ຫລວງພະບາງຕັ້ງເປົ້າຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານກວ່າຄົນພາຍໃນປີ 2025

17/01/2025 11:14
Email Print 1887
ຂປລ ປີ 2024 ຜ່ານມາ, ນະຄອນຫລວງພະບາງ ສາມາດດຶງດູດນັກທ່ອງທ່ຽວໄດ້ເຖິງ 1,9 ລ້ານກວ່າຄົນ ຂະນະທີ່ ປີ 2025 ນີ້ ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2,5 ລ້ານກວ່າຄົນ.

    *ປີ 2024 ຜ່ານມາ, ນະຄອນຫລວງພະບາງສາມາດດຶງດູດນັກທ່ອງທ່ຽວໄດ້ເຖິງ 1,9 ລ້ານກວ່າຄົນ ຂະນະທີ່ ປີ 2025 ນີ້ ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2,5 ລ້ານກວ່າຄົນ. ທ່ານ ນາງ ສຸດາພອນ ຄົມທະວົງ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫລວງພະບາງ ໃຫ້ຮູ້ໃນໂອກາດລາຍງານກອງປະຊຸມປຶກສາຫາລື ເພື່ອກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວໃນລະດູການທ່ອງທ່ຽວຂອງແຂວງຫລວງພະບາງ ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ເພື່ອເປັນການກຽມຄວາມພ້ອມໃນການຮອງຮັບບັນດາກຸ່ມນັກທ່ອງທ່ຽວ ທັງພາຍໃນ ແລະ ສາກົນ ໃນລະດູການທ່ອງທ່ຽວສໍາລັບສົກ 2024- 2025 ໂດຍອີງໃສ່ແຜນພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງການທ່ອງທ່ຽວ ແຂວງຫຼວງພະບາງ ສໍາລັບ 5 ປີ (2025-2029), ແຂວງຫລວງພະບາງ ໄດ້ກຳນົດແຜນທິດທາງ ແລະ ຄາດໝາຍສູ້ຊົນຫລາຍດ້ານ ເຊັ່ນ: ຄາດໝາຍສູ້ຊົນຮອດປີ 2029 ສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ທັງໝົດປະມານ 10 ລ້ານເທື່ອຄົນ, ໃນນັ້ນ, ນັກທ່ອງທ່ຽວສາກົນໃຫ້ໄດ້ 6 ລ້ານເທື່ອຄົນ; ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວປະມານ 4,9 ຕື້ໂດລາສະຫະລັດ.

   

    ໃນປີ 2025 ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ທັງໝົດ 2,306,375 ເທື່ອຄົນ, ໃນນີ້, ນັກທ່ອງທ່ຽວພາຍໃນ 522,270 ເທື່ອຄົນ ແລະ ນັກທ່ອງທ່ຽວສາກົນ 1,784,105 ເທື່ອຄົນ, ສາມາດສ້າງລາຍໄດ້ຈາກການໃຊ້ຈ່າຍຂອງນັກທ່ອງທ່ຽວທັງໝົດ 1,276,447,055 ໂດລາສະຫະລັດ. ຄຽງຄູ່ກັນນີ້, ຕ້ອງໄດ້ສືບຕໍ່ປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ໃນສະຖານທີ່ທ່ອງທ່ຽວທີ່ສໍາຄັນຂອງແຂວງ ໃຫ້ໄດ້ມາດຕະຖານສະຖານທີ່ທ່ອງທ່ຽວແຫ່ງຊາດ ແລະ ຫັນເຂົ້າສູ່ລະບົບທີ່ທັນສະໄໝເທື່ອລະກ້າວ ເປັນຕົ້ນແມ່ນ: ສະຖານທີ່ທ່ອງທ່ຽວນໍ້າຕົກຕົກຕາດກວາງຊີ, ວັດຊຽງທອງ, ພູສີ, ຫໍພິພິທະພັນແຫ່ງຊາດຫຼວງພະບາງ ແລະ ຖ້ຳຕິ່ງ.

    ປັດຈຸບັນ, ແຂວງຫລວງພະບາງ ມີແຫຼ່ງທ່ອງທ່ຽວທີ່ໄດ້ເປີດບໍລິການແລ້ວ 158 ແຫ່ງ ໃນຈໍານວນທັງໝົດ 228 ແຫ່ງໃນທົ່ວແຂວງ, ໃນນີ້ມີສິ່ງຮອງຮັບດ້ານການທ່ອງທ່ຽວ ເຊັ່ນ: ບໍລິສັດນໍາທ່ຽວ 123 ບໍລິສັດ, ຮ້ານອາຫານ 384 ຮ້ານ, ຮ້ານບັນເທີງ 58 ຮ້ານ, ຮ້ານນວດ-ສະປາ 41 ຮ້ານ, ພະນັກງານນໍາທ່ຽວລະດັບແຂວງ ຈໍານວນ 196 ຄົນ, ຍິງ 81 ຄົນ, ໂຮງແຮມ - ລີສອດ 116 ແຫ່ງ ແລະ ເຮືອນພັກ 435 ແຫ່ງ ສາມາດຮອງຮັບນັກທ່ອງທ່ຽວໄດ້ 11,280 ເທື່ອຄົນຕໍ່ມື້.

 
KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top