິລະປະ ແລະ ປະກອບສ່ວນມ່ວນຊື່ນຮ່ວມກັນ ດ້ວຍຄວາມສະໜິດສະໜົມ, ຄວາມຮັກແພງ ແລະ ຄວາມສາມັກຄີອັນດີງາມ, ຊຶ່ງເຮັດໃຫ້ພິທີສະຫລອງສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ຄັ້ງນີ້ ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍສໍາຄັນ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ.
KPL

ຂ່າວອື່ນໆ

ads
ads

Top