ຂປລ
ຂປລ. ພາລະກິດປົດປ່ອຍຊາດ ແມ່ນຜົນງານ ແລະ ມູນເຊື້ອອັນສະຫງ່າງາມຂອງ ພັກປະຊາຊົນປະຕິວັດ ລາວ ທີ່ນໍາພາປະຊົນລາວບັນດາເຜົ່າ ສ້າງໜ້າປະຫວັດສາດໃໝ່ ທີ່ສະຫວ່າງສະໄຫວທີ່ສຸດ ໃຫ້ແກ່ຊາດລາວ ເຊິ່ງສາ ມາດຢັ້ງຢືນໄດ້ວ່າ: “ພັກເປັນປັດໄຈພື້ນຖານ ທີ່ຕັດສິນຊີ້ຂາດກ່ອນໝູ່ ແລະ ຮັບປະກັນທຸກໄຊຊະນະ ຂອງພາລະກິດ ປະຕິວັດຂອງປະຊາຊົນເຮົາ”.

ຂປລ. ພາລະກິດປົດປ່ອຍຊາດ ແມ່ນຜົນງານ ແລະ ມູນເຊື້ອອັນສະຫງ່າງາມຂອງ ພັກປະຊາຊົນປະຕິວັດ ລາວ ທີ່ນໍາພາປະຊົນລາວບັນດາເຜົ່າ ສ້າງໜ້າປະຫວັດສາດໃໝ່ ທີ່ສະຫວ່າງສະໄຫວທີ່ສຸດ ໃຫ້ແກ່ຊາດລາວ ເຊິ່ງສາ ມາດຢັ້ງຢືນໄດ້ວ່າ: “ພັກເປັນປັດໄຈພື້ນຖານ ທີ່ຕັດສິນຊີ້ຂາດກ່ອນໝູ່ ແລະ ຮັບປະກັນທຸກໄຊຊະນະ ຂອງພາລະກິດ ປະຕິວັດຂອງປະຊາຊົນເຮົາ”.
ທ່ານ ກູຢາງ ສີສົມບຼົງ ຮອງຫົວໜ້າຄະນະກໍ່ສ້າງພັກ ແລະ ປະຫວັດສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ໃຫ້ຮູ້ໃນໂອກາດສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “70 ປີ “ການນໍາພາ ຂອງພັກທີ່ມີກຽດສະຫງ່າ” ຢູ່ແຂວງອຸດົມໄຊ ເມື່ອບໍ່ດົນນີ້ວ່າ: ພັກປະຊາຊົນປະຕິວັດລາວ ນໍາພາພາລະກິດປົດປ່ອຍຊາດ ເປັນພາກສ່ວນໜຶ່ງຂອງ ການປະຕິວັດລາວ ໂດຍເລີ່ມແຕ່ປີ 1955 ພັກ ໄດ້ຮັບການສ້າງຕັ້ງຂຶ້ນຈົນເຖິງປີ 1975 ໄດ້ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພັກໄດ້ນໍາພາພາລະກິດປົດປ່ອຍຊາດ ໄດ້ມີຄວາມ ສະດວກພື້ນຖານຫລາຍປະການ, ໄດ້ຕັ້ງຢູ່ ໃນທ່າບຸກລວມ ຂອງການປະຕິວັດໂລກ ໂດຍສະເພາະ ແມ່ນໄດ້ຮັບການຊ່ວຍເຫລືອ ຈາກການປະຕິວັດຫວຽດນາມ, ແຕ່ການຕໍ່ສູ້ແມ່ນໄດ້ຜະເຊີນໜ້າກັບຈັກກະພັດ ເປັນຕົ້ນແມ່ນ ຈັກກະພັດອາເມລິກາ. ສະນັ້ນ, ການນໍາພາ ປົດປ່ອຍຊາດ ໄດ້ຜ່ານຂະບວນການ ຕໍ່ສູ້ອັນຍາວນານ, ລໍາບາກ ແຕ່ຍ້ອນການນໍາ ພາຂອງ ພັກປະຊາຊົນປະຕິວັດລາວ ທີ່ສະຫລາດສ່ອງໃສ ແລະ ເດັດຂາດ ຈຶ່ງເຮັດໃຫ້ຂະບວນການ ຕໍ່ສູ້ປົດປ່ອຍຊາດ ມີໄຊ ຢ່າງສົມບູນ.

ທ່ານ ກູຢາງ ສີສົມບຼົງ ຍັງໃຫ້ຮູ້ອີກວ່າ: ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ແມ່ນໄດ້ມາຈາກຫລາຍສາ ເຫດທີ່ສໍາຄັນເຊັ່ນ: ຍ້ອນນໍ້າໃຈຮັກຊາດອັນດູດດື່ມ, ມານະຈິດຕໍ່ສູ້ທີ່ເດັດດ່ຽວ, ເດັດຂາດບໍ່ອ່ອນ ຍອມຂອງຊາດ ແລະ ມູນເຊື້ອສາມັກຄີຕໍ່ສູ້ຕ້ານ ການຮຸກຮານຈາກພາຍນອກ ຂອງປະຊາຊົນລາວບັນດາເຜົ່າ; ຍ້ອນມີການນໍາພາອັນ ສະຫລາດສ່ອງໃສ ແລະ ຈິດໃຈເພື່ອຊາດ ເພື່ອປະຊາຊົນ ອັນບໍລິສູດຜຸດຜ່ອງ ຂອງພັກປະຊາຊົນປະຕິວັດລາວ; ຍ້ອນ ການສໍາພັນຮ່ວມຮົບ ລະຫວ່າງປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ຄຽງບາຄຽງ ໄຫລ່ກັນ ຕ້ານສັດຕູໂຕດຽວກັນ ຕະຫລອດ 30 ປີ ທີ່ຜ່ານມາ. ພ້ອມກັນນັ້ນ, ກໍເປັນໄຊຊະນະຂອງການເປັນໃຈ, ສະ ໜັບສະໜູນອັນແຂງແຮງ ແລະ ປະເສີດເລີດລໍ້າຂອງບັນດາ ປະເທດສັງຄົມນິຍົມອ້າຍນ້ອງ. ໃນນັ້ນ, ກໍາລັງຕົ້ນຕໍ ຂອງການປະຕິວັດ ກໍລ້ວນແລ້ວ ແຕ່ແມ່ນກໍາມະກອນ, ຊາວໄຮ່ນາ, ນັກຮຽນຮູ້ປະຕິວັດ, ນາຍທຶນນ້ອຍ, ນາຍທຶນແຫ່ງຊາດ, ຜູ້ຊົງຄຸນວຸທິທີ່ຮັກຊາດ ແລະ ກ້າວໜ້າ. ສະນັ້ນ, ຈຶ່ງເວົ້າໄດ້ວ່າໃນສະໄໝ ດໍາເນີນການ ປະຕິວັດປົດປ່ອຍ ຊາດ ໂດຍພາຍໃຕ້ການນໍາພາຂອງພັກ, ປະຊາຊົນລາວບັນດາເຜົ່າ ໄດ້ສາມັກຄີກັນເປັນຈິດໜຶ່ງໃຈດຽວ ເຂົ້າຮ່ວມແນວໂຮມກູ້ຊາດອັນກວ້າງຂວາງ ດໍາເນີນການຕໍ່ສູ້ອັນລະອິດ ລະອ້ຽວ, ຍຶດເຍື້ອຍາວນານ ພາຍໃຕ້ຄັນທຸງ ຊາດ-ປະຊາທິປະໄຕ; ໄດ້ຜາບແພ້ພວກຮຸກຮານ ແລະ ລູກແຫລ່ງຕີນມື, ປະຕິບັດຄວາມຖືກຕ້ອງປອງດອງຊາດ, ກໍ່ສ້າງປະເທດລາວ ສັນຕິພາບ ເປັນກາງ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.

ຂ່າວ-ພາບ: ຂັນໄຊ
KPL