ຂປລ
ມີຜູ້ເສຍຊີວິດ ຢ່າງໜ້ອຍ 50 ຄົນ ແລະ ບາດເຈັບ 100 ກວ່າຄົນ ຈາກ ເຫດໄຟໄໝ້ ສະຖານທີ່ບັນເທິງ (ໄນຄລັບ) ໂດຍມີ ການຈັດສະແດງ ຄອນເສີດ ໃນປະເທດ. ເຫດໄຟໄໝ້ ໄນຄລັບ ຊື່ ພັລສ ຕັ້ງຢູ່ ເມືອງໂຄຊານີ ຫ່າງຈາກ ນະຄອນຫລວງ ສະໂກເປີຍ ທາງພາກ ຕາເວັນອອກ ສຽງເໜືອ ປະມານ 100 ກິໂລແມັດ
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ສະໂກເປີຍ ປະເທດ ມາເຊໂດນີ ເມື່ອວັນທີ 16 ມີນາວ່າ: ສຳນັກຂ່າວ ແຫ່ງຊາດ ມາເຊໂດນີ ລາຍງານວ່າ: ມີຜູ້ເສຍຊີວິດ ຢ່າງໜ້ອຍ 50 ຄົນ ແລະ ບາດເຈັບ 100 ກວ່າຄົນ ຈາກ ເຫດໄຟໄໝ້ ສະຖານທີ່ບັນເທິງ (ໄນຄລັບ) ໂດຍມີ ການຈັດສະແດງ ຄອນເສີດ ໃນປະເທດ. ເຫດໄຟໄໝ້ ໄນຄລັບ ຊື່ ພັລສ ຕັ້ງຢູ່ ເມືອງໂຄຊານີ ຫ່າງຈາກ ນະຄອນຫລວງ ສະໂກເປີຍ ທາງພາກ ຕາເວັນອອກ ສຽງເໜືອ ປະມານ 100 ກິໂລແມັດ.
ເຫດເກີດຂຶ້ນ ໃນລະຫວ່າງ ການສະແດງຄອນເສີດ ຂອງ ວົງດີເອັນເຄ ຊຶ່ງເປັນ ສີລະປິນ ດູໂອ້ຮິບຮອບຊື່ດັງຂອງ ມາເຊໂດນີ ໂດຍມີ ຜູ້ເຂົ້າຮ່ວມ ປະມານ 1.500 ຄົນ, ສ່ວນໃຫຍ່ ເປັນໄວໝຸ່ມສາວ. ຂະນະທີ່ສາເຫດຂອງໄຟໄໝ້ ໃນຄັ້ງນີ້ ພວມຢູ່ໃນລະຫວ່າງ ການສືບສວນ ສອບສວນ ຢ່າງລະອຽດ ໂດຍໜ່ວຍງານ ທີ່ກ່ຽວຂ້ອງ. /
KPL