ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ

06/03/2025 19:25
Email Print 456
ຂປລ ຂປລ. ກົມກວດກາລັດ ກະຊວງການເງິນ ຈັດກອງປະຊຸມ ປຶກສາຫາລື ແລະ ກະກຽມຄວາມພ້ອມເຮັດວຽກຮ່ວມກັບຄະນະກວດກາ ຈາກອົງການກວດກາແຫ່ງລັດ ໃນວັນທີ 04 ມີນາ 2025 ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີຫົວໜ້າກົມກວດກາລັດ, ຫົວໜ້າພະແນກ ການເງິນນະຄອນຫລວງວຽງຈັນ, ຫົວໜ້າສ່ວຍສາອາກອນນະຄອນຫລວງວຽງຈັນ ແລະ ຫົວໜ້າສ່ວຍສາອາກອນ 09 ຕົວເມືອງ ຂອງນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ຂປລ. ກົມກວດກາລັດ ກະຊວງການເງິນ ຈັດກອງປະຊຸມ ປຶກສາຫາລື ແລະ ກະກຽມຄວາມພ້ອມເຮັດວຽກຮ່ວມກັບຄະນະກວດກາ ຈາກອົງການກວດກາແຫ່ງລັດ ໃນວັນທີ 04 ມີນາ 2025 ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີຫົວໜ້າກົມກວດກາລັດ, ຫົວໜ້າພະແນກ ການເງິນນະຄອນຫລວງວຽງຈັນ, ຫົວໜ້າສ່ວຍສາອາກອນນະຄອນຫລວງວຽງຈັນ ແລະ ຫົວໜ້າສ່ວຍສາອາກອນ 09 ຕົວເມືອງ ຂອງນະຄອນຫລວງວຽງຈັນ ເຂົ້າຮ່ວມ.

      ຈຸດປະສົງເພື່ອປຶກສາຫາລື ແລະ ເປັນການກະກຽມຄວາມພ້ອມ ບັນດາເນື້ອໃນກວດກາລວມທັງບັນດາເອກະສານຕ່າງໆ ທີ່ກ່ຽວຂ້ອງກັບການກວດກາ ຊຶ່ງອີງຕາມຂໍ້ຕົກລົງ ສະບັບເລກທີ 28/ອກຫລ, ລົງວັນທີ 30 ມັງກອນ 2025 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ໜ່ວຍງານວິຊາການ ກວດກາ ແລະ ເກັບກຳຂໍ້ມູນຖານລາຍຮັບ ຫົວໜ່ວຍທຸລະກິດ ພາຍໃນ-ຕ່າງປະເທດ ແລະ ລາຍຮັບວິຊາການ ຂອງການບໍລິຫານລັດ ໃນຂອບເຂດທົ່ວປະເທດ ປີ 2023 ແລະ 2024. ຂັ້ນຕອນທຳອິດແມ່ນຈະໄດ້ດໍາເນີນ ຢູ່ບັນດາກົມທີ່ກ່ຽວຂ້ອງ ຂອງກະຊວງການເງິນ ເປັນຕົ້ນ ກົມພາສີ, ກົມສ່ວຍສາກອນ, ກົມຄຸ້ມຄອງຊັບສິນແຫ່ງລັດ, ກົມງົບປະມານແຫ່ງລັດ, ຄັງເງິນແຫ່ງຊາດ, ກົມຄຸ້ມຄອງໜີ້ສິນສາທາລະນະ, ກົມການເງິນຕ່າງປະເທດ ແລະ ພະແນກການເງິນນະຄອນຫລວງວຽງຈັນ, ສ່ວຍສາອາກອນນະຄອນຫລວງ ແລະ ສ່ວຍສາກອນບັນດາເມືອງ 09 ຕົວເມືອງຂອງນະຄອນຫລວງວຽງຈັນ, ຊຶ່ງການກວດກາ ແມ່ນເປັນການລົງຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ສະບັບເລກທີ 139/ສພຊ, ລົງວັນທີ 11 ທັນວາ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2025 ຂອງອົງການກວດກາແຫ່ງລັດ, ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 140/ສພຊ, ລົງວັນທີ 11 ທັນວາ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2025 ຂອງອົງການກວດສອບແຫ່ງລັດ.

      ໂອກາດນີ້, ທ່ານ ພູວົງ ກິດຕະວົງ ໄດ້ມີຄຳເຫັນຊີ້ນຳ ແລະ ເຈາະຈີ້ມບາງບັນຫາ ທີ່ຕິດພັນກັບກອງປະຊຸມ ເປັນຕົ້ນ ສະຖິຕິການຂຶ້ນ ແລະ ອອກໃບຢັ້ງຢືນການຊຳລະອາກອນ, ການແຈ້ງ ແລະ ມອບພັນທະອາກອນ ຂອງແຕ່ລະຫົວໜ່ວຍທຸລະກິດ ແລະ ວິສາຫະກິດ ທັງພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງຫົວໜ່ວຍທຸລະກິດ ປີ 2023 ແລະ 2024 ຂັ້ນສູນກາງຄຸ້ມຄອງ ແລະ ທ້ອງຖິ່ນ, ຫົວໜ່ວຍເຂົ້າໃນລະບົບອາກອນມູນຄ່າເພີ່ມ, ຫົວໜ່ວຍຖືບັນຊີຕາມກົດໝາຍກຳນົດ, ຫົວໜ່ວຍມອບເໝົາ ແລະ ຈຸນລະວິສາຫະກິດ; ການຄຸ້ມຄອງການຈັດເກັບລາຍຮັບ ຫົວໜ່ວຍທຸລະກິດ ທັງພາຍໃນ-ຕ່າງປະເທດ ແລະ ລາຍຮັບວິຊາການ ຂອງອົງການບໍລິຫານລັດ ມີການຄຸ້ມຄອງ ແລະ ສະຫລຸບລາຍງານແນວໃດ. ນອກຈາກນີ້, ຍັງມີບາງຄຳຄິດເຫັນເຈາະຈີ້ມ ແລກປ່ຽນຕໍ່ກອງປະຊຸມ ທີ່ຕິດພັນກັບຂະແໜງການທີ່ກ່ຽວຂ້ອງ ເພື່ອພ້ອມກັນເຮັດວຽກ ກັບຄະນະວິຊາການ ຂອງອົງການກວດກາແຫ່ງລັດ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.

ຂໍ້ມູນ: ກະຊວງການເງິນ
KPL

ຂ່າວອື່ນໆ

    • ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າການເມືອງ

      ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

      3/6/2025 7:49:00 PM

      ຂປລ. ໃນວັນທີ 6 ມີນາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Mark Gallagher ເອກອັກຄະລັດຖະທູດສະຫະພາບເອີຣົບ (ອີຢູ) ປະຈຳ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ຫ້ອງການ ອີຢູ ປະຈຳ ລາວ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ.

    • ໄຂງານວາງສະແດງ ເອກະສານປະຫວັດສາດ ລາວ-ຈີນ ການເມືອງ

      ໄຂງານວາງສະແດງ ເອກະສານປະຫວັດສາດ ລາວ-ຈີນ

      3/6/2025 7:44:41 PM

      ຂປລ. ງານວາງສະແດງເອກະສານ ປະຫວັດສາດ ແລະ ນໍາສະເໜີປື້ມ ສັກຂີພິຍານປະຫວັດສາດມິດຕະພາບ ລາວ-ຈີນ ຈັດຂຶ້ນວັນທີ 6 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ຫລຽງດ້າຈົ່ງ ທີ່ປຶກສາເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍບັນດາການນໍາກະຊວງພາຍໃນ, ຄະນະຜູ້ແທນຫໍເອກະສານ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    • ການກໍາເນີິດພັກ ປປລ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດການເມືອງ

      ການກໍາເນີິດພັກ ປປລ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດ

      3/6/2025 7:34:10 PM

      ຂປລ. ການກໍາເນີດຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລ) ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດ ໄປພ້ອມໆກັບແນວທາງຍຸດທະສາດ ແລະ ຍຸດໂທບາຍທີ່ຖືກຕ້ອງ ເຊິ່ງສະແດງອອກໃນໂຄງການ ການເມືອງສະບັບທໍາອິດ ເຮັດໃຫ້ການຕໍ່ສູ້ປະຕິວັດຂອງປະຊາຊົນ ທີ່ເກີດຂຶ້ນ ຈາກຄວາມຄຽດແຄ້ນ ຕໍ່ແອກຄອບຄອງກົດຂີ່ ຂອງພວກຈັກກະພັດລ່າເມືອງຂຶ້ນ ແລະ ສັກດີນາ ຫັນໄປສູ່ບາດລ້ຽວໃໝ່-ບາດລ້ຽວແຫ່ງການປະຕິວັດ ຍາດເອົາເອກະລາດ, ອິດສະຫລະພາບຂອງຊາດ, ພາປະເທດຊາດກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ.

    • ຄະນະຜູ້ແທນການທະຫານຂັ້ນສູງຂອງລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການການເມືອງ

      ຄະນະຜູ້ແທນການທະຫານຂັ້ນສູງຂອງລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

      3/6/2025 7:22:19 PM

      ຂປລ. ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ເຊິ່ງນຳໂດຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 4-6 ມີນາ 2025 ທີ່ສຳນັກງານ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໂດຍການຕ້ອນຮັບຂອງ ສະຫາຍ ພົນເອກ ຫງວຽນເຕີນເກືອງ ກຳມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ.

    • ສພຊ ຄົ້ນຄວ້າ ແລະ ກວດກາເນື້ອໃນຮອບດ້ານ 2 ຮ່າງກົດໝາຍການເມືອງ

      ສພຊ ຄົ້ນຄວ້າ ແລະ ກວດກາເນື້ອໃນຮອບດ້ານ 2 ຮ່າງກົດໝາຍ

      3/6/2025 7:11:22 PM

      ຂປລ. ກອງປະຊຸມກວດກາເນື້ອໃນຮອບດ້ານ ສອງຮ່າງກົດໝາຍສະບັບປັບປຸງຄື: ກົດໝາຍ ວ່າດ້ວຍການປົກ ຄອງທ້ອງຖິ່ນ ແລະ ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຈັດຂຶ້ນໃນລະຫວ່າງວັນທີ 4-6 ມີນາ 2025 ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ແລະ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມາທິການທີ່ກ່ຽວຂ້ອງຂອງ ສພຊ, ກະຊວງພາຍໃນ, ຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top