ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ວັນທີ 2 ຕຸລາ 2024 ນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບ ທ່ານ ວັນໄຊ ຈັນພອນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ
ຂປລ. ແຫລ່ງຂ່າວຈາກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ວັນທີ 2 ຕຸລາ 2024 ນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບ ທ່ານ ວັນໄຊ ຈັນພອນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ໃນໂອກາດສຳເລັດການປະຕິບັດໜ້າທີ່ (ບໍານານ) ໂດຍມີ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ວັນໄຊ ຈັນພອນ ທີ່ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ເປັນຜູ້ວ່າຣາຊະການຈັງຫວັດນະຄອນພະນົມ ເຊິ່ງໄລຍະການປະຕິບັດໜ້າທີ່ເປັນຜູ້ວ່າຣາຊະການ ທ່ານໄດ້ປະກອບສ່ວນໃນການຊຸກຍູ້ສົ່ງເສີມມິດຕະພາບ ແລະ ການພົວພັນຮ່ວມມື ລະຫວ່າງ 2 ແຂວງ ຄໍາມ່ວນ ແລະ ນະຄອນພະນົມ ດ້ວຍດີຕະຫລອດມາ. ພ້ອມນີ້, ທ່ານເຈົ້າແຂວງຄໍາມ່ວນ ຍັງໄດ້ສະເໜີຜ່ານທ່ານຜູ້ວ່າຄົນເກົ່າ ໄປຍັງຜູ້ທີ່ມາປ່ຽນແທນໃຫ້ສືບຕໍ່ຮັກສາມູນເຊື້ອມິດຕະພາບ ແລະ ການຮ່ວມມືນີ້ໄວ້ ໂດຍສະເພາະແມ່ນສືບຕໍ່ປະຕິບັດຕາມເນື້ອໃນບົດບັນທຶກການຮ່ວມມືສອງຝ່າຍ ເປັນຕົ້ນ ການຮ່ວມມືໃນດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ, ການພົວ ພັນໄປມາຫາສູ່ເຊິ່ງກັນ ແລະ ກັນ, ການແລກປ່ຽນທາງດ້ານວັດທະນະທໍາ ແລະ ດ້ານອື່ນໆ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.
ໃນໂອກາດດຽວກັນ, ທ່ານຜູ້ວ່າຈັງຫວັດນະຄອນພະນົມ ກໍໄດ້ສະແດງຄວາມຂອບໃຈ ມາຍັງທ່ານເຈົ້າແຂວງຄໍາມ່ວນ ແລະ ຄະນະການນໍາແຂວງ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຢືນຢັນວ່າ ຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືສອງຝ່າຍ ຄໍາມ່ວນ-ນະຄອນພະນົມ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ. ທັງນີ້, ກໍເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງແຂວງໃນຕໍ່ໜ້າ.
ຂ່າວ: ມະນີວັນ
KPL