ຂປລ
ອົງການ ກຸ່ມປະເທດ ຜູ້ສົ່ງອອກ ນໍ້າມັນ (ໂອເປກ) ສືບຕໍ່ຮັກສາ ຄວາມຕ້ອງການ ນໍ້າມັນໂລກ ໃນປີ 2025 ແລະ 2026 ໃນລະດັບເດີມ. ໂດຍຕະຫລາດ ນໍ້າມັນ ລາຍເດືອນ ລະບຸວ່າ ໂອເປກ ຄາດວ່າ ຄວາມຕ້ອງການ ນໍ້າມັນໂລກ ຈະເພີ່ມສູງຂຶ້ນ ປະມານ 1,45 ລ້ານຖັງຕໍ່ວັນ ໃນປີ 2025
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານ ຈາກ ນະຄອນຫລວງ ວຽນ ປະເທດ ໂອຕຣິດ ເມື່ອບໍ່ດົນມານີ້, ອົງການ ກຸ່ມປະເທດ ຜູ້ສົ່ງອອກ ນໍ້າມັນ (ໂອເປກ) ສືບຕໍ່ຮັກສາ ຄວາມຕ້ອງການ ນໍ້າມັນໂລກ ໃນປີ 2025 ແລະ 2026 ໃນລະດັບເດີມ. ໂດຍຕະຫລາດ ນໍ້າມັນ ລາຍເດືອນ ລະບຸວ່າ ໂອເປກ ຄາດວ່າ ຄວາມຕ້ອງການ ນໍ້າມັນໂລກ ຈະເພີ່ມສູງຂຶ້ນ ປະມານ 1,45 ລ້ານຖັງຕໍ່ວັນ ໃນປີ 2025 ແລະ ເພີ່ມຂຶ້ນ 1,43 ລ້ານຖັງຕໍ່ວັນ ໃນປີ 2026 ຊຶ່ງບໍ່ມີ ການປ່ຽນແປງ ຈາກ ການປະເມີນ ເມື່ອເດືອນກຸມພາ ທີ່ຜ່ານມາ.
ຂະນະດຽວກັນ ໂອເປກ ຄາດການວ່າ ຄວາມຕ້ອງການ ນໍ້າມັນ ທົ່ວໂລກ ໃນປີນີ້ ໂດຍສະເລ່ຍ 105,2 ລ້ານຖັງ ຕໍ່ວັນ, ຊຶ່ງໄດ້ຮັບແຮງ ການຊຸກຍູ້ ຈາກ ປະລິມານ ການເດີນທາງອາກາດ ທີ່ເຂັ້ມແຂງ , ການສັນຈອນທາງຖະໜົນ ທີ່ຄຶກຄື້ນ ລວມເຖິງ ກິດຈະກຳ ໃນຂະແໜງ ອຸດສາຫະກຳ ການກໍ່ສ້າງ ແລະ ການກະສິກຳ ທີ່ເຕີບໂຕຂຶ້ນ ໃນກຸ່ມປະເທດ ອົງການ ເພື່ອຄວາມຮ່ວມມື ແລະ ການພັດທະນາ ທາງເສດຖະກິດ (ໂອອີຊີດີ) . ນອກນີ້ ໂອເປກ ຍັງຄົງຄາດການ ເຕີບໂຕເສດຖະກິດ ທົ່ວໂລກ ສຳລັບ ປີ 2025 ແລະ ປີ2026 ໄວ້ເທົ່າເດີມ, ໂດຍຄາດວ່າ ເສດຖະກິດ ຈະຂະຫຍາຍຕົວ 3,1% ໃນປີນີ້ ແລະ 3,2% ໃນປີໜ້າ./
KPL