ສູນກາງແນວລາວສ້າງຊາດ ສະເໜີໃຫ້ສະພາ ແຫ່ງຊາດ ສືບຕໍ່ແກ້ໄຂບາງບັນຫາທີ່ຍັງຄົງຄ້າງ

29/11/2024 13:45
Email Print 717
ຂປລ ຂປລ. ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 29 ພະຈິກ 2024 ນີ້, ທ່ານ ຄໍາໄຫລ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໄດ້ນຳເອົາຄຳເຫັນ, ຄຳສະເໜີຂອງປະຊາຊົນ ຢູ່ທ້ອງຖິ່ນຮາກຖານ ໃນຂອບເຂດທົ່ວປະເທດ ສະເໜີໃຫ້ສະພາແຫ່ງຊາດ ສືບຕໍ່ແກ້ໄຂບາງບັນຫາທີ່ຍັງຄົງຄ້າງ

ຂປລ.  ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 29 ພະຈິກ 2024 ນີ້, ທ່ານ ຄໍາໄຫລ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໄດ້ນຳເອົາຄຳເຫັນ, ຄຳສະເໜີຂອງປະຊາຊົນ ຢູ່ທ້ອງຖິ່ນຮາກຖານ ໃນຂອບເຂດທົ່ວປະເທດ ສະເໜີໃຫ້ສະພາແຫ່ງຊາດ ສືບຕໍ່ແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ເຊັ່ນ: ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ-ເງິນຕາ ໂດຍສະເໜີເພີ່ມທະວີຄວາມເຂັ້ມງວດ ແລະ ນໍາໃຊ້ເຄື່ອງມືທັນສະໄໝ ໃນການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ໃຫ້ມີບາດກ້າວດີຂຶ້ນ; ຕິດຕາມກວດກາວຽກງານ ການສຶກສາ ຂອງພາກລັດ ແລະ ເອກະຊົນ ໄປຕາມທິດຫັນສູ່ດ້ານຄຸນນະພາບ ການຮຽນ-ການສອນ ແລະ ການຝຶກອົບຮົມຄູທາງດ້ານວິຊາການ ແລະ ດ້ານການເມືອງ, ຍູ້ແຮງວຽກງານຊ່ວຍໜູນ, ນະໂຍບາຍຕໍ່ຖັນແຖວຄູອາຈານ ໃນເວລາທີ່ຫຍຸ້ງຍາກໃຫ້ດີກວ່າເກົ່າ; ຕິດຕາມກວດກາໃຫ້ເຂັ້ມແຂງ ຕໍ່ການຍົກສູງຄຸນນະພາບ ການບໍລິການສາທາລະນະສຸກ ຕິດພັນກັບຈັນຍາບັນ, ຈັນຍາທຳ ແລະ ນ້ຳໃຈຮັບໃຊ້ປະຊາຊົນຂອງແພດໝໍ, ຮັບປະກັນການປິ່ນປົວບໍ່ພຽງແຕ່ປະຊາຊົນລາວ ຫາກຍັງຕ້ອງຮັບຮອງນັກທ່ອງທ່ຽວຕ່າງປະເທດຕື່ມ.

ທ່ານ ຄໍາໄຫລ ສີປະເສີດ ໄດ້ກ່າວອີກວ່າ: ໃນໄລຍະຜ່ານມາ,  ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເຖິງວ່າລັດຖະບານ ໄດ້ວາງຫລາຍມາດຕະການ ເຮັດໃຫ້ຄ່າເງິນກີບແຂງຄ່າຂຶ້ນ ທຽບກັບເງິນຕາຕ່າງປະເທດ, ແຕ່ໃນສະພາບຄວາມເປັນຈິງ ລາຄາສິນຄ້າຍັງ ສູງຄືເກົ່າ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງພະນັກງານ-ລັດຖະກອນທີ່ມີລາຍໄດ້ຕໍ່າ; ການປະຕິບັດສັນຍາສຳປະທານ ຕ້ອງເຂັ້ມງວດກວ່າເກົ່າ, ການລາຍງານຂໍ້ມູນການຂຸດຄົ້ນແຮ່ ຕ້ອງຊັດເຈນ, ຊຸກຍູ້ໃຫ້ມີການລົງທຶນປຸງແຕ່ງ ກ່ອນການສົ່ງອອກ, ການຄວບຄຸມນໍ້າໜັກລົດບັນທຸກແຮ່ ທີ່ພາໃຫ້ເກີດ ຄວາມເສຍຫາຍ ໃຫ້ແກ່ເສັ້ນທາງຄົມມະນາຄົມ; ກວດກາຄືນການປະສານສົມທົບ ລະຫວ່າງ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການລົງທຶນ ດ້ານກະສິກຳ ຕ້ອງຮັບປະກັນເຮັດໃຫ້ປະຊາຊົນ ມີສ່ວນຮ່ວມ ເພື່ອສະກັດກັ້ນການບຸກລຸກປ່າສະຫງວນ.

ພ້ອມນີ້, ຍັງສະເໜີຄະນະສະມາຊິກສະພາແຫ່ງຊາດ ວາງແຜນລົງພົບປະຜູ້ມີສິດເລືອກຕັ້ງໃຫ້ທົ່ວເຖິງ ໂດຍສະເພາະ ເຂດຫ່າງໄກສອກຫລີກ, ຊົນເຜົ່າ, ເຂດຊາຍແດນ. ໃນນັ້ນ, ຄວນປະສານສົມທົບອົງການປົກຄອງທ້ອງຖິ່ນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ,  ອົງການຈັດຕັ້ງມະຫາຊົນ ເພື່ອຊ່ວຍຮຽກໂຮມປະຊາຊົນ ເຂົ້າຮ່ວມຮັບຟັງ ການເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງແຕ່ລະເທື່ອ; ການເຂົ້າຮ່ວມກອງປະຊຸມສະພາ ຂອງສະມາຊິກສະພາແຫ່ງຊາດ ແມ່ນມີຄວາມຕັ້ງໜ້າສູງ ແຕ່ການປະກອບຄວາມເຫັນ ແລະ ຊັກຖາມບັນຫາຕ່າງໆ ຂອງສະມາຊິກສະພາ ຈາກແຕ່ລະເຂດເລືອກຕັ້ງ ຍັງບໍ່ທົ່ວເຖິງ (ບາງທ່ານມີການປະກອບຄວາມເຫັນຫລາຍຄັ້ງ ແລະ ບາງທ່ານບໍ່ມີການປະກອບຄວາມເຫັນ).

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

      7/2/2025 12:13:13 PM

      ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.

    • ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນການເມືອງ

      ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ

      7/2/2025 12:05:08 PM

      ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ.

    • ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງການເມືອງ

      ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

      7/2/2025 11:54:47 AM

      ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່)

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ

      7/2/2025 11:45:14 AM

      ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ປະເທດເເອັດສະປາຍ.​

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top