ໄຂກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາຊຽນ ຄັ້ງທີ 18

20/11/2024 14:55
Email Print 1966
ຂປລ ຂປລ. ກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 18 ພາຍໃຕ້ຄໍາຂວັນ "ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 20 ພະຈິກ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ ປ້ອງກັນປະເທດອາຊຽນ ແລະ ຕີມໍ-ແລັດສະເຕ, ທ່ານເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.





ຂປລ. ກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາຊຽນ (
ADMM) ຄັ້ງທີ 18 ພາຍໃຕ້ຄໍາຂວັນ "ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 20 ພະຈິກ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ ປ້ອງກັນປະເທດອາຊຽນ ແລະ ຕີມໍ-ແລັດສະເຕ, ທ່ານເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕາງໜ້າ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ບັນດາຄະນະຜູ້ແທນທີ່ໄດ້ເດີນທາງເຂົ້າສູ່ ນະຄອນຫລວງວຽງຈັນ, ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາຊຽນ ຄັ້ງທີ 18 ໃນຄັ້ງນີ້ ພ້ອມທັງ, ສະແດງຄວາມຍິນດີຕໍ່ທ່ານ ພູມທໍາ ເວດຊະຍະໄຊ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ ຣາຊະອານາຈັກໄທຄົນໃໝ່. ພ້ອມນີ້, ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງອິນໂດເນເຊຍ ໃນການເປັນປະທານກອງປະຊຸມ ADMM ຄັ້ງທີ 17 ໃນປີທີ່ຜ່ານມາ ທີ່ສໍາເລັດຜົນຢ່າງຈົບງາມ.





ປັດຈຸບັນ, ສະພາບການໃນຂົງເຂດພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສັບສົນ
, ສະຫລັບສັບຊ້ອນ, ຊຶ່ງເປັນໄພຂົ່ມຂູ່ ແລະ ສິ່ງທ້າທາຍຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການ ພັດທະນາເສດຖະກິດ-ສັງຄົມ ຢູ່ຂົງເຂດພາກພື້ນ ແລະ ສາກົນ ລວມທັງທາງການທະຫານ ແລະ ບໍ່ແມ່ນທາງການທະຫານ ໂດຍສະເພາະ ການຫັນປ່ຽນທາງດ້ານພູມສາດການເມືອງ, ການແຂ່ງຂັນຂອງປະເທດມະຫາອຳນາດ, ການແຂ່ງຂັນທາງອາວຸດ, ໄພພິບັດທາງທຳມະຊາດ ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ, ມັນຮຽກຮ້ອງໃຫ້ອາຊຽນ ຈະຕ້ອງໄດ້ສືບຕໍ່ປຶກສາຫາລື ແລະ ຊອກຫາວິທີທາງ ເພື່ອເຮັດໃຫ້ພາກພື້ນອາຊຽນ ມີຄວາມເຂັ້ມແຂງ ແລະ ສາມາດຮັບມືກັບສິ່ງທ້າທາຍດັ່ງກ່າວ ຢ່າງມີຍຸດທະສາດ. ໃນຂະນະດຽວກັນ, ອາຊຽນຍັງສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ຮັກສາໄດ້ຄວາມສາມັກຄີ ແລະ ຄວາມເປັນແກນກາງຂອງອາຊຽນ ເພື່ອເປັນພະລັງຂັບເຄື່ອນ ແກ່ການພົວພັນຮ່ວມມືກັບພາຍນອກ ແລະ ມີວິທີການແກ້ໄຂບັນຫາສິ່ງທ້າທາຍຕ່າງໆ.





ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວຕື່ມວ່າ: ກອງປະຊຸມໃນຄັ້ງນີ້
, ຈະໄດ້ພ້ອມກັນພິຈາລະນາ ແລະ ຮັບຮອງເອົາຫລາຍເອກະສານທີ່ສໍາຄັນ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ ແລະ ຫວັງວ່າ ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມປະຊຸມ ຈະປະກອບຄໍາຄິດເຫັນເຂົ້າ ໃສ່ໃນເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ດ້ວຍຄວາມສ້າງສັນ, ມີບັນຍາກາດ ແລະ ມີຄວາມເປັນເອກະພາບ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ສໍາເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້ ແລະ ເພື່ອເປັນພື້ນຖານແກ່ ການສືບຕໍ່ການຮ່ວມມື ດ້ານວຽກງານປ້ອງກັນຊາດຂອງອາຊຽນ ແລະ ການຮັບມືສະກັດກັ້ນ ແລະ ຕ້ານກັບສິ່ງທ້າທາຍຕໍ່ ຄວາມໝັ້ນຄົງໃນປັດຈຸບັນ ແລະ ອະນາຄົດ.

ຂ່າວ: ກິດຕາ, ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top