*ໃນບັນດາຄໍາສັບທີ່ປະກອບຂຶ້ນດ້ວຍພະຍັນຊະນະແກນ ຫລື ຕົວແກນ ທີ່ເປັນອັກສອນສຽງສູງ ແລະ ຕໍ່າ ພື້ນສຽງຄ້າຍຄືກັນ ມັກພົບວ່າມີການຂຽນ-ພິມບໍ່ຖືກພໍສົມຄວນ, ຍິ່ງກວ່ານັ້ນ ຖ້າເປັນສະຫລະດຽວກັນ ຫລື ຄ້າຍຄືກັນ ແລະ ມີຕົວສະກົດຄືກັນ ກໍ່ພົບອ່າວຫລາຍ ໃນການຂຽນບໍ່ຖືກ. ບົດນີ້ ຈຶ່ງສືບຕໍ່ນໍາເອົາບາງຄໍາສັບທີ່ກ່ຽວຂ້ອງກັບປະເດັນທີ່ຍົກຂຶ້ນມາ ເພື່ອພ້ອມກັນທົບທວນອີກເທື່ອໜຶ່ງ.
ຄໍາ: “ ໝົດ” ເປັນຄໍາກໍາມະ ຫລື ກິລິຍາ ໝາຍເຖິງສ້ຽງ, ບໍ່ມີ, ສຸດ. ຄໍານີ້ ມີຄໍາທີ່ມີຄວາມໝາຍຄືກັນ ແຕ່ສະກົດ ຫລື ຂຽນຕ່າງກັນຄືຄໍາ “ເໝິດ” ໝາຍເຖິງ ໝົດ, ບໍ່ມີ, ສ້ຽງ, ສຸດ.
ໝົດ ມັກໃຊ້ຄູ່ໄປກັບຄໍາໃດໜຶ່ງເປັນຄໍາສອງພະຍາງ ແຕ່ຄວາມໝາຍຍັງຮັກສາພື້ນຖານໄວ້ ດັ່ງຄໍາ ທັງໝົດ, ໝົດກ້ຽງ.
ສ່ວນຄໍາ “ມົດ” ເປັນຄໍານາມ ໝາຍເຖິງສັດຂະໜາດນ້ອຍ ທີ່ໂຮມກັນຢູ່ຕາມດິນ ຫລື ຕາມຕົ້ນໄມ້, ມີຫລາຍແນວ ເຊັ່ນ: ມົດແດງ, ມົດດໍາ, ມົດງ່າມ, ມົດຄັນ, ມົດໄຮ...ຄໍາວ່າ ມົດ ເປັນຄໍານາມ ຍັງໝາຍເຖິງຮອບປີຖ້ວນແປດ ໃນ 12 ປີ ເອີ້ນ ປີມົດກົງກັບປີ ມະແມ. ມົດ ຍັງໝາຍເຖິງ ໝໍມົນ, ໝໍຜີ ເອີ້ນກັນວ່າ ໝໍມົດ, ຖ້າເປັນແມ່ຍິງ ເອີ້ນວ່າ ແມ່ມົດ, ຜູ້ຊາຍ ເອີ້ນ ພໍ່ມົດ.
ສອງຮູບຄໍານີ້ ຂຽນ ຫລື ພິມແທນຄວາມໝາຍດຽວກັນບໍ່ໄດ້ເຊັ່ນ ຖ້າຂຽນ ຫລື ພິມເປັນທັງມົດ, ມົດສ້ຽງ...ຖືວ່າບໍ່ຖືກ. ໃນຂະນະດຽວກັນຖ້າຂຽນ ຫລື ພິມເປັນ ໂຕໝົດ, ໝົດແດງ, ໝົດດໍາ, ໝົດໂຕນ້ອຍໆ, ພໍ່ໝົດ...ກໍ່ບໍ່ຖືກເຊັ່ນດຽວກັນ.
ບາດນີ້ມາສຶກສານໍາກັນອີກ, ຄໍາວ່າ “ໝອກ” ເປັນຄໍານາມ ໝາຍເຖິງອາຍນໍ້າທີ່ເຫັນເປັນລັກສະນະຄວັນຂາວມົວຢູ່ຕາມອາກາດໃນຍາມໜາວ, ພວກເຮົາເອີ້ນ “ນໍ້າໝອກ”, ໝອກກົ້ວ ຫລື ນໍ້າມອກກົ້ວ, ໝອກຂຸ້ນ ຫລື ນໍ້າໝອກຂຸ້ນ, ໝອກກ້າມ ຫລື ນໍ້າໝອກກ້າມ(ນໍ້າໝອກກາຍເປັນຊ່ານໍ້າກ້ອນບາງ ຢູ່ຕາມໃບໄມ້ໃບຫຍ້າໃນຍາມໜາວ ບ່ອນທີ່ອາກາດໜາວຫລາຍ ). ຄໍານີ້ ໃນກໍລະນີມັນເຮັດໜ້າທີ່ເປັນຄໍາວິເສດ ຫລື ຄຸນນາມ ໝາຍເຖິງສີມົວໆ ໝົ່ນໆ ເອີ້ນກັນວ່າ ສີໝອກ.
ສ່ວນຄໍາ “ມອກ” ເປັນຄໍານາມ ໝາຍເຖິງ ເນື້ອຊັ້ນນອກທີ່ຫຸ້ມແກນໄມ້ຶຢູ່ຟາກຖັດເປືອກເຂົ້າໄປ ຄືມອກ, ມັນຢູ່ເຄິ່ງກາງລະຫວ່າງ ແກນ ກັບ ເປືອກ ເອີ້ນມອກໄມ້.
ຄໍາ “ມອກ” ຍັງໝາຍເຖິງ ວິທີເຮັດ ຫລື ແຕ່ງກິນ ແຕ່ງອາຫານເຍື່ອງໜຶ່ງຂອງລາວ, ເປັນອາຫານດັ້ງເດີມ ຄ້ອຍຄືເຮັດເອາະ, ໝົກ. ເປັນຊື່ອາຫານລາວແນວໜຶ່ງ ເອີ້ນວ່າ ມອກ ໂດຍການໃຊ້ໃບຕອງຫໍ່ຢ່າງພິຖີພິຖັນ ເປັນສິລະປະສວຍງາມຢ່າງໜຶ່ງ ແລ້ວເອົາໃສ່ຊຶງ, ຫວດ...ໜຶ້ງໃຫ້ອາຫານໃນຫໍ່ໃບຕອງສຸກ ແລ້ວຈຶ່ງມາກິນກັບເຂົ້າດັ່ງຄໍາ: ມອກໜໍ່ໄມ້, ມອກເຫັດ, ມອກປາ...
ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃມ່ບົດຕໍ່ໄປ.