ຂປລ
ຂປລ.ໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວວັດລາວ (22 ມີນາ 1955-22 ມີນາ 2025) ຄົບ ຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້, ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ກຳມະການຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ຫົວໜ້າຫ້ອງການກຳມະບານກອງທັບ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ:

ຂປລ.ໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວວັດລາວ (22 ມີນາ 1955-22 ມີນາ 2025) ຄົບ ຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້, ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ກຳມະການຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ຫົວໜ້າຫ້ອງການກຳມະບານກອງທັບ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ: ຕະຫລອດໄລຍະ 70 ປີ ທີ່ຜ່ານມາ, ພັກເຮົາໄດ້ມີຜົນງານອັນໃຫຍ່ຫລວງ ໃນການຫັນ ປ່ຽນໃໝ່ ໃນການນໍາພາຂອງຕົນ ໃຫ້ສອດຄ່ອງ ກັບສະພາບຄວາມເປັນຈິງ ຂອງປະເທດຊາດ ແລະ ສາກົນ ໂດຍມີ ແນວທາງປ່ຽນແປງໃໝ່ ຮອບດ້ານຢ່າງມີຫລັກການຂອງພັກ ເຊິ່ງເຮັດໃຫ້ ປະເທດຊາດ ມີເອກະລາດ, ມີສະຖຽນລະພາບ ທາງດ້ານການເມືອງ, ມີອຳ ນາດອະທິປະໄຕ ປົກປັກຮັກສາຜືນແຜ່ນ ດິນອັນຄົບຖ້ວນ ຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ, ເສດຖະກິດ-ສັງຄົມ ໄດ້ສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງຕາມທິດ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ສິດເປັນເຈົ້າຂອງປະເທດຊາດ ຂອງພະນັກງານ-ລັດຖະກອນ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ໄດ້ຮັບການເສີມ ຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ຄວາມສາມັກຄີພາຍໃນພັກ ແລະ ຄວາມສາມັກຄີເປັນປຶກແຜ່ນ ຂອງປວງຊົນລາວທັງຊາດ ໄດ້ມີຄວາມໜັກແໜ້ນເຂັ້ມແຂງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນ, ບັນຫາທີ່ສໍາຄັນທີ່ຕັ້ງບົດບາດ ແລະ ອິດທິພົນຂອງປະເທດຊາດ ໄດ້ຮັບການເຊີດຊູສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ໄດ້ໃຫ້ຮູ້ອີກວ່າ: ສໍາລັບ ສະຫະພັນກຳມະບານລາວ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ໃນຕະຫລອດໄລຍະ 70 ປີຜ່ານມາ, ໃນຖານະທີ່ ເປັນອົງການ ຈັດຕັ້ງມະຫາຊົນຂອງພັກ ກໍໄດ້ເອົາໃຈໃສ່ ໂຄສະນາປຸກລະດົມຂົນຂວາຍ ສະມາຊິກກຳມະບານ, ກຳມະກອນ ກໍຄື ຜູ້ອອກແຮງງານ ໃຫ້ເຊື່ອມຊຶມກຳແໜ້ນແນວທາງ, ແຜນນະໂຍບາຍຂອງພັກ ເປັນແຕ່ລະໄລຍະ. ພັກຍາມໃດກໍໃກ້ຊິດ ແລະ ໃຫ້ທິດຊີ້ນໍາ ສະຫະພັນກຳມະບານລາວ ໃນການເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງ ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ.

ພາຍຫລັງທີ່ ສະຫະພັນກຳມະບານລາວ ໄດ້ກຳເນີດມາແຕ່ວັນທີ 1 ກຸມພາ ປີ 1956 ເປັນຕົ້ນມາ ກໍໄດ້ຮັບການອົບຮົມໃນຫລາຍໆດ້ານເຮັດໃຫ້ກຳມະບານລາວ ໄດ້ເຄື່ອນໄຫວ ແລະ ມີບົດບາດໃນເວທີພາກພື້ນ ແລະ ສາກົນ, ພັກໄດ້ນໍາພາ-ຊີ້ນໍາ ສະຫະພັນກຳມະບານແຕ່ລະຂັ້ນ ເປັນເຈົ້າການຍົກສູງບົດບາດ ແລະ ເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ເຊິ່ງສະແດງອອກໃຫ້ເຫັນເຖິງ ຜົນງານອັນພົ້ນເດັ່ນ ໂດຍສະເພາະ ສະຫະພັນກຳມະບານລາວ ໄດ້ມີກົດໝາຍ, ກົດລະບຽບໃນແຕ່ລະໄລຍະ, ມີນິຕິກຳໃນການເຄື່ອນໄຫວ, ມີການຈັດຕັ້ງຄົບຊຸດ ນັບແຕ່ສູນກາງລົງຮອດ ກຳມະບານຮາກຖານ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານ ໃນຫລາຍຂົງເຂດ ແລະ ຫົວໜ່ວຍແຮງງານ, ເຮັດໜ້າທີ່ໃນການປົກປ້ອງ ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານທາງດ້ານສິດ ຜົນປະໂຫຍດ, ຍົກລະດັບຊີວິດການເປັນຢູ່ ຂອງສະມາຊິກກຳມະບານ, ກຳມະກອນ ໂດຍສະເພາະແມ່ນ ນໍາສະເໜີຂຶ້ນຄ່າແຮງງານ ຂັ້ນຕໍ່າໃນແຕ່ລະໄລຍະ ແລະ ອຸດໜູນຄ່າຄອງຊີບ ໃຫ້ຜູ້ໃຊ້ແຮງງານ ເພື່ອຫລີກເວັ້ນຈາກ ການເອົາລັດເອົາປຽບ, ຮັກແພງສາມັກຄີ ເພື່ອບັນລຸຕາມແຜນການຜະລິດ ແນໃສ່ພັດທະນາ ເສດຖະກິດຂອງຊາດ.
ຂ່າວ: ຄຳອ້າຍ ທອງວັນ
KPL