ປະທານອົງການກວດກາແຫ່ງລັດ ເນັ້ນເພີ່ມ ທະວີຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ

05/02/2025 18:14
ຂປລ ຂປລ. ໃນໂອກາດເຂົ້າກອງປະຊຸມ ວຽກງານກວດກາທົ່ວປະເທດປະຈຳປີ 2024 ວັນທີ 4 ກຸມພາ 2025 ນີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາ ທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານ ການສໍ້ລາດ ບັງຫລວງຂັ້ນສູນກາງ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເພີ່ມທະວີ ການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ ຕາມພາລະບົດບາດຂອງອົງການກວດກາລັດ



ຂປລ. ໃນໂອກາດເຂົ້າກອງປະຊຸມ ວຽກງານກວດກາທົ່ວປະເທດປະຈຳປີ 2024 ວັນທີ 4 ກຸມພາ 2025 ນີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ
, ຄະນະເລຂາ ທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານ ການສໍ້ລາດ ບັງຫລວງຂັ້ນສູນກາງ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເພີ່ມທະວີ ການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ ຕາມພາລະບົດບາດຂອງອົງການກວດກາລັດ ໂດຍສຸມໃສ່ຕິດຕາມ-ກວດກາ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນຕິດພັນກັບການເຄົາລົບ ປະຕິບັດ ລັດຖະທໍາມະນູນ, ບັນດາກົດໝາຍ, ດໍາລັດ, ຂໍ້ກໍານົດ ແລະ ລະບຽບການຕ່າງໆຂອງລັດ ລວມທັງຂອງຂະແໜງການ ແລະ ທ້ອງຖິ່ນວາງອອກ, ສຸມໃສ່ຕິດຕາມ-ກວດກາການຄຸ້ມຄອງ-ນໍາໃຊ້ຊັບສິນຂອງລັດ ແລະ ຊັບພະຍາກອນຂອງຊາດ ເຊັ່ນ: ທີ່ດິນ, ແຮ່ທາດ, ໄມ້-ປ່າໄມ້, ການຄຸ້ມຄອງງົບປະມານ ແລະ ຄັງເງິນ, ກອງທຶນຕ່າງໆຂອງລັດ, ການປະຕິບັດນະໂຍ ບາຍປະຢັດຂອງລັດ ແລະ ອື່ນໆ.




ພ້ອມນັ້ນ
, ໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມກວດກາ ບັນດາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນກວ່າເກົ່າ ເພື່ອອັດຊ່ອງວ່າງທີ່ຈະນຳໄປເຖິງການລະເມີດ ແລະ ແກ້ໄຂຕໍ່ຜູ້ລະເມີດຕາມກົດໝາຍ; ໃຫ້ຄະນະພັກທຸກຂັ້ນສືບຕໍ່ນໍາພາ-ຊີ້ນໍາ ເອົາໃຈໃສ່ຕິດຕາມ-ກວດກາ ການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານ ງານສູນກາງພັກ ກໍຄື 2 ວາລະແຫ່ງຊາດ ແລະ ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກຂັ້ນຕົນ ໃນທ້າຍສະໄໝ ຂອງກອງປະຊຸມໃຫຍ່ ໃຫ້ຮັບປະກັນເນື້ອໃນຈິດໃຈ ທີ່ກໍານົດໄວ້ໃນ ມະຕິກອງປະຊຸມໃຫຍ່; ສືບຕໍ່ຈັດຕັ້ງປະຕິບັດ ເນື້ອໃນກອງປະຊຸມ ວຽກງານກວດກາທົ່ວປະເທດ ຄັ້ງທີ IV ໃຫ້ສອດຄ່ອງກັບບັນດາມະຕິ, ຄຳສັ່ງຂອງສູນກາງພັກ, ນໍາເອົາເນື້ອໃນກອງປະຊຸມກວດກາທົ່ວປະເທດໃນຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນຂະບວນການວຽກງານຕົວຈິງຢ່າງແຂງແຮງ, ບັນດາຄະນະກວດກາ ກະຊວງ-ອົງການ ແລະ ແຂວງ-ນະຄອນຫລວງວຽງຈັນ ຕ້ອງຮີບຮ້ອນປຶກສາຫາລື ແລະ ຫັນເປັນແຜນການເຄື່ອນໄຫວປະຕິບັດໃຫ້ລະອຽດຈະແຈ້ງ ໂດຍຕິດພັນກັບການແກ້ໄຂ ບັນຫາຕົວຈິງທີ່ຍັງຄົງຄ້າງຜ່ານມ ກໍຄື ບັນຫາທີ່ເກີດຂຶ້ນໃນແຕ່ລະໄລຍະ ຂອງການເຄື່ອນໄຫວນຳພາ-ຊີ້ນຳ ໂດຍປະຕິບັດຕາມຈິດໃຈ ເຮັດຮອດໃສ ກວດກາຮອດຫັ້ນ, ເຫັນການລະເມີດຢູ່ບ່ອນໃດ ກໍແກ້ໄຂໃຫ້ເດັດຂາດທັນການ, ບໍ່ປະໃຫ້ຄຸມເຄືອແກ່ຍາວ.




ນອກຈາກນັ້ນ
, ໃຫ້ເອົາໃຈໃສ່​ປັບປຸງ​ກົງຈັກ​ ການຈັດຕັ້ງ​ຄະນະກວດກາແຕ່ລະຂັ້ນໃຫ້ໜັກແໜ້ນ, ເຂັ້ມແຂງ ໂດຍປັບປຸງພາລະບົດບາດ, ບູລະນະກົງຈັກການຈັດຕັ້ງ, ສັບຊ້ອນ ແລະ ຍົກລະດັບບຸກຄະ ລາກອນ ແຕ່ລະຕໍາແໜ່ງງານໃຫ້ຈະແຈ້ງ ຕາມຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 379 ແລະ ກົດໝາຍວ່າດ້ວຍການກວດກາລັດ ສົມທົບການກໍ່ສ້າງ-ຝຶກອົບຮົມຕາມຫລັກສູດ ແລະ ການຈັດຕັ້ງສໍາມະນາຖອດບົດຮຽນ ຈາກພຶດຕິກໍາຕົວຈິງ, ພ້ອມນັ້ນ ຕ້ອງເອົາໃຈໃສ່ສຶກສາອົບຮົມການ ເມືອງ, ນຳພາແນວຄິດ ຕິດພັນກັບການຄຸ້ມຄອງ ການເຄື່ອນໄຫວປະຕິບັດໜ້າ ທີ່ຂອງພະນັກງານ ເພື່ອຮັບປະກັນຄວາມໂປ່ງໃສ ໃນການເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານກວດກາ ເມື່ອມີບັນຫາປະກົດການຫຍໍ້ທໍ້ເກີດຂຶ້ນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕ້ອງເປັນເຈົ້າການກວດກາແກ້ໄຂຢ່າງທັນການ ແລະ ຂາດຕົວ ແລະ ບໍ່ລໍຖ້າ ຫລື ເອື່ອຍອີງຂັ້ນເທິງອີກ.

ຂ່າວ: ກິດຕາ

ຂໍ້ມູນ: ວສລ

KPL

ຂ່າວອື່ນໆ

    • ມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025ການເມືອງ

      ມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025

      2/5/2025 6:36:24 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດພິທີມອບ-ຮັບລາງ ວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025 ໃນວັນທີ 5 ກຸມພາ 2025 ໃຫ້ພາກສ່ວນຕ່າງໆຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນ ໃນ ສປປ ລາວ ທີ່ສາມາດປະຕິບັດໄດ້ ຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ ຢູ່ໃນແຕ່ລະມາດຕະຖານ ການທ່ອງທ່ຽວອາຊຽນ, ຕາງໜ້າມອບໂດຍ ​ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະ ມົນຕີ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຖວທ ຈາກບັນດາແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024ການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024

      2/5/2025 6:27:10 PM

      ຂປລ. ໃນຕອນບ່າຍ ວັນທີ 5 ກຸມພາ 2025 ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນກອງປະ ຊຸມໂຕະມົນ ປະຈຳປີ 2024 ນຳພາຄະນະໂດຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອລາຍງານໂດຍສັງເຂບຜົນສຳເລັດກອງປະຊຸມໂຕະມົນ ປະຈໍາປີ 2024

    • ສະຫລຸບການຈັດຕັ້ງປະຕິບັດ ໂຄງການ ຮ່ວມມືດ້ານສະຖິຕິ ລາວ-ລຸກຊຳບວກ ໄລຍະ IIການເມືອງ

      ສະຫລຸບການຈັດຕັ້ງປະຕິບັດ ໂຄງການ ຮ່ວມມືດ້ານສະຖິຕິ ລາວ-ລຸກຊຳບວກ ໄລຍະ II

      2/5/2025 6:20:18 PM

      ຂປລ. ກອງປະຊຸມຄະນະຊີ້ນໍາໂຄງການ ຄັ້ງທີ 4 ຂອງໂຄງການຮ່ວມມື ດ້ານສະຖິຕິລາວ-ລຸກຊໍາບວກ ໄລຍະ II ຈັດຂຶ້ນວັນທິ 5 ກຸມພາ 2025 ເພື່ອສະຫລຸບຕີລາຄາ ຜົນການຈັດຕັ້ງປະຕິບັດໂຄງການໃນປີ 2024, ພ້ອມທັງປະເມີນຕີລາຄາໂຄງການ ກາງສະໄໝ ແລະ ແຜນການຈັດຕັ້ງປະຕິບັດ ໂຄງການປີ 2025.

    • ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງຂົວ ບ້ານນາຮັງນ້ອຍ ເມືອງອາດສະພອນການເມືອງ

      ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງຂົວ ບ້ານນາຮັງນ້ອຍ ເມືອງອາດສະພອນ

      2/5/2025 6:07:33 PM

      ຂປລ. ພິທີມອບ-ຮັບ ແລະ ເປີດການນຳໃຊ້ໂຄງການກໍ່ສ້າງຂົວເບຕົງ ເສີມເຫລັກອັດແຮງ ຂ້າມຫ້ວຍລະຮັງ ຢູ່ບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ, ພາຍໃຕ້ທຶນຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ຈັດຂຶ້ນໃນວັນທີ 4 ກຸມພາ 2025

    • ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມແຂວງຈຳປາສັກການເມືອງ

      ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມແຂວງຈຳປາສັກ

      2/5/2025 6:00:17 PM

      ຂປລ. ໃນວັນທີ 3 ກຸມພາ 2025 ຜ່ານມາ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ຄະນະພັກ-ຄະນະນໍາແຂວງ ແຂວງຈຳປາສັກ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງຈຳປາສັກ, ມີຄະນະບໍລິຫານງານພັກແຂວງ ແລະ ຄະນະນຳທີ່ມາຈາກສູນກາງ ເຂົ້າຮ່ວມ.

ads
ads

Top