ຂປລ
ພະທາດກະເດົາທຶກ ເປັນອີກ ສະຖານບູຮານໜຶ່ງທີ່ເກົ່າແກ່ທີ່ ຫລາຍທ່ານອາດຍັງບໍ່ຮູ້ ທີ່ຕັ້ງຢູ່ບ້ານນາໂຄກ, ເມືອງຄົງເຊໂດນ, ແຂວງສາລະວັນ
*ພະທາດກະເດົາທຶກ ເປັນອີກ ສະຖານບູຮານໜຶ່ງທີ່ເກົ່າແກ່ທີ່ ຫລາຍທ່ານອາດຍັງບໍ່ຮູ້ ທີ່ຕັ້ງຢູ່ບ້ານນາໂຄກ, ເມືອງຄົງເຊໂດນ, ແຂວງສາລະວັນ ເນື່ອງຈາກວ່າ ພະທາດອົງນີ້ ກ່ຽວພັນກັບພົງສາວະດານລາວ ຈຶ່ງເຮັດໃຫ້ແຂກຄົນທັງພາຍໃນ ແລະ ຕ່າງປະເທດມີຄວາມສົນໃຈ, ທາດກະເດົາທຶກ ເປັນທາດທີ່ເກົ່າແກ່ ຜ່ານແດດ, ຜ່ານຝົນມາຈົນບໍ່ຈັກວ່າເທົ່າໃດ ເຊັ່ນຄົນແລ້ວເຊິ່ງທາດອົງນີ້ ຖືກ ກໍ່ສ້າງດ້ວຍຫີນດຳລຽງກັນ ແລະ ກໍ່ຂຶ້ນຢ່າງປານີດເປັນ 4 ຫລ່ຽມ ກໍ່ຂຶ້ນເປັນຈອມແຫລມຄືກັບປິລະ ມິດ (ປະເທດອີຢີບ), ຕີນທາດກ້ ວາງ 17 ແມັດ, ສູງ 15 ແມັດ, ແຕ່ທີ່ໂດດເດັ່ນທາງດ້ານສິລະປະກໍຄືອົງພະທາດໄດ້ກໍ່ຂຶ້ນເປັນຖ້ານໆ ເຖິງເຈັດຖ້ານມີແຕ່ແກະສະຫລັກຫິນໃຫ້ເປັນນົກຫົງຕັ້ງຢູ່ທັງ 4 ແຈຂອງແຕ່ລະຖ້ານຈົນຮອດຈອມ, ແຕ່ສິ່ງດັ່ງກ່າວມານັ້ນ ໄດ້ຖືກທຳລາຍຢ່າງໝົດກ້ຽງ ມີແຕ່ຫົວນົກຫົງຕົວດຽວທີ່ເຫລືອ ໄວ້ໃຫ້ເຫັນເປັນຂວັນຕາ.
ໃນຊຸມປີພຸດທະສັງກາດ 1290 ຫລື ຊຸມປີ ຄສ 750 ພາຍຫລັງພະເຈົ້າຂຸນບູລົມລາຊາທິລາດຜູ້ຟຶ້ນຟູອານາຈັກລາວ ໜອງແສໄດ້ສະຫວັນນະຄົດແລ້ວຊາດລາວກໍຖືກຮຸກຮານຈາກຊາດອື່ນຢ່າງໜັກໜ່ວງ, ຂຸນລໍ ຜູ້ຂຶ້ນແທນບັນລັງໄດ້ເຫັນວ່າຂ້າເສິກ ມີກຳລັງພົນທີ່ເຂັ້ມແຂງເກີນກວ່າຕ້ານທານໄດ້, ພະອົງຈຶ່ງສົ່ງລາຊະທູດໄປຈະເລີນສຳພັນທະໄມຕີກັບເຂົາເຈົ້າ ເພື່ອຢຸດຕິສົງຄາມໄປ ຊົ່ວຄາວ ແລະ ຖືໂອກາດນີ້ຮີບໂຮມຈຳນວນພົນ ບຸກເບີກດິນແດນຕາມລຳແມ່ນ້ຳຂອງລົງສູ່ພາກໃຕ້ສຸວັນນະພູມ ໂດຍເມື່ອກ່ອນນັ້ນຊົນຊາດຂອມຜູ້ເປັນເຈົ້າຂອງຖິ່ນເດີມ ໃຫ້ຖອຍຫ່າງເລື້ອຍໆ. ກ່ຽວກັບເລື່ອງນີ້ ໃນພົງສາວະດານລາວ ແຕ່ບໍ່ໄດ້ເວົ້າແຈ່ມແຈ້ງ ໃນປະຫວັດເຈົ້າຟ້າງໍ້ ແລະ ປະຫວັດເມືອງທອງຄຳຫລວງ ໄດ້ກ່າວເຖິງຂ້ອນຂ້າງຊັດເຈນກ່ຽວກັບການຍົກພົນໄປຕີຫົວເມືອງຂອງແມ່ທັບລາວ ສົງຄາມຂະຫຍາຍຜູ້ນຳພາໃນເຮືອງອະນຸເທພີທີ 5 ຂອງພະເຈົ້າຂຸນບລົມລາຊາທິລາດຈະ ບໍ່ເລົ່າເຖິງໄຊຊະນະ ແຕ່ສະໜາມຮົບທີ່ພະອົງເຂົ້າຕີ ໃນແຕ່ລະຫົວເມືອງ, ແຕ່ຈະເວົ້າເຖີງບັ້ນຮົບ ສຸດທ້າຍທີ່ຍິ່ງໃຫຍ່ ແລະ ດຸເດືອດທີ່ສຸດໃນຊີວິດຂອງພະອົງນັ້ນກໍຄື ບັ້ນຮົບທະຫລົ່ມນະຄອນກະເດົາທຶກ. ໃນຕຳນານເດີມຂຽນໄວ້ວ່າ ຄັ້ງນີ້ຂ້ຽວຂາດເປັນທີ່ສຸດ ເນື່ອງຈາກວ່າຝ່າຍນະຄອນກະເດົາທຶກ ໄດ້ຮ້ອງຂໍຄວາມຊ່ວຍເຫລືອຈາກນະຄອນຈຳປາ ເຮັດໃຫ້ເຂົາເຈົ້າມີກຳລັງພົນທີ່ເຂັ້ມແຂງກ່ວາເກົ່າ ແລະ ຕອບໂຕ້ຄືນແບບຫົວຂາດຄາ ຈົນເຮັດໃຫ້ເຈົ້າຟ້າງໍ້ສູນເສຍແມ່ທັບຄົນສຳຄັນ ແລະ ພົນທະ ຫານຜູ້ເກັ່ງກ້ານັບໝື່ນຄົນ, ຕອນນັ້ນພະອົງຮູ້ສຶກເມື່ອຍລ້າໝົດກຳລັງ ແຕ່ດ້ວຍຈິດວິນຍານຂອງຜູ້ເກັ່ງກ້າ ພະອົງຈຶ່ງຮີບໂຮມສະມາທິ ແລະ ວາງຍຸດໂທບາຍຄືນໃໝ່ໂດຍໄດ້ຂຽນສານເຖິງ ພະເຈົ້າພະງ້ຽວເຈັດເຈືອງ ໃຫ້ຍົກທັບມາຊ່ວຍ ເຊິ່ງເນື້ອໃນຂອງການບຸກເບີກດິນແດນຕອນນັ້ນກໍຄື: ເຈົ້າຟ້າງໍ້ ເຊິ່ງເປັນລາດຊະໂອລົດຂອງພະນາງເຈົ້າ ເກດບຸນສານ ຕາມຕຳນານເດີມໄດ້ຂຽນໄວ້ວ່າ: (ສີສຸພະມັດສະດູພະພຸດທະສາສະໜາຍຸການນັບວັນປານິລິພານ ມາເຖິງປີນີ້ເປັນປີເສັດໄດ້ແຖວສຸພະ 25 ອະນຸຊາຊົນຈາຣຶກ ເປັນອັກສອນຖວາຍ ແດ່ພະບໍວອນ ເສດຖາພະງ້ຽວ ເຈັດເຈືອງ ຊົງໂທມະນັດ ເຖິງຄວາມຂັດເຄືອງພະໄທໃນການຈະເຂົ້າຢັບຢັ້ງນະຄອນກະເດົາທຶກ, ພິລິກລ້ຳຄົນຫານຂອງເລົ່າ ພານເປັນຈານມິດທິດລ້ອມໄປທາງທຸກຂໍພະວາງອະທິບາຍຊ່ວຍ ອ່ວຍຢັບຢັ້ງ ນະຄອນຈຳປາໃຫ້ຈາມມາອ່ວຍນ້ອມພ້ອມກັບ ນະຄອນກະເດົາທຶກ ແຕ່ຮຸ່ງເຊົ້າເງີຍເງີນກຸນສະໂລນັ້ນເຖີ້ນ). ໃນພະຣາຊະສານນີ້ ບໍ່ຊັດເຈນດີບໍ່ຮູ້ວ່າ ພຸດທະສັກກະຣາຊເທົ່າໃດຮູ້ໄດ້ ແຕ່ພຽງເລກທີ 25 – ຫາປີເສັດ ໄດ້ເວລາດາວຊ້າງອອກ ຫລື ປະ ມານ 4 ໂມງເຊົ້າ ໃຫ້ທາງ ພະເຈົ້າ ພະງໍ້ ເຈັດເຈືອງ ເຂົ້າຕີ ນະຄອນ ຈໍາປາ, ສ່ວນພະອົງຈະຖະຫລົ່ມ ນະຄອນກະເດົາທຶກ ພ້ອມໆກັນ, ເມືອງ ກະເດົາທຶກ ໄດ້ແຕກກະ ຈັດກະຈາຍກາຍເປັນເມືອງຮ້າງ ເຫລືອພຽງພະທາດຫິນ ທີ່ຕັ້ງ ສະຫງ່າງາມ ໃຫ້ລູກຫລານໄດ້ ເຫັນ ເປັນຮ່ອງຮອຍເທົ່າທຸກວັນນີ້.
ຕໍ່ຄຳຖາມທີ່ວ່າ ພະທາດກະ ເດົາທຶກ ສ້າງຂຶ້ນເມຶ່ອປີໃດ? ໃຜ ເປັນຜູ້ສ້າງ ? ແລະ ສ້າງຂຶ້ນເພື່ອ ຫຍັງນັ້ນ? ແມ່ນຍັງຄົງເປັນຄຳ ຖາມປິດສະໜາມາຕະຫລອດ, ເປັນຄຳຖາມທີ່ບໍ່ອາດຫາຄຳຕອບ ອັນແນ່ນອນໄດ້ ເຖົ້າແກ່ເຈົ້າກົກ ເຈົ້າເຫລົ່າບາງຄົນເວົ້າວ່າ : ພຣະ ທາດອົງນີ້ ເພິ່ນສ້າງຂຶ້ນເພື່ອໃຫ້ ເປັນຫລັກບ້ານຫລັກເມືອງ, ໃຫ້ ເປັນບ່ອນສັກສິດ, ເປັນບ່ອນ ບູຊາ ຍັນ ຕາມສາສະໜາພາມຂອງ ພວກຂອມ ທີ່ປົກຄອງນະຄອນ ກະເດົາທຶກ ໃນສະໄໝນັ້ນ, ບາງຄົນພັດເວົ້າວ່າ ສ້າງຂຶ້ນເພື່ອເປັນ ບ່ອນເກັບມ້ຽນຊັບສົມບັດ ອັນ ມະຫາສານ ກ່ອນທີ່ເຂົາເຈົ້າຈະ ແຕກບ້ານ ແຕກເມືອງ, ຜູ້ເວົ້າຍັງ ໄດ້ຢ້ຳຕື່ມອີກວ່າ: ຢູ່ໃນທາດນັ້ນ ຍັງມີຄຳເຖິງ 7 ເຫລັ້ມກວຽນ ບໍ່ ນັບເຄື່ອງສັງວານຕ່າງໆ ວ່າຊັ້ນ ແລະ ກໍຍ້ອນວ່າ ຄຳເວົ້າເລົ່ານີ້ ເອງ ຈຶ່ງເຮັດໃຫ້ ພະທາດກະເດົາ ທຶກ ທີ່ງົດງາມແບບພິດສະດານ ນັ້ນ ຖືກພວມນັກລ່າສົມບັດມາຂຸດ ເພື່ອຫວັງເອົາເງິນ, ເອົາຄຳ ເຖິງ 4 ຄັ້ງ ເຮັດໃຫ້ພະທາດດັ່ງ ກ່າວ ຖືກທຳລາຍຈົນກາຍເປັນ ຊາກສະຫລັກຫັກພັງ, ທີ່ເປັນ ກອງຫິນລ້າໆ ທີ່ບໍ່ມີຄວາມໝາຍ. ຊາວບ້ານໃກ້ຄຽງ ໄດ້ພະຍາຍາມ ຈັດລຽງກ້ອນຫິນ ເພື່ອຕໍ່ເຕີມ ແລະ ປະຕິບັດສັງຂອນຄືນໃໝ່ ແຕ່ກໍໄດ້ພຽງແຕ່ຮູບຈວາຍ 4 ຫລ່ຽມ ເຊິ່ງສຸດວິໄສທີ່ຈະພື້ນຄືນສິລະປະດັ້ງເດີມຂອງ ພະທາດ ນີ້ໄດ້ອີກ ແລະ ຫ່າງຈາກພະ ທາດຫີນອົງນີ້ພຽງ 200 ແມັດ ກໍມີທາດດິນຈີ່ອີກທາດ ເຊິ່ງມີ ປະຫວັດບໍ່ຈະແຈ້ງ ສັນນິຖານ ວ່າສ້າງຂຶ້ນລຸ້ນຫລັງການສູນເສຍ ນະຄອນກະເດົາທຶກ ຂອງພວກ ຂອມ. ດັ່ງນັ້ນ, ທັງ 2 ພະທາດ ນີ້ ຈຶ່ງເປັນທີ່ສົນໃຈຫລາຍຂອງ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຊົມ ໃນປີ 1998 ແຂວງ ສາລະວັນ ໄດ້ໃຊ້ ງົບປະມານສໍາລັບເຮັດຮົ້ວອ້ອມ ບໍລິເວນທາດດັ່ງກ່າວ ພ້ອມນັ້ນ ກໍໄດ້ຖືກບັນທຶກເຂົ້າບັນຊີມໍລະດົກ ທາງດ້ານວັດທະນາທຳຂອງ ແຂວງ ສາລະວັນ ເພື່ອສືບຕໍ່ ບູລະນະ-ປະຕິສັງຂອນ ໃນຂັ້ນຕໍ່ໄປ.
KPL