ອິນໂດເນເຊຍ ເພີ່ມງົບຊຸກຍູ້ວິໄຈ ໃນມະຫາວິທະຍາໄລ ລະດັບ 1%

17/03/2025 15:02
Email Print 148
ຂປລ ທ່ານ ໄບຣອັນ ຢູລິຍາຣໂຕ ລັດຖະມົນຕີ ອຸດົມສຶກສາ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານ ຕັ້ງເປົ້າເພີ່ມງົບປະມານ ການວິໄຈ ສຳລັບ ມະຫາວິທະຍາໄລເປັນ 1% ຂອງລວມຍອດ ຜະລິດຕະພັນ ພາຍໃນ ປະເທດ (ຈີດີພີ)

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານ ຈາກ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍເມື່ອບໍ່ດົນມານີ້, ທ່ານໄບຣອັນ ຢູລິຍາຣໂຕ ລັດຖະມົນຕີ ອຸດົມສຶກສາ ວິທະຍາສາດແລະເຕັກໂນໂລຊີ ຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານ ຕັ້ງເປົ້າ​​ເພີ່ມງົບປະມານ ການວິໄຈ ສຳລັບ ມະຫາວິທະຍາໄລເປັນ 1% ຂອງລວມຍອດ ຜະລິດຕະພັນ ພາຍໃນ ປະເທດ (ຈີດີພີ) ເພີ່ມຂຶ້ນຢ່າງຫລວງຫລາຍ ຈາກອັດຕາສ່ວນພຽງ 0,3% ​ເມື່ອປີ 2024.

ນອກນີ້ລັດຖະບານ ອິນໂດເນເຊຍ ຍັງເນັ້ນໜັກ ຄວາມມຸ້ງໝັ້ນຈະປັບປຸງ ສະຫວັດດີການວິໄຈ ຖືເປັນສິ່ງສຳຄັນສຳລັບ ການຟື້ນຟູເສດຖະກິດແລະ ອຸດສາຫະກຳຂອງ ອິນໂດເນເຊຍແຕ່ການບັນລຸເປົ້າໝາຍ 1% ບໍ່ສາມາດເກີດຂຶ້ນໄດ້ທັນທີ. ຂະນະດຽວກັນ ທ່ານ ໄບຣອັນ ຢູລິຍາຣໂຕ ​ໄດ້ເນັ້ນ​ເຖິງ ​ຄວາມ​ພະຍາຍາມ ​ຂອງ​ ພາກ​ລັດ ​ໃນ​ການ​ເສີມ​ສ້າງ​ການ​ວິ​ໄຈ ​ແລະ ການ​ສ້າງສັນ​ ນະ​ວັດຕະ​ກຳ ​ໃນ​ມະຫາວິທະຍາ​ໄລ​ ຂອງ​ ປະ​ເທດ ຊຶ່ງ​ເປັນ​ ເປົ້າ​ໝາຍ ​ສຳຄັນ ​ໃຫ້​ແກ່​ການ​ປ່ຽນ​ຜ່ານ​ ມະຫາວິທະຍາ​ໄລ ​ເປັນ​ສູນ​ກາງ ສ້າງສັນ​ ນະ​ວັດຕະ​ກຳ ​ແລະ ການ​ພັດທະນາ ​ຜູ້​ມີ​ຄວາມ​ຮູ້ ຄວາມ​ສາມາດ./

KPL

ຂ່າວອື່ນໆ

    • ຍີ່ປຸ່ນ-ໄທ-ສສ ຫວຽດນາມ ຈັດເວທີປາໄສເຊື່ອມຕໍ່ການຄ້າ-ການທ່ອງທ່ຽວຂ່າວຕ່າງປະເທດ

      ຍີ່ປຸ່ນ-ໄທ-ສສ ຫວຽດນາມ ຈັດເວທີປາໄສເຊື່ອມຕໍ່ການຄ້າ-ການທ່ອງທ່ຽວ

      3/17/2025 8:55:10 PM

      ມີວິສາຫະກິດກວ່າ 100 ແຫ່ງເຂົ້າຮ່ວມ ເວທີປາໄສ ໄດ້ສະໜອງຂໍ້ມູນຂ່າວສານ ກ່ຽວກັບ ບັນດາຂົງເຂດ ຮ່ວມມື ທີ່ມີຄວາມສາມາດບົ່ມຊ້ອນຢູ່ 3 ປະເທດ ຄື: ສສ ຫວຽດນາມ, ໄທ ແລະ ຍີ່ປຸ່ນ ເພື່ອສຸມໃສ່ບັນດາຂົງເຂດການທ່ອງທ່ຽວ, ໂລຈີສຕິກ(logistics), ຜະລິດ ແລະ ປຸງແຕ່ງອາຫານ, ເຕັກໂນໂລຊີ ແລະ ນະວັດຕະກຳ, ພະລັງງານທົດແທນ, ອຸດສາຫະກຳໜູນຊ່ວຍ ແລະ ເຄື່ອງອາໄຫລ່ ເອເລັກໂຕນິກ.

    • ງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 8ຂ່າວຕ່າງປະເທດ

      ງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 8

      3/17/2025 8:55:08 PM

      ອົງ​ການ ​ວາງ​ສະ​ແດງ​ ການ​ນຳ​ເຂົ້າ ສາ​ກົນ​ຈີນ ​ແຈ້​ງ​ໃຫ້​ຮູ້​ວ່າ: ວຽກ​ງານ​ກະ​ກຽມ ​ລາຍ​ການ​ຕ່າງໆ​ ຂອງງານ​ວາງ​ສະ​ແດງ ​ການ​ນຳ​ເຂົ້າ ​ສາ​ກົນ​ຈີນ ​ຄັ້ງ​ທີ 8 ພວມດຳ​ເນີນ​ໄປ​ຢ່າງ​ໝັ້ນ​ທ່ຽງ, ໃນ​ນັ້ນ ເນື້ອ​ທີ່​ການ​ເຊັນ​ສັນ​ຍາ ກ່ຽວ​ກັບ ​ເຂດ​ວາງ​ສະ​ແດງ ​ຂອງວິ​ສາ​ຫະ​ກິດ​ ໄດ້​ລື່ນ​ກາຍ 220.000 ​ຕາ​ແມັດ​ ເຊິ່ງກວມ​ເອົາ ຫລາຍກວ່າ 60% ຂອງ​ເນື້ອ​ທີ່ ​ແຜນ​ການ​ທີ່​ວາງ​ໄວ້.

    • ກະຊວງການຄ້າຈີນ ເພີ່ມທະວີປະສິດທິພາບຂອງເວທີເປີດປະຕູສູ່ພາຍນອກຂ່າວຕ່າງປະເທດ

      ກະຊວງການຄ້າຈີນ ເພີ່ມທະວີປະສິດທິພາບຂອງເວທີເປີດປະຕູສູ່ພາຍນອກ

      3/17/2025 8:55:03 PM

      ວຽກ​ງານ​ການ​ດຶງ​ດູດ​ ການ​ລົງ​ທຶນ​ ຈາກ​ຕ່າງ​ປະ​ເທດ ​ຢ່າງ​ໜັກ​ແໜ້ນ​ຂອງ​ ສປ ຈີນ​ໃນ​ປີ​ນີ້​ ຈະ​ປະ​ສານ​ສົມ​ທົບ​ກັບ​ ເຂດ​ພັດ​ທະ​ນາ ​ເສດ​ຖະ​ກິດ ແລະ ເຕັກ​ໂນ​ໂລ​ຊີ​ລະ​ດັບ​ຊາດ, ເຂດ​ສາ​ທິດ​-ເຂດທົດ​ລອງ​ສັງ​ລວມ​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ແຫ່ງ​ຊາດ, ເຂດ​ທົດ​ລອງ​ການ​ຄ້​າ​ເສ​ລີ ແລະ ເວ​ທີ​ອື່ນໆ

    • ລາຄາຫຸ້ນ7 ບໍລິສັດໃຫຍ່ດ້ານວິທະຍາສາດເຕັກໂນໂລຊີໃນຕະຫລາດຫລັກຊັບ ສ.ອາເມລິກາ ໄດ້ຕ່ຳລົງ 2.700 ຕື້ໂດລາຂ່າວຕ່າງປະເທດ

      ລາຄາຫຸ້ນ7 ບໍລິສັດໃຫຍ່ດ້ານວິທະຍາສາດເຕັກໂນໂລຊີໃນຕະຫລາດຫລັກຊັບ ສ.ອາເມລິກາ ໄດ້ຕ່ຳລົງ 2.700 ຕື້ໂດລາ

      3/17/2025 8:54:54 PM

      ໃນໄລ​ຍະ 3 ອາ​ທິດ​ຜ່ານ​ມາ, ລາ​ຄາ​ຫຸ້ນ​ຂອງ 7 ບໍ​ລິ​ສັດ​ໃຫຍ່ ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ​ໃນ​ຕະຫລາດຫລັກ​ຊັບ​ ຂອງ​ ສ.ອາ​ເມ​ຣິ​ກາ ໄດ້​ຕົກ​ຕ່ຳ​ລົງ 2.700 ຕື້​ໂດ​ລາສະຫະລັດ.

    • ຮົງກາຣີ ສະເໜີຄວາມຮຽກຮ້ອງ 12 ຂໍ້ຕໍ່ສະຫະພາບເອີຣົບຂ່າວຕ່າງປະເທດ

      ຮົງກາຣີ ສະເໜີຄວາມຮຽກຮ້ອງ 12 ຂໍ້ຕໍ່ສະຫະພາບເອີຣົບ

      3/17/2025 8:54:36 PM

      ທ່ານ​ ໂອບັນ ວິກ​ໂຕ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮົງ​ກາ​ຣີ​ ໄດ້​​ສະ​ເໜີ​ ຄວາມ​ຮຽກ​ຮ້ອງ 12 ຂໍ້​ຕໍ່​ສະ​ຫະ​ພາບ ​ເອີ​ຣົບ ເຊິ່ງ​ລວມ​ທັງ​ ປະ​ເທດ​ສະ​ມາ​ຊິກ​ ທັງ​ໝົດ ຂອງສະ​ຫະ​ພາບ​ເອີ​ຣົບ ​ມີ​ຄວາມ​ສະ​ເໝີ​ພາບ ​ໃນ​ກົດ​ໝາຍ, ສົ່ງ​ຄືນ​ສິດເປັນເຈົ້າ​ຂອງ​ຊາດ ​ທີ່​ຖືກສະ​ຫະ​ພາບ​ເອີ​ຣົບ​ຕັດ​ໄປ, ​ບໍ່​ຈຳ​ກັດ​ ການ​ປ້ອງ​ກັນ ​ຢູ່​ຊາຍ​ແດນ ​ເພື່ອຄຸ້ມ​ຄອງ​ຊາວ​ອົບ​ພະ​ຍົບ ​ຢ່າງ​ເຂັ້ມ​ງວດ, ບັນ​ລຸ​ສັນ​ຕິ​ພາບ, ອູ​ແກ​ຣນ ບໍ່​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ ແລະອື່ນໆ.

ads
ads

Top