ຂປລ
ສສ ຫວຽດນາມ ວາງເປົ້າໝາຍ ວົງເງິນ ການຄ້າ ສົ່ງອອກ ຜະລິດ ຕະພັນ ຕ່ຳແຜ່ນ ຕັດຫຍິບ ບັນລຸ 48 ຕື້ ໂດລາສະຫະລັດ ຫລັງຈາກ ການສົ່ງອອກ ຂອງຂະແໜງຕ່ຳແຜ່ນຕັດຫຍິບ ໄດ້ມີທ່າອ່ຽງ ເຕີບໂຕ ດີຂຶ້ນ ຈາກສືບທອດ ພື້ນຖານ ຂອງປີກາຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສສ ຫວຽດນາມ ວາງເປົ້າໝາຍ ວົງເງິນ ການຄ້າ ສົ່ງອອກ ຜະລິດ ຕະພັນ ຕ່ຳແຜ່ນ ຕັດຫຍິບ ບັນລຸ 48 ຕື້ ໂດລາສະຫະລັດ ຫລັງຈາກ ການສົ່ງອອກ ຂອງຂະແໜງຕ່ຳແຜ່ນຕັດຫຍິບ ໄດ້ມີທ່າອ່ຽງ ເຕີບໂຕ ດີຂຶ້ນ ຈາກສືບທອດ ພື້ນຖານ ຂອງປີກາຍ. ພາຍຫລັງ ວົງເງິນສົ່ງອອກ ສິນຄ້າ ຕໍ່າແຜ່ນ ຕັດຫຍິບ ໃນ 2 ເດືອນຕົ້ນປີ 2025 ບັນລຸເກືອບ 3,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 1,8% ເມື່ອທຽບໃສ່ປີກາຍ. ນັບແຕ່ຕົ້ນປີ, ບໍລິສັດ Viking ຫວຽດນາມ ໄດ້ຮັບສັນຍາສັ່ງຊື້ ສິນຄ້າຫລາຍສະບັບ. ວິສາຫະກິດ ໄດ້ລົງທຶນ ທາງດ້ານເຕັກໂນໂລຊີ ດີຈີຕອນ ຢູ່ບັນດາຂອດຕັດຫຍິບ, ອັດ, ໜີບ ເພື່ອຍົກສູງ ສະມັດຕະພາບ ການຜະລິດ. ໃນຂະນະນັ້ນ, ຢູ່ບໍລິສັດໃຫຍ່ 28, 2 ເດືອນຕົ້ນປີນີ້, ວົງເງິນສົ່ງອອກ ໄດ້ມີການເຕີບໂຕສູງ ເມື່ອທຽບໃສ່ປີກາຍ. ໃນນັ້ນ, ຂະແໜງຕ່ຳແຜ່ນຕັດຫຍິບ ໄດ້ເພີ່ມຂຶ້ນ 10%, ຂະແໜງ ຕັດຫຍິບ ເພີ່ມຂຶ້ນ 7%. ວິສາຫະກິດ ໄດ້ຮັບສັນຍາສັ່ງຊື້ ສິນຄ້າ ຢູ່ບັນດາຕະຫລາດ ອາເມລິກາ, ເອີຣົບ ຮອດທ້າຍໄຕມາດທີ II ແລ້ວ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL