ງານ ວຽງຈັນມໍເຕີເຊວ ເອັກສໂປ 2024 ຈະຈັດຂຶ້ນທ້າຍເດືອນພະຈິກນີ້

06/11/2024 20:18
Email Print 1160
ຂປລ ຂປລ. ງານວາງສະແດງວຽງຈັນມໍເຕີເຊວ ເອັກສໂປ 2024 ຈະຈັດ​ຂຶ້ນເປັນເວລາ 8 ວັນ ເລີ່ມແຕ່ວັນທີ 30 ພະຈິກ ຫາ 8 ທັນວາ 2024 ທີ່ສູນການຄ້າລາວ-ໄອເຕັກ, ຄາດວ່າຈະມີຜູ້ເຂົ້າຊົມງານປະມານ 40.000 ຄົນຕໍ່ວັນ, ມີການສັງຈອງລົດພາຍໃນງານ 50 ຄັນຕໍ່ວັນ, ມີການຊື້-ຂາຍສິນຄ້າ ແລະ ບໍລິການເພີ່ມຂຶ້ນກວ່າປີທີ່ຜ່ານມາ.

ຂປລ. ງານວາງສະແດງວຽງຈັນມໍເຕີເຊວ ເອັກສໂປ 2024 ຈະຈັດ​ຂຶ້ນເປັນເວລາ 8 ວັນ ເລີ່ມແຕ່ວັນທີ 30 ພະຈິກ ຫາ 8 ທັນວາ 2024 ທີ່ສູນການຄ້າລາວ-ໄອເຕັກ, ຄາດວ່າຈະມີຜູ້ເຂົ້າຊົມງານປະມານ 40.000 ຄົນຕໍ່ວັນ, ມີການສັງຈອງລົດພາຍໃນງານ 50 ຄັນຕໍ່ວັນ, ມີການຊື້-ຂາຍສິນຄ້າ ແລະ ບໍລິການເພີ່ມຂຶ້ນກວ່າປີທີ່ຜ່ານມາ.

ທ່ານ ພານະລິນ ສຸວັນນະວົງ ຜູ້ອໍານວຍການບໍລິສັດ ອີລີເເກ້ນ ອີເວັ້ນ ຈໍາກັດຜູ້ດຽວ ໄດ້ກ່າວໃນງານຖະແຫລງຂ່າວ ກ່ຽວ​ກັບງານວາງສະແດງວຽງຈັນມໍເຕີເຊວ ເອັກສໂປ 2024 ໃນວັນທີ 6 ພະຈິກ 2024 ນີ້ວ່າ:  ປັດຈຸບັນ ໄດ້ກະກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນ ການກະກຽມພື້ນທີ່ການ ວາງສະແດງສິນຄ້າ ເຊິ່ງໄດ້ຈັດສັນຫ້ອງ​ວາງສະ​ແດງຫລາຍກວ່າ 55 ຫ້ອງ, ມີລົດ 18 ຍີ່ຫໍ້ ເຂົ້າຮ່ວມວາງສະແດງ. ໃນນັ້ນ, ມີລົດໄຟຟ້າ, ລົດທີ່ປະຢັດພະລັງງານນໍ້າມັນ, ອຸປະກອນປະດັບລົດ, ບັນດາເຄື່ອງ ຮັບໃຊ້ທີ່ຕິດພັນກັບພາຫະນະ, ສະຖາບັນການເງິນ ແລະ ທະນາຄານທຸລະກິດ.  ມາຮອດປັດຈຸບັນ ໄດ້ລະດົມຫົວໜ່ວຍທຸລະກິດກ່ຽວ​ກັບລົດ ເຂົ້າຮ່ວມຫລາຍກວ່າ 45 ຫ້ອງ, ກວມ 80%. ນອກຈາກນີ້, ພື້ນທີ່ດ້ານນອກຍັງມີ ການວາງສະແດງຜະລິດຕະພັນໂອດັອບ ແລະ ສິນຄ້າທ່າແຮງຂອງລາວ ຫລາຍກວ່າ 20 ຫ້ອງ. ທັງນີ້, ກໍເພື່ອເປັນການໂຄສະນາ ແລະ ສົ່ງເສີມການຊົມໃຊ້ສິນຄ້າຂອງລາວ.

ພາຍໃນງານ ຍັງຈະມີກິດຈະກຳຫລາຍຢ່າງເຊັ່ນ:   ແຂ່ງຂັນເຕັ້ນ,  ເດີນແບບ,  ຄອນເສີດຈາກສິ ລະປິນທັງພາຍໃນ ແລະ ປະເທດເພື່ອນບ້ານມາສ້າງສີສັນ, ຫລິ້ນເກມແຈກລາງວັນ ໃຫ້ແຂກທີ່ເຂົ້າມາຮ່ວມ​ໃນງານ. 

ສໍາລັບ ລູກຄ້າທີ່ຈອງລົດພາຍໃນງານ ຈະມີສິດລົງທະບຽບ ເພື່ອຮັບຄູປ່ອງລຸ້ນໂຊກ, ແຈກລາງ ວັນ ​ເປັນ​ຕົ້ນ ເຄືອບແກ້ວບໍ່ເສຍຄ່າ 30 ຄັນ, ແຈກລົດໄຟຟ້າ 3 ຄັນ, ແຈກ Smart TV 5 ໜ່ວຍ, ແຈກຕູ້ເຢັນ 9 ໜ່ວຍ ແລະ ອື່ນໆອີກຫລາຍລາຍການ. ນອກຈາກນີ້, ຍັງຈະ​ມີ​ການລະດົມທຶນຊ່ວຍ ເຫລືອຕ້ານໄພໜາວຢູ່ຊົນນະບົດ ຕື່ມອີກ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ສະຫວັນນະເຂດ ດຳເນີນກອງປະຊຸມສະໃຫມສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ Vວັດທະນະທຳ-ສັງຄົມ

      ສະຫວັນນະເຂດ ດຳເນີນກອງປະຊຸມສະໃຫມສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V

      11/25/2026 11:30:59 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສະພາປະຊາຊົນແຂວງສະຫວັນ ນະເຂດ ຊຸດທີ V ໄຂຂຶ້ນຢ່າງເປັນ ທາງການ ໃນວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ, ປະທານສະພາ ປະຊາຊົນແຂວງສະຫວັນນະເຂດ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມ ຄັ້ງນີ້ມີ ທ່ານນາງ ສູນທອນ ໄຊຍະ ຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13, ທ່ານ ໂພໄຊ ໄຂຄຳພິທູນ ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ທ່ານນາງ ດາວວອນ ໄຊສຸລຽນ ປະທານຄະນະກຳມະການປົກຄອງ ແຂວງສະຫວັນນະເຂດ ພ້ອມດ້ວຍ ບັນດາ ສສຊ ເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ເຂົ້າຮ່ວມ.

    • ຝ່າຍປະຊາຊົນ ເອົາຊະນະຝ່າຍພະນັກງານ 9-8 ປະຕູ ໃນການແຂ່ງຂັນຕີຄີ ບຸນນະມັດສະການພະທາດຫລວງ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ຝ່າຍປະຊາຊົນ ເອົາຊະນະຝ່າຍພະນັກງານ 9-8 ປະຕູ ໃນການແຂ່ງຂັນຕີຄີ ບຸນນະມັດສະການພະທາດຫລວງ ປະຈຳປີ 2026

      11/25/2026 11:25:39 AM

      ການແຂ່ງຂັນດັ່ງກ່າວ ໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 24 ພະຈິກ 2026 ທີ່ຜ່ານມາ ຢູ່ທີ່ເດີ່ນພະທາດ ຫລວງວຽງຈັນ ຊຶ່ງຖືເປັນໜຶ່ງໃນ ກິດຈະກຳສຳຄັນຂອງງານບຸນ. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານ ໂພໄຊ ໄຊຍະສອນ ລັດ ຖະມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ພ້ອມດ້ວຍ ບັນດາການນຳພັກ-ລັດ, ພາກສ່ວນ ກ່ຽວຂ້ອງ ຕະຫລອດຮອດມວນຊົນ ຊາວນະຄອນຫລວງວຽງຈັນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຮັບຊົມ ແລະ ໃຫ້ກຳລັງໃຈຢ່າງຫລວງຫລາຍ.

    • ສໍາເລັດ ກິດຈະກໍາ ຄ້າຍສຶກສາ-ຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕາງປະເທດ “C Me Fly” ຄັ້ງທີ 3 ວັດທະນະທຳ-ສັງຄົມ

      ສໍາເລັດ ກິດຈະກໍາ ຄ້າຍສຶກສາ-ຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕາງປະເທດ “C Me Fly” ຄັ້ງທີ 3

      11/23/2026 2:35:14 PM

      ນັກຮຽນດີເດັ່ນຈຳນວນ 30 ຄົນ ທີ່ມາຈາກສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ, ຫ້ອງຮຽນຂົງຈື ໂຮງຮຽນມັດທະຍົມວຽງຈັນ ແລະ ຫ້ອງຮຽນຂົງຈື ໂຮງຮຽນກິນນອນຊົນເຜົ່າແຂວງວຽງຈັນ ໄດ້ເຂົ້າຮ່ວມກິດຈະກຳຮຽນຮູ້ຢູ່ພາກສະໜາມດ້ານໂລຈິສຕິກ ສໍາເລັດການເຂົ້າຮ່ວມ ກິດຈະກຳສາທາລະນະກຸສົນ ພາຍໃຕ້ໂຄງການ “C Me Fly” ກໍຄື ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກສຳລັບຊາວໜຸ່ມຕ່າງປະເທດ ປະຈຳປະເທດລາວ ໃນວັນທີ 9 ພະຈິກ 2026 ໂດຍໄດ້ຮັບທຶນສະໜັບສະໜູນຈາກ China Merchants Foundation, ຈັດໂດຍ Sinotrans ແລະ ດຳເນີນການໂດຍ Sinotrans Overseas ຮ່ວມກັບ Pinglan Foundation ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ. ເນື່ອງໃນໂອກາດສະເຫລີມສະຫລອງ ຄົບຮອບ 65 ປີ ການສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ແລະ ປີມິດຕະພາບລາວ-ຈີນ.

    • ເປີດບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2026 ຢ່າງເປັນທາງການວັດທະນະທຳ-ສັງຄົມ

      ເປີດບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2026 ຢ່າງເປັນທາງການ

      11/23/2026 11:29:31 AM

      ບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ໄດ້ເປີດຂ້ຶນຢ່າງເປັນທາງການໃນ ວັນທີ 20 ພະຈິກ ແລະ ຈະດຳເນີນ ໄປຈົນຮອດວັນທີ 24 ພະຈິກ 2026 ທັງຢູ່ເດີ່ນສະໜາມຫລວງ ແລະ ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ.

    • ສະຫະພັນແມ່ຍິງ ກະຊວງການຕ່າງປະເທດຈັດງານລ້ຽງນ້ຳຊາ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ສະຫະພັນແມ່ຍິງ ກະຊວງການຕ່າງປະເທດຈັດງານລ້ຽງນ້ຳຊາ ປະຈຳປີ 2026

      11/20/2026 10:06:39 AM

      ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດງານລ້ຽງນ້ຳຊາ ປະຈຳປີ 2026 ເພື່ອພົບປະສັງສັນ ແລະ ແລກປ່ຽນວັດທະນະທຳ ຮ່ວມກັບບັນດາທູຕານຸທູດເພດຍິງຂອງສຳນັກງານຜູ້ຕາງໜ້າຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໃນວັນທີ 18 ພະຈິກ 2026 ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC)

ads
ads

Top