ຄວາມສໍາເລັດຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”: ຜະລິດຕະພັນປາຈາກລາວສົ່ງໄປຢູ່ໜ້າໂຕະອາຫານໃນປະເທດຈີນເປັນຄັ້ງທໍາອິດ

10/04/2025 09:26
Email Print 351
ຂປລ ນະຄອນເຊີນເຈິ້ນຂອງ ສ​ປ ຈີນ ປະສົບຜົນສໍາເລັດຢ່າງຕໍ່ເນື່ອງໃນການຊຸກຍູ້ສົ່ງເສີມການຮ່ວມມືດ້ານການປະມົງລະຫວ່າງລາວ-ຈີນ ເກີດເປັນໜໍ່ແໜງທີ່ພົ້ນເດັ່ນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.

     *ນະຄອນເຊີນເຈິ້ນຂອງ ສ​ປ ຈີນ ປະສົບຜົນສໍາເລັດຢ່າງຕໍ່ເນື່ອງໃນການຊຸກຍູ້ສົ່ງເສີມ ການຮ່ວມມືດ້ານການປະມົງລະຫວ່າງລາວ-ຈີນ ເກີດເປັນໜໍ່ແໜງທີ່ພົ້ນເດັ່ນ ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງແລະກາຍເປັນຜູ້ນໍາດ້ານການຄ້າສັດນໍ້າລະຫວ່າງລາວ-ຈີນ ເພື່ອບັນລຸຄວາມກ້າວໜ້າດ້ວຍຈິດວິນຍານແຫ່ງການບຸກເບີກນະວັດຕະກໍາທີ່ທັນສະໄໝ.

     ໃນວັນທີ 31 ມີນາ 2025 ຜ່ານມານີ້, ຕູ້ຂົນສົ່ງສິນຄ້າທີ່ບັນຈຸຜະລິດຕະພັນປາສະຫວາຍຄຸນນະພາບຊຸດທໍາອິດທີ່ຜະລິດຈາກຟາມລ້ຽງ ແລະປຸງແຕ່ງປາຢູ່ລາວ ໄດ້ຂົນສົ່ງໄປເຖິງທ່າເຮືອ ເຊີ​ໂຄວນະຄອນເຊີນເຈິ້ນ ເຊິ່ງບໍ່ພຽງແຕ່ມີຄວາມໝາຍສໍາຄັນດ້ານການຮ່ວມມືຜະລິດສັດນໍ້າລະຫວ່າງລາວ-ຈີນ ໂດຍຜ່ານການ ກວດກາຢູ່ດ່ານພາສີຢ່າງສົມບູນເປັນຄັ້ງທໍາອິດເທົ່ານັ້ນ, ຍັງເປັນຄັ້ງປະຫວັດສາດທີ່ຜະລິດຕະພັນສັດນໍ້າຈາກລາວເຂົ້າສູ່ຕະຫລາດຈີນໂດຍກົງອີກດ້ວຍ.

     ໂດຍໄດ້ຮັບການສະໜັບສະໜູນຢ່າງເຂັ້ມແຂງຈາກຫ້ອງການພັດທະນາທະເລ ແລະ ຄະນະກໍາມະການພັດທະນາ ແລະ ປະຕິຮູບນະຄອນເຊີນເຈິ້ນ, ບໍລິສັດເຊີນເຈິ້ນຊົງຢູມາຣິນເຕັກໂນໂລຊີຈໍາກັດ ເຊິ່ງເປັນຕົວແທນຂອງວິສາຫະກິດນະຄອນເຊີນເຈິ້ນ ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າຕໍ່ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງແລະເລືອກທີ່ຈະລົງທຶນໃນການກໍ່ສ້າງນິຄົມອຸດສາຫະກໍາການປະມົງປາສະຫວາຍແມ່ນໍ້າຂອງແຫ່ງທໍາອິດໃນລາວທີ່ມີໂຄງການຕັ້ງຢູ່ເມືອງໂຂງ, ແຂວງຈໍາປາສັກ.

     ໄລຍະຜ່ານມາ, ລາວຍັງບໍ່ທັນໄດ້ສ້າງລະບົບການລ້ຽງສັດນໍ້າຂະໜາດໃຫຍ່ ແລະການໝູນວຽນດ້ານການຄ້າສັດນໍ້າຢ່າງເປັນລະບົບ, ລວມເຖິງຊ່ອງທາງການຄ້າສັດນ້ໍາລະຫວ່າງລາວ-ຈີນ ຍັງເປັນພື້ນທີ່ວ່າງເປົ່າ. ປັດຈຸບັນ ປາສະຫວາຍທີ່ລ້ຽງຢູ່ລາວ ໄດ້ສົ່ງກັບຄືນໄປປະເທດຈີນຢ່າງສໍາເລັດ ພາຍຫລັງທີ່ໄດ້ດໍາເນີນໂຄງການມາເປັນເວລາ 3 ປີ.   ໃນຖານະເປັນນິຄົມອຸດສາຫະກໍາການປະມົງປາສະຫວາຍແມ່ ນໍ້າຂອງແຫ່ງທໍາອິດ ແລະໃຫຍ່ທີ່ສຸດໃນປະເທດລາວ ມີເນື້ອທີ່ທັງ ໝົດ 2.863 ເຮັກຕາ, ໂຄງການນີ້ໄດ້ຮັບການຕີລາຄາສູງຈາກລັດ ຖະບານ ແລະອົງການປົກຄອງທ້ອງຖິ່ນຂອງລາວ, ນັບແຕ່ມື້ເປີດໂຄງການເປັນຕົ້ນມາ, ກະຊວງກະສິກໍາ ແລະປ່າໄມ້ຂອງລາວ, ໂດຍມີກົມລ້ຽງສັດ ແລະການປະມົງໃຫ້ການສະໜັບສະໜູນຢ່າງເຕັມທີ່ ສໍາລັບການກໍ່ສ້າງ ແລະ ການດໍາເນີນງານຂອງນິຄົມແຫ່ງນີ້ກໍໄດ້ມີນະໂຍບາຍພິເສດ ລວມທັງການປະສານງານດ້ານອື່ນໆ.  ໃນໄລຍະຜ່ານມາ ທ່ານນາຍົກລັດຖະມົນຕີຂອງລາວໄດ້ໄປຢ້ຽມຢາມໂຄງການດັ່ງກ່າວມາແລ້ວ 2 ຄັ້ງ ແລະໃຫ້ການຍ້ອງຍໍຊົມເຊີຍວ່າ: ນີ້ຄືແບບຢ່າງທີ່ດີຂອງການຮ່ວມມືລະຫວ່າງ ລາວ-ຈີນ”.

ໃນເດືອນທັນວາ 2024, ລັດຖະບານສອງປະເທດ ລາວ-ຈີນ ໄດ້ເຊັນສັນຍາຢ່າງເປັນທາງການກ່ຽວກັບຂໍ້ກໍານົດວ່າດ້ວຍການກວດກາ ແລະ ສຸຂະອະນາໄມສໍາລັບຜະລິດຕະພັນສັດນໍ້າທີ່ສົ່ງອອກໄປປະເທດຈີນ. ຫລັງຈາກນັ້ນ, ກົມໃຫຍ່ພາສີຂອງຈີນກໍໄດ້ອອກແຈ້ງການກ່ຽວກັບການກວດກາ ແລະ ເງື່ອນໄຂດ້ານສຸຂະອະນາໄມ ແລະ ອະນຸຍາດໃຫ້ເຂົ້າສູ່ຕະຫລາດຈີນ. ປາສະຫວາຍທີ່ສົ່ງໄປຮອດນະຄອນເຊີນເຈິ້ນໃນຄັ້ງນີ້ ມີຕົ້ນກໍາເນີດຈາກໂຮງງານປຸງແຕ່ງຜະລິດຕະພັນສັດນ້ໍາແຫ່ງທໍາອິດຂອງລາວ ພາຍໃຕ້ໂຄງການນິຄົມອຸດສາຫະກໍາການປະມົງປາສະຫວາຍແມ່ນໍ້າຂອງ ທີ່ໄດ້ຮັບອະນຸຍາດໃຫ້ສົ່ງອອກໄປປະເທດຈີນດ້ວຍລະບົບການຜະລິດທີ່ທັນສະໄໝ ແລະ ມີຄຸນນະພາບສູງ.

ໃນປີ 2024, ເປັນໄລຍະທໍາອິດຂອງໂຄງການນິຄົມອຸດສາຫະກໍາການປະມົງປາສະຫວາຍແມ່ນໍ້າຂອງໄດ້ກໍ່ສ້າງສໍາເລັດ ແລະເລີ່ມດໍາເນີນການ, ຄາດວ່າໃນເບື້ອງຕົ້ນຈະສາມາດບັນລຸການຜະລິດປາສະຫວາຍປະມານ 20.000 ໂຕນຕໍ່ປີ ແລະ ປຸງແຕ່ງປາສະຫວາຍ 12.000 ໂຕນຕໍ່ປີ, ມູນຄ່າການຜະລິດປະມານ 330 ລ້ານຢວນຕໍ່ປີ (963 ຕື້ກວ່າກີບ), ຫລັງຈາກກໍ່ສ້າງນິຄົມດັ່ງກ່າວສໍາເລັດສົມບູນ ຄາດວ່າການປຸງແຕ່ງປາສະຫວາຍຈະບັນລຸຫລາຍກວ່າ 500.000 ໂຕນຕໍ່ປີ, ນັ້ນຈະກາຍເປັນພື້ນຖານທີ່ສໍາຄັນສໍາລັບການສະໜອງຜະລິດຕະພັນສັດນ້ໍາຂອງນະຄອນເຊີນເຈິ້ນ ເພື່ອນໍາສົ່ງປາສະຫວາຍທີ່ມີຄຸນນະພາບສູງສູ່ສາທາລະນະຊົນໃນນະຄອນເຊີນເຈິ້ນ.

     ການ​ຂົນ​ສົ່ງ​ຜະ​ລິດ​ຕະ​ພັນ​ປາ​ສະ​ຫວາຍ​ທີ່​ລ້ຽງ​ຢູ່​ລາວ​ກັບ​ຄືນ​ສູ່​ນະ​ຄອນ​ເຊີນ​ເຈິ້ນຄັ້ງ​ນີ້ ຖືເປັນຕົວຢ່າງທີ່ສໍາຄັນ ໃນການຊຸກຍູ້ສົ່ງເສີມການເປີດປະ​ຕູ​ສູ່​ພາຍນອກ ແລະ ການຮ່ວມມືດ້ານການປະມົງສາກົນ ແລະ ເປັນເສັ້ນທາງໃໝ່ສໍາລັບການນໍາ​ໃຊ້ຊັບພະຍາກອນການປະມົງທົ່ວໂລກ ແລະ ການໝູນວຽນດ້ານການຄ້າຢ່າງ​ສົມ​ເຫດ​ສົມ​ຜົນ. ໃນອະນາຄົດ, ນະຄອນເຊີນເຈິ້ນ ສ​ປ ຈີນ ຈະສືບຕໍ່ຜັນຂະຫຍາຍຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງດ້ວຍໂຄງການຮ່ວມມືທີ່ມີຄຸນນະພາບສູງໃຫ້ຫລາຍຂຶ້ນ ແລະ ສ້າງຜົນສໍາເລັດໃໝໃຫຍ່
ຫລວງກວ່າເກົ່າ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັບບັນດາປະເທດທີ່ເຂົ້າຮ່ວມຂໍ້ລິເລີ່ມ
ໜຶ່ງແລວໜຶ່ງເສັ້ນທາງ”.

ໂດຍ: ເກີດຂວັນໃຈມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top