ສ.ອາເມລິກາ ຈະໃຊ້ມາດຕະການຈຳກັດການເດີນທາງພົນລະເມືອງ ຈາກ 41 ປະເທດ

17/03/2025 15:02
Email Print 176
ຂປລ ສື່ທ້ອງຖິ່ນຫລາຍແຫ່ງ ຂອງ ສ.ອາເມລິກາ ລາຍງານວ່າ: ທ່ານ ໂດນັນທຣຳ ປະທານາທິບໍດີ ຂອງ ສ.ອາເມລິກາ ພວມພິຈາລະນາ ອອກມາດຕະການ ຈຳກັດ ການເດີນທາງ ເຂົ້າສູ່ ປະເທດ ຂອງ ພົນລະເມືອງ ຢ່າງໜ້ອຍ 41 ປະເທດ, ໂດຍລາຍຊື່ທັງໝົດ ສາມາດປ່ຽນແປງໄດ້ ເນື່ອງຈາກ ຍັງບໍ່ມີການ ອະນຸມັດ ຢ່າງເປັນທາງການ.

ປລ. ສຳນັກຂ່າວ ຕ່າງປະທດ ລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ ປະທດສ.ອາເມລິກາ, ເມື່ອບໍ່ດົນມານີ້, ສື່ທ້ອງຖິ່ນຫລາຍແຫ່ງ ຂອງ .ອາເມລິກາ ລາຍງານວ່າ: ທ່ານໂດນັນທຣຳ ປະທານາທິບໍດີ ຂອງ .ອາເມລິກາ ພວມພິຈາລະນາ ອອກມາດຕະການ ຈຳກັດ ການເດີນທາງເຂົ້າສູ່ ປະເທດ ຂອງ ພົນລະເມືອງ ຢ່າງໜ້ອຍ 41 ປະເທດ, ​ໂດຍລາຍຊື່ທັງໝົດ ສາມາດປ່ຽນແປງໄດ້ເນື່ອງຈາກ ຍັງບໍ່ມີການ ອະນຸມັດ ຢ່າງເປັນທາງການ.

ໂດຍແບ່ງອອກເປັນ 3 ກຸ່ມໄດ້ແກ່: ກຸ່ມທີ່ຖືກໂຈະວິຊ້າທັງໝົດ 10 ປະເທດ ຫລື ກຸ່ມສີແດງໄດ້ແກ່: ອາຟະການິດສະຖານ, ກູບາ, ອີຣານ, ລີບີ, ສປປເກົາຫລີ, ​ໂຊມາລີ, ຊູດັງ, ຊີຣີ, ​ເວເນຊູເອລາແລະເຢເມນ. ກຸ່ມທີ 2 ຈະເປັນປະເທດ ຕ້ອງຜະເຊີນກັບ ມາດຕະການ ໂຈະວິຊ້າ ບາງສ່ວນ ລວມເຖິງ ວີຊ້າທ່ອງທ່ຽວແລະ ວີຊ້ານັກຮຽນມີ 5 ປະເທດ ຫລື ກຸ່ມສີສົ້ມໄດ້ແກ່: ອິຣິເຕຣຍ, ​ໄຮຕີ, ລາວ, ມຽນມາແລະ ຊູດັງໃຕ້. ສ່ວນກຸ່ມປະເທດ ທີ 3 ຄືປະເທດ ຊຶ່ງຜະເຊີນກັບ ມາດຕະການ ຈຳກັດວິຊ້າ ບາງສ່ວນ ຫາກຍັງບໍ່ມີການແກ້ໄຂ ຂໍ້ບົກຜ່ອງບາງສ່ວນ ພາຍໃນໄລຍະເວລາ 60 ວັນ ມີ 26 ປະເທດ ຫລື ກຸ່ມສີເຫລືອງໄດ້ແກ່: ອັງໂກລາ, ​ອັງຕິກາແລະ ບາກບູດາ, ​ເບລາຣຸດ, ​ເບແນັງ, ພູຖານ, ບວກກິນາຟາໂຊ, ກຳປູເຈຍ, ກາເມີຣູນ, ຊາດ, ກົງໂກແລະ ອື່ນໆ./

KPL

ຂ່າວອື່ນໆ

    • ຍີ່ປຸ່ນ-ໄທ-ສສ ຫວຽດນາມ ຈັດເວທີປາໄສເຊື່ອມຕໍ່ການຄ້າ-ການທ່ອງທ່ຽວຂ່າວຕ່າງປະເທດ

      ຍີ່ປຸ່ນ-ໄທ-ສສ ຫວຽດນາມ ຈັດເວທີປາໄສເຊື່ອມຕໍ່ການຄ້າ-ການທ່ອງທ່ຽວ

      3/17/2025 8:55:10 PM

      ມີວິສາຫະກິດກວ່າ 100 ແຫ່ງເຂົ້າຮ່ວມ ເວທີປາໄສ ໄດ້ສະໜອງຂໍ້ມູນຂ່າວສານ ກ່ຽວກັບ ບັນດາຂົງເຂດ ຮ່ວມມື ທີ່ມີຄວາມສາມາດບົ່ມຊ້ອນຢູ່ 3 ປະເທດ ຄື: ສສ ຫວຽດນາມ, ໄທ ແລະ ຍີ່ປຸ່ນ ເພື່ອສຸມໃສ່ບັນດາຂົງເຂດການທ່ອງທ່ຽວ, ໂລຈີສຕິກ(logistics), ຜະລິດ ແລະ ປຸງແຕ່ງອາຫານ, ເຕັກໂນໂລຊີ ແລະ ນະວັດຕະກຳ, ພະລັງງານທົດແທນ, ອຸດສາຫະກຳໜູນຊ່ວຍ ແລະ ເຄື່ອງອາໄຫລ່ ເອເລັກໂຕນິກ.

    • ງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 8ຂ່າວຕ່າງປະເທດ

      ງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 8

      3/17/2025 8:55:08 PM

      ອົງ​ການ ​ວາງ​ສະ​ແດງ​ ການ​ນຳ​ເຂົ້າ ສາ​ກົນ​ຈີນ ​ແຈ້​ງ​ໃຫ້​ຮູ້​ວ່າ: ວຽກ​ງານ​ກະ​ກຽມ ​ລາຍ​ການ​ຕ່າງໆ​ ຂອງງານ​ວາງ​ສະ​ແດງ ​ການ​ນຳ​ເຂົ້າ ​ສາ​ກົນ​ຈີນ ​ຄັ້ງ​ທີ 8 ພວມດຳ​ເນີນ​ໄປ​ຢ່າງ​ໝັ້ນ​ທ່ຽງ, ໃນ​ນັ້ນ ເນື້ອ​ທີ່​ການ​ເຊັນ​ສັນ​ຍາ ກ່ຽວ​ກັບ ​ເຂດ​ວາງ​ສະ​ແດງ ​ຂອງວິ​ສາ​ຫະ​ກິດ​ ໄດ້​ລື່ນ​ກາຍ 220.000 ​ຕາ​ແມັດ​ ເຊິ່ງກວມ​ເອົາ ຫລາຍກວ່າ 60% ຂອງ​ເນື້ອ​ທີ່ ​ແຜນ​ການ​ທີ່​ວາງ​ໄວ້.

    • ກະຊວງການຄ້າຈີນ ເພີ່ມທະວີປະສິດທິພາບຂອງເວທີເປີດປະຕູສູ່ພາຍນອກຂ່າວຕ່າງປະເທດ

      ກະຊວງການຄ້າຈີນ ເພີ່ມທະວີປະສິດທິພາບຂອງເວທີເປີດປະຕູສູ່ພາຍນອກ

      3/17/2025 8:55:03 PM

      ວຽກ​ງານ​ການ​ດຶງ​ດູດ​ ການ​ລົງ​ທຶນ​ ຈາກ​ຕ່າງ​ປະ​ເທດ ​ຢ່າງ​ໜັກ​ແໜ້ນ​ຂອງ​ ສປ ຈີນ​ໃນ​ປີ​ນີ້​ ຈະ​ປະ​ສານ​ສົມ​ທົບ​ກັບ​ ເຂດ​ພັດ​ທະ​ນາ ​ເສດ​ຖະ​ກິດ ແລະ ເຕັກ​ໂນ​ໂລ​ຊີ​ລະ​ດັບ​ຊາດ, ເຂດ​ສາ​ທິດ​-ເຂດທົດ​ລອງ​ສັງ​ລວມ​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ແຫ່ງ​ຊາດ, ເຂດ​ທົດ​ລອງ​ການ​ຄ້​າ​ເສ​ລີ ແລະ ເວ​ທີ​ອື່ນໆ

    • ລາຄາຫຸ້ນ7 ບໍລິສັດໃຫຍ່ດ້ານວິທະຍາສາດເຕັກໂນໂລຊີໃນຕະຫລາດຫລັກຊັບ ສ.ອາເມລິກາ ໄດ້ຕ່ຳລົງ 2.700 ຕື້ໂດລາຂ່າວຕ່າງປະເທດ

      ລາຄາຫຸ້ນ7 ບໍລິສັດໃຫຍ່ດ້ານວິທະຍາສາດເຕັກໂນໂລຊີໃນຕະຫລາດຫລັກຊັບ ສ.ອາເມລິກາ ໄດ້ຕ່ຳລົງ 2.700 ຕື້ໂດລາ

      3/17/2025 8:54:54 PM

      ໃນໄລ​ຍະ 3 ອາ​ທິດ​ຜ່ານ​ມາ, ລາ​ຄາ​ຫຸ້ນ​ຂອງ 7 ບໍ​ລິ​ສັດ​ໃຫຍ່ ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ​ໃນ​ຕະຫລາດຫລັກ​ຊັບ​ ຂອງ​ ສ.ອາ​ເມ​ຣິ​ກາ ໄດ້​ຕົກ​ຕ່ຳ​ລົງ 2.700 ຕື້​ໂດ​ລາສະຫະລັດ.

    • ຮົງກາຣີ ສະເໜີຄວາມຮຽກຮ້ອງ 12 ຂໍ້ຕໍ່ສະຫະພາບເອີຣົບຂ່າວຕ່າງປະເທດ

      ຮົງກາຣີ ສະເໜີຄວາມຮຽກຮ້ອງ 12 ຂໍ້ຕໍ່ສະຫະພາບເອີຣົບ

      3/17/2025 8:54:36 PM

      ທ່ານ​ ໂອບັນ ວິກ​ໂຕ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮົງ​ກາ​ຣີ​ ໄດ້​​ສະ​ເໜີ​ ຄວາມ​ຮຽກ​ຮ້ອງ 12 ຂໍ້​ຕໍ່​ສະ​ຫະ​ພາບ ​ເອີ​ຣົບ ເຊິ່ງ​ລວມ​ທັງ​ ປະ​ເທດ​ສະ​ມາ​ຊິກ​ ທັງ​ໝົດ ຂອງສະ​ຫະ​ພາບ​ເອີ​ຣົບ ​ມີ​ຄວາມ​ສະ​ເໝີ​ພາບ ​ໃນ​ກົດ​ໝາຍ, ສົ່ງ​ຄືນ​ສິດເປັນເຈົ້າ​ຂອງ​ຊາດ ​ທີ່​ຖືກສະ​ຫະ​ພາບ​ເອີ​ຣົບ​ຕັດ​ໄປ, ​ບໍ່​ຈຳ​ກັດ​ ການ​ປ້ອງ​ກັນ ​ຢູ່​ຊາຍ​ແດນ ​ເພື່ອຄຸ້ມ​ຄອງ​ຊາວ​ອົບ​ພະ​ຍົບ ​ຢ່າງ​ເຂັ້ມ​ງວດ, ບັນ​ລຸ​ສັນ​ຕິ​ພາບ, ອູ​ແກ​ຣນ ບໍ່​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ ແລະອື່ນໆ.

ads
ads

Top