ບຸນນະມັດສະການຜາສາຫີນວັດພູຈໍາປາສັກ ປະຈໍາປີ 2025 ຈັດຂຶ້ນຢ່າງຄຶກຄື້ນມ່ວນຊື່ນ

11/02/2025 21:27
Email Print 519
ຂປລ ຂປລ. ບຸນນະມັດສະການຜາສາຫີນ ວັດພູຈໍາປາສັກ ປະຈໍາປີ​ 2025 ເປີດຂຶ້ນຢ່າງເປັນທາງການ ​ໃນຕອນຄໍ່າວັນທີ 10 ກຸມພາ​ 2025​ ຢູ່ເດີ່ນສະຖານບູຮານວັດພູ​



ຂປລ. ບຸນນະມັດສະການຜາສາຫີນ ວັດພູຈໍາປາສັກ ປະຈໍາປີ​ 2025 ເປີດຂຶ້ນຢ່າງເປັນທາງການ ​ໃນຕອນຄໍ່າວັນທີ 10 ກຸມພາ​ 2025​ ຢູ່ເດີ່ນສະຖານບູຮານວັດພູ​ ໂດຍມີ ທ່ານ ພົນ​ເອກ​ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
,​ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ​ ແຫ່ງ​ ສປປ​ ລາວ​,​ ທ່ານ​ ນາງ​ ສວນສະຫວັນ​ ວິຍະເກດ ​ ລັດຖະມົນຕີ​ກະຊວງ​ຖະແຫລງຂ່າວ,​ວັດທະນະທຳ​ ແລະ​ ທ່ອງທ່ຽວ, ມີພະເຖລະນຸເຖລະ, ບັນດາການນໍາຈາກສູນກາງ, ການນໍາແຂວງພາກໃຕ້, ບັນດາທູຕານຸທູດ, ກົງສູນໃຫຍ່ ສສ ຫວຽດນາມ,​  ຣາຊະອານາຈັກກຳປູເຈຍ, ຣາຊະອານາຈັກໄທ ຕະຫລອດ​ຮອດມວນຊົນ ເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ.​



ໂອກາດນີ້, ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ໆ​ຈໍາປາສັກ​ ໄດ້ມີຄໍາເຫັນວ່າ: ບຸນນະມັດສະການຜາສາດຫີນວັດພູ ມໍລະດົກໂລກແຫ່ງທີ
II​ ຂອງລາວ ປະຈໍາປີ 2025 ນີ້,​ ຕາມຄໍາຂວັນຂອງແຂວງ ທີ່ສົມຄວນຊອກຫາຮຽນຮູ້​ ຄື: ເອກະລັກວັດພູ,​ ກຸຫລາບປາກເຊ,​ ກາເຟປາກຊ່ອງ,​ ນໍ້າຂອງໂຕນຄອງ,​ ສີທັນດອນລືນາມ,​ ງາມນໍ້າໃຈຊາວຈໍາປາ, ລືຊາກ້ອງໄກ,​ ກອງໄຊຈັກກະພັດ,​ ພັກ​-ລັດ ນໍາພາພັດທະນາ​ ປວງປະຊາຢູ່ດີກິນດີ.​ ໃນງານບຸນນະມັດສະການຜາສາດຫີນວັດພູ​ຈໍາປາສັກ​ ປະຈໍາປີ​ 2025. ໃນພິທີເປີດງານຄັ້ງນີ້, ມີການສະແດງໂດຣນປະກອບພາບ ຕົວອັກສອນ ແສງ ສີ ສຽງ​ ໂດຍແມ່ນທະນາຄານພັດທະນາລາວ ເປັນຜູ້ໃຫ້ການສະໜັບສະໜູນ​ ມູນຄ່າ 775 ລ້ານກວ່າກີບ ແລະ​ ການຍິງດອກພຸໄຟ​ ແມ່ນກິດຈະກໍາພິເສດ​ 2 ກິດຈະກໍາ.​ ສໍາລັບຮູບແບບ​ ແລະ​ ເນື້ອໃນບິນໂດຣນ, ການບິນໂດຣນຊຸດທີ 1 ຈໍານວນ​ 100 ລໍາ​ ຈະມີບັນຍາຍກ່ຽວກັບທີ່ຕັ້ງຂອງເມືອງຈຳປາສັກ; ບິນໂດຣນ​ ຊຸດທີ 2 ຈໍານວນ​ 200 ລໍາ​ ຈະບັນຍາຍກ່ຽວກັບການສ້າງຕົວເມືອງ ແລະ ສ້າງສາສະນະສະຖານຂອງຮີນດູ;​ ບິນໂດຣນຊຸດທີ 3 ຈໍານວນ​ 200 ລໍາ​ ຈະບັນຍາຍກ່ຽວກັບ ຈອມພູເກົ້າ​ ແຮງບັນດານໃຈເຖິງສັດທາອັນແຮງກ້າ ແລະ​ ຄວາມເຊື່ອໃນສາສະໜາຮີນດູ. ສ່ວນການຍິງພຸໄຟໃນມື້ເປີດງານ, ແມ່ນການສະໜັບສະໜູນຂອງ ກຸ່ມບໍລິສັດຍິ່ງໂຊກໄຊ​ ມູນຄ່າ​ 1 ຕື້ກວ່າກີບ.​



ນອກຈາກນີ້
,​ ຍັງມີການສະແດງລະຄອນຢ້ອນຍຸກ ກ່ຽວກັບຮັກ 3 ເສົ້າ ທ້າວບາຈຽງ​-ນາງມະໂລງ, ໄຂປິດສະໜາການກໍ່ສ້າງຜາສາດຫີນວັດພູ ແລະ ນາງສີດາ​ຍອດຍິງຜູ້ເສຍສະຫລະ, ມີຕະຫລາດຍ້ອນຍຸກ​ ຕິດພັນກັບ​ການນຸ່ງຖື​ທີ່​ບົ່ງບອກເຖິງ ປະຫວັດສາດຄວາມເປັນມາ ແຫ່ງການກຳເນີດຂອງວັດພູຈຳປາສັກ​ ໂດຍໃຫ້ປະຊາຊົນ ບ້ານທາງຄົບ​ ແລະ​ ບ້ານໜອງສະ​ ເຂົ້າມາຮ່ວມຂາຍເຄື່ອງ ໂດຍບໍ່ເສຍຄ່າເຊົ່າ,​ ມີການຈັດສັນຕະຫລາດ​ວາງສະແດງ​ ແລະ​ ຈໍາໜ່າຍ​ສິນຄ້າ​ ໜຶ່ງ​ເມືອ​ງ​ ໜຶ່ງຜະລິດຕະພັນ​ ຂອງ​ 9​ ເມືອງ,​ 1 ນະຄອນ,​ ສິນຄ້າ​ທົ່ວໄປ, ອາຫານ​ ແລະ​ ເຄື່ອງດື່ມຕ່າງໆ.​




ວັນທີ​ 11​ ກຸມພາ​ 2025​ ຈະມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ
, ກິລາກັອຟຊາວບ້ານ, ກິລາແລ່ນເປົາ ແລະ ທ່ຽວງານບຸນຕາມອັດທະຍາໄສ;  ວັນທີ​ 12​ ກຸມພາ​ 2025​ ກົງກັບມື້ຂຶ້ນ​ 15 ຄໍ່າເດືອນ 3 ລາວ​ ຫລື​ ເດືອນສາມເພັງ ​ເປັນວັນບຸນມາຄະບູຊາ​ ເປັນວັນບຸນທີ່ມີຄວາມສໍາຄັນ ທາງພະພຸດສະສາໜາ,​ ຕອນເຊົ້າ,​ ຄະນະນໍາຂັ້ນແຂວງ ກໍຈະໄດ້ນໍາພາມວນຊົນທໍາບຸນໃສ່ບາດ ຖວາຍສັງຄະທານ​ ແດ່ພະສົງ, ຕອນແລງ​ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະບູຊາ.​ ທັງນີ້,​ ກໍເພື່ອເສີມຂະຫຍາຍມູນເຊື້ອປະຫວັດສາດ,​ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ໃຫ້ສາກົນໄດ້ຮັບຮູ້ ພ້ອມທັງເປັນການດຶງດູດນັກທ່ອງທ່ຽວ.



ຂ່າວ​-ພາບ​: ທູນທອງໃຈ​
KPL

ຂ່າວອື່ນໆ

ads
ads

Top