ຂປລ
ຂປລ. ສະຖາບັນເລືອດແຫ່ງຊາດ ຈັດສໍາມະນາທາງວິຊາການໃນຫົວຂໍ້: “ມາດຕະການໃນການຮັບປະກັນ ການສົ່ງເລືອດທີ່ປອດໄພ” ໃນວັນທີ 19 ທັນວາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ໄຕຈຸ ກິກຸຈິ (Taiju Kikuchi) ຕາງໜ້າສະຖານທູດ ຍີ່ປຸ່ນປະຈໍາລາວ, ທ່ານ ໄດໂດ ຟູຈິຕະ (Daido Fujita) ຊ່ຽວຊານທີ່ປຶກສາໂຄງການ ພັດທະນາຄວາມໝັ້ນຄົງຂອງມະນຸດ, ສະຖານທູດຍີ່ປຸ່ນ, ມີບັນດາທ່ານຜູ້ຊ່ຽວຊານ ຈາກສູນເລືອດ ອົງການກາແດງຍີ່ປຸ່ນ, ຕາງໜ້າກົມປິ່ນປົວ ກະຊວງສາທາລະນະສຸກ, ຄະນະອຳນວຍການໂຮງໝໍສູນກາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຂປລ. ສະຖາບັນເລືອດແຫ່ງຊາດ ຈັດສໍາມະນາທາງວິຊາການໃນຫົວຂໍ້: “ມາດຕະການໃນການຮັບປະກັນ ການສົ່ງເລືອດທີ່ປອດໄພ” ໃນວັນທີ 19 ທັນວາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ໄຕຈຸ ກິກຸຈິ (Taiju Kikuchi) ຕາງໜ້າສະຖານທູດ ຍີ່ປຸ່ນປະຈໍາລາວ, ທ່ານ ໄດໂດ ຟູຈິຕະ (Daido Fujita) ຊ່ຽວຊານທີ່ປຶກສາໂຄງການ ພັດທະນາຄວາມໝັ້ນຄົງຂອງມະນຸດ, ສະຖານທູດຍີ່ປຸ່ນ, ມີບັນດາທ່ານຜູ້ຊ່ຽວຊານ ຈາກສູນເລືອດ ອົງການກາແດງຍີ່ປຸ່ນ, ຕາງໜ້າກົມປິ່ນປົວ ກະຊວງສາທາລະນະສຸກ, ຄະນະອຳນວຍການໂຮງໝໍສູນກາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຄໍາລາວັນ ຈັນທະລາວັນ ກ່າວວ່າ: ການສຳມະນາຄັ້ງນີ້, ໄດ້ຮັບການສະໜັບສະໜູນ ຈາກຜູ້ຊ່ຽວຊານຈາກປະເທດຍີ່ປຸ່ນ ເປັນການແລກປ່ຽນບົດຮຽນລະຫວ່າງ ວິຊາການທີ່ເຮັດວຽກຕົວຈິງ ໃນວຽກງານການສົ່ງເລືອດ ຂອງສອງປະເທດ ເພື່ອພ້ອມກັນພັດທະນາ ໃຫ້ວຽກງານການສົ່ງເລືອດຢູ່ ສປປ ລາວ ໃຫ້ມີຄວາມປອດໄພ ແລະ ມີຄຸນນະພາບຫລາຍຂຶ້ນ. ເລືອດແມ່ນບໍ່ສາມາດໄດ້ມາຈາກແຫລ່ງອື່ນໄດ້, ນອກຈາກການບໍລິຈາກ ຂອງມະນຸດດ້ວຍກັນເທົ່ານັ້ນ. ປັດຈຸບັນ ເຖິງວ່າ ວິທະຍາສາດຈະທັນສະໄໝກໍຕາມ ແຕ່ກໍຍັງບໍ່ທັນສາມາດຜະລິດເລືອດໄດ້ເທື່ອ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ ປຸກລະດົມການບໍລິຈາກເລືອດ ໃນທົ່ວສັງຄົມ. ເລືອດ ແລະ ຜະລິດຕະພັນເລືອດທີ່ໄດ້ຮັບບໍລິຈາກ ສາມາດຊ່ວຍຊີວິດຄົນເຈັບໄດ້ ແລະ ການຕອບສະໜອງເລືອດເຂົ້າໃນການປິ່ນປົວ ຍັງເປັນສິ່ງສໍາຄັນ ໃນການພັດທະນາຄຸນນະພາບຊີວິດ ທັງໃນການຮັກສາຊີວິດ ຂອງແມ່ທີ່ໄດ້ຮັບຜົນກະທົບ ຈາກການເກີດລູກ, ເປັນການປະກອບສ່ວນ ໃນການຫລຸດຜ່ອນອັດຕາ ການຕາຍຂອງແມ່ ໂດຍສະເພາະ ສະພາບໂຕເລກການຕາຍ ຂອງແມ່ທີ່ເກີດລູກໃນແຕ່ລະປີ ຢູ່ ສປປ ລາວ ແມ່ນຍັງສູງ ແລະ ມີຫລາຍກໍລະນີ ທີ່ມີອາການສົນ ຊຶ່ງຈໍາເປັນຕ້ອງມີເລືອດຕອບສະໜອງໃຫ້ພຽງພໍ ແລະ ປອດໄພ ຢູ່ໃນທຸກລະດັບ ແຕ່ສູນກາງຮອດທ້ອງຖິ່ນ.
ນອກນັ້ນ, ກໍຍັງມີຄົນເຈັບເດັກນ້ອຍ ທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ ເນື່ອງຈາກພະຍາດມາຣາເລຍ, ໄຂ້ເລືອດອອກ ລວມເຖິງຄົນເຈັບທີ່ຜິດປົກກະຕິ ຂອງລະບົບການສ້າງເມັດເລືອດ ໃນແອ້ກະດູກ; ການຜ່າຕັດຊະນິດຕ່າງໆ, ອຸບັດເຫດໃນພາວະສຸກເສີນ, ໄພທໍາມະຊາດ, ຄົນເຈັບພະຍາດເລືອດ, ທາລາຊີເມຍ, ພະຍາດມະເຮັງ, ໄຂ່ຫລັງຊຸດໂຊມ ລ້ວນແລ້ວແຕ່ມີຄວາມຈໍາເປັນ ຕ້ອງການເລືອດ ເພື່ອໃຫ້ມີຊີວິດຢູ່ລອດ. ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ ການມີເລືອດພຽງພໍ ເພື່ອຕອບສະໜອງໃຫ້ແກ່ຄົນເຈັບ ຖືວ່າເປັນປັດໃຈໜຶ່ງທີ່ຂາດບໍ່ໄດ້ ຢູ່ໃນປະເທດຂອງພວກເຮົາ ລວມທັງຢູ່ໃນໂລກ.
ສໍາລັບ ສປປ ລາວ, ເພື່ອໃຫ້ມີການບໍລິຈາກເລືອດ ຢ່າງສະໝໍ່າສະເໝີ, ພຽງພໍ ແລະປອດໄພທັງຜູ້ໃຫ້ ແລະຜູ້ຮັບນັ້ນ, ໜ່ວຍງານພາກລັດ, ອົງການກາແດງແຫ່ງຊາດລາວ, ສະຖາບັນເລືອດແຫ່ງຊາດ ແລະ ກະຊວງສາທາລະ ນະສຸກ ພ້ອມທັງ ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ ໄດ້ດຳເນີນການ ກຽມຄວາມພ້ອມ ໃນການວາງໂຄງສ້າງ ການຮັບບໍລິຈາກເລືອດ ທີ່ຈະເພີ່ມຫລາຍຂຶ້ນຈາກ ຜູ້ບໍລິຈາກເລືອດແບບສະໝັກໃຈ, ການບໍລິຫານຈັດການ ດ້ານສຸຂະພາບຂອງຜູ້ບໍລິຈາກເລືອດ ເພື່ອໃຫ້ມີຄຸນນະພາບ ດ້ານການບໍລິການໃຫ້ແກ່ຜູ້ບໍລິຈາກເລືອດ, ຄວບຄຸມຄຸນນະພາບການກວດວິເຄາະ ແລະ ການຄວບຄຸມຄຸນນະພາບ ໃນການເກັບຮັກສາເລືອດ ແລະ ສ່ວນປະກອບຂອງເລືອດ ແມ່ນມີຕາໜ່າງການບໍລິການເລືອດ ເຊັ່ນ: ສະຖາບັນເລືອດແຫ່ງຊາດ ຢູ່ນະຄອນຫລວງວຽງຈັນ, ສູນເລືອດແຂວງ 17 ແຂວງ ແລະ ໜ່ວຍເກັບຮັກສາເລືອດຂັ້ນເມືອງ 32 ເມືອງ ໂດຍໄດ້ມີການຕັ້ງເປົ້າໝາຍເພື່ອສູ້ຊົນໃຫ້ບັນລຸໃນແຕ່ລະປີ ແລະ ມີລັກສະນະເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ໂອກາດດັ່ງກ່າວ, ທ່ານ ຄໍາລາວັນ ຈັນທະລາວັນ ໄດ້ຮຽກຮ້ອງໃຫ້ຜູ້ທີ່ເຂົ້າຮ່ວມ ນໍາເອົາປະສົບການ, ບົດຮຽນ ມາແລກປ່ຽນ ເຊິ່ງກັນ ແລະ ກັນ, ພ້ອມທັງ ຂໍ້ສະເໜີແນະຕ່າງໆ ທີ່ໄດ້ສົນທະນານໍາກັນໄປສືບຕໍ່ ນໍາໃຊ້ໃນສະຖານທີ່ປິ່ນປົວ ທີ່ຕົນເຮັດວຽກຢູ່, ທັງຖອດຖອນແລກປ່ຽນບົດຮຽນ ໃຫ້ກັບເພື່ອນຮ່ວມງານ, ພ້ອມກັນປະຕິບັດ ຕາມຫລັກການສາກົນ ໃນດ້ານຄວາມປອດໄພຂອງການສົ່ງເລືອດ.
KPL