ຂປລ
ຂປລ.ໃນວັນທີ 10 ມີນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ວຽກງານ ຢູ່ເມືອງດາກຈຶງ ແຂວງເຊກອງ ໂດຍສະເພາະ ຢູ່ດ່ານສາກົນ ດາກຕະອອກ (ດ່ານຊາຍແດນ ລາວ-ຫວຽດນາມ) ແລະ ເຂດຈຸດສຸມພັດທະນາບ້ານດາກມວນ

ຂປລ.ໃນວັນທີ 10 ມີນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ວຽກງານ ຢູ່ເມືອງດາກຈຶງ ແຂວງເຊກອງ ໂດຍສະເພາະ ຢູ່ດ່ານສາກົນ ດາກຕະອອກ (ດ່ານຊາຍແດນ ລາວ-ຫວຽດນາມ) ແລະ ເຂດຈຸດສຸມພັດທະນາບ້ານດາກມວນ ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງດາກຈຶງ, ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຄື່ອນໄຫວເຮັດວຽກຮ່ວມ.
ໂອກາດນີ້, ຄະນະຄຸ້ມຄອງດ່ານສາກົນດາກຕະອອກ ໄດ້ລາຍງານໃຫ້ຮູ້ກ່ຽວກັບ ສະພາບການເຄື່ອນໄຫວວຽກງານພາຍໃນດ່ານ ວ່າ: ໃນປີ 2024 ມີພາຫະນະເຂົ້າຜ່ານດ່ານ 56.424 ເທື່ອຄັນ, ພາຫະນະອອກຜ່ານດ່ານ 52.399 ເທື່ອຄັນ, ມີຄົນອອກເມືອງ 74.677 ເທື່ອຄົນ, ມີຄົນເຂົ້າເມືອງ 80.014 ເທື່ອຄົນ, ສິນຄ້າສົ່ງອອກ ມີແປ້ງມັນຕົ້ນ 31.734 ໂຕນ, ມັນຕົ້ນແຫ້ງ 3.290 ໂຕນ, ແຮ່ບົກຊິດ ແລະ ກາເຟ ຈໍານວນໜຶ່ງ. ສ່ວນສິນຄ້ານໍາເຂົ້າ ມີເຄື່ອງອຸປະໂພກ-ບໍລິໂພກ, ວັດຖຸ-ອຸປະກອນ, ກົນຈັກຮັບໃຊ້ໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ; ການເກັບລາຍຮັບ ປະຕິບັດໄດ້ 126.93 ຕື້ກີບ (ລື່ນແຜນການ 69%).

ສໍາລັບ ສະພາບການພັດທະນາ ຢູ່ເຂດຈຸດສຸມພັດທະນາບ້ານດາກມວນ, ທ່ານ ສີນ້ອຍ ສອນຈະເລີນ ປະທານກວດກາພັກ-ລັດເມືອງດາກຈຶງ ໄດ້ລາຍງານໃຫ້ຮູ້ວ່າ: ເຂດບ້ານຈຸດສຸມດັ່ງກ່າວ ປະກອບມີ 3 ບ້ານຂຶ້ນກັບ ຄື: ບ້ານດາກມວນ, ບ້ານດາກຕະອອກນ້ອຍ ແລະ ບ້ານງອນດອນ, ມີເນື້ອທີ່ທັງໝົດ 7.976 ເຮັກຕາ, ເນື້ອທີ່ສ່ວນໃຫຍ່ເປັນເຂດພູດອຍ-ພູສູງ ກວມ 95%, ມີສະພາບອາກາດໜາວເຢັນ ແລະ ຝົນຕົກເກືອບຕະຫລອດປີ; ມີ 260 ຄອບຄົວ (ຄອບຄົວພົ້ນທຸກ ກວມ 51%), ມີພົນລະເມືອງທັງໝົດ 1.253 ຄົນ, ຍິງ 661 ຄົນ, ມີ 4 ຊົນເຜົ່າ ຄື: ເຜົ່າຕະຣຽງ, ເຜົ່າກະຕູ, ເຜົ່າແຢະ ແລະ ເຜົ່າລາວ; ມີໂຮງຮຽນປະຖົມສົມບູນ 3 ແຫ່ງ, ສຸກສະລາບໍລິການຊຸມຊົນ 1 ແຫ່ງ, ຫໍວັດທະນະທໍາ 3 ຫລັງ; ອາຊີບຫລັກຂອງປະຊາຊົນ ແມ່ນປູກຝັງ ແລະ ລ້ຽງສັດ ເຊິ່ງມີງົວ 200 ກວ່າໂຕ, ຄວາຍ 170 ກວ່າໂຕ, ໝູ 100 ກວ່າໂຕ, ແບ້ 90 ກວ່າໂຕ, ສັດປີກ 300 ກວ່າໂຕ, ໜອງປາ 31 ໜອງ, ມີປາ 10.000 ກວ່າໂຕ.

ການໄປຢ້ຽມຢາມສອງຈຸດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ຄະນະຄຸ້ມຄອງດ່ານ ແລະ ຄະນະຮັບຜິດຊອບພັດທະນາເຂດຈຸດສຸມບ້ານດາກມວນ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດອັນພົ້ນເດັ່ນ ທີ່ສອງພາກສ່ວນດັ່ງກ່າວ ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ; ໄດ້ຍົກໃຫ້ເຫັນ ຜົນສຳເລັດອັນພົ້ນເດັ່ນ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງເສດຖະກິດ-ການເງິນ ຂອງລັດຖະບານ ເຊິ່ງປັດຈຸບັນ ການແກ້ໄຂບັນຫາດັ່ງກ່າວ ໄດ້ມີທ່າອ່ຽງດີຂຶ້ນເປັນກ້າວໆ, ລວມທັງຄວາມໝາຍຄວາມສຳຄັນ ຂອງການສະເຫລີມສະຫລອງ 3 ວັນປະຫວັດສາດຂອງຊາດ ໃນປີ 2025 ໂດຍສະເພາະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ອັນສຳຄັນ, ທ່ານ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ຕໍ່ການຄຸ້ມຄອງ ແລະ ບໍລິການຜ່ານດ່ານສາກົນດາກຕະອອກ: ໃຫ້ເອົາໃຈໃສ່ກວດກາການເຂົ້າ-ອອກ ຂອງພາຫະນະ ແລະ ຜູ້ເຂົ້າ-ອອກເມືອງ ຢ່າງເຄັ່ງຄັດບົນພື້ນຖານການ ບໍລິການຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະ ສະດວກ-ວ່ອງໄວ; ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຄົ້ນຄວ້າສ້າງແຜນພັດທະນາ ໂຄງລ່າງພື້ນຖານ ການບໍລິການດ້ານຕ່າງໆ ທີ່ຕິດພັນກັບດ່ານ ເພື່ອສະເໜີຂັ້ນເທິງພິຈາລະນາ ໃນຂັ້ນຕໍ່ໄປໂດຍໄວ. ສຳລັບເຂດຈຸດສຸມພັດທະນາບ້ານດາກມວນ: ໃຫ້ຄະນະຮັບຜິດຊອບ ພັດທະນາຈຸດສຸມ ບ້ານດັ່ງກ່າວ ລົງເລິກກວດກາຄືນລະອຽດ ກ່ຽວກັບສາເຫດທີ່ເຮັດໃຫ້ແຕ່ລະຄອບຄົວ ກໍຄືປະຊາຊົນ ບໍ່ທັນຫລຸດພົ້ນອອກ ຈາກຄວາມທຸກຍາກ ແລ້ວພ້ອມກັນຄົ້ນຄວ້າວິທີແກ້ໄຂ ໃຫ້ຖືກຈຸດ ແລະ ມີຜົນສຳເລັດເປັນກ້າວໆ; ເອົາໃຈໃສ່ສຶກສາອົບຮົມປະຊາຊົນ ຫລີກລ່ຽງການຕັດໄມ້ທຳລາຍປ່າ ເພື່ອທຳການຜະລິດແບບເລື່ອນລອຍ ຄຽງຄູ່ກັບສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຈັດສັນທີ່ດິນທຳການຜະລິດ ໃຫ້ປະຊາຊົນ ຕາມຂອບເຂດທີ່ໄດ້ຈັດສັນໃຫ້; ການຜະລິດ ກໍຄື ການປູກ-ການລ້ຽງ ໃຫ້ມີການຈັດຕັ້ງເປັນກຸ່ມການຜະລິດຄັກແນ່ ເພື່ອສາມາດວາງແຜນການຜະລິດ ແລະ ສົ່ງເສີມ ຢ່າງເປັນລະບົບ ແນໃສ່ເຮັດໃຫ້ການຜະລິດ ມີເສດຖະກິດທີ່ດີ; ໃຫ້ພ້ອມກັນເອົາໃຈໃສ່ ປົກປັກປັກສາປ່າໄມ້ ແລະ ແຫລ່ງນໍ້າ ໃຫ້ມີຄວາມຍືນຍົງ; ໃຫ້ຂະແໜງການກ່ຽວຂ້ອງ ສົມທົບກັນສ້າງຄວາມເຂັ້ມແຂງ ທາງດ້ານເຕັກນິກ ການປູກ-ການລ້ຽງ ໃຫ້ປະຊາຊົນ, ລວມທັງການບໍລິຫານວຽກງານດ້ານຕ່າງໆ; ສືບຕໍ່ປັບປຸງການຈັດຕັ້ງບ້ານ ໃຫ້ສອດຄ່ອງກັບທິດ 3 ສ້າງ ກໍຄື ນະໂຍບາຍທີ່ກໍານົດໄວ້; ເອົາໃຈໃສ່ປຸກລະດົມ ແລະ ສ້າງເງື່ອນໄຂ ໃຫ້ປະຊາຊົນ ເຂົ້າຮ່ວມຂະບວນ ການສຳຫລວດພົນລະເມືອງ ໃນປີ 2025 ມີຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ເພື່ອເປັນຂໍ້ມູນໃນການ ເກັບກໍາຕົວເລກສະຖິຕິຕ່າງໆ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL