ນາຍົກລັດຖະມົນຕີ ຕ້ອນຮັບບັນດາ ເຈົ້າຄອງນະຄອນຫລວງອາຊຽນ

18/09/2024 16:36
Email Print 208
ຂປລ ຂປລ. ໃນຕອນເຊົ້າວັນທີ 18 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາເຈົ້າຄອງນະຄອນຫລວງອາຊຽນ ໃນໂອກາດທີ່ເດີນທາງເຂົ້າຮ່ວມ ກອງປະຊຸມບັນດານະຄອນຫລວງອາຊຽນ ແລະ ກອງປະຊຸມເວທີເຈົ້າ ນະຄອນອາຊຽນ ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ.



ຂປລ. ໃນຕອນເຊົ້າວັນທີ
18 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາເຈົ້າຄອງນະຄອນຫລວງອາຊຽນ ໃນໂອກາດທີ່ເດີນທາງເຂົ້າຮ່ວມ ກອງປະຊຸມບັນດານະຄອນຫລວງອາຊຽນ ແລະ ກອງປະຊຸມເວທີເຈົ້າ ນະຄອນອາຊຽນ ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ.

  ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຕາງໜ້າໃຫ້ເຈົ້າຄອງນະຄອນຫລວງອາຊຽນ, ນະຄອນດີລີ, ຕີມໍ-ແລັດສະເຕ, ເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນ ໃນພາກພື້ນອາຊີ-ປາຊີຟິກ, ຜູ້ແທນຂັ້ນສູງຂອງສະມາຄົມ ບັນດາເຈົ້າຄອງ ທີ່ນໍາໃຊ້ພາສາຝຣັ່ງ ລາຍງານກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມ ບັນດາເຈົ້າຄອງນະຄອນຫລວງອາຊຽນ, ກອງປະຊຸມເວທີເຈົ້ານະຄອນອາຊຽນ ແລະ ຜົນສຳ ເລັດກອງປະຊຸມເຄືອຂ່າຍ ບັນດານະຄອນອາຊີຕາເວັນ ອອກສ່ຽງໃຕ້ຂອງສະມາຄົມບັນດາ ເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ເຊິ່ງມີຜົນສຳເລັດເປັນຢ່າງດີ ເຊິ່ງໄດ້ດໍາເນີນແຕ່ວັນທີ 17-19 ກັນຍາ 2024 ຕາມຮອບວຽນທີ່ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມອາຊຽນ ເຊິ່ງກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມຈາກບັນດານະຄອນຫລວງອາຊຽນ, ບັນດານະຄອນຂອງອາຊຽນ ແລະ ບັນດາອົງການ ຈັດຕັ້ງສາກົນຫລາຍກວ່າ 189 ກວ່າພາກສ່ວນ, ມີບັນດາເຈົ້າຄອງ ນະຄອນຫລວງອາຊຽນ 9 ນະຄອນຫລວງ ແລະ ນະຄອນຫລວງ ເດລີ ປະເທດຕີມໍ​ແລັດສະເຕ ແລະ ບັນດານະຄອນຕ່າງໆ ຂອງປະເທດອາຊຽນເຂົ້າຮ່ວມ.  ສຳລັບກອງປະຊຸມຄັ້ງນີ້,  ແມ່ນການຮ່ວມກັນ ລະຫວ່າງ ນະຄອນຫລວງວຽງຈັນ ກັບອົງ ການຕົວເມືອງ ແລະ ການປົກຄອງທ້ອງຖິ່ນ ໃນພາກພື້ນອາຊີ-ປາຊີຟິກ (UCLG ASPAC) ແລະ ກອງເລຂາສະມາຄົມ AIME ເປັນເຈົ້າພາບຮ່ວມກັນ ເພື່ອຈະສືບຕໍ່ດຳເນີນຕາມຈຸດປະສົງຫລັກ ຂອງການລິເລີ່ມກອງປະຊຸມ ບັນດາເຈົ້າຄອງນະຄອນຫລວງອາຊຽນ ໃນປີ 2013 ທີ່ນະຄອນຫລວງຈາກາຕາ, ປະເທດອິນໂດເນເຊຍ ແລະ ຂໍ້ລິເລີ່ມໃນ ການຈັດກອງປະຊຸມເວທີ ເຈົ້ານະຄອນອາຊຽນຄູ່ຂະໜານ ຄັ້ງທຳອິດ ຢູ່ນະຄອນຫລວງພະນົມເປັນ ປີ 2022 ເປັນເວທີເພື່ອການສ້າງການຮ່ວມມື ແລະ ການແບ່ງປັນປະສົບການ ລະຫວ່າງ ອົງການປົກຄອງທ້ອງຖິ່ນ ຂອງບັນດານະຄອນ ຂອງອາຊຽນ ເຊິ່ງກອງປະຊຸມທີ່ ນະຄອນຫລວງວຽງຈັນຄັ້ງນີ້, ໄດ້ດຳເນີນໄປຕາມ ຄຳຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນໂດຍໄດ້ເນັ້ນໃສ່ບັນດາຫົວຂໍ້ 5 ຫລັກ ເຊັ່ນ: ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ, ການທ່ອງທ່ຽວສີຂຽວ, ການພັດທະນາເສດຖະກິດແບບຍືນຍົງ, ຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ​ແລະ ຄວາມເຂັ້ມແຂງທົນທານຕໍ່ການ ປ່ຽນແປງຂອງສະພາບອາກາດ.

ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງໃນການເຂົ້າຮ່ວມ ຂອງຄະນະຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມທີ່ໄດ້ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນຄັ້ງນີ້ ​ເຊິ່ງສະແດງໃຫ້ເຫັນເຖິງບົດບາດ ຂອງບັນດານະຄອນຫລວງອາຊຽນ ທີ່ເປັນອັນໜຶ່ງອັນດຽວກັນ ໃນເປົ້າໝາຍການຮ່ວມມື ແລະ ຍົກລະດັບຄວາມຮ່ວມມື ໃນລະດັບ ພາກພື້ນຢ່າງມີໝາກຜົນ ພ້ອມທັງເຊື່ອໜັ້ນວ່າ ກອງປະຊຸມຈະສາມາດສ້າງການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຂອງການພັດທະນາບັນດານະຄອນອາຊຽນ ທີ່ມີຄວາມຍືນຍົງໃຫ້ສອດຄ່ອງ ກັບຄໍາຂວັນທີ່ວ່າ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນ.

ຂ່າວ: ກິດຕາ

ພາບ: ຂັນໄຊ, ອ່າຍຄຳ

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top