ສປ ຈີນ ປະກາດໃຊ້ກົດລະບຽບວ່າດ້ວຍການແກ້ໄຂຄວາມຂັດແຍ້ງດ້ານຊັບສິນທາງປັນຍາກັບພາຍນອກ

20/03/2025 16:40
Email Print 240
ຂປລ ທ່ານ ຫລີ ສຽງ, ນາຍົກລັດຖະມົນຕີຈີນ ໄດ້ລົງນາມ ໃນດຳລັດ ປະກາດໃຊ້ “ກົດລະບຽບ ຂອງລັດຖະບານ ວ່າດ້ວຍ ການແກ້ໄຂ ຄວາມຂັດແຍ້ງ ດ້ານຊັບສິນ ທາງປັນຍາກັບ ພາຍນອກ” ເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ພຶດສະພາປີນີ້ ເປັນຕົ້ນໄປ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ຫລີ ສຽງ, ນາຍົກລັດຖະມົນຕີຈີນ ໄດ້ລົງນາມ ໃນດຳລັດ ປະກາດໃຊ້ “ກົດລະບຽບ ຂອງລັດຖະບານ ວ່າດ້ວຍ ການແກ້ໄຂ ຄວາມຂັດແຍ້ງ ດ້ານຊັບສິນ ທາງປັນຍາກັບ ພາຍນອກ” ເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ພຶດສະພາປີນີ້ ເປັນຕົ້ນໄປ. ກົດລະບຽບ ດັ່ງກ່າວມີ 18 ມາດຕາ ເຊິ່ງເນື້ອໃນ ຕົ້ນຕໍ ລວມມີ ດັ່ງນີ້:ໜຶ່ງ, ເພີ່ມທະວີ ການບໍລິການ. ກົດລະບຽບດັ່ງກ່າວ ໄດ້ກຳຈົດຢ່າງຈະແຈ້ງວ່າ: ພາກສ່ວນທີ່ກ່ຽວຂ້ອງ ຂອງລັດຖະບານ ຈະເພີ່ມທະວີການບໍລິການ ແລະ ການຕັກເຕືອນ ໃນການຄົ້ນຫາ ຂໍ້ມູນຂ່າວສານ ຊັບສິນ ທາງປັນຍາຂອງຕ່າງປະເທດ, ປັບປຸງບູລະນະອົງການ ເຮັດວຽກຊີ້ນຳ ແລະ ລະບຽບ ການປະຕິບັດງານ ໃນການແກ້ໄຂ ຄວາມຂັດແຍ້ງດ້ານຊັບສິນທາງປັນຍາ ລະຫວ່າງ ປະເທດ ເພື່ອໃຫ້ການຊີ້ນຳ ກ່ຽວກັບ ການຮັບມື ແລະ ຊ່ວຍເຫລືອ ປົກປ້ອງສິດ ໃນການແກ້ໄຂ ຄວາມຂັດແຍ້ງກັນ.ສອງ, ເພີ່ມທະວີ ການສ້າງຄວາມສາມາດ ຂອງວິສາຫະກິດ. ຮຽກຮອງ ໃຫ້ວິສາຫະກິດຕ່າງໆເພີ່ມທະວີ ການສ້າງຈິດສຳນຶກ ໃນຫລັກນິຕິທຳ, ສ້າງ ແລະ ປັບປຸງ ບູລະນະ ລະບຽບການ ພາຍໃນ ວິສາຫະກິດຂອງຕົນ, ຕັ້ງໜ້າຮັກສາສິດ ແລະ ຜົນປະໂຫຍດ ທີ່ຊອບດ້ວຍ ກົດໝາຍ ຂອງຕົນ. ສາມ, ສ້າງຄວາມເປັນລະບຽບແບບແຜນຕໍ່ການສືບສວນ ຫລັກຖານ ຂອງພາຍນອກ.ສີ່, ຕອບໂຕ້ຕໍ່ ການກະທຳ ທີ່ບໍ່ເປັນທຳ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top