ຂປລ
ສຳນັກງານ ກວດຄົນເຂົ້າເມືອງ ຂອງ ຍີ່ປຸ່ນ ລາຍງານ ຈຳນວນ ຊາວຕ່າງປະເທດ ທີ່ອາໄສຢູ່ ພາຍໃນປະເທດ ເພີ່ມຂຶ້ນ ຢ່າງໜ້ອຍ 3.768.977 ຄົນ ຕາມສະຖິຕິໃນທ້າຍປີ 2024 ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ ປີ 2023 ແລະ ເປັນຕົວເລກ ສະຖິຕິສູງສຸດ ໃນປະຫວັດສາດ ຢ່າງຕິດຕໍ່ກັນ ເປັນປີທີ 3.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານ ຈາກ ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ ເມື່ອບໍ່ດົນມນີ້, ສຳນັກງານ ກວດຄົນເຂົ້າເມືອງ ຂອງ ຍີ່ປຸ່ນ ລາຍງານ ຈຳນວນ ຊາວຕ່າງປະເທດ ທີ່ອາໄສຢູ່ ພາຍໃນປະເທດ ເພີ່ມຂຶ້ນ ຢ່າງໜ້ອຍ 3.768.977 ຄົນ ຕາມສະຖິຕິໃນທ້າຍປີ 2024 ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ ປີ 2023 ແລະ ເປັນຕົວເລກ ສະຖິຕິສູງສຸດ ໃນປະຫວັດສາດ ຢ່າງຕິດຕໍ່ກັນ ເປັນປີທີ 3.
ຕາມການວິເຄາະ ລະບຸວ່າ ຈຳນວນ ນັກສຶກສາ ອາໄສຢູ່ ໃນ ຍີ່ປຸ່ນ ປະມານ 402.000 ຄົນ, ຂະນະທີ່ ຈຳນວນ ຜູ້ຝຶກງານ ດ້ານເຕັກນິກ ລວມມີ ປະມານ 457.000 ຄົນ ແລະ ແຮງງານ ທີ່ມີທັກສະ ສະເພາະ 284.000 ຄົນ. ນອກຈາກນີ້ ຜູ້ອາໄສຢູ່ຖາວອນ ກວມເອົາກຸ່ມໃຫຍ່ທີ່ສຸດ ປະມານ 918.000 ຄົນ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ປີຜ່ານມາ./
KPL