ໂດມີນີກັນ ກວດຢຶດໂຄເຄນເກືອບ10ໂຕນຫລາຍສຸດໃນປະຫວັດສາດ

07/12/2024 21:50
Email Print 614
ຂປລ ສຳນັກງານ ປາບປາມ ຢາເສບຕິດ ຂອງປະເທດ ໂດມີນິກັນ ລາຍງານວ່າ: ສາມາດ ກວດຢຶດ ຢາເສບຕິດ ປະເພດ ໂຄເຄນ ຫລາຍທີ່ສຸດໃນປະຫວັດສາດ ເກືອບ 10 ໂຕນ

ຂປລ.ຕາມຂ່າວຈາກ ນະຄອນຫລວງ ແຊັງໂດແມັງ,ວັນທີ7ທັນວານີ້, ສຳນັກງານ ປາບປາມ ຢາເສບຕິດ ຂອງປະເທດ ໂດມີນິກັນ ລາຍງານວ່າ: ສາມາດ ກວດຢຶດ ຢາເສບຕິດ ປະເພດ ໂຄເຄນ ຫລາຍທີ່ສຸດໃນປະຫວັດສາດ ເກືອບ 10 ໂຕນ ຖືກເຊື່ອງໄວ້ ໃນສິນຄ້າ ທີ່ເປັນກ້ວຍຫອມ ທີ່ສົ່ງມາເຖິງ ທ່າກຳປັ່ນ ຄໍເຊໂດ ໃນນະຄອນຫລວງ ແຊັງໂດແມັງ ຄິດເປັນມູນຄ່າ ໃນຕະຫລາດ ປະມານ 250 ລ້ານໂດລາສະຫະລັດ ແລະ ຈັບຕົວ ຜູ້ຕ້ອງຫາ ອີກຈຳນວນໜຶ່ງ. ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງ ພວມສືບສວນ ສອບສວນ ເພື່ອຂະຫຍາຍຜົນ ຫາກຸ່ມຄົນ ທີ່ກ່ຽວຂ້ອງ ມາດຳເນີນຄະດີ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top